ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກ​ປະ​ທ້ວງ ຝ່າຍ​ຄ້ານ ໃນໄທ​ ເຂົ້າ​ຢຶດ ຕຶກ​ທຳນຽບ ​ລັດຖະບານ​ (ສະໄລດ໌/ວິດີໂອ)


ພວກຕໍາຫຼວດ ໃນທ່າຕຽມພ້ອມ ທີ່ຈະຮັບມືກັບພວກປະທ້ວງ
ໃນບາງກອກ
ພວກຕໍາຫຼວດ ໃນທ່າຕຽມພ້ອມ ທີ່ຈະຮັບມືກັບພວກປະທ້ວງ ໃນບາງກອກ
ພວກ​ປະ​ທ້ວງຝ່າຍ​ຄ້ານ​ໄດ້ບຸກເຂົ້າ​ຕຶກ​ທຳນຽບຂອງ​ລັດຖະບານ
​ແລະ​ກອງ​ບັນຊາ​ການຕໍາຫຼວດໃນ​ບາງກອກແລ້ວ ​ໃນວັນ​ອັງຄານ
​ມື້ນີ້ ຫຼັງ​ຈາກ​ທີ່​ທາງ​ກອງ​ກໍາລັງຮັກສາ​ຄວາມ​ປອດ​ໄພ​ໄດ້​ຖອນ
ອອກ​ໄປ ​ໂດຍ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ຢາກ
ປະ​ເຊີນ​ໜ້າ​ກັບ ພວກ​ປະ​ທ້ວງ​ຝ່າຍ​ຄ້ານ.

ພວກ​ປະ​ທ້ວງບໍ່ໄດ້ປະ​ເຊີນ​ກັບ​ການ​ຕ້ານ​ຢັນ​ແຕ່​ຢ່າງໃດ
ຢູ່​ນອກທຳນຽບລັດຖະບານຊຶ່ງ​ເປັນ​ສໍານັກງານ​ຂອງ​ນາຍົກ
ລັດຖະມົນຕີ​ແລະ​ກອງ​ບັນຊາ​ການ​ຕໍາຫຼວດ​ນະຄອນບານ.

​ໂດຍ​ການ​ໂບກ​ທຸງຊາດ​ແລະ​ເປົ່າ​ໝາກຫວີດ ພວກ​ປະ​ທ້ວງ
ໄດ້​ປະກາດ​ສັນຍາ​ລັກ​ຂອງ​ໄຊ ຊະນະ ຫລັງ​ຈາກ​ໄດ້ເຂົ້າ​ໄປ​ເຖິງ​ຕຶກ​ເຫຼົ່ານີ້​ແລ້ວ ​ແຕ່​ກໍ​ປະ​ຕິ
ຍານ​ວ່າ ຈະ​ສືບ​ຕໍ່​ການ​ກົດ​ດັນ ຂອງ​ພວກ​ເຂົາ​ເຈົ້າ.


ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ເວົ້າວ່າ “ມັນ​ບໍ່​ທັນ​ແລ້ວ​ເທື່ອ ນີ້​ແມ່ນ​ສ່ວນ​ນຶ່ງ​ຂອງ​ມັນ​ເທົ່າ​ນັ້ນ
ຍ້ອນ​ວ່າ ນາຍົກລັດຖະມົນຕີຍັງບໍ່​ທັນ​ລາ​ອອກ​ ຫລື​ຍຸບ​ສະພາ​ເທື່ອ ​ແລະ​ພວກ​
ເຮົາ​ຍັງ​ບໍ່​ໄດ້​ຮັບ​ໃນ​ສິ່ງ ທີ່​ພວກ​ເຮົາ​ຕ້ອງການ​ເທື່ອ.”


ກ່ອນ​ໜ້າ​ນີ້ ຕໍາຫຼວດ​ໄດ້​ຍ້າຍ​ເຄື່ອງ​ກີດຂວາງ ທີ່​ເຮັດ​ດ້ວຍໜາມໝາກ​ຈັບ ​ອອກຈາກ​
ບໍລິ​ເວນຂ້າງ​ນອກ​ຂອງ​ຕຶກ​ທຳນຽບ ໃນ​ອັນ​ທີ່​ເບິ່ງ​ກັນ​ວ່າ​ເປັນ​ການ​ປ່ຽນ​ແປງ​ຍຸດ​ທະ​ສາດ
ຫຼັງຈາກ​ທີ່​ໄດ້​ມີ​ການ​ປະ​ທະ​ກັນຢ່າງ​ຮຸນ​ແຮງ ​ກັບ​ພວກ​ປະ​ທ້ວງ​ ​ເປັນ​ເວລາ​ຫຼາຍໆ​ມື້​.
ຜູ້​ບັນຊາ​ການ​ຕໍາຫຼວດ ທ່ານ ຄໍາຣົນ​ວິດ ທູ​ບກຣະຈ່າງ ​ໄດ້​ກ່າວ​ວ່າ ກອງ​ກໍາລັງຂອງ​ທ່ານ
ຈະ​ບໍ່​ໃຊ້​ລະ​ເບີດນໍ້າ​ຕາ​ ​ແລະ​ໄດ້​ສັ່ງ​ໃຫ້​ຖອນ​ອອກ​ໄປ ເພື່ອໃຫ້​ສອດຄ່ອງກັບ​ນະ​ໂຍບາຍ
​ຂອງ​ລັດຖະບານ​ທີ່​ວ່າ ​ໃຫ້​ຫລີກ​ລ່ຽງການປະ​ເຊີນ​ໜ້າ​.

ໃນ​ວັນ​ຈັນ​ວານ​ນີ້ ນາຍົກລັດຖະມົນຕີ ຍິ່ງ​ລັກ ຊິນນະ​ວັດ ​ໄດ້​ປະຕິ​ເສດ​ ບໍ່ປະຕິບັດ​ຕາມ​
ຄວາມຮຽກຮ້ອງ​ຕ້ອງການ​ຂອງ​ພວກ​ປະ​ທ້ວງ ທີ່ໃຫ້​ທ່ານ​ນາງ​ລາ​ອອກ​ຈາກ​ຕໍາ​ແໜ່​ງ ​
ແລະ​ມອບອໍານາດ​ໃຫ້​ຄະນະ​ສະພາ​ ທີ່​ບໍ່​ໄດ້​ຖືກເລືອກ​ຕັ້ງ.

Thailand Political Deadlock Continues As Protests Turn Violent
please wait

No media source currently available

0:00 0:02:39 0:00
ລິງໂດຍກົງ
XS
SM
MD
LG