ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ໄທວ່າ ການຊັກຊ້າ ໃນການປັກປັນ ຊາຍແດນ ລະຫວ່າງລາວ-ໄທ ບໍ່ໄດ້ແຕະຕ້ອງ ເຖິງຄວາມສໍາພັນ ຂອງສອງປະເທດ


ຄະນະເຈົ້າໜ້າທີ່ສໍາຫລວດເຂດຊາຍແດນທາງນໍ້າ ລະຫວ່າງລາວແລະໄທ
ຄະນະເຈົ້າໜ້າທີ່ສໍາຫລວດເຂດຊາຍແດນທາງນໍ້າ ລະຫວ່າງລາວແລະໄທ

ເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ໄທ​ຍອມຮັບ​ວ່າ ​ມີ​ການ​ຊັກ​ຊ້າ​ໃນ​ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ-​ໄທ​ ເກີ​ດຂຶ້ນ​ມາ​ໂດຍຕະຫຼອດ ຫາກ​ແຕ່​ວ່າຄວາມ​ສໍາພັນ​ລະຫວ່າງ​ສອງ​ປະ​ເທດ​ກໍ​ຍັງ​ເປັນ ​ເພື່ອນ​ບ້ານ​ທີ່​ດີ​ຕໍ່​ກັນ.

ເຈົ້າໜ້າທີ່​ຂັ້ນ​ສູງ​ໃນ​ກະຊວງ​ການ​ຕ່າງປະ​ເທດ​ຂອງ​ໄທ​ໄດ້​ໃຫ້ການ​ຍອມຮັບ​ກັບ VOA ວ່າການ​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ທັງ​ທາງບົກ ​ແລະທາງ​ນໍ້າ​ລະຫວ່າງ​ລາວ​ກັບ​ໄທ ​ໄດ້​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ມາ​ໂດຍ​ຕະຫຼອດ​ ເຊິ່ງກໍມີ​ສາ​ເຫດມາ​ຈາກຫຼາຍປັດ​ໃຈ​ດ້ວຍ​ກັນ ​ແຕ່​ທີ່​ສໍາຄັນ​ກໍ​ຄື​ການ​ທີ່​ຄະນະປະຕິບັດ​ງານຂອງ​ທັງ​ສອງ​ຝ່າຍ​ຍັງ​ບໍ່​ສາມາດ​ຕົກລົງ​ກັນ​ໄດ້ໃນຫຼາຍໆພື້ນ​ທີ່​ເຊິ່ງລວມ​ເຖິງ​ເຂດ​ສາມໝູ່ບ້ານ ​ແລະບ້ານ​ຮົ່ມ​ເກົ້າ​ທີ່​ທັງ​ສອງ​ຝ່າຍ​ເຄີຍ ຂັດ​ແຍ່ງ​ກັນ​ເຖິງ​ຂະໜາດທີ່​ໄດ້​ສູ້​ຮົບ​ກັນ​ມາ​ແລ້ວ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍຕາມ​ເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ໄທ​ກໍ​ຍອມຮັບ​ວ່າ​ສາ​ເຫດ​ສໍາຄັນ​ອີກ​ປະການນຶ່ງທີ່​ເຮັດ​ໃຫ້​ເກີດ​ການ​ຊັກ​ຊ້າ​ໃນ​ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບ​ໄທ​ນັ້ນ ​ກໍ​ແມ່ນ​ບັນຫາ​ຄວາມ​ຂັດ​ແຍ່ງ​ທາ​ງການ​ເມືອງພາຍ​ໃນ​ຂອງ​ໄທ​ເອງ​ເຊິ່ງ​ເຮັດ​ໃຫ້​ທາ​ງການ​ໄທບໍ່​ສາມາດ​ປະຕິບັດ​ຕາມ​ເປົ້າໝາຍ ທີ່​ວາງເອົາ​ໄວ້​ຮ່ວມ​ກັນ​ກັບ​ທາງ​ການ​ລາວ​ໄດ້​ນັ້ນ​ເອງ.

ການແຂ່ງຂັນການຕີກ໋ອບເພື່ອມິດຕະ ພາບລາວ-ໄທ ຊຶ່ງສະແດງເຖິງສາຍ ພົວພັນອັນດີລະຫວ່າງສອງປະເທດ
ການແຂ່ງຂັນການຕີກ໋ອບເພື່ອມິດຕະ ພາບລາວ-ໄທ ຊຶ່ງສະແດງເຖິງສາຍ ພົວພັນອັນດີລະຫວ່າງສອງປະເທດ

ພ້ອມ​ກັນ​ນີ້ ​ເຈົ້າໜ້າທີ່​ຂັ້ນ​ສູງ​ຂອງ​ໄທ ກໍ​ຍັງ​ໄດ້​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ​ສໍາລັບ​ທາງ​ການ​ໄທ​ແລ້ວ​ບໍ່​ໄດ້​ໃຫ້​ຄວາມ​ສໍາຄັນ​ກັບ​ການ​ປັກ​ປັນ​ເຂດ​ແດນຫຼາຍກວ່າ​ການ​ເສີມ​ສ້າ​ງຄວາ​ມສໍາພັນ​ທີ່​ດີ​ກັບ​ລາວ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ເພື່ອນ​ບ້ານ​ທີ່​ມີ​ຄວາມ​ໃກ້ຊິດ​ກັບ​ໄທ​ທີ່​ສຸດ​ທັງ​ໃນ​ດ້ານ​ສັງຄົມ, ວັດທະນະ​ທໍາ, ພາສາ, ຮີດຄອງ​ປະ​ເພນີແລະ ສາສະໜາ ​ເພາະສະ​ນັ້ນ​ ການ​ປັກ​ປັນ​ເຂດ​ ແດນລະຫວ່າງ​ລາວ​ກັບ​ໄທຈະ​ແລ້ວ​ສໍາ​ເລັດ ​ເມື່ອໃດ​ນັ້ນ ຈິ່ງ​ບໍ່​ສໍາຄັນ​ເທົ່າ​ກັບຄວາມ​ສໍາພັນ​ທີ່​ດີ ດັ່ງ​ທີ່​ເຈົ້າໜ້າທີ່​ຂັ້ນ​ສູງຂອງ​ໄທ​ໄດ້​ເນັ້ນ​ຢໍ້າວ່າ:

“ຍັງ​ບໍ່​ຕ້ອງ​ສໍາ​ເລັດ​ຄື​ເຂດ​ແດນ​ທີ່​ຂັດ​ແຍ່ງ​ກໍ​ຢ່າ​ໄປ​ຫຍຸ້ງ ​ແລ້ວ​ໄປ​ເຮັດ​ໃນ​ເຂດ​ທີ່​ຮັກ​ກັນຫຼາຍ​ໃຫ້​ໄດ້​ກ່ອນ​ສ່ວນ​ທີ່​ຈະ​ໄປ​ຖະ​ແຫຼງກັບ​ຜູ້​ຄົນ​ກໍຖະ​ແຫຼງ​ໄປ ​ແລະ​ເຂດ​ແດນ​ທາງ​ນໍ້າ​ນັ້ນ​ເອງ​ໄວ້​ກ່ອນ ກໍ​ເປັນ​ຢູ່​ຈັ້ງ​ຊີ້​ມາ​ຕະຫຼອດ ກໍບໍ່ເຫັນ​ຈະ​ມີ​ບັນຫາ​ຫຍັງ”.

ການປັກປັນເຂດແດນລະຫວ່າງ​ລາວກັບ​ໄທນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​ມາ​ຈົນເຖິງປັດຈຸ
ບັນນີ້ ສາມາດດຳເນີນການຄືບໜ້າໄປແລ້ວເຖິງ 96% ຂອງເຂດແດນທາງບົກທີ່ມີໄລຍະ
ທາງຍາວທັງໝົດ 735 ກິ​ໂລ​ແມັດ. ທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ສຳ​ຫລວດ​ເສັ້ນ​ສັນ​ປັນ​ນໍ້າ
ຊຶ່ງ​ໃຊ້​ເປັນ​ເສັ້ນ​ແບ່ງ​ເຂດ​ແດນ​ທາ​ງບົກ​ລະຫວ່າງ​ກັນ​ໄດ້​ໃນ​ລະຍະ​ທາງ 705 ກິ​ໂລ​ແມັດ ຊຶ່ງ
ກໍໝາຍຄວາມວ່າໃນປະຈຸບັນນີ້​ຍັງ​ຄົງ​ເຫລືອ​ເຂດ​ແດນ​ທາງບົກ​ອີກ 30 ​ກິ​ໂລ​ແມັດເທົ່າ​ນັ້ນ
ທີ່​ທາງ​ການຂອງ​ທັງ​ສອງ​ຝາ​ສຍ​ຈະ​ຕ້ອງ​ດໍາ​ເນີນ​ການ​ສໍາ​ຫລວດ​ເພື່ອ​ຕົກລົງ​ປັກ​ປັນ​ຮ່ວມ​ກັນ
ໃຫ້​ໄດ້​ຕໍ່​ໄປ.

ການດໍາ​ເນີນ​ງານດັ່ງກ່າວນີ້ ຖືວ່າເປັນການປຕອບສະໜອງ​ຕໍ່​ການ​ຕົກລົງ​ຮ່ວມກັນລະຫວ່າງ
ລັດຖະມົນຕີ​ວ່າການ​ຕ່າງປະ​ເທດ​ຂອງ​ທັງ​ສອງ​ຝ່າຍໃນຖານະເປັນປະທານຄະນະກຳມາທິ
ການ ຊາຍແດນຮ່ວມກັນນັບຕັ້ງແຕ່ປີ 1996 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້ການດຳເນີນການ
ສຳຫລວດ ແລະປັກປັນເຂດແດນລະຫວ່າງລາວກັບໄທນັ້ນ ໄດ້ຍຶດຖືຕາມສົນທິສັນຍາລະ
ຫວ່າງສະຫຍາມກັບຝຣັ່ງເສດ ນັບຈາກນັ້ນເປັນຕົ້ນມາ.

ສ່ວນ​ເຂດ​ແດນ​ທາງ​ນໍ້າ ຊຶ່ງ​ກໍ​ຄື​ເຂດ​ຊາຍ​ແດນ​ໃນ​ແນວ​ແມ່​ນໍ້າຂອງ​ແລະ​ນໍ້າ​ເຫືອງ​ທີ່​ມີໄລຍະ​
ທາງຍາວ​ປະມານ 1,100 ກິ​ໂລ​ແມັດ​ນັ້ນ ທາງ​ການຂອງ​ທັງ​ສອງ​ຝ່າຍກໍ​ໄດ້ມີ​ການ​ຕົກລົງ
ຮ່ວມ​ກັນ​ວ່າ ​ຈະຮ່ວມ​ກັນ​ດໍາ​ເນີນ​ການ​ສໍາ​ຫລວດ​ເພື່ອ​ປັກ​ປັນ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2010
ທີ່​ຜ່ານ​ມາ. ​ແຕ່​ຫາກ​ວ່າ ຍ້ອນ​ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ພາຍ​ໃນຂອງໄທ ຈຶ່ງ​ເຮັດ​ໃຫ້
ການ​ການດຳເນີນງານປັກ​ປັນ​ເຂດ​ແດນ​ໃນໄບຍະຜ່ານມາ​ບໍ່ເປັນໄປ​ຕາມເປົ້າໝາຍທີ່ໄດ້ວາງ
ເອົາໄວ້ດັ່ງກ່າວ. ແຕ່ວ່າຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກຂອງທັງສອງຝ່າຍ ກໍກໍາລັງ​
ຮ່ວມ​ກັນດໍາ​ເນີນ​ການຈັດ​ທໍາ​ແຜນ​ທີ່​ພາບ​ຖ່າຍ​ທາງ​ອາກາດ ເພື່ອ​ໃຫ້​ເຫັນ​ສະພາບ​ຂອງ​ພື້ນ
ທີ່ໂຕຈິງ ​ໃນເວລາ​ນີ້.

ແຕ່ຢ່າງໃດກໍຕາມ ການ​ສໍາ​ຫລວດ​ເພື່ອ​ການ​ປັກ​ປັນ​ເຂດ​ແດນ​ລະຫວ່າງ​ລາວ​ກັບ​ໄທ​ໄດ້​ມີ​ການ​ຊັກ​ຊ້າ ​ແລະ​ມີ​ການ​ເລື່ອນ​ເປົ້າໝາຍ​ທີ່​ຈະ​ດໍາ​ເນີນ​ການ​ໃຫ້​ສໍາ​ເລັດ​ມາ​ໂດຍ​ຕະຫລອດ ຊຶ່ງ​ກໍ​ຄື​ນັບ​ຈາກ​ປີ 2003 ​ເປັນ​ຕົ້ນ​ມາ​ ໂດຍໃນເວລານັ້ນ ທາງ​ການ​ລາວ​ກັບ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ ​ຈະ​ດໍາ​ເນີນ​ການ​ປັກ​ປັນ​ເຂດ​ແດນ​ທາງ​ບົກໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2003 ​ແລະ​ປັກ​ປັນ​ເຂດ​ແດນທາງ​ນໍ້າ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2005. ຫາກ​ແຕ່ກໍ​ບໍ່​ເຄີຍ​ບັນລຸ​ເປົ້າໝາຍ ທີ່​ວາງ​ເອົາ​ໄວ້​ເລີຍ ຈົນ​ເຖິງ​ປັດຈຸບັນ​ນີ້.

XS
SM
MD
LG