ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສຫລ ຮຽກຮ້ອງໃຫ້ລາວ ສືບສວນຢ່າງລະອຽດ ແລະໂປ່ງໃສ ກ່ຽວກັບ ການຫາຍສາບສູນ ຂອງ ທ່ານສົມບັດ


ທ່ານສົມບັດ ສົມພອນ ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ໃນ​ດ້ານ​ທີ່​ດິນ ໄດ້ຫາຍສາບສູນໄປ ໃນ ສປປ ລາວ ເປັນເວລາສາມປີແລ້ວ.
ທ່ານສົມບັດ ສົມພອນ ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ໃນ​ດ້ານ​ທີ່​ດິນ ໄດ້ຫາຍສາບສູນໄປ ໃນ ສປປ ລາວ ເປັນເວລາສາມປີແລ້ວ.

ເມື່ອ​ວັນ​ພຸດ​ຜ່ານ​ມານີ້​ ທ່ານ John Kirby ​ໂຄສົກ​ກະຊວງ​ການ
​ຕ່າງປະ​ເທດ​ສະຫະລັດ ​ໄດ້​ອອກ​ຖະ​ແຫຼງຂ່າວ​ສະບັບ​ນຶ່ງ​ເນື່ອງ​
ໃນ​ໂອກາດວັນຄົບຮອບ​ສາມ​ປີ​ໃນ ການ​ລັກພາ​ໂຕ​ ທ່ານ​ສົມບັດ
ສົມ​ພອນ.

ຖະ​ແຫຼງຂ່າວ​ກ່າວ​ວ່າ​ ຄົບຮອບ​ສາມ​ປີ ​ເມື່ອ​ວັນ​ອັງຄານ​ຜ່ານ​ມາ
ນີ້ ທ່ານ​ສົມບັດ ສົມ​ພອນ ນັກ​ເຄື່ອນ​ໄຫວ​ເພື່ອ​ສິດທິ​ໃນ​ດ້ານ​ທີ່​ດິນ ​ໄດ້​ຖືກ​ລັກພາ​ໂຕ​ໄປ ທີ່
ປ້ອມກວດ​ຂອງ​ຕຳຫຼວດແຫ່ງ​ນຶ່ງ​ ໃນ​ນະຄອນ​ວຽງ​ຈັນ ສປປ ລາວ.​ ສະຫະລັດ ​ຍັງ​ສືບຕໍ່​ມີ​ຄວາມເປັນ​ຫ່ວງ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຊະ​ຕາ​ກຳແລະ​ຄຳ​ເຕືອນ​ທີ່​ໜ້າ​ຢານກົວ​ທີ່​ພວກລັກ​ພາໂຕ​ທ່ານ​ໄດ້​ສົ່ງ​ໄປ​ເຖິງ​ສະມາຊິກ​ຂອງ​ກຸ່ມ​ສັງຄົມ​ພົນລະ​ເຮືອນແລະ​ປະຊາຊົນ​ໃນ ສປປ
ລາວ ຢ່າງ​ເປັນ​ການ​ເປີດ​ເຜີຍ​ນັ້ນ.

ຖະ​ແຫຼງຂ່າວ​ກ່າວ​ຕື່ມ​ວ່າ ພວກ​ເຮົາ​ມີ​ຄວາມ​ກັງວົນ​ໃຈກ່ຽວ​ກັບຄວາມ​ຈິງ​ທີ່​ວ່າ​ບໍ່​ມີ​ຄວາມ​
ກ້າວໜ້າ​ໃດໆ​ເລີຍ​ ໃນ​ການ​ຊອກ​ຫາ ​ທ່ານ​ສົມບັດ ສົມ​ພອນ ແລະ​ຂໍຮຽກຮ້ອງ​ໃຫ້​ລັດຖະ
ບານ​ລາວ​ຈົ່ງ​ທຳ​ການ​ສືບສວນ ​ຢ່າງ​ລະອຽດ​ຖີ່​ຖ້ວນ​ແລະມີ​ຄວາມ​ໂປ່​ງ​ໃສ. ລັດຖະບານ​
ຄວນ​ເອົາ​ມາດ​ຕະການ ​ຫາ​ທາງແກ້​ໄຂ​ຄະດີ​ດັ່ງກ່າວນີ້​ໂດຍ​ທັນທີ.

ຖະ​ແຫຼງຂ່າວ ກ່າວ​ມ້ວນທ້າຍ​ວ່າ ຄວາມ​ຄິດ​ຮອດ​ແລະ​ເປັນ​ຫ່ວງ​ຂອງ​ພວກ​ເຮົາ​ແມ່ນ​ຢູ່​ກັບ
​ຄອບຄົວ ​ເພື່ອນ​ມິດ​ຂອງ ທ່ານ​ສົມບັດ ສົມ​ພອນ ແລະ​ບຸກຄົນ​ອື່ນໆ​ອີກ​ຈຳນວນ​ຫຼວງຫຼາຍ
ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກການ​ເປັນ​ຜູ້ນຳ​ພາ​ຂອງ​ທ່ານ.

XS
SM
MD
LG