ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະດີດນາຍົກລັດຖະມົນຕີໄທ ທ່ານທັກສິນ ຊິນນະວັດ ຢ້ຽມຢາມ ສະຫະລັດ


ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດ
ຖະມົນຕີໄທ ຂະນະຢ້ຽມຢາມສະຫະລັດ
ທ່ານທັກສິນ ຊິນນະວັດ ອະດີດນາຍົກລັດ ຖະມົນຕີໄທ ຂະນະຢ້ຽມຢາມສະຫະລັດ
ການ​ເດີນທາງ​ມາ​ຢ້ຽມ​ຢາມ​ສະຫະລັດ​ຂອງ​ອະດີດ​ນາຍົກລັດຖະ ມົນຕີ​ທັກສິນ ຊິນນະ​ວັດ ແມ່ນ​ໄດ້​ຖືກປະນາມ​ໂດຍ​ພວກ​ຝ່າຍ​ຄ້ານ​ຂອງ ທ່ານ.

ກຸ່ມ​ຕໍ່ຕ້ານ​ທັກສິນ ທີ່ຈົ່ງ​ຮັກ​ພັກດີຕໍ່ລາດ​ຊະ​ວົງ​ໄທ ຢາກ​ໃຫ້​ທັກສິນ​ຮັບ​ໃຊ້​ໂທດ​ຈໍາ​ຄຸກ​ສອງ​ປີ ​ໃນ​ຄະດີ​ຂັດ​ແຍ້​ງທາງ​ຜົນ​ປະ​ໂຫຍ​ດ​ໃນ​ສະ​ໄໝ​ທີ່​ທ່ານ​ຄໍາ​ລົງ​ຕໍາ​ແໜ່​ງນາຍົກ ລັດຖະມົນຕີ.

ພັກ​ປະຊາທິປະ​ໄຕ ຊື່​ງ​ເປັນ​ພັກ​ຝ່າຍ​ຄ້ານ​ໃນ​ເວລາ​ນີ້ ​ໄດ້​ຮຽກຮ້ອງ​ໃຫ້​ລັດ ຖະບານ​ໄທ​ ກົດ​ດັນ​ໃຫ້​ສະຫະລັດ​ ຊຶ່ງເປັນ​ພັນທະ​ມິດໃກ້ຊິດ​ຂອງ​ໄທ​ນັ້ນ ຈັບ​ກຸມ​ທ່ານ​ທັກສິນ ​ແລະສົ່ງທ່ານ​ກັບ​ຄືນ​ໄປ​ໃຫ້​ໄທ.

​ເມື່ອ​ວັນ​ສຸກ​ອາທິດ​ຜ່ານ​ມາ​ນີ້ ພວກ​ປະ​ທ້ວງ​ກຸ່ມ​ນຶ່ງ​ຈໍານວນ​ປະມານ 200 ຄົນ ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ບໍລິ​ເວນ​ນອກ​ສະຖານທູດ​ສະຫະລັດ​ທີ່​ບາງກອກ ​ເພື່ອທໍາ​ການ​ຮຽກຮ້ອງຢ່າງ​ດຽວ​ກັນ.

ພວກ​ປະ​ທ້ວງພາກັນຖື​ປ້າຍ​ທີ່ອ່ານ​ວ່າ ອາ​ເມຣິກັນ​ຂີ້ດຽດ ຫລື Ugly Americans ​ແລະ ຕົວບົດ​ກົດໝາຍ​ຄື​ຫຍັງ?

ນາຍ ມົງຄົນ​ຄິດ ສຸກ​ສິນ​ທາຣານົນ ​ເປັນ​ເລຂາ​ກຸ່ມຈັດ​ຕັ້ງທີ່​ເອີ້ນ​ຕົນ​ເອງວ່າ ​ ​ເຄືອ​ຂ່າຍ​ຕໍ່ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ປະ​ເທດ.

ນາຍ​ມົງຄົນ​ຄິດ​ເວົ້າ​ວ່າ ອີກ​ສອງ​ອາທິດ​ພວກ​ເຂົາ​ເຈົ້າຈະ​ກັບ​ມາ​ຟັງ​ຄໍາ​ຕອບ ​ແລະວ່າ​ ພວກ​ເຂົ​າ​ເຈົ້າຮຽກຮ້ອງ​ໃຫ້​ສະຫະລັດ​ຖອນ​ວິ​ຊ່າ​ທີ່​ອອກໃຫ້​ແກ່​ທ່ານ​ທັກສິນ​ໃນ​ທັນທີ.

ທ່ານ Walter Braunohler ​ໂຄສົກ​ສະຖານທູດ​ສະຫະລັດ​ທີ່​ບາງ​ກອກ ກ່າວ​ວ່າ ພວກ​ເຂົາ​ເຈົ້າຍິນ​ດີ​ທີ່ປະຊາ​ຊົນໄທ​ພາກັນ​ໃຊ້​ ສິດທິ​ຂອງ​ເຂົາ​ເຈົ້າໃນ​ການ​ປະ​ທ້ວງ​ຢ່າງ​ສັນຕິ ​ແຕ່​ຕາມນະ​ໂຍບາຍ​ແລ້ວ ພວກ​ຕົນ​ບໍ່​ສາມາດ​ທີ່​ຈະເວົ້າ​ເຖິງ​ເລຶ່ອງວິຊາ​ຂອງ​ສ່ວນ​ບຸກຄົນໄດ້.

ທ່ານ Braunohler ​ເວົ້າ​ວ່າ “ຂ້າພະ​ເຈົ້າບໍ່​ສາມາດ​ເວົ້າກ່ຽວ​ກັບ​ເລຶ່ອງສະ​ເພາະ​ກໍລະນີ​ໃດ​ນຶ່ງ​ໄດ້ ​ແຕ່ຂ້າພະເຈົ້າ​ເວົ້າ​ໄດ້​ວ່າ ການ​ອອກ​ວິ​ຊ່າ​ສະຫະລັດ​ໃຫ້ ບໍ່​ໄດ້​ສະ​ແດງ​ເຖິງ​ທ່າ​ທີ​ໃດ​ນຶ່ງຂອງ​ສະຫະລັດ ກ່ຽວ​ກັບກິດຈະການ​ພາຍ​ໃນ​ຂອງ​ໄທ.”

ທັກສິນ​ໄດ້ໄປຢ້ຽມຢາມ​ສະຫະລັດ​ເທື່ອ​ສຸດ​ທ້າ​ຍ​ ໃນ​ປີ 2006 ​ໃນ​ຖານະ ນາຍົກລັດຖະມົນຕີ ​ແຕ່​ໃນລະຫວ່າງ​ທີ່​ທ່ານ​ບໍ່​ໄດ້​ຢູ່​ເມືອງ​ໄທ​ເວລາ​ນັ້ນ
ທະ​ຫານ​ກໍໄດ້​ກໍ່ລັດຖະປະຫານ ​ໂຄ່ນ​ລົ້ມທ່ານ​.

ພວກ​ທີ່​ຄິດ​ຢາກ​ລົ້ມ​ທ່ານ​ທັກສິນ ຄື​ພວກ​ເສື້ອເຫຼືອງ ທີ່​ນິຍົມ​ຝ່າຍ​ລາດ​ຊະ​ວົງ​ເວົ້າ​ວ່າ ທ່ານ​ທັກສິນ​ສໍ້ລາດ​ບັງ​ຫຼວງ ​ແລະ​ກະ​ຫາຍ​ອໍານາດ.

ທາງຝ່າຍ​ພວກ​ສະໜັບສະໜຸນ​ທ່ານ​ທັກສິນ ຄື​ພວກ​ເສື້ອ​ແດງ ເວົ້າ​ວ່າພວກ​ຫົວກະທິ​ເສດຖີ​
ໃນ​ບາງກອກ​ທັງຫຼາຍ ​ເຫັນວ່າການ​ທີ່​ທ່ານ​ທັກສິນ​ໄດ້​ຮັບ​ຄວາມ​ນິຍົມ​ຈາກ​ປະຊາຊົນ​ໃນ​ ເຂ​ດຊົນນະບົດເພີ່ມ​ຂຶ້ນນັ້ນ ເປັນໄພ​ຄຸກ​ຄາມຕໍ່​ອໍານາດ​ຂອງ​ພວກ​ເຂົາ​ເຈົ້າ.

​ໃນ​ປີ 2010 ພວກ​ເສື້ອ​ແດງ​ໄດ້​ພາກັນ​ປະ​ທ້ວງ​ແລະ​ເຂົ້າຍຶດຄອງ​ຫລາຍໆ ຂອງ​ບາງກອກ ທວງ​ໃຫ້​ຈັດການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດຂຶ້ນ ຈົນ​ເກີດ​ປະ​ທະ​ກັບ​ຝ່າຍທະຫານ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ 90 ຄົນໃນເຫດການ​ຄັ້ງ​ນັ້ນ.

ຜົນ​ການ​ເລືອກ​ຕົ້ງທົ່ວ​ປະ​ເທດ​ເມື່ອ​ປີຜ່ານມາ ​ໄດ້​ນໍາ​ເອົາທ່ານ​ນາງ​ຢິ່ງລັກ ຊິນນະ​ວັດ ນ້ອງ​ສາວ​ຂອງ​ທ່ານ​ທັກສິນ​ ຂຶ້ນມາ​ເປັນ​ນາຍົກລັດຖະມົນຕີ.

ພວກ​ນັກ​ວິຈານ​ກ່າວ​ວ່າ ຄວາມ​ຈິງ​ແລ້ວ​ແມ່ນ​ ​ທັກສິນ ຜູ້ອ້າຍ​ທີ່​ເປັນ​ຜູ້​ກໍາ​ອໍານາດ​ທີ່​ແທ້​ຈິງ ແຕ່ທ່ານ​ນາງ​ຢິ່ງລັກ​ເວົ້າ​ວ່າ ທັກສິນ​ເປັນ​ພຽງ​ແຕ່​ທີ່​ປຶກສາ ​ຄົນ​ນຶ່ງເທົ່າ​ນັ້ນ.

ໂຄສົກ​ກະຊວງ​ຕ່າງປະ​ເທດ​ໄທ ​ເສກ ວັນນະ​ເມ​ທີ ກ່າວ​ວ່າ ລັດຖະບານໄທ​ບໍ່​ມີ​ແຜນການ​ໃດໆ​ ທີ່​ຈະ​ຮ້ອງ​ຂໍໃຫ້​ສະຫະລັດ ສົ່ງ​ທັກສິນຄື​ນ​ມາ.

ທ່ານ​ເສກ​ເວົ້າ​ວ່າ “ການ​ເດີນ​ທາງ​ໄປ​ສະຫະລັດ​ຂອງ​ທ່ານ​ທັກສິນ​ນັ້ນ ​ແມ່ນ​ເປັນ​ການຢ້ຽມຢາມ​ສ່ວນ​ຕົວ ​ແລະ​ພວກ​ເຮົາ ໝາຍ​ເຖິງ​ລັດຖະບານ​ໄທ​ ກໍບໍ່​ ໄດ້​ຖືກ​ແຈ້ງ​ໃຫ້​ຊາບ​ໃນເລຶ່ອງນີ້ ​ແລະ​ກໍ​ບໍ່ຮູ້ລາຍການ​ໃດໆ​ຂອງ​ທ່ານ​ທັກສິນ ​ແລະ​ໃນ​ດ້ານ​ການ​ເດີນທາງ​ໄປ​ຕ່າງປະ​ເທດ​ຂອງ​ທັກສິນ​ແລ້ວ ລັດຖະບານ​ໄທ ບໍ່​ມີ​ນະ​ໂຍບາຍ​ວາງ​ຂໍ້ຈໍາກັດ​ ຕໍ່​ການ​ເດີນທາງ​ໄປ​ຕ່າງປະ​ເທດ​ຂອງ​ທ່ານແຕ່​ຢ່າງ​ໃດ.“

ພັກ​ເພື່ອ​ໄທ​ຂອງ​ທ່ານ​ນາງ​ຢິ່ງລັກ ຊິນນະ​ວັດ ທ່ີ່ກໍາລັງ​ປົກຄອງ​ປະ​ເທດ​ຢູ່​ໃນ ເວລາ​ນີ້ ​ແມ່ນ​ໄດ້​ຜັກ​ດັນຕະຫຼອດ​ມາ​ ເພື່ອ​ໃຫ້ສະພາຮັບ​ຜ່ານກົດໝາຍ​ທີ່​ຈະ​ຊ່ວຍ​ປອງ​ດອງ​ການແຕກແຍກກັນ​ທາງ​ການ​ເມືອງ​ຂອງ​ໄທນັ້ນ.

ທາງຝ່າຍ​ຄ້ານ​ເວົ້າ​ວ່າ ກົດໝາຍ​ເຫລົ່ານັ້ນ​ແມ່ນ​ມີ​ເປົ້າ​ໝາຍ​ເພື່ອ​ໃຫ້​ອະ​ໄພ​ໂທດ​ແກ່ທັກສິນ ​ເພື່ອ​ວ່າ​ທ່ານ​ຈະ​ສາມາດ​ກັບ​ຄືນສູ່​ການ​ເມືອງ​ໄທ​ໄດ້.

ອະ​ດີດ​ຜູ້​ນໍາ​ໄທ ກໍ​ຄື​ທັກສິນ ຢ້ຽມຢາມ​ສະຫະລັດ​ເປັນ​ເວລາ​ນຶ່ງ​ອາທິດ ​ແລະ ​ໄດ້ໄປຢ້ຽມຢາມ​ ນີວຢ໊ອກ ​ແຄ​ລິ​ຟໍ​ເນຍ ​ແລະ​ອີກ​ຫຼາຍໆແຫ່ງ ຊຶ່ງ​ມີ​ທັງ
​ພວກ​ສະໜັບສະໜຸນ​ທ່ານ ​ຄື​ພວກ​ເສື້ອແດງ ​ໄປ​ຕ້ອນຮັບ​ທ່ານ ​ແລະ​ຝ່າຍ​ຄ້ານ​ຄື​ພວກ​ເສື້ອ​ເຫຼືອງ ພາກັນ​ໄປ​ປະ​ທ້ວງ.

ສື່​ມວນ​ຊົນ​ໄທ​ລາຍ​ງານ​ວ່າ ທີ່​ນະຄອນ Los Angeles ລັດ​ແຄ​ລິ​ຟໍ​ເນຍນັ້ນ ພວກ​ປະ​ທ້ວງ​ຕໍ່ຕ້ານ​ທັກສິນ​ໄດ້​ພາກັນ​ຕັນທາງ ​ຂັດຂວາງທ່ານ ​ບໍ່​ໃຫ້​ໄປ​ກ່າວ​ຄໍາ​ປາ​ໄສ​ຕໍ່​ພວກ​ສະໜັບສະໜຸນ​ທ່ານ​ໄດ້.
XS
SM
MD
LG