ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານທຣ້ຳ ບໍ່ກັງວົນເລີຍ ທີ່ບັນດາ ຜູ້ນຳພັກທີ່ສຳຄັນ ບໍ່ໃຫ້ການສະໜັບສະໜູນຕົນ

ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ໃນນະຄອນ Spokane ຂອງລັດ Washington, ວັນທີ 7 ພຶດສະພາ 2016.
ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຖະແຫລງ ໃນລະຫວ່າງ ການໂຮມຊຸມນຸມ ໃນນະຄອນ Spokane ຂອງລັດ Washington, ວັນທີ 7 ພຶດສະພາ 2016.

ທ່ານ Donald Trump ຜູ້ທີ່ເຊື່ອກັນວ່າ ຈະຖືກສະເໜີຊື່ເປັນຕົວແທນພັກຣີພັບບລີກັນ ແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ໄດ້ກ່າວໃນວັນອາທິດວານນີ້ ວ່າ ທ່ານ ບໍ່ເປັນຫ່ວງເປັນໃຍເລີຍ ທີ່ບັນດາຜູ້ນຳພັກທີ່ສຳຄັນ ກ່າວວ່າ ພວກເພິ່ນຈະບໍ່ສະໜັບ ສະໜູນທ່ານ ໃນການລົງແຂ່ງຂັນເລືອກຕັ້ງແຫ່ງຊາດ ສູ້ກັບ ຜູ້ທີີ່ອາດຈະໄດ້ຖືກສະເໜີຊື່ ຈາກພັກເດໂມແຄຣັດ ຄືອະດີດລັດຖະມົນຕີຕ່າງປະເທດ ທ່ານນາງ Hillary Clinton ນັ້ນ.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທ່ານນາງ Hillary Clinton, ກາງ, ທັກທາຍພວກສະໜັບສະໜູນ ໃນຂະນະທີ່ທ່ານນາງ ຢ້ຽມຢາມຫ້ອງການໂຄສະນາຫາສຽງໃນພື້ນທີ່ ຢູ່ທີ່ນະຄອນ Oakland, ລັດ California, ວັນທີ 6 ພຶດສະພາ 2016.

ໃນຂະນະທີ່ມະຫາເສດຖີພັນລ້ານ ເຈົ້າພໍ່ອະສັງຫາລິມະຊັບ ໄດ້ຊະນະຢ່າງຂາດລອຍ ທັງໝົດ ຂອງການຖືກສະເໜີຊື່ ເປັນຕົວແທນພັກ ເມື່ອອາທິດແລ້ວນີ້ ຊຶ່ງອະດີດ ປະທາ ນາທິບໍດີ ໃນເມື່ອກ່ອນສອງທ່ານ ຄື ປະທານາທິບໍດີ George H.W. Bush ແລະ ລູກ ຊາຍຂອງທ່ານ ຄື ປະທານາທິບໍດີ George W. Bush ແລະ ບັນດາເຈົ້າໜ້າທີ່ຂອງພັກ ຫຼາຍໆທ່ານອີກ ໄດ້ປະກາດວ່າ ພວກຕົນບໍ່ມີຈຸດປະສົງ ທີ່ຈະສະໜັບສະໜູນ ການລົງ ແຂ່ງຂັນເປັນປະທານາທິບໍດີ ຂອງທ່ານທຣ້ຳ.

ປະທານສະພາຕ່ຳ ທ່ານ Paul Ryan ຈາກລັດ Wisconsin ກ່າວຖະແຫລງ ໃນຫົວຂໍ້ "ສ້າງຄວາມເຊື່ອໝັ້ນໃນອາເມຣິກາ ຫຼື Building a Confident America" ຢູ່ທີ່ ຫໍປະຊຸມ Gaston ຂອງມະຫາວິທະຍາໄລ Georgetown ໃນນະຄອນຫຼວງວໍຊິງຕັນ, ວັນທີ 27 ເມສາ 2016.

ທ່ານທຣ້ຳ ໄດ້ຖືກສອບຖາມ ກ່ຽວກັບ ພັກຣີພັບບລີກັນ ໃນລາຍການຂ່າວ This Week ຂອງຕາໜ່າງຂ່າວ ABC ວ່າ “ມັນຄວນຈະມີຄວາມສາມັກຄີກັນບໍ່?” ທ່ານທຣ້ຳ ຕອບວ່າ “ຂ້າພະເຈົ້າ ມີຄວາມແຕກຕ່າງຫຼາຍກວ່າ ພວກຄົນອື່ນໆ ທີ່ລົງແຂ່ງຂັນເອົາຕຳແໜ່ງ ປະທານາທິບໍດີ ຕິບໍ? ຂ້າພະເຈົ້າ ຄິດວ່າ ແທ້ຈິງແລ້ວ ບໍ່ແມ່ນເຊັ່ນນັ້ນເລີຍ.”

ທ່ານທຣ້ຳ ກ່າວຕໍ່ໄປວ່າ “ຂ້າພະເຈົ້າຄິດວ່າ ມັນອາດຈະດີກວ່າ ຖ້າມັນມີຄວາມສາມັກ ຄີກັນ ຂ້າພະເຈົ້າຄິດວ່າ ມັນຄວນເປັນຈັ່ງຊັ້ນ ມັນຄວນມີສິ່ງທີ່ດີໆ ກ່ຽວກັບເລື້ອງນັ້ນ. ແຕ່ຂ້າພະເຈົ້າ ບໍ່ຄິດວ່າ ແທ້ຈິງແລ້ວ ມັນຈະຕ້ອງເປັນການສາມັກຄີກັນ ໃນແງ່ຂອງ ຄະນົບທຳນຽມ.”

ເຈົ້າໜ້າທີ່ພັກຂັ້ນສູງ ຜູ້ທີ່ໄດ້ຖືກຄັດເລືອກເປັນ ປະທານສະພາຕ່ຳ ທ່ານ Paul Ryan ໄດ້ກ່າວວ່າ ທ່ານ “ຍັງບໍ່ພ້ອມເທື່ອ” ທີ່ຈະຮັບຮອງເອົາ ທ່ານທຣ້ຳ ແລະ ຢາກຈະມີຄວາມ ໝັ້ນໃຈວ່າ ທ່ານທຣ້ຳ ຈະສົ່ງເສີມຫຼັກການພື້ນຖານ ການອະນຸລັກແນວທາງດັ້ງເດີມ ຂອງ ພັກ ກ່ອນທີ່ຈະຕົກລົງ ໃຫ້ການສະໜັບສະໜູນແກ່ທ່ານ. ທ່ານ Ryan ບໍ່ເຫັນດີນຳ ການ ຮຽກຮ້ອງໃຫ້ກີດກັນ ຊາວມຸສລິມ ຈາກການເຂົ້າມາໃນປະເທດຊົ່ວຄາວ ແລະ ທັງສອງ ທ່ານ ບໍ່ລົງຮອຍກັນ ໃນເລື້ອງຂອງນະໂຍບາຍການຕ່າງປະເທດ ແລະ ບັນຫາການຄ້າ ຕ່າງໆ ນຳດ້ວຍ.

ທ່ານຣາຍແອນ ແລະ ທ່ານທຣ້ຳ ມີກຳນົດຈະພົບປະກັນ ໃນວັນພະຫັດຈະມາເຖິງນີ້ ຢູ່ໃນ ນະຄອນຫຼວງວໍຊິງຕັນ ເພື່ອໂອ້ລົມບັນຫາຄວາມແຕກຕ່າງລະຫວ່າງກັນ ແຕ່ທ່ານທຣ້ຳ ຜູ້ອວດດີ ທີ່ເປັນຜູ້ດຳເນີນລາຍການ ໂທລະພາບຊີວິດຈິງ ໃນຄັ້ງໜຶ່ງ ຜູ້ທີ່ບໍ່ເຄີຍດຳລົງຕຳ ແໜ່ງ ເປັນຜູ້ແທນມາກ່ອນ ກ່າວວ່າ ມັນອາດເປັນໄປໄດ້ ທີ່ທັງສອງ ອາດພຽງແຕ່ຈະແຍກ ກັນ “ໄປຄົນລະທາງ” ກໍເປັນໄດ້.

ຊົມລາຍງານ ກ່ຽວກັບເລື່ອງນີ້

Trump Presumptive Republican Nominee After Indiana Victory
please wait

No media source currently available

0:00 0:02:23 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG