ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກຸ່ມອານຸລັກສິ່ງແວດລ້ອມໄທ ຢືນຢັນວ່າ ຈະຄັດຄ້ານ ການສ້າງເຂື່ອນໄຊຍະບູລີ ຢ່າງສຸດຂີດ


ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ
ໄຊຍະບູລື ທີ່ຈັດຂຶ້ນໃນວັນທີ 5 ກໍລະກົດ 2010 ທີ່ ນະຄອນຫລວງວຽງຈັນ.
ພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈຂອງໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ໄຊຍະບູລື ທີ່ຈັດຂຶ້ນໃນວັນທີ 5 ກໍລະກົດ 2010 ທີ່ ນະຄອນຫລວງວຽງຈັນ.

ເຄືອຂ່າຍປະຊາສັງຄົມໄທເພື່ອແມ່ນໍ້າຂອງ 44 ອົງການ ປະກາດວ່າ ຈະຄັດຄ້ານການກໍ່ສ້າງ ເຂື່ອນໄຊຍະບູລີຢູ່ເທິງລໍາແມ່ນໍ້າຂອງ ໃນເຂດປະເທດລາວຢ່າງເຖິງທີ່ສຸດ.

ເຄືອຂ່າຍປະຊາສັງຄົມໄທ ຊຶ່ງປະກອບດ້ວຍສະມາຊິກຈາກ
44 ອົງການທາງສັງຄົມ ແລະສິ່ງແວດລ້ອມທໍາມະຊາດທົ່ວ
ປະເທດໄທໄດ້ອອກຖະແຫລງການເພື່ອສະແດງການຄັດ
ຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີເທິງລຳແມ່ນ້ຳຂອງ
ໃນເຂດແຂວງໄຊຍະບູລີຂອງລາວຢ່າງເປັນທາງການເມື່ອ
ບໍ່ນານມານີ້ ແລະໃນໂອກາດດຽວກັນ ກໍຍັງໄດ້ຈັດສົ່ງຖະ
ແຫລງການດັ່ງກ່າວ ໄປເຖິງທຸກພາກສ່ວນທີ່ກ່ຽວຂ້ອງທັງ
ຢູ່ໃນໄທ, ກຳປູເຈຍ, ຫວຽດນາມ ແລະລາວ ໃນຖານະທີ່
ເປັນປະເທດສະມາຊິກຂອງ​ຄະນະ​ກໍາມາ​ທິການ​ແມ່​ນໍ້າຂອງ
(Mekong River Commission) ຫລື MRC ອີກ​ດ້ວຍ.

ສໍານັກງານຄະນະກໍາມາທິການແມ່ນໍ້າ ຂອງ ປະຈໍານະຄອນຫລວງວຽງຈັນ.
ສໍານັກງານຄະນະກໍາມາທິການແມ່ນໍ້າ ຂອງ ປະຈໍານະຄອນຫລວງວຽງຈັນ.

ຖະແຫລງການດັ່ງກ່າວ ໄດ້ໃຫ້ເຫດຜົນທີ່ຕ້ອງ
ມີການຄັດຄ້ານໂຄງການກໍ່ສ້າງເຂື່ອນໄຊຍະບູລີ
ຄັ້ງນີ້ວ່າ ເປັນຍ້ອນກຸ່ມບໍລິສັດທີ່ລົງທຶນໃນໂຄງ
ການດັ່ງກ່າວນີ້ ບໍ່ໄດ້ມີການເປີດເຜີຍຂໍ້ມູນກ່ຽວ
ກັບຜົນການສຶກສາ ເພື່ອປ້ອງກັນບັນຫາຜົນກະ
ທົບຕໍ່ສັງຄົມແລະສິ່ງແວດລ້ອມທໍາມະຊາດຕໍ່
ສາທາລະນະຊົນ ທັງຍັງໄດ້ເລັ່ງລັດຈັດເວທີ
ສາທາລະນະທີ່ຂາດການຮ່ວມປະກອບສ່ວນ
ສະແດງຄວາມຄິດເຫັນຈາກພາກປະຊາສັງຄົມ ໃນໄທ ຢ່າງແທ້ຈິງອີກດ້ວຍ.

ພ້ອມກັນນີ້ເຄືອຂ່າຍປະຊາສັງຄົມໄທ ກໍຍັງໄດ້ຍື່ນຖະແຫລງການເພື່ອສະແດງການຄັດຄ້ານ ຕໍ່ໂຄງການກໍ່ສ້າງເຂື່ອນໄຊຍະບູລີດັ່ງກ່າວ ເຖິງສໍານັກງານນາຍົກລັດຖະມົນຕີໄທ, ທະນາ
ຄານພານິດ 4 ແຫ່ງ ທີ່ກຳລັງຈະພິຈາລະນາໃຫ້ເງິນກູ້ສະໜັບສະໜູນໂຄງການກຸ່ມບໍລິສັດ ຊໍ
ການຊ່າງ ໃນຖານະຜູ້ລົງທຶນ, ການໄຟຟ້າຝ່າຍຜະຫລິດແຫ່ງປະເທດໄທ (EGAT) ໃນຖາ
ນະຜູ້ທີ່ຈະຮັບຊື້ພະລັງງານໄຟຟ້າ ແລະ ອີກ 15 ພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນ
ດ້ານເງິນທຶນແກ່ MRC ອີກດ້ວຍ.

ການເຄື່ອນໄຫວດັ່ງກ່າວນີ້ຂອງເຄືອຂ່າຍປະຊາສັງຄົມໄທເຮັດໃຫ້ເຊື່ອວ່າ ໂຄງການກໍ່ສ້າງ
ເຂື່ອນໄຊຍະບູລີ ຈະບໍ່ສາມາດເລີ້ມລົງມືດຳເນີນການກໍ່ສ້າງໄດ້ໃນໝໍ່ໆນີ້ຢ່າງແນ່ນອນ
ເນື່ອງຈາກວ່າ ໂຄງການດັ່ງກ່າວມີເປົ້າໝາຍທີ່ຈະສົ່ງພະລັງງານໄຟຟ້າທີ່ຜະຫລິດໄດ້ສ່ວນ
ໃຫຍ່ ກໍຄື 1,220 MW ນັ້ນ ໄປຂາຍໃຫ້ກັບປະເທດໄທນັ້ນເອງ.

ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມ ແລະ ພັດທະນາພະລັງງານ.
ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມ ແລະ ພັດທະນາພະລັງງານ.

ແຕ່ຢ່າງໃດກໍຕາມ ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມ
ສົ່ງເສີມ ແລະພັດທະນາພະລັງງານ ທີ່ສັງກັດຢູ່ໃນກະຊວງ
ພະລັງງານແລະບໍ່ແຮ່ລາວນັ້ນ ກໍໄດ້ໃຫ້ການຢືນຢັນເມື່ອ
ບໍ່ນານມານີ້ວ່າ ໂຄງການເຂື່ອນເທິງລຳແມ່ນໍ້າຂອງໃນລາວ
ທີ່ໄດ້ລົງນາມໃນບັນທຶກຄວາມເຂົ້າໃຈ ຫລື MOU ໄປແລ້ວ
ນັ້ນ ບໍ່ໄດ້ໝາຍເຖິງການອານຸຍາດໃຫ້ສ້າງເຂື່ອນແຕ່ຢ່າງ
ໃດ ດັ່ງທີ່ທ່ານໄດ້ໃຫ້ການຊີ້ແຈງກັບ VOA ວ່າ:

MOU ໝາຍຄວາມວ່າ ອະນຸຍາດໃຫ້ສຶກສາ ຍັງບໍ່
ແມ່ນສິດທິສໍາປະທານ ຄືສຶກສາເບິ່ງວ່າມັນສິມີຄວາມ
ເປັນໄປໄດ້ທາງດ້ານເທັກນິກ, ທາງດ້ານການເງິນ, ທາງດ້ານສິ່ງແວດລ້ອມ, ທາງ
ດ້ານສັງຄົມ ແລະກໍເປັນທີ່ຮັບໄດ້ແກ່ປະເທດພາຄີແມ່ນໍ້າຂອງຫລືບໍ່. ຢູ່ໃນບັນທຶກ
ຄວາມເຂົ້າໃຈກໍໄດ້ເວົ້າແຈ້ງວ່າ ຖ້າຫາກສຶກສາອອກມາແລ້ວ ຖ້າວ່າໂຄງການເປັນ
ໄປບໍ່ໄດ້ແລະໄດ້ຍົກເລີກໄປ ກະແມ່ນເປັນຄວາມຮັບຜິດຊອບຂອງຜູ້ພັດທະນາ.”

ສາຍສົ່ງກະແສໄຟຟ້າເນັ່ງ ຂ້າມແມ່ນໍ້າຂອງ ເພື່ອນໍາ ສົ່ງກະແສໄຟຟ້າຈາກລາວ ໄປຂາຍໃຫ້ໄທ.
ສາຍສົ່ງກະແສໄຟຟ້າເນັ່ງ ຂ້າມແມ່ນໍ້າຂອງ ເພື່ອນໍາ ສົ່ງກະແສໄຟຟ້າຈາກລາວ ໄປຂາຍໃຫ້ໄທ.

ໃນປັດຈຸບັນນີ້ ທາງ​ການ​ລາວ​ໄດ້​ອະນຸຍາດ​ໃຫ້​ບໍ​ລິ​ສັດ​ຕ່າງ
ຊາດທໍາ​ການ​ສຶກສາ​ຄວາມ​ເປັນ​ໄປ​ໄດ້​ຂອງໂຄງການ​ກໍ່ສ້າງ​
ເຂື່ອນ​ເທິງ​ແມ່​ນໍ້າຂອງ​ໃນ​ເຂດ​ປະ​ເທດ​ລາວໄປແລ້ວເຖິງ 7
ໂຄງການຊຶ່ງນອກຈາກໂຄງການເຂື່ອນໄຊຍະບູລີແລ້ວ ກໍຍັງ
ມີໂຄງການທ່າຄໍ້, ໂຄງການປາກແບ່ງ, ໂຄງການຫລວງ​ພະ
ບາງ, ໂຄງການ​ປາກລາຍ, ​ໂຄງການ​ສາ​ນະ​ຄາມ​, ​ໂຄງການ​
ແກ້ງ​ຫລວງ ແລະ​ໂຄງການດອນ​ໂຂງ. ໃນນັ້ນ 5 ​ໂຄງການ
ມີ​ເປົ້າໝາຍທີ່​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ໄປ​ຂາຍ​ໃຫ້​ກັບ​ໄທ. ສ່ວນ​
ອີກ 2 ​ໂຄງການ​ທີ່​ເຫລືອ​ ກໍ​ຈະ​ສົ່ງ​ກະ​ແສ​ໄຟຟ້າ​ຂາຍ​ໃຫ້​
ຫວຽດນາມ 1 ​ໂຄງການ ​ແລະ​ຕອບສະໜອງ​ການ​ຊົມ​ໃຊ້
ໄຟຟ້າພາຍ​ໃນ​ປະ​ເທດ 1 ​ໂຄງການ.

XS
SM
MD
LG