ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ກຸ່ມຕໍ່ຕ້ານ ລັດຖະບານ ຊີເຣຍ ມີແວວ ທີ່ຈະເຂົ້າຮ່ວມ ເຈລະຈາ ສັນຕິພາບກັບ ລັດຖະບານ


ທູດສະຫະປະຊາຊາດສຳລັບ ຊີເຣຍ ທ່ານ Staffan de Mistura ສະແດງທ່າທີໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ອົງການສະຫະປະຊາຊາດໃນ ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 25 ມັງກອນ, 2016.
ທູດສະຫະປະຊາຊາດສຳລັບ ຊີເຣຍ ທ່ານ Staffan de Mistura ສະແດງທ່າທີໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ທີ່ອົງການສະຫະປະຊາຊາດໃນ ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 25 ມັງກອນ, 2016.

ຫຼັງຈາກມື້ໜຶ່ງຂອງຂັ້ນຕອນ ໃນການແກ້ໄຂບາງບັນຫາ ທີ່ກຸ່ມຝ່າຍ ຄ້ານໃນ ຊີເຣຍ ຢາກຈະກ່າວ ເພື່ອເຂົ້າຮ່ວມໃນການເຈລະຈາສັນຕິ ພາບນັ້ນ, ທູດ ສະຫະປະຊາຊາດສຳລັບ ຊີເຣຍ ກໍກຳລັງຈັດກອງ ປະຊຸມຕ່າງຫາກເພີ່ມເຕີມໃນວັນຈັນມື້ນີ້ ກັບບຸກຄົນສຳຄັນຂອງ ຝ່າຍຄ້ານ ແລະ ບັນດາຕົວແທນຂອງລັດຖະບານ.

ພວກຕົວແທນຂອງກຸ່ມຝ່າຍຄ້ານກ່າວວ່າ ພວກເຂົາມີແຜນການວ່າ ຈະຢູ່ນະຄອນ ເຈນີວາ ຢ່າງໜ້ອຍ 3 ວັນຕື່ມ ໃນຂະນະທີ່ທູດຂອງ ອົງການສະຫະປະຊາຊາດ ທ່ານ Staffan de Mistura ເຮັດວຽກ ເພື່ອຜັກດັນໃຫ້ບັນລຸການເຈລະຈາສັນຕິພາບທີ່ລໍຖ້າມາດົນນານນີ້.

ທ່ານ De Mistura ໄດ້ກ່າວຕໍ່ບັນດານັກຂ່າວໃນວັນອາທິດວານນີ້ວ່າທ່ານມີ “ຄວາມຮູ້ສຶກໃນ ແງ່ບວກ ແລະ ໝັ້ນໃຈ” ວ່າ ພວກຝ່າຍຄ້ານຈະເຂົ້າຮ່ວມໃນການເຈລະຈາຂະບວນການສັນຕິ ພາບ ທີ່ໄດ້ເລີ່ມຂຶ້ນໃນວັນສຸກທີ່ຜ່ານມາ, ເຊິ່ງຊ້າກວ່າກຳນົດເວລາ 5 ມື້ ພ້ອມກັບການຖອນ ຕົວແທນຂອງກຸ່ມຝ່າຍຄ້ານຈາກການເຈລະຈາໃນມື້ທຳອິດນັ້ນ.

XS
SM
MD
LG