ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

25 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ທີ່ຄັງອາວຸດ ຢູ່ເທີກີ


ໄຟລຸກໄໝ້ ໃນເຫດລະເບີດ ທີ່ຄັງອາວຸດ Afyonkarahisar ທາງພາກ
ຕາເວັນຕົກຂອງປະເທດເທີກີ ເມື່ອວັນທີ່ 6 ກັນຍານີ້
ໄຟລຸກໄໝ້ ໃນເຫດລະເບີດ ທີ່ຄັງອາວຸດ Afyonkarahisar ທາງພາກ ຕາເວັນຕົກຂອງປະເທດເທີກີ ເມື່ອວັນທີ່ 6 ກັນຍານີ້
ເຫດ​ລະ​ເບີດ​ບັ້ນ​ນຶ່ງ​ຢູ່​ທີ່​ຄັງ​ອາວຸດ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ​ເທີ​ກີ ​ໄດ້​ສັງຫານທະຫານ 25 ຄົນ ​ແລະອີກ 4 ຄົນ ໄດ້​ຮັບ​ບາດ​ເຈັບ.

ທ່ານ Veysel Eroglu ລັດຖະມົນຕີ​ກະຊວງ​ປ່າ​ໄມ້​ ແລະ​ນໍ້າ ກ່າວ​ວ່າ ​ເຫດການ​ລະ​ເບີດ ​ໄດ້​ເກີດ​ຂຶ້ນ​ເມື່ອ​ຕອນບ່າຍ​ວັນ​ພຸດ​ວານ​ນີ້ ຢູ່ສາງ​ເກັບ ມ້ຽນ​ລະ​ເບີດ​ມື​ ຂອງ​ຄັງ​ອາວຸດ Afyonkarahisar. ສ່ວນຊາກ​ສົບຂອງ​ທະຫານ​ທີ່​ເສຍ​ຊີວິດໄດ້​ຄົ້ນ​ພົບ​ໃນ​ຕອນ​ເຊົ້າຂອງວັນ​ພະຫັດ​ມື້​ນີ້ ຫຼັງຈາກໄດ້​ມີ​ການ​ດັບໄຟ​ທີ່​ເກີດ​ຈາກເຫດລະ​ເບີດ​ນັ້ນ.

ລັດຖະມົນຕີ Eroglu ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່ວ່າ ເຫດ​ລະ​ເບີດ​ໃນ​ຄັ້ງ​ນີ້​ບໍ່​ແມ່ນເປັນ​ນໍ້າມື​ຂອງພວກ​ກໍ່ການ​ຮ້າຍ ​ແຕ່ເກີດ​ຈາກ​ອຸບັດ​ຕິ​ເຫດ.

ສະຖານີ​ໂທລະພາບ​ເອກ​ກະ​ຊົນ NTV ​ເວົ້າ​ວ່າ ພວກ​ທີ່​ເສຍ​ຊີວິດ​ຍັງ​ບໍ່​ສາ ມາດ​ລະບຸ​ຊື່​ໄດ້​ເທື່ອ​ໃນ​ເວລາ​ນີ້ ​ແລະ​ຊາກ​ສົບ​ຂອງ​ພວກ​ເຂົາ​ເຈົ້າຈະ​ຖືກ​ສົ່ງ ​ໄປ​ຍັງ​ໂຮງ​ໝໍ​ທະຫານ​ທີ່​ນະຄອນຫຼວງອັງກາຣາ ​ເພື່ອ​ກວດ​ DNA.
XS
SM
MD
LG