ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ນັກການເມືອງຄົນສໍາຄັນ ຂອງປາກີສຖານ ຖືກສັງຫານ (ວີດີໂອ)


ສົບຂອງທ່ານນາງ Zahra Shahid Hussain
ສົບຂອງທ່ານນາງ Zahra Shahid Hussain
ທ່ານ Imran Kahn ນັກ​ການ​ເມືອງ​ຊາວ​ປາ​ກີ​ສຖານ ​ແລະເປັນອະດີດ​ດາ​ລາກິລາ cricket ​ໄດ້​ຖິ້ມ​ໂທດ ​ການ​ສັງຫານສະມາຊິກ​ລະດັບ​ສູງ​ຄົນນຶ່ງ​ຂອງ​ພັກ​ການ​ເມືອງຂອງ​ທ່ານ​ ໃສ່​ພັກ​ຄູ່​ແຂ່ງ ​ໃນ​ຂະນະ​ທີ່​ພວກ​ປ່ອນ​ບັດໃນເມືອງກາ​ຣາຈີ ​ພາກັນ​ໄປ​ປ່ອນ​ບັດ​ຄື​ນ​ໃໝ່​ໃນ​ການ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາ ທີ່​ໄດ້​ຈັດ​ຂື້ນ​ທໍາ​ອິດເມື່ອ​ອາທິດ​ຜ່ານ​ມານັ້ນ.

ທ່ານ ຂ່າ​ນ ຫົວໜ້າ​ພັກ Pakistan Tehreek-e-Insaf ຫຼື PTI ​ໄດ້​ຖິ້ມໂທດ​ການ​ສັງ ຫານທ່ານນາງ Zahra Shahid Hussain ​ເ​ມື່ອວັນ​ເສົາ​ວານ​ນີ້ ​ໃສ່​ພັກ​ຄູ່​ແຂ່ງ ກໍ​ຄື​ພັກ​ເຄື່ອນ​ໄຫວ Muttahida Qaumi Movement ຫຼື MQM

ຫົວໜ້າ​ພັກ MQM ທ່ານ Altaf Hussain ​ທີ່ພັດ​ຖິ່ນ​ແລະອາໄສ​ ​ຢູ່​ໃນ​ລອນ​ດອນ ປະ​ເທດ​ອັງກິດ ​ກໍໄດ້​ປະນາມການ​ສັງຫານ​ທ່ານ​ນາງ Hussain ຄື​ກັນ. ທ່ານ​ຮູ​ສ​ເຊ​ນ ກັບ​ທ່ານ​ນາງ Hussain ບໍ່ແມ່ນ​ຍາດ​ພີ່ນ້ອງ​ກັນ​ແຕ່​ຢ່າງ​ໃດ.

ຕໍາຫຼວດ​ເວົ້າ​ວ່າ ທ່ານ​ນາງຖືກ​ມື​ປືນທີ່​ບໍ່​ຮູ້​ວ່າ​ແມ່ນ​ໃຜ ຢ່າງ​ນ້ອຍ​ສອງ​ຄົນ​ຍ່າງ​ເຂົ້າ​ໄປ​ໃກ້​ແລ້ວ​ຍິງທ່ານ​ນາງ ຢູ່​ທາງນອກ​ເຮືອນຂອງ​ທ່ານ​ນາງ​ທີ່​ເມືອງກາ​ຣາຈີ. ທ່ານ​ນາງ​ເສຍ​ຊີ ວິດ​ຂະນະຖືກ​ນໍາ​ສົ່ງ​ໂຮງໝໍ ຫຼັງຈາກ​ຖືກ​ຍິງ​ທີ່ຫົວ​ສອງ​ນັດ. ​ໂຄສົກ​ປະ​ຈໍາພັກ​ການ​ເມືອງ​ຂອງ​ທ່ານ​ນາງ​ເອີ້ນ​ການ​ສັງຫານ​ດັ່ງກ່າວ​ນີ້​ວ່າ ​ເປັນ​ພຶດຕິ​ກໍາ​ຂອງ​ການ​ກໍ່​ການ​ຮ້າຍ.

ທ່ານ​ນາງ Zahra Hussain ​ເປັນ​ຮອງ​ປະທານອາວຸ​ໂສ​ຂອງ​ພັກ PTI ຊຶ່ງ​ໄດ້​ຄະ​ແນນ​ອັນ​ດັບ​ສາມ​ໃນ​ການ​ເລືອກ​ຕັ້ງ​ສະພາ​ເມື່ອ​ອາທິດ​ຜ່ານ​ມາ. ທ່ານ​ນາງໄດ້​ກ່າວ​ຫາ​ພັກ MQM ວ່າ​ໂກງ​ຄະ​ແນນ​ບັດ​ເລືອກ​ຕັ້ງ. ການ​ປ່ອນບັດ​ຄືນ​ໃໝ່​ໃນ​ວັນ​ອາທິດມື້​ນີ້ ​ແມ່ນ​ມີ​ຍາມ​ຄຸ້ມ​ກັນ​ຢ່າງ​ໜາ​ແໜ້ນ ​ແລະ​ຈັດ​ຂຶ້ນເພື່ອ​ເປັນ​ການສະໜອງ​ຕອບຕໍ່​ການ​ອ້າງ​ດັ່ງ ກ່າວ.

Arif Alvi ຜູ້​ນໍາ​ຄົນ​ນຶ່ງ​ຂອງ​ພັກ PTI ຫລື​ພັກຂະ​ບວນການເພື່ອ​ຄວາມ​ຍຸຕິ​ທໍາ ​ແລະ​ເປັນ​ຜູ້​ສະໝັກ​ເລືອກ​ຕັ້ງ​ເອົາ​ບ່ອນ​ນັ່ງ​ເລກທີ 250 ໃນ​ກາ​ຣາຈີ ​ເວົ້າ​ເຖິງ​ນັກ​ການ​ເມືອງ​ທີ່​ຖືກ​ສັງຫານ ນັ້ນ​ວ່າ:

“ລາວ​ເປັນບຸກຄົນ​ທີ່​ມີຄ່າ​ຂອງ​ພັກ ເປັນ​ຮອງ​ປະທານ​ແກນ​ນໍາ​ຂອງ​ພັກນີ້ ​ແລະ​ຂ້າພະ​ເຈົ້າ​ເຊື່ອ​ວ່າ​ລັດຖະບານ Sindh ຄວນ​ຈະ​ທໍາ​ການ​ສື​ບສວນ ສອບສວນ​ການ​ຄາດ​ຕະກໍາ​ນີ້ ຊອກລ່າ​ຕົວ​ຜູ້​ສັງຫານ ​ແລະນໍາ​ມາ​ດໍາ​ເນີນ​ຄະດີ ​ແຕ່​ກໍ​ໜ້າ​ເສຍ​ໃຈ ຕະຫຼອດ​ໄລຍະ​ຫ້າ​ປີຜ່ານມາ ບໍ່​ມີ​ໃຜ​ຖືກ​ຈັບ​ກຸມ​ໃນ​ຂໍ້​ຫາສັງຫານ ຫຼືຖືກ​ດໍາ​ເນີ​ນຄະດີ​ຕາມ​ຕົວ​ບົດ​ກົດໝາຍເລີຍ.”

(ເບິ່ງວີດີໂອ)

XS
SM
MD
LG