ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຫຼາຍສິບຄົນ ເສຍຊີວິດ ໃນເຫດລະເບີດ ທີ່ວັດອິສລາມ ຢູ່ ໄນຈີເຣຍ


ຢ່າງ​ໜ້ອຍ 30 ຄົນ​ໄດ້​ເສຍ​ຊີວິດ​ໃນພາກ​ຕາ​ເວັນ​ອອກສຽງເໜືອ
ຂອງ ​Nigeria ຫລັງ​ຈາກ​ເຫດລະ​ເບີດ​ແຕກ​ ໃນ​ລັດ Borno
ບ່ອນ​ທີ່ກຸ່ມ​ຫົວ​ຮຸນ​ແຮງ Boko Haram ກຳລັງ​ປະ​ຕິ​ບັດ​ງານ
ຢູ່ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່ຮັບມືກັບເຫດ​ສຸກ​ເສີນຂອງ ​Nigeria ກ່າວໃນ
​ວັນ​ສຸກ​ມື້​ນີ້​ວ່າ ຜູ້​ວາງ​ລະ​ເບີດ​ສະຫລະ​ຊີບ ​ສອງຄົນ ​ໄດ້ບີບຄະ​
ນວນ​ລະ​ເບີດ​ໃຫ້ແຕກຂຶ້ນ ຢູ່​ໃນ​ວັດ​ອິສລາມແຫ່ງ​ໜຶ່ງ ​ໃນ​ຕອນ
ແລງ​ວັນ​ພະຫັດ​ວານ​ນີ້ຢູ່ເມືອງ Maiduguri ຊຶ່ງເປັນເມືອງ​ຫຼວງ​
ຂອງລັດດັ່ງກ່າວ.

ເຫດລະ​ເບີດ​ແຕກ ​ແມ່ນ​ໄດ້ຕັ້ງເວລາ​ໄວ້​ ເພື່ອ​ໃຫ້​ລະ​ເບີດ​ໜ່ວຍ​ທີ​ສອງ​ແຕກຂື້ນ​ ໃນ​ເວລາ
ຄົນ​ພາກັນ​ໄປ​ເຕົ້າໂຮມເພື່ອ​ໃຫ້ການ​ຊ່ວຍ​ເຫ​ລື​ອ ຫລັງ​ຈາກ​ລະ​ເບີດ​ໜ່ວຍ​ທຳ​ອິດ​ໄດ້ແຕກ​. ເຫດລະ​ເບີດ​ນີ້ໄດ້​ມີ​ຂື້ນ ​ໃນ​ຂະນະ​ທີ່ຜູ້ຄົນ​ພາກັນໄປເຕົ້າໂຮມເພື່ອສູດ​ມົນ​ໃນ​ຕອນ​ແລງ.

​ໃນ​ຂະນະ​ທີ່​ຍັງບໍ່​ມີ​ກຸ່ມໃດ ​ອ້າງ​ເອົາ​ຄວາມຮັບຜິດຊອບ​ໃນການວາ​ງລະ​ເບີດເທື່ອ ກຸ່ມ​ຫົວ​
ຮຸນ​ແຮງ Boko Haram ທີ່ຈັດຕັ້ງຂຶ້ນ​ຢູ່ທາງຕາ​ເວັນ​ອອກສຽງເໜືອ​ຂອງ ​Nigeria ​ແລະ
​ໄດ້​ປະກາດ​ເຖິງ​ຈຸດປະສົງ ​ເພື່ອຈະກໍ່​ຕັ້ງ​ລັດ​ອິສລາມ​ທີ່​ເຄັ່ງ​ຄັດ ຢູ່​ທີ່​ນັ້ນ.

ກຸ່ມ Boko Haram ໄດ້​ທຳ​ການ​ໂຈມ​ຕີ​ຂ້າມ​ຊາຍ​ແດນ ເຂົ້າໄປ​ໃນ​ປະທດອຶ່ນໆ ທີ່​ມີ​ຊາຍ
​ແດນ​ຕິດກັບ Nigeria. ​ໃນ​ວັນ​ພຸດຜ່ານ​ມານີ້ ປະທານາທິບໍດີສະຫະລັດ ທ່ານ Barack
Obama ​ໄດ້​ປະກາດ​ວ່່າ ສະຫະລັດ ກຳລັງ​ສົ່ງ​ທະຫານ ​ເພື່ອ​ໄປປະຕິບັດ​ງານ ສັງ​ເກ​ດ
ການ​ທາງ​ອາກາດ ​ໃນ​ຄວາມ​ພະຍາຍາມ​ໃຫ້ການ​ຊ່ວຍ​ເຫລືອ​ແກ່ ​Nigeria, Chad, Cameroon, Benin ​ແລະ Niger ​ໃນ​ການດຳເນີນງານຮ່ວມກັນ ເພື່ອກຳຈັດໄດ້​ຂົ່ມຂູ່​
ຂອງກຸ່ມ​ຫົວຮຸນ​ແຮງດັ່ງກ່າວ.

ທ່ານ Obama ກ່າວ​ວ່າ ກຳລັງ​ສະຫະລັດ ຈະ​ຕັ້ງ​ກອງ​ບັນຊາ​ການ​ຢູ່ Came-roon ​ແລະ​
ໃນທີ່ສຸດກໍຈະ​ມີ​ຈຳນວນ 300 ຄົນ​. ​ເຈົ້າ​ໜ້າ​ທີ່ທະຫານ​ສະຫະລັດ ກ່າວ​ວ່າ ​ເຂົາເຈົ້າຈະ​ຢູ່​ທີ່
​ນັ້ນ “ດົນນານ​ເທົ່າທີ່​ເຂົາ​ເຈົ້າຍັງ​ມີ​ຄວາມ​ຕ້ອງການ.”

ເບິ່ງວີດີໂອກ່ຽວຂ້ອງ:

US Cameroon
please wait
Embed

No media source currently available

0:00 0:02:07 0:00

XS
SM
MD
LG