ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໄທ ແນເປົ້າໃສ່ ການປັບປຸງ ປະຫວັດ ດ້ານການຄ້າ ມະນຸດ ໃນປະເທດ


ຮູບພາບໃນລະຫວ່າງການບຸກເຂົ້າໄປກວດຄົ້ນ ໃນໂຮງງານ ກຸ້ງ ເຊິ່ງອອກປະຕິບັດການໂດຍພະແນກການສືບສວນສອບສວນພິເສດຂອງ ໄທ ທີ່ຈັງຫວັດ ສະມຸດສາຄອນ .
ຮູບພາບໃນລະຫວ່າງການບຸກເຂົ້າໄປກວດຄົ້ນ ໃນໂຮງງານ ກຸ້ງ ເຊິ່ງອອກປະຕິບັດການໂດຍພະແນກການສືບສວນສອບສວນພິເສດຂອງ ໄທ ທີ່ຈັງຫວັດ ສະມຸດສາຄອນ .

ສະຫະລັດ ແລະ ສະຫະພາບ ຢູໂຣບ ແມ່ນກຳລັງກົດດັນໃຫ້ປະ ເທດ ໄທ ສືບຕໍ່ການປະຕິຮູບ ໃນດ້ານອຸດສາຫະກຳການປະມົງ ຂອງພວກເຂົາເຈົ້າເພື່ອແກ້ໄຂບັນຫາຕ່າງໆເຊັ່ນການ​ໃຊ້ ແຮງງານ​ແບບຂ້າທາດ ແລະການການຂູດຮິດກຳມະກອນໂຮງງານອາຫານ ທະເລ. ດັ່ງທີ່ນັກ ຂ່າວວີ​ໂອ​ເອ Ron Corben ໄດ້ລາຍງານມາກໍ​ ແມ່ນ​ວ່າມາດຕະການຕ່າງໆທີ່​ໄດ້​ມີ​ການປະຕິບັດໂດຍລັດຖະບານ ໄທ, ບັນດານັກວິເຄາະເຫັນວ່າ ມັນເປັນບາດກ້າວທີ່ສຳຄັນໃນການ ພະຍາຍາມທີ່ຈະປັບປຸງອັນ​ດັບ​ໃນການຊັ່ງຊາຕີລາຄາກ່ຽວ​ກັບໄທ ໃນບົດລາຍງານການຄ້າ ມະນຸດປະຈຳປີ ຂອງ ສະຫະລັດ ທີ່ມີກຳ ນົດຈະ​ນຳ​ອອກ​ເຜີຍ​ແຜ່ໃນທ້າຍປີນີ້ ເຊິ່ງວ່າຈະເປັນແນວໃດນັ້ນ, ພຸດທະສອນ ມີລາຍລະອຽດມາ ສະເໜີທ່ານ.

please wait

No media source currently available

0:00 0:06:13 0:00
ລິງໂດຍກົງ

ປະເທດ ໄທ, ຜູ້ສົ່ງອອກອາຫານທະເລລາຍໃຫຍ່ອັນດັບ 3 ຂອງໂລກ ໄດ້ປະເຊີນໜ້າກັບ ຄວາມກົດດັນຢ່າງໜັກ ເພື່ອ​ໃຫ້ປະຕິຮູບວຽກງານໃນດ້ານອຸດສາຫະກຳການສົ່ງອອກອາ ຫານທະເລ ທີ່​ມີ​ມູນ​ຄ່າຫຼາຍລ້ານໂດລາ, ເຊິ່ງໄດ້ຖືກຂົ່ມຂູ່ໂດຍມາດຕະການລົງໂທດໃນຕະ ຫຼາດຫຼາຍແຫ່ງເຊັ່ນສະຫະພາບ ຢູໂຣບ ແລະ ສະຫະລັດ.

ມາດຕະການຕ່າງໆໄດ້ມີຜົນກະທົບບາງຢ່າງ ແລະ ຜູ້ແທນສະຫະພາບ ຢູໂຣບ ເມື່ອບໍ່ດົນມາ ນີ້ໄດ້ອະນຸຍາດໃຫ້ ໄທ ເລື່ອນເວລາຈາກການຖືກລົງໂທດ ຕື່ມອີກ 6 ເດືອນ ເພື່ອແກ້ໄຂບັນ ຫາຕ່າງໆ ກ່ຽວກັບການຫາປາທີ່ຜິດກົດໝາຍ, ບໍ່ໄດ້ຖືກລາຍງານ ແລະ ບໍ່ມີກົດລະບຽບ.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ເມື່ອບໍ່ດົນມານີ້ໄດ້ລົງນາມ​ໃນກົດໝາຍ ຫ້າມບໍ່ໃຫ້ສະຫະລັດນຳເຂົ້າ ທຸກຜະລິດຕະພັນທີ່ໄດ້ຮັບ​ການຜະລິດ ຫຼື ຈັບມາໄດ້ໂດຍພວກ ແຮງງານຂ້າທາດ, ປິດຊ່ອງຫວ່າງໃນກົດໝາຍ ທີ່ມີມານັບຕັ້ງແຕ່ປີ 1930 ເປັນຕົ້ນມາ ເຊິ່ງມີ ໂອ ກາດທີ່ຈະສົ່ງຜົນກະທົບ ຕໍ່ການເຂົ້າເຖິງຕະຫຼາດສະຫະລັດ ສຳລັບອາຫານທະເລ ໄທ.

ເມື່ອສອງປີທີ່ຜ່ານມາ, ການສືບສວນສອບສວນ ແລະ ການລາຍງານກ່ຽວກັບການກະທຳຜິດ ຕ່າງໆ ໃນອຸດສາຫະກຳອາຫານທະເລ ໄດ້ກະຕຸ້ນໃຫ້ມີມາດຕະການລົງໂທດຈຳນວນນຶ່ງ ຕໍ່ ລັດຖະບານທະຫານ ໄທ ເພື່ອຫລຸດຜ່ອນການກະທຳຜິດ, ນັບຈາກກົດໝາຍປາບປາມເຮືອ ຫາປາ ແລະ ໂຮງງານຜະລິດອາຫານທະເລ ທີ່ວ່າຈ້າງແຮງງານຕ່າງ​ດ້າວ.

ທີ່ຈັງຫວັດພັງງາ ​ເຊິ່ງຕັ້ງຢູ່ແຄມຝັ່ງທະເລທາງພາກໃຕ້ຂອງ ໄທ, ທ່ານ Htoo Chit ທີ່ມີສັນ ຊາດ ມຽນມາ, ເປັນປະທານມູນນິທິຊ່ວຍເຫຼືອ​ແຮງ ງານ​ຕ່າງ​ດ້າວທາງທະເລ ເຊື່ອວ່າມັນໄດ້ ມີຄວາມກ້າວໜ້າໃນການກ່າວ ເຖິງຫຼາຍບັນຫາທີ່ໄດ້ປະເຊີນໜ້າໂດຍອຸດສາຫະກຳອາຫານ ທະເລ.

ທ່ານ Htoo Chit ກ່າວວ່າ “ຂ້າພະເຈົ້າໄດ້ກ່າວມາໂດຍຕະຫຼອດ ທຽບໃສ່ເວລາທີ່ ຜ່ານມາ, ລັດຖະບານປະຈຸບັນນີ້ແມ່ນຜູ້ທີ່ມີຄວາມກະຕືລືລົ້ນທີ່ສຸດ ແລະ ມີ ຄວາມສົນໃຈທີ່ສຸດໃນການ ເຮັດວຽກເພື່ອບັນຫາສິດທິມະນຸດ ແລະ ການຄ້າມະ ນຸດດັ່ງກ່າວນີ້, ໂດຍສະເພາະໃນອຸດສາຫະກຳອາຫານທະເລ. ພວກເຂົາເຈົ້າພະ ຍາຍາມທີ່ຈະປະສານງານກັບບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບລັດຖະບານຄືກັບ ພວກເຮົາ. ນັບຕັ້ງແຕ່ປີກາຍນີ້, ລັດຖະບານ ໄທ ໄດ້ພະຍາຍາມ ທີ່ຈະແກ້ໄຂບັນ ຫາດັ່ງກ່າວນີ້.”

ບັນດາຜູ້ສົ່ງອອກອຸດສາຫະກຳອາຫານທະ​ເລລາຍໃຫຍ່ ລວມມີ ສະຫະ ພາບຜະລິດຕະພັນ ອາຫານແຊ່ແຂງຂອງໄທ ມີລາຍໄດ້ປະຈຳປີ 3 ພັນ 500 ລ້ານໂດລາ, ໄດ້ຖືກບັງຄັບໃຫ້ຕັດ ສາຍພົວພັນກັບຜູ້ສົ່ງອອກສິນ ຄ້າ ທີ່ມີການເຊື່ອມໂຍງກັບແຮງງານຂ້າທາດ.

ຜູ້ສົ່ງອອກອາຫານທະເລ ອອສເຕຣເລຍ ແລະ ຍີປຸ່ນ ບໍລິສັດ Kingfisher ໄດ້ກ່າວໃນຖະ ແຫຼງການວ່າ ພວກເຂົາເຈົ້າໄດ້​ເອົາບາດກ້າວເພື່ອຮັດກຸມນະໂຍບາຍຕ່າງໆ ແລະ ການປະຕິ ບັດການຕ່າງໆຫຼັງຈາກມີລາຍງານທີ່ໄດ້ເຊື່ອມໂຍງກັບບັນດາຜູ້ສົ່ງສິນຄ້າໃຫ້ໃຊ້ແຮງງານຜິດ ກົດໝາຍຕໍ່ຜະລິດຕະພັນຂອງພວກເຂົາເຈົ້າ. ມາດຕະການຕ່າງໆລວມມີໃບປະກາດທີ່ມີຂໍ້ບັງ ຄັບສຳລັບທຸກໆການສົ່ງວັດຖຸດິບຕ່າງໆຈາກທະເລ.

ທ່ານ Panitan Wattanayagorn ທີ່​ປຶກສາ​ ຂອງຮອງນາຍົກລັດຖະ ມົນຕີ ໄທ ທ່ານ Prawit Wongsuwan ທີ່ໄດ້ຈັດການເຈລະຈາກັບຜູ້ແທນສະຫະພາບ ຢູໂຣບ, ກ່າວວ່າ ລັດ ຖະບານ ໄທ ໄດ້ມີຄຳໝັ້ນສັນ ຍາທີ່ຈະຈັດຕັ້ງປະຕິບັດນະໂຍບາຍ ແລະກົດໝາຍຕ່າງໆທີ່​ມີ​ຜົນ​ບັງຄັບ ຕໍ່ອຸດສາຫະກຳອາຫານທະເລ.

ທ່ານ Panitan ກ່າວວ່າ “ມັນມີນະໂຍບາຍ ບໍ່ມີການຜ່ອນ​ຜັດໃນຂົງ ເຂດດັ່ງກ່າວນີ້. ການຄ້າ ທີ່ຜິດກົດໝາຍແມ່ນບັນຫາທີ່ມີຄວາມຊັບຊ້ອນຫຼາຍ, ຫຼາຍອົງການໄດ້ມີ ສ່ວນຮ່ວມ ແຕ່ລັດຖະບານໄດ້ມີຄຳໝັ້ນສັນຍາ ແລະ ມີຄວາມຈິງຈັງຫຼາຍ ກ່ຽບກັບ ການດຳເນີນການປະຕິບັດມາດຕະການໃໝ່, ໃນການປັບປຸງມາດຕະການຕ່າງໆ, ໃນການປັບປຸງກົດໝາຍກ່ຽວກັບບັນຫາການປະມົງ ແລະ ກ່ຽວກັບບັນຫາການຄ້າ ມະນຸດ.”

ແຕ່ສຳລັບຄົນອື່ນ, ລວມທັງອົງການທີ່ບໍ່ຂຶ້ນກັບລັດຖະບານ ຫຼາຍອົງ ການ, ຍັງມີຄວາມລະ ມັດລະວັງຖ່າມກາງຄວາມເປັນຫ່ວງ ກ່ຽວກັບ ຄວາມໂປ່ງໃສຂອງນະໂຍບາຍ ພ້ອມກັບການ ບັງຄັບໃຊ້ກົດໝາຍ ເຊິ່ງມັກຈະຖືກພິຈາລະນາວ່າ ເປັນຂົງເຂດທີ່ມີຄວາມອ່ອນແອຢູ່ເລື້ອຍໆ.

ທ່ານ Andy Hall, ນັກຄົ້ນຄວ້າ ກ່ຽວ​ກັບການຍົກຍ້າຍຖິ່ນຖານ ແລະ ນັກເຄື່ອນໄຫວແຮງ ງານກ່າວວ່າ ​ໃນ​ຂະນະ​ທີ່ໄດ້ມີ​ຄວາມກ້າວໜ້າບາງ ຢ່າງກ່ຽວ​ກັບບັນຫາຕ່າງໆ ລວມທັງການ ລົງທະບຽນ​ແຮງ​ງານຕ່າງດ້າວ ເຊິ່ງຕ້ອງໄດ້ມີການເອົາໃຈໃສ່​ເພີ້ມຕື່ມອີກ.

ທ່ານ Andy ກ່າວວ່າ “ແນ່ນອນມັນເບິ່ງຄືວ່າຈະມີການປ່ຽນແປງຢ່າງຫຼວງຫຼາຍ. ແຕ່ ວ່າສິ່ງດັ່ງ ກ່າວນັ້ນ ມັນໄດ້ນຳໄປສູ່ການຫຼຸດຜ່ອນບາງຢ່າງໃນການຂູດຮີດ ແມ່ນ ຍາກຫຼາຍທີ່ຈະເວົ້າໄດ້. ຂ້າພະເຂົ້າໝາຍຄວາມວ່າ ພວກເຮົາ​ໄດ້​ເຫັນນະໂຍບ າຍຕ່າງໆທີ່ອອກມາຈາກລັດຖະບານທີ່ບໍ່ຄ່ອຍຈະເຂົ້າເລື່ອງ ໃນກໍລະນີຂອງການ ມີນະໂຍບາຍການຍົກຍ້າຍຖິ່ນຖານຖາວອນ ທີ່ສົ່ງເສີມໃນດ້ານຄວາມໝັ້ນຄົງຂອງ ມະນຸດ. ດັ່ງນັ້ນພວກເຮົາຍັງມີຄວາມສົງໄສຫຼາຍວ່າ ມັນໄດ້ມີການປັບປຸງຢ່າງຫຼວງ ຫຼາຍແລ້ວບໍ.”

ຜູ້ຊີ້ນຳລັດຖະບານ ທ່ານ Panitan ກໍຍັງໄດ້ເຫັນດີວ່າ ມັນ “ຍັງມີອີກບາງວີທີ” ທີ່ຈະກ່າວ ເຖິງບັນຫາຂອງແຮງງານ ໃນອຸດສາຫະກຳອາ ຫານທະເລ.

ແຕ່ບັນດານັກວິເຄາະກ່າວວ່າ ສິ່ງທ້າທາຍຂອງ ໄທ ແມ່ນການປັບປຸງ​ໃຫ້​ດີ​ຂຶ້ນໃນ​ການ​ຊັ່ງຊາ ຕີ​ລາຄາ ກ່ຽວ​ກັບການຄ້າມະນຸດຂອງ ສະຫະ ລັດ ທີ່​ເຮັດ​ໃຫ້​ໄທ ຍັງຄົງຢູ່ໃນລະດັບທີ່ຕ່ຳທີ່ ສຸດຄືລະດັບທີ 3 ຂອງບົດລາຍງານໃນປີທີ່ຜ່ານມາ.

ທ່ານ Panitan ເຊື່ອວ່າ ໄທ ໄດ້ເອົາບາດກ້າວທີ່ພຽງພໍທີ່ຈະຖືກເລື່ອນຂຶ້ນເປັນລະດັບທີ 2 ແລະຄວາມ​ບໍ່​ສາມາດທີ່ຈະບັນລຸເປົ້າໝາຍດັ່ງກ່າວ ອາດຈະ “ສົ່ງສັນສານທີ່ຜິດ” ຕໍ່ການ ປ່ຽນແປງຂອງນະໂຍບາຍ.

ການປະເມີນດ້ານ​ແຮງ​ງານ ແລະມາດຕະການຕ່າງໆ ກ່ຽວ​ກັບການຄ້າມະນຸດຂອງໄທ ​ໂດຍ​ສະຫະລັດ ແມ່ນມີກຳນົດ ທີ່​ແລ້ວຈະສຳເລັດ ​ໃນທ້າຍເດືອນມີນານີ້, ພ້ອມກັບ ສະຫະລັດ ຫວັງວ່າຈະໄດ້ເປີດເຜີຍບົດລາຍງານການປະເມີນຜົນ ກ່ຽວກັບ ການຄ້າມະນຸດທົ່ວໂລກຂອງ ຕົນໃນກາງປີນີ້.

XS
SM
MD
LG