ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສປຊ ກ່າວວ່າ ການເສຍຊີວິດໃນກຸ່ມພວກເດັກນ້ອຍ ຕໍ່າເປັນປະຫວັດການ, ແຕ່ຄວາມກ້າວໜ້ານີ້ 'ບໍ່ໝັ້ນຄົງ'


ແຟ້ມພາບ - ເດັກນ້ອຍຄົນນຶ່ງ ໄດ້ຮັບວັກຊີນປ້ອງກັນມາລາເຣຍ ແບບຮັບປະທານ ຢູ່ສູນສຸຂະພາບ Chileka, ໃນເມືອງລີລອງເວ, ມາລາວີ ຢູ່ໃນເອກະສານແຈກຍາຍທີ່ບໍ່ລະບຸວັນທີ ຈາກ ອົງການ UNICEF.
ແຟ້ມພາບ - ເດັກນ້ອຍຄົນນຶ່ງ ໄດ້ຮັບວັກຊີນປ້ອງກັນມາລາເຣຍ ແບບຮັບປະທານ ຢູ່ສູນສຸຂະພາບ Chileka, ໃນເມືອງລີລອງເວ, ມາລາວີ ຢູ່ໃນເອກະສານແຈກຍາຍທີ່ບໍ່ລະບຸວັນທີ ຈາກ ອົງການ UNICEF.

ອົງການ​ສະຫະ​ປະຊາ​ຊາດ ກ່າວ​ໃນ​ບົດ​ລາຍ​ງານ​ສະບັບ​ນຶ່ງ​ທີ່​ໄດ້​ພິມ​ເຜີຍ​ແຜ່​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ຈຳນວນ​ເດັກນ້ອຍ​ໃນ​ທົ່ວ​ໂລກ​ທີ່​ເສຍ​ຊີວິດ​ກ່ອນ​ອາຍຸ 5 ປີ ​ໄດ້​ບັນລຸ​ລະດັບ​ຕ່ຳ​ສຸດ​ເປັນປະຫວັດການ ໃນ​ປີ 2022 ໂດຍເປັນຄັ້ງທຳອິດທີ່ມີຜູ້ເສຍຊີວິດໜ້ອຍກວ່າ 5 ລ້ານຄົນ.

ອີງຕາມການຄາດຄະເນ, ເດັກນ້ອຍ 4 ລ້ານ 9 ແສນຄົນເສຍຊີວິດກ່ອນວັນເກີດຄົບຮອບ 5 ປີ ໃນປີ 2022, ຫຼຸດລົງ 51% ນັບຕັ້ງແຕ່ປີ 2000 ແລະຫຼຸດລົງ 62% ນັບຕັ້ງແຕ່ປີ 1990, ອີງຕາມບົດລາຍງານ, ເຊິ່ງຍັງເຕືອນວ່າ ຄວາມກ້າວຫນ້າດັ່ງກ່າວແມ່ນ "ບໍ່ແນ່ນອນ" ແລະບໍ່ເທົ່າທຽມກັນ.

"ມີຂ່າວດີຫຼາຍຢ່າງ, ແລະສິ່ງທີ່ສໍາຄັນແມ່ນວ່າພວກເຮົາໄດ້ມາຮອດລະດັບປະຫວັດສາດຂອງການເສຍຊີວິດຂອງເດັກນ້ອຍອາຍຸຕໍ່າກວ່າ 5 ປີ, ເຊິ່ງ ... ຢູ່ຕໍ່າກວ່າ 5 ລ້ານຄົນ ຄັ້ງທໍາອິດ, ເຊິ່ງມັນແມ່ນ 4 ລ້ານ 9 ແສນຄົນຕໍ່ປີ," ທ່ານ ເຮລກາ ຟັອກສຕັດ (Helga Fogstad), ຜູ້​ອຳ​ນວຍ​ການ​ດ້ານ​ສາ​ທາ​ລະ​ນະ​ສຸກ​ຂອງ ອົງການ UNICEF ​ ຂອງ​ອົງ​ການກອງທຶນເພື່ອ​ຊ່ວຍເຫຼືອເດັກ​ນ້ອຍ ກ່າວ​ຕໍ່ ອົງການຂ່າວ AFP.

ອີງຕາມບົດລາຍງານ ທີ່ກະກຽມໂດຍອົງການ UNICEF ສົມທົບກັບອົງການອະນາໄມໂລກ (WHO) ແລະທະນາຄານໂລກ, ຄວາມຄືບຫນ້າແມ່ນມີຄວາມໂດດເດັ່ນເປັນພິເສດ ໃນປະເທດກໍາລັງພັດທະນາເຊັ່ນ: ມາລາວີ (Malawi), ຣວານດາ (Rwanda) ແລະມົງໂກເລຍ (Mongolia), ເຊິ່ງອັດຕາການເສຍຊີວິດຂອງເດັກນ້ອຍໃນໄວເດັກໄດ້ຫຼຸດລົງຫຼາຍກວ່າ 75% ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ.

"ເບື້ອງຫລັງຕົວເລກເຫຼົ່ານີ້ແມ່ນ ຫມໍພະດຸງຄັນ ແລະພະນັກງານທາງການແພດ ທີ່ມີຄວາມຊໍານິຊໍານານ ໃນການຊ່ວຍເຫຼືອແມ່ ໃຫ້ເກີດລູກຂອງພວກເຂົາ ໄດ້ຢ່າງປອດໄພ ... ການສັກຢາວັກຊີນ ... ໃຫ້ເດັກນ້ອຍ ເພຶ່ອປ້ອງກັນພະຍາດທີ່ຮ້າຍແຮງ, ແລະ [ດຳເນີນການ] ໄປຢ້ຽມຢາມຢູ່ບ້ານ ເພື່ອຊ່ວຍເຫຼືອຄອບຄົວ," ທ່ານ ນາງ ແຄັດເທີຣີນ ຣັສເຊລ (Catherine Russell), ຜູ້ອຳນວຍການຂອງອົງການ UNICEF ກ່າວໃນຖະແຫຼງການ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG