ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ເຮືອບິນລົບເທີກີ ຖິ້ມລະເບີດ ໃສ່ກຸ່ມລັດອິສລາມ ໃນຊີເຣຍ


ເຮືອບິນລົບ F-16 ທີ່ຖານທັບອາກາດແຫ່ງນຶ່ງ ໃກ້ໆເມືອງ Konya.
ເຮືອບິນລົບ F-16 ທີ່ຖານທັບອາກາດແຫ່ງນຶ່ງ ໃກ້ໆເມືອງ Konya.

ເທີກີກ່າວວ່າ ຕົນໄດ້ທຳການໂຈມຕີທາງອາກາດຕໍ່ເປົ້າໝາຍຂອງ
ກຸ່ມລັດອິສລາມຢູ່ໃນຊີເຣຍ ຊຶ່ງເປັນການຂະຫຍາຍການປະຕິບັດ
ງານທີ່ສຳຄັນ ຂອງເທີກີ ໃນການສູ້ລົບ ກັບກຸ່ມຫົວຮຸນແຮງຈັດດັ່ງ
ກ່າວ.

ເຮືອບິນ F-16 ສາມລຳໄດ້ບິນຂຶ້ນຈາກສະໜາມບິນ Diyarbakir
ທາງພາກຕາເວັນອອກສຽງໃຕ້ຂອງເທີກີໃນຕອນເຊົ້າຂອງວັນສຸກ
ມື້ນີ້ ແລະກໍໄດ້ໂຈມຕີເປົ້າໝາຍຕ່າງໆ ທີ່ຕັ້ງຢູ່ກົງກັນຂ້າມກັບຊາຍ
ແດນຂອງເທີກີໃນແຂວງ Kilis ອີງຕາມສຳນັກງານນາຍົກ.

ຖະແຫຼງການກ່າວວ່າ ເຮືອບິນອາຍພົ່ນ ໄດ້ຖິ້ມລະເບີດ ນຳວິຖີ 4
ລູກໃສ່ກອງບັນຊາການສອງແຫ່ງຂອງກຸ່ມລັດອິສລາມແລະບ່ອນປະຊຸມອີກແຫ່ງນຶ່ງກ່ອນຈະ ບິນກັບຄືນສູ່ຖານທັບດ້ວຍຄວາມປອດໄພ.

ໃນການຖະແຫຼງຕໍ່ກອງປະຊຸມນັກຂ່າວ ນາຍົກລັດຖະມົນຕີ Davutoglu ປະກາດວ່າ ລັດ
ຖະບານຂອງທ່ານ “ຈະບໍ່ເຮັດຫູໜວກຕາບອດ” ໂດຍບໍ່ເອົາຊາ ຕໍ່ການໂຈມຕີເທີກີ.

ທ່ານ Davutoglu ເວົ້າວ່າ “ມາຮອດເຊົ້າມື້ນີ້ກອງທັບເທີກີອີງຕາມຄຳສັ່ງຂອງລັດຖະບານ ໄດ້ໂຈມຕີເປົ້າໝາຍຕ່າງໆດ້ວຍຄວາມແມ່ນຍຳ 100 ເປີເຊັນ ເປົ້າໝາຍເຫຼົ່ານັ້ນໄດ້ຖືກທຳ
ລາຍ.”

ທ່ານກ່າວຕື່ມວ່າ “ຄຳເຕືອນຂອງພວກເຮົາແມ່ນຈະແຈ້ງ ຂ້າພະເຈົ້າໄດ້ມອບອຳນາດຢ່າງ ຄົບຖ້ວນໃຫ້ແກ່ກອງທັບເທີກີວ່າ ຜູ້ໃດກໍຕາມ ທີ່ເປັນໄພຂົ່ມຂູ່ຕໍ່ຊາຍແດນ ຂອງສາທາລະ ນະລັດເທີກີ ແມ່ນຈະໄດ້ຮັບການຕອບໂຕ້ຕາມນັ້ນ ໂດຍຈະບໍ່ມີການເຕືອນລ່ວງໜ້າໃດໆ.”

ນີ້ແມ່ນເທື່ອທຳອິດທີ່ເທີກີໄດ້ທຳການໂຈມຕີທາງອາກາດຕໍ່ເປົ້າໝາຍຂອງກຸ່ມລັດອິສລາມ ຢູ່ໃນຊີເຣຍ.

ນອກນັ້ນແລ້ວ ໃນວັນສຸກມື້ນີ້ ເທີກີຍັງກ່າວວ່າ 251 ຄົນ ໄດ້ຖືກຈັບ ໃນການປະຕິບັດງານ ບຸກເຂົ້າໄປກວດຄົ້ນຂະໜາດໃຫຍ່ຂອງຕຳຫຼວດຕາມສະຖານທີ່ຕ່າງໆຂອງກຸ່ມລັດອິສລາມ ແລະພວກຫົວຮຸນແຮງຊາວເຄີດ ຢູ່ໃນທົ່ວປະເທດ.

ມີຕຳຫຼວດຫຼາຍກວ່າ 5,000 ຄົນ ທີ່ໄດ້ຮັບການສະໜັບສະໜຸນໂດຍເຮືອບິນເຮຣີຄອບເຕີ້ ໄດ້ເຂົ້າໄປກວດຄົ້ນສະຖານທີ່ຕ່າງໆຢ່າງໜ້ອຍ 100 ແຫ່ງໃນທົ່ວນະຄອນອິສຕັນບູລເພື່ອ ຊອກຄົ້ນຫາພວກຫົວຮຸນແຮງ ອີງຕາມລາຍງານຂ່າວຂອງສື່ມວນຊົນ.

ການປະຕິບັດງານດັ່ງກ່າວນີ້ມີຂຶ້ນຫລັງຈາກມີລາຍງານວ່າເທີກີ ໃນອາທິດນີ້ໄດ້ຕົກລົງອະ ນຸຍາດໃຫ້ເຮືອບິນລົບຂອງສະຫະລັດໃຊ້ຖານທັບອາກາດ Incirlik ຢູ່ໃນພາກໃຕ້ຂອງເທີ ກີເພື່ອທຳການໂຈມຕີຕໍ່ກຸ່ມລັດອິສລາມໃນຊີເຣຍ.

US Turkey
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG