ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ເຄືອຂ່າຍປະຊາຊົນໄທ ສະແດງການຄັດຄ້ານ ການສ້າງເຂື່ອນໄຊຍະບູລີ ທີ່ສະຖານທູດລາວ


ເຄືອຂ່າຍປະຊາຊົນໄທ ຍື່ນໜັງສືເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທ ເພື່ອສະແດງການຄັດຄ້ານ ແຜນການກໍ່ສ້າງເຂື່ອນໄຊຍະບູລີ ໃນວັນທີ 18 ເມສາ, 2011
ເຄືອຂ່າຍປະຊາຊົນໄທ ຍື່ນໜັງສືເຖິງເອກອັກຄະລັດຖະທູດລາວ ປະຈຳປະເທດໄທ ເພື່ອສະແດງການຄັດຄ້ານ ແຜນການກໍ່ສ້າງເຂື່ອນໄຊຍະບູລີ ໃນວັນທີ 18 ເມສາ, 2011

ເຄືອຂ່າຍປະຊາຊົນໄທ ​ຍື່ນໜັງສື​ເຖິງ​​ເອກ​ອັກຄະ​ລັດຖະທູດ​ລາວປະຈຳ​ປະ​ເທດ​ໄທ ເພື່ອ ສະແດງການຄັດຄ້ານແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳຂອງໃນເຂດປະເທດລາວ.

ທ່ານ​ນິວັດ ຮ້ອຍ​ແກ້ວ ຕົວ​ແທນ​ເຄືອຂ່າຍປະຊາຊົນໄທ ຈາກ 8 ຈັງຫວັດ​ທີ່ຢູ່​ລຽບຝັ່ງ​ແມ່​ນໍ້າຂອງ ຊຶ່ງ​ປະກອບ​ດ້ວຍ​ຈັງຫວັດ​ຊຽງລາຍ, ​ເລີຍ, ໜອງຄາຍ, ນະຄອນ​ພະນົມ,
ມຸກດາ​ຫານ, ອໍານາດ​ຈະ​ເລີ​ນ, ອຸບົນລາດ​ຊະ​ທານີ ​ແລະ
ບຶງ​ການ ຖະແຫລງຢືນຢັນ​ວ່າ ຄະນະ​ຕົວ​ແທນເຄືອຂ່າຍ
ປະຊາຊົນໄທ ຈາກ 8 ຈັງຫວັດດັ່ງກ່າວໄດ້​ຮ່ວມ​ກັນຍື່ນ
ໜັງສືເຖິງເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ປະ​ເທດ​ໄທ
ຢ່າງເປັນ​ທາງການ​ໃນ​ຕອນ​ບ່າຍ​ຂອງ​ວັນ​ທີ 18 ​ເມສາ
ນີ້ ຢູ່​ບາງກອກ.

ແຕ່ເນື່ອງຈາກ​ວ່າ ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດ
ຖະທູດ​ລາວ​ປະຈຳປະ​ເທດ​ໄທ​ໄດ້​ເດີນທາງ​ອອກ​ຈາກສະ
ຖານທູດ​ເພື່ອ​ໄປ​ປະຕິບັດ​ພາລະກິດ ຢູ່​ນອກ​ສະຖານ​ທູດ
ຈຶ່ງ​ບໍ່​ໄດ້​ອອກ​ມາ​ຮັບໜັງສືດັ່ງກ່າວດ້ວຍ​ຕົນ​ເອງ ຊຶ່ງ​ກໍ​
ເປັນ​ຜົນ​ເຮັດ​ໃຫ້​ຄະນະ​ຕົວ​ແທນ​ເຄືອ​ຂ່າຍປະຊາຊົນໄທ
ຈຳ​ຕ້ອງ​ໄດ້ຍື່ນໜັງສືດັ່ງກ່າວ ຕໍ່ຜູ້ຕາງໜ້າສະຖານທູດລາວ
ເພື່ອນຳ​ສົ່ງ​ໄປ​ເຖິງທ່ານ​ອ້ວນຕໍ່​ໄປ.

ຊາວປະໂມງຜູ້ນຶ່ງກໍາລັງຫາປາທີ່ ໃນແມ່ນໍ້າຂອງ ບ່ອນທີ່ຈະເປັນສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນເຂດເໜືອຂອງປະເທດລາວ (File)
ຊາວປະໂມງຜູ້ນຶ່ງກໍາລັງຫາປາທີ່ ໃນແມ່ນໍ້າຂອງ ບ່ອນທີ່ຈະເປັນສະຖານທີ່ກໍ່ສ້າງເຂື່ອນໄຊຍະບູລີ ໃນເຂດເໜືອຂອງປະເທດລາວ (File)

ສຳລັບ​ສາລະ​ສຳຄັນ​ໃນໜັງສືທີ່​ຄະນະຕົວ​ແທນ​ເຄືອຂ່າຍປະຊາຊົນໄທ​ໄດ້ຍື່ນ​ເຖິງເອກ​
ອັກຄະ​ລັດຖະທູດ​ລາວ​ປະຈຳປະ​ເທດ​ໄທ​ໃນ​ຄັ້ງນີ້ ກໍ​ແມ່ນ​ການສະແດງການຄັດຄ້ານຕໍ່​ແຜນການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳຂອງ ໃນເຂດ​ແຂວງ​ໄຊ​ຍະ​ບູລີ ຂອງລາວ
ແລະ​ໄດ້​ສະ​ເໜີ​ໃຫ້​ເລື່ອນ​ການກໍ່ສ້າງ​ອອກ​ໄປ​ເປັນ​ເວລາ 10 ປີ ​ເພື່ອທຳ​ການສຶກສາກ່ຽວ
ກັບການປ້ອງກັນບັນຫາຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ​ແລະສັງຄົມຢ່າງ​ລະອຽດ
ຮອບ​ຄອບ​ເສຍ​ກ່ອນດັ່ງ​ທີ່ທ່ານ​ນິວັດ​ໄດ້​ຊີ້​ແຈງ​ກັບ ວີ​ໂອ​ເອວ່າ:

“ເນື້ອຫາ​ໃນ​ຈົດໝາຍ ກໍ​ຄື​ຂໍ​ໃຫ້ລັດຖະບານ​ລາວ​ໄດ້​ຕະໜັກ ​ແລະ​ລະງັບ​ໄວ້​ກ່ອນ
ເພາະວ່າມັນ​ຈະ​ເກີດ​ຜົນ​ກະທົບ ຊຶ່ງ​ເປັນ​ເລື້ອງທີ່​ຍິ່ງ​ໃຫຍ່​ມາກ ສຳ​ລັບ​ຄົນ​ລຸ່ມ​ແມ່
ນໍ້າຂອງ ເພາະສະນັ້ນ ຄະນະ​ທີ່​ທຳ​ການ​ສຶກສາ​ຂອງ
MRC ທີ່​ໄດ້ສຶກສາຜົນກະ
ທົບຕ່າງໆ ກໍ​ໄດ້​ໃຫ້​ຄວາມ​ເຫັນ​ວ່າ ມັນ​ຈະ​ຕ້ອງ​ມີ​ການ​ສຶກສາ​ອີກ​ສິບປີ​ເປັນ​ຢ່າງ
ໜ້ອຍ”

ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນປີ 2010
ພິທີເຊັນສັນຍາສ້າງເຂື່ອນໄຟຟ້າພະລັງນໍ້າໄຊຍະບູລື ທີ່ຈັດຂຶ້ນໃນນະຄອນວຽງຈັນ ໃນປີ 2010

ນອກຈາກການ​ຍື່ນໜັງສື​ດັ່ງກ່າວ​ເຖິງເອກ​ອັກຄະ​ລັດຖະທູດ​ລາວ ປະຈຳ​ປະ​ເທດ​ໄທ​ແລ້ວ ຄະນະ​ຜູ້​ແທນເຄືອຂ່າຍປະຊາຊົນໄທ ກໍຍັງໄດ້ຍື່ນໜັງສື​ທີ່​ມີ​ສາລະ​ສຳຄັນຕໍ່ນາຍົກລັດຖະມົນຕີໄທ, ຄະ​ນະ​ກຳມາ​ທິການ ສິ່ງ​ແວດ​ລ້ອມ​ປະຈຳ​ລັດຖະສະພາ​ໄທ ​ແລະ ກຸ່ມບໍລິສັດ ຊໍ ການຊ່າງທີ່​ຈະ​ເປັນຜູ້ລົງທຶນກໍ່ສ້າງເຂື່ອນໄຊຍະບູລີ ດັ່ງກ່າວ​ອີກ​ດ້ວຍ.

ກ່ອນໜ້ານີ້​ເຄືອຂ່າຍປະຊາຊົນໄທ ຊຶ່ງປະກອບດ້ວຍສະມາຊິກຈາກ 44 ອົງການທາງສັງຄົມ ແລະສິ່ງແວດລ້ອມທໍາມະຊາດ​ໃນທົ່ວປະເທດໄທໄດ້ອອກຖະແຫລງການເພື່ອສະແດງການຄັດ
ຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີ ອີກ​ດ້ວຍ​ເຊັ່ນ​ກັນ ແລະໃນໂອກາດດຽວກັນນັ້ນ ກໍຍັງ
ໄດ້ຈັດສົ່ງຖະແຫລງການດັ່ງກ່າວໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງທັງຢູ່ໃນໄທ, ກຳປູເຈຍ,
ຫວຽດນາມ ແລະລາວ ໃນຖານະທີ່ເປັນປະເທດສະມາຊິກຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າ
ຂອງ (Mekong River Commission) ຫລື MRC ​ອີກ​ດ້ວຍ.

ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນວຽງຈັນ
ສໍານັກງານຂອງຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ທີ່ນະຄອນວຽງຈັນ

ໂດຍຖະແຫລງການດັ່ງກ່າວ ໄດ້ໃຫ້ເຫດຜົນ
ທີ່ຕ້ອງມີການຄັດຄ້ານໂຄງການກໍ່ສ້າງເຂື່ອນ
ໄຊຍະບູລີ​ໃນຄັ້ງນີ້ວ່າ ເປັນຍ້ອນກຸ່ມບໍລິສັດ
ທີ່ລົງທຶນໃນໂຄງການດັ່ງກ່າວນີ້ບໍ່ໄດ້ມີການ
ເປີດເຜີຍຂໍ້ມູນກ່ຽວກັບຜົນການສຶກສາເພື່ອ
ປ້ອງກັນບັນຫາຜົນກະທົບຕໍ່ສັງຄົມ ແລະ
ສິ່ງແວດລ້ອມທໍາມະຊາດ ຕໍ່ສາທາລະນະ
ຊົນ ທັງຍັງໄດ້ເລັ່ງລັດຈັດເວທີສາທາລະນະ ທີ່ຂາດການມີສ່ວນຮ່ວມປະກອບຄວາມຄິດ
ເຫັນຈາກພາກປະຊາຊົນໃນໄທຢ່າງແທ້ຈິງ
ອີກດ້ວຍ.

ພ້ອມກັນນີ້ເຄືອຂ່າຍປະຊາຊົນໄທກໍຍັງໄດ້ຍື່ນຖະແຫລງການເພື່ອສະແດງການຄັດຄ້ານ
ຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີດັ່ງກ່າວເຖິງສຳນັກງານນາຍົກລັດຖະມົນຕີໄທ,
ທະນາຄານພານິດ 4 ແຫ່ງ ທີ່ກຳລັງຈະພິ ຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການ
ກຸ່ມບໍລິສັດ ຊໍ ການຊ່າງໃນຖານະຜູ້ລົງທຶນ, ການໄຟຟ້າຝ່າຍຜະຫລິດແຫ່ງປະເທດໄທ
(EGAT) ໃນຖານະຜູ້ທີ່ຈະຮັບຊື້ພະລັງງານໄຟຟ້າ ແລະອີກ 15 ພາກສ່ວນທີ່ໄດ້ໃຫ້
ການສະໜັບສະໜູນດ້ານເງິນທຶນແກ່ MRC ອີກດ້ວຍ.

XS
SM
MD
LG