ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນ ຄວາມວຸ້ນວາຍ ລະຫວ່າງ ຊາວພຸດ ແລະ ມຸສລິມ ຢູ່ ມຽນມາ (ສະໄລດ໌/ວີດີໂອ)


ຕຳຫຼວດຢືນຍາມ ຢູ່ຕາມຫົນທາງ ທີ່ເມືອງມັນດາເລ ໃນພາກກາງ ຂອງມຽນມາ ເມື່ອວັນທີ 2 ກໍລະກົດ 2014.
ຕຳຫຼວດຢືນຍາມ ຢູ່ຕາມຫົນທາງ ທີ່ເມືອງມັນດາເລ ໃນພາກກາງ ຂອງມຽນມາ ເມື່ອວັນທີ 2 ກໍລະກົດ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ມຽນມາ ກ່າວ​ວ່າ ປະຊາຊົນ 2 ຄົນ ​ເສຍ​ຊີວິດ​
ໃນ​ຄວາມ​ວຸ້ນວາຍ​ ລະ​ຫວ່າງ​ຊາວ​ພຸດ ​ແລະ​ຊາວ​ມຸສລິ​ມ ​ໃນ​ເມືອງ
ມັນ​ດາເລ ​ເມືອງ​ໃຫຍ່ສຸດ​ອັນ​ດັບ​ສອງ​ ຂອງ​ປະ​ເທດ.

ການ​ເສຍ​ຊີວິດ​ດັ່ງກ່າວ ​ໄດ້​ເກີດ​ຂຶ້ນ ​ໃນ​ລະຫວ່າງ​ຄືນທີສອງຂອງ
ຄວາມ​ວຸ້ນວາຍ​ ທີ່​ໄດ້​ເລີ້ມຂຶ້ນ​ໃນ​ວັນ​ອັງ​ຄານ​ມື້ກ່ອນ​ນີ້ ​ເວລາແກ໋ງ
ຊາວ​ພຸດ​ໂຈມຕີ ​ຮ້ານ​ຂາຍ​ນ້ຳ​ຊາ​ແຫ່ງ​ນຶ່ງ ລຸນ​ຫຼັງທີ່​ມີ​ຂ່າວ​ຊ່າ​ລື​ວ່າ ​
ເຈົ້າ​ຂອງ​ຮ້ານ​ຂາຍ​ນ້ຳຊາ​ທີ່​ເປັນ​ຄົນ​ມຸສລິ​ມທຳ​ການ​ຂົ່ມຂືນຊຳ​ເລົາ
​ແມ່ຍິງ​ທີ່​ຖື​ສາສະໜາ​ພຸດ​ຄົນ​ນຶ່ງ.

​ໃນ​ຄວາມ​ວຸ້ນວາຍ ທີ່​ເກີດ​ຂຶ້ນ​ ໃນ​ຄືນ​ທຳ​ອິດ​ນັ້ນ ຕຳຫຼວດ ກ່າວ​ວ່າ
ພວກ​ເຂົາ​ເຈົ້າ​ໄດ້​ໃຊ້​ລູກປືນ​ຢາງ ຍິງ​ເຂົ້າໃສ່ ​ເພື່ອ​ຂັບ​ໄລ່​ພວກ​ທີ່​ກໍ່​ການຈະລາ ຈົນ​ຫລາຍ​ຮ້ອຍ​ຄົນ ທີ່ມີກ້ອນ​ຫີນ​ແລະ​ມີດ​ພ້າເປັນອາວຸດ ​ເຮັດ​ໃຫ້​ປະຊາ ຊົນ 5 ຄົນ​ໄດ້​ຮັບ​ບາດ​ເຈັບ. ຕໍ່​ມາ​ໃນ​ວັນ​ພຸດ​ວານ​ນີ້ ສະຖານະ​ການ​ໄດ້​ງຽບ​ສະຫງົບ​ລົງ ​ແຕ່​ຄວາມ​ວຸ້ນວາຍ​ໄດ້​ເກີດ​ຂຶ້ນ​ອີກ ​ໃນ​ແລງ​ວານ​ນີ້ ​ເຮັດ​ໃຫ້​ຊາວ​ພຸດ​ຄົນ​ນຶ່ງ ​ແລະ​ຊາວ​ມຸສລິ​ມຄົນ​ນຶ່ງ ໄດ້​ເສຍ​ຊີວິດ​ໄປ.

ມຽນມາ​ໄດ້​ປະສົບ​ກັບ​ຄື້ນຟອງ​ແຫ່ງ​ການ​ກໍ່​ຄວາມ​ຮຸນ​ແຮງ​ຕໍ່ຕ້ານ​ຊາວ​ມຸສລິ​ມ​ເປັນ​ບາງຄັ້ງ​ບາງ​ຄາວ​ ນັບ​ແຕ່​ເດືອນ​ມິຖຸນາ ປີ 2012 ​ເປັນຕົ້ນ​ມາ ​ເວລາ​ການ​ຈະລາຈົນລະເບີດ​ຂຶ້ນຫຼັງ​ຈາກ​ເກີດ​ບັນຫາ​ຂັດ​ແຍ້​ງ ​ທາງ​ດ້ານ​ສາສະໜາ​ ລະຫວ່າງ​ຊາວ​ພຸດຊຶ່ງເປັນຊົນ​ກຸ່ມ​ໃຫຍ່​ແລະ​ຊາວ​ມຸສລິ​ມ ໂຣຮິງ​ຢາ ຊຶ່ງເປັນຊົນ​ກຸ່ມ​ນ້ອຍ ​ໃນ​ລັດ Rakhine ນັ້ນ.

ນັບ​ແຕ່​ນັ້ນ​ມາ ຄວາມ​ຮຸນ​ແຮງ ​ໄດ້​ແຜ່ລາມ​ໄປ​ຍັງ​ແຫ່ງ​ອື່ນໆ ​ເຮັດ​ໃຫ້​ປະຊາຊົນ​ຢ່າງ​ໜ້ອຍ 200 ຄົນ​ເສຍ​ຊີວິດ ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ. ນອກນັ້ນ ຍັງມີປະຊາຊົນອີກ​ຫຼາຍ​ໝື່ນ​ຄົນ ບໍ່ມີ​ທີ່ຢູ່​ອາ​ໄສ​.

ຄວາມ​ຮຸນ​ແຮງ​ທາງ​ດ້ານສາສະໜາ ຂະໜາດໃຫຍ່ ບໍ່​ເຄີຍ​ເກີດ​ຂຶ້ນ​ໃນ​ເມືອງ​ມັນ​ດາ​ເລ​ມາ​ກ່ອນ ຊຶ່ງ​ເປັນ​ສູນ​ປະຫວັດ​ສາດ​ແຫ່ງສາສະໜາພຸດ ບ່ອນ​ທີ່​ພວກ​ປະຊາຄົນ​ທັງສອງ​ສາສະໜາ ສ່ວນ​ໃຫຍ່​ເຄີຍ​ຢູ່ຮ່ວມ​ກັນ​ມາ​ຢ່າງ​ສັນຕິ​ນັ້ນ.

ມຽນມາ ​ເປັນ​ປະ​ເທດ​ທີ່​ມີ​ພົນລະ​ເມືອງ 60 ລ້ານ​ຄົນ ກຳລັງ​ຟື້ນ​ໂຕ​ຄືນ ຈາກ​ການ​ປົກຄອງ ​ທີ່​ເຂັ້ມ​ງວດ ​ແລະ​ໂດຍ​ກົງຂອງ​ພວກ​ທະຫານ​ມາ​ໄດ້ 50 ປີ ຊຶ່ງ​ໄດ້​ສິ້ນສຸດ​ລົງ​ຢ່າງ​ເປັນ​ທາງ​ການ ​ໃນ​ປີ 2011 ຜ່ານ​ມາ​ນີ້.

MYANMAR VIOLENCE VO
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG