ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ພັກຫົວຮຸນແຮງທີ່ສຸດຂອງໄທ ກຽມທີ່ຈະຖືກຫ້າມ, ພວມຈັບຕາເບິ່ງ ‘ການກັບຄືນມາອີກ’


ແຟ້ມພາບ - ຜູ້ນຳພັກກ້າວໄກ, ໄຊທະວັດ ຕຸລາທົນ (Chaithawat Tulathon), ຂວາ, ຄຽງຂ້າງໂດຍອະດີດຫົວໜ້າພັກ, ທ່ານ ພິທາ ລິ້ມຈະເຣີນຣັດ (Pita Limjaroenrat), ກ່າວຕໍ່ບັນດານັກຂ່າວ ລະຫວ່າງການຖະແຫຼງຂ່າວ ຢູ່ທີ່ລັດຖະສະພາ ໃນບາງກອກ, ປະເທດໄທ, ວັນທີ 31 ມັງກອນ 2024.
ແຟ້ມພາບ - ຜູ້ນຳພັກກ້າວໄກ, ໄຊທະວັດ ຕຸລາທົນ (Chaithawat Tulathon), ຂວາ, ຄຽງຂ້າງໂດຍອະດີດຫົວໜ້າພັກ, ທ່ານ ພິທາ ລິ້ມຈະເຣີນຣັດ (Pita Limjaroenrat), ກ່າວຕໍ່ບັນດານັກຂ່າວ ລະຫວ່າງການຖະແຫຼງຂ່າວ ຢູ່ທີ່ລັດຖະສະພາ ໃນບາງກອກ, ປະເທດໄທ, ວັນທີ 31 ມັງກອນ 2024.

ພັກການເມືອງທີ່ໄດ້ຮັບຄວາມນິຍົມທີ່ສຸດຂອງໄທ, ພັກກ້າວໄກ ຫຼື MFP, ກໍາລັງປະເຊີນກັບໄພຂົ່ມຂູ່ທີ່ຄຸ້ນເຄີຍຂອງການຍຸບພັກຕາມຄໍາສັ່ງຂອງສານ, ແຕ່ບັນດາສະມາຊິກອາວຸໂສກ່າວວ່າ ມີແຜນການທີ່ຈະກັບຄືນມາຢ່າງໄວວາ ຖ້າພວກເຂົາຖືກຍຸບ, ໂດຍປະຕິເສດທີ່ຈະປ່ອຍໃຫ້ຂະບວນການປະຕິຮູບຂອງພວກເຂົາຕາຍໄປ.

MFP ໄດ້​ຮັບ​ຄະ​ແນນ​ສຽງ​ສ່ວນ​ຫຼາຍ​ໃນ​ການ​ເລືອກ​ຕັ້ງ​ໃນ​ເດືອນ​ພຶດ​ສະ​ພາ 2023 ຂອງ​ໄທ ດ້ວຍຄະແນນສຽງ 14 ລ້ານສຽງ ແລະ 151 ບ່ອນ​ນັ່ງ, ໂດຍໄດ້ຍຸຕິ​ການ​ປົກ​ຄອງ 9 ປີ​ຂອງລັດ​ຖະ​ບານ​ທີ່​ຄອບ​ງໍາ​ໂດຍ​ທະ​ຫານ.

ພັກດັ່ງກ່າວ ​ໄດ້ດຳເນີນການ​ດ້ວຍ​ການ​ປະຕິ​ຮູບທີ່ເດັດຂາດ ເພື່ອ​ການ​ປົກຄອງ​ທີ່​ສະ​ເໝີ​ພາບ ໂດຍການ​ຕັດ​ທະຫານ​ອອກ​ຈາກ​ອຳນາດ, ທຳລາຍ​ການ​ຜູກ​ຂາດ​ທາງ​ເສດຖະກິດ ​ແລະ ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ການ​ໝິ່ນປະໝາດ​ຣາຊະວົງ, ທີ່​ຮູ້​ຈັກ​ກັນໃນຊື່ ​ກົດໝາຍໝິ່ນປະໝາດກະສັດ, ​ເຊິ່ງ​ກຳນົດຄວາມຜິດທາງ​ອາ​ຊະ​ຍາ​ ​ຕໍ່​ການ​ວິພາກ​ວິຈານສະຖາບັນ​ກະສັດ​ທີ່​ມີ​ອຳນາດ.

ແຕ່ຜູ້ສະໝັກເປັນນາຍົກລັດຖະມົນຕີຂອງພັກ ທ່ານ ພິທາ ລິ້ມຈະເຣີນຣັດ ໄດ້ຖືກຂັດຂວາງບໍ່ໃຫ້ສ້າງຕັ້ງລັດຖະບານໂດຍສະພາສູງທີ່ຖືກແຕ່ງຕັ້ງຈາກພວກອະນຸລັກນິຍົມທີ່ສຸດ ເຊິ່ງເປັນພັນທະມິດກັບພວກນາຍພົນທີ່ໄດ້ຍຶດອໍານາດ ໃນການກໍ່ລັດຖະປະຫານ ເມື່ອເກືອບນຶ່ງທົດສະວັດກ່ອນໜ້ານີ້.

ເມື່ອຖືກບັງຄັບໃຫ້ເປັນຝ່າຍຄ້ານ, ພັກ MFP ຕ້ອງປະເຊີນກັບອຸປະສັກຂອງສິ່ງທ້າທາຍທາງດ້ານກົດຫມາຍຈາກຄູ່ແຂ່ງທີ່ມຸ່ງໝັ້ນທີ່ຈະທຳລາຍວາລະການປະຕິຮູບຂອງພັກດັ່ງກ່າວ.

ຄາດກັນວ່າ ສານລັດຖະທຳມະນູນຂອງໄທ ພາຍໃນບໍ່ເທົ່າໃດອາທິດນີ້ ຈະຕັດສິນວ່າ ຈຸດໃຈກາງຂອງວາລະຂອງພັກກ້າວໄກ ເຊິ່ງເປັນການສະເໜີດັດແກ້ ເລື້ອງການ​ໝິ່ນປະໝາດ​ຣາຊະວົງ ເທົ່າກັບການໂຄ່ນລົ້ມຫຼືບໍ່.

ສານໄດ້ຍຸບພັກອະນາຄົດໃໝ່, ທີ່ເປັນອົງກອນໃນກ່ອນໜ້ານີ້ຂອງພັກກ້າວໄກ ໃນປີ 2020, ເຊິ່ງໄດ້ເຮັດໃຫ້ເກີດການປະທ້ວງຕາມຖະໜົນຫົນທາງຢ່າງດຸເດືອດ ໂດຍບັນດານັກເຄື່ອນໄຫວເພື່ອປະຊາທິປະໄຕ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG