ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປັກປັນຊາຍແດນທາງບົກ ລະຫວ່າງ​ລາວ-​ໄທ ກໍາລັງ ຄືບໜ້າໄປດ້ວຍດີ


ແຜນທີ່ລາວແລະໄທທີ່ມີຊາຍແດນຕິດກັນທັງທາງບົກ ແລະທາງນໍ້າ ຊຶ່ງທາງນໍ້ານັ້ນຕ້ອງມີການແບ່ງປັນສັນນໍ້າຢູ່ໃນລໍາແມ່ນໍ້າຂອງ
ແຜນທີ່ລາວແລະໄທທີ່ມີຊາຍແດນຕິດກັນທັງທາງບົກ ແລະທາງນໍ້າ ຊຶ່ງທາງນໍ້ານັ້ນຕ້ອງມີການແບ່ງປັນສັນນໍ້າຢູ່ໃນລໍາແມ່ນໍ້າຂອງ

ການປັກປັນເຂດແດນທາງບົກລະຫວ່າງ​ລາວກັບ​ໄທຄືບໜ້າໄປແລ້ວເກີນກວ່າ 90% ຂອງ​ໄລຍະທາງຍາວທັງໝົດ 735 Km ສ່ວນ​ເຂດ​ແດນ​ທາງ​ນ້ຳ​ກໍກຳ​ລັງ​ຮ່ວມ​ກັນ​ຈັດ​ທຳ​ແຜນ​ທີ່ ​ພາບ​ຖ່າຍ​ທາງ​ອາກາດ.

ຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກຮ່ວມລະຫວ່າງ​ລາວກັບ​ໄທ​ໄດ້​ສະ​ເໜີ​ລາ​ຍງານ​ການ​
ດໍາເນີ​ນງາ​ນຮ່ວມ​ກັນ​ລະຫ​ວ່າງ​ທາງ​ການ​ລາວ-ໄທໃນໄລຍະນັບຈາກເດືອນພຶດສະພາ
2007 ເຖິງທ້າຍປີ 2010 ທີ່ຜ່ານມານີ້ວ່າທາງການຂອງທັງສອງຝ່າຍສາມາດຕົກລົງ
ແລະດໍາເນີນການປັກຫຼັກເຂດແດນທາງບົກລະຫວ່າງກັນໄດ້ເພີ້ມຂຶ້ນອີກຊຶ່ງ​ກໍ​ເປັນ​ຜົນເຮັດ​
ໃຫ້ການສໍາຫລວດເພື່ອປັກປັນເຂດແດນລະຫວ່າງ​ລາວກັບ​ໄທນັບ​ຕັ້ງ​ແຕ່​ປີ 1997 ​ເປັນ​ຕົ້ນ​
ມາຈົນ​ເຖິງປັດຈຸບັນນີ້ສາມາດດໍາເນີນການຄືບໜ້າໄປແລ້ວເຖິງ 96% ຂອງເຂດແດນທາງບົກ
ທີ່ມີໄລຍະທາງຍາວທັງໝົດ 735 ກິ​ໂລ​ແມັດ.

ພ້ອມ​ກັນ​ນັ້ນທັງ​ສອງ​ຝ່າຍ​ຍັງ​ໄດ້​ຮ່ວມ​ກັນ​ສໍາຫລວດ​ເສັ້ນ​ສັນ​ປັນ​ນໍ້າຊຶ່ງ​ໃຊ້​ເປັນ​ເສັ້ນ​ແບ່ງເຂດ
ແດນ​ທາ​ງບົກ​ລະຫວ່າງ​ກັນ​ໄດ້​ໃນ​ລະຍະ​ທາງ 705 ກິ​ໂລ​ແມັດຊຶ່ງກໍໝາຍຄວາມວ່າໃນປັດຈຸ
ບັນນີ້​ຍັງ​ຄົງ​ເຫລືອ​ເຂດ​ແດນ​ທາງບົກ​ອີກ 30 ​ກິ​ໂລ​ແມັດເທົ່າ​ນັ້ນ ​ທີ່​ທາງ​ການ​ລາ​ວ-​ໄທ​ຈະ
ຕ້ອງ​ດໍາ​ເນີນ​ການ​ສໍາຫລວດ​ ເພື່ອ​ຕົກລົງ​ປັກ​ປັນຮ່ວມ​ກັນ​ໃຫ້​ໄດ້​ຕໍ່​ໄປ.

ການດໍາ​ເນີນ​ງານດັ່ງກ່າວນີ້ຂອງຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກລະຫວ່າງ​ລາວກັບ​ໄທ ຖືວ່າເປັນການຕອບສະໜອງ​ຕໍ່​ການ​ຕົກລົງ​ຮ່ວມກັນ ລະຫວ່າງລັດຖະມົນຕີ​ວ່າການ​ຕ່າງປະ
ເທດ​ຂອງ​ທັງ​ສອງ​ຝ່າຍໃນຖານະເປັນປະທານຄະນະກຳມາທິການຊາຍແດນຮ່ວມກັນນັບຕັ້ງ
ແຕ່ປີ 1996 ເປັນຕົ້ນມາ ຊຶ່ງກໍເຮັດໃຫ້ການດຳເນີນການສຳຫລວດແລະປັກປັນເຂດແດນ ລະຫວ່າງລາວກັບໄທນັ້ນໄດ້ຍຶດຖືຕາມສົນທິສັນຍາລະຫວ່າງສະຫຍາມກັບຝຣັ່ງເສດນັບຈາກ
ນັ້ນເປັນຕົ້ນມາ. ດັ່ງ​ທີ່ທ່ານ​ອ້ວນ ພົມມະ​ຈັກ ​ເອກ​ອັກຄະ​ລັດຖະທູດ​ລາວປະ​ຈໍາ​ປະ​ເທດ​ໄທ
ໄດ້​ໃຫ້ການ​ຊີ້​ແຈງ​ກັບ VOA ​ວ່າ:

ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ
ທ່ານ ອ້ວນ ພົມມະຈັກ ເອກອັກຄະລັດຖະທູດລາວ ປະຈໍາປະເທດໄທ

”ໃນ​ວັນ​ທີ 8 ກັນຍາ ປີ
1996 ລັດຖະບານ​ສອງ​ຝ່າຍ​
ໄດ້​ລົງ​ນາມ​ຮັບຮອງ​ເອົາ​ການ​
ສໍາຫລວດປັກຫລັກ​ຊາຍ
ແດນຮ່ວມ​ກັນ ຕະຫລອດ
ແນ​ວຊາຍ​ແດນໂດຍ​ຫລັກ
ການນັ້ນກໍ​ຄືສອງຝ່າຍໄດ້
ຮັບຮອງເອົາສົນທິສັນຍາ
ຝຣັ່ງ
-ສະຫຍາມເປັນຫຼັກ
ການດ້ານກົດໝາຍພື້ນຖານ
ໃຫ້ແກ່ການສໍາຫລວດປັກ
ຫຼັກໝາຍຊາຍແດນ ແລະ
ຈາກມື້ນັ້ນມາເຖຶງມື້ນີ້ທັງສອງຝ່າຍກໍໄດ້ເລີ້ມສໍາຫຼວດ ແລະປັກຫຼັກໝາຍຊາຍແດນ
ໂດຍເລີ້ມຈາກຊາຍ​ແດນທາງບົກເສຍກ່ອນແລະມາຮອດປັດຈຸບັນນີ້ກໍໄດ້ຫຼາຍກວ່າ
90% ສໍາລັບຊາຍແດນທາງບົກ.”

ສ່ວນ​ເຂດ​ແດນ​ທາງ​ນໍ້າຊຶ່ງ​ກໍ​ຄື​ເຂດ​ຊາຍ​ແດນ​ໃນ​ລໍາ​ແມ່​ນໍ້າຂອງ​ແລະ​ນໍ້າ​ເຫືອງ​ທີ່​ມີໄລຍະ​ທາງ
ຍາວ​ປະມານ 1,100 ກິ​ໂລ​ແມັດ​ນັ້ນທາງ​ການຂອງ​ທັງ​ສອງ​ຝ່າຍກໍ​ໄດ້ມີ​ການ​ຕົກລົງ​ຮ່ວມ
ກັນ​ວ່າ​ຈະຮ່ວມ​ກັນ​ດໍາ​ເນີນ​ການ​ສໍາ​ຫລວດ​ເພື່ອ​ປັກ​ປັນ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2010 ​ທີ່​ຜ່ານ
ມາ. ​ແຕ່​ຫາກ​ວ່າຍ້ອນ​ບັນຫາ​ຂັດ​ແຍ້​ງທາງ​ການ​ເມືອງ​ພາຍ​ໃນຂອງໄທຈຶ່ງ​ເຮັດ​ໃຫ້​ການດໍາ
ເນີນງານໃນການປັກ​ປັນ​ເຂດ​ແດນ​ໃນໄລຍະຜ່ານມາ​ບໍ່ເປັນໄປ​ຕາມເປົ້າໝາຍທີ່ໄດ້ວາງເອົາ
ໄວ້ດັ່ງກ່າວ. ແຕ່ວ່າຄະນະ​ອະນຸ​ກໍາມະການ​ດ້ານ​ເທັ​ກນິກຂອງທັງສອງຝ່າຍກໍກໍາລັງຮ່ວມ​ກັນ
ດໍາ​ເນີນ​ການຈັດ​ທໍາ​ແຜນ​ທີ່​ພາບ​ຖ່າຍ​ທາງ​ອາກາດເພື່ອ​ໃຫ້​ເຫັນ​ສະພາບ​ຂອງ​ພື້ນທີ່ ​ທີ່​ເປັນຈິງ
ຢູ່​ໃນເວລາ​ນີ້.

ແຜນທີ່ແມ່ນໍ້າຂອງທີ່ ລາວແລະໄທ​ຈະຕ້ອງ ສືບຕໍ່ດໍາເນີນການປັກ ​ປັນ​ເຂດ​ແດນ​
ແຜນທີ່ແມ່ນໍ້າຂອງທີ່ ລາວແລະໄທ​ຈະຕ້ອງ ສືບຕໍ່ດໍາເນີນການປັກ ​ປັນ​ເຂດ​ແດນ​

ແຕ່ຢ່າງໃດກໍຕາມການ​ສໍາ​ຫລວດ​ເພື່ອ​ການ​ປັກ​ປັນ​ເຂດ​ແດນ​
ລະຫວ່າງ​ລາວ​ກັບ​ໄທ​ໄດ້​ມີ​ການ​ຊັກ​ຊ້າແລະ​ມີ​ການ​ເລື່ອນ​ເປົ້າ
ໝາຍ​ທີ່​ຈະ​ດໍາເນີນ​ການ​ໃຫ້​ສໍາ​ເລັດ​ມາ​ໂດຍ​ຕະຫລອດ ຊຶ່ງ​ກໍ​ຄື
ນັບ​ຈາກ​ປີ 2003 ​ເປັນ​ຕົ້ນ​ມາ ​ໂດຍໃນເວລານັ້ນ ທາງ​ການ
ລາວ​ກັບ​ໄທ​ໄດ້​ຕົກລົງ​ຮ່ວມ​ກັນ​ວ່າ​ຈະ​ດໍາ​ເນີນ​ການ​ປັກ​ປັນ​ເຂດ
ແດນ​ທາງ​ບົກໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2003 ​ແລະ​ປັກ​ປັນ​ເຂດ
ແດນທາງ​ນໍ້າ​ໃຫ້​ສໍາ​ເ​ລັດ​ພາຍ​ໃນ​ປີ 2005.

ຫາກ​ແຕ່​ດ້ວຍ​ຂໍ້​ຂັດ​ແຍ້​ງ​ໃນ​ການ​ອ້າງ​ພະຍານ​ຫລັກ​ຖານ
ຕ່າງໆທີ່​ແຕກຕ່າງ​ກັນ​ໃນ 35 ພື້ນ​ທີ່​ເປັນ​ຢ່າງ​ໜ້ອຍ ຊຶ່ງລວມ
ເຖິງ​ພື້ນ​ທີ່​ສູ້​ລົບ​ໃນ​ເຂດ​ບ້ານ​ຮົ່ມ​ເກົ້າ​ແລະ​ເຂດ 3 ໝູ່ບ້ານ ​ຄື
ບ້ານ​ສະຫວ່າງ, ບ້ານ​ກາງ​ແລະ​ບ້ານ​ໃໝ່​ທີ່ຢູ່​ໃນເຂດ​ຕິດ​ຕໍ່
ຊາຍແດນ​ລະຫວ່າງ​ແຂວງ​ໄຊ​ຍະ​ບູລີຂອງ​ລາວ​ກັບຈັງຫວັດ
ອຸດຕະລະ​ດິດແລະ​ຈັງຫວັດ​ພິດ​ສະນຸໂລກຂອງ​ໄທ​ທີ່ທັງສອງຝ່າຍກໍ​ເຄີຍຂັດ​ແຍ້​ງກັນ​ເຖິງຂະ
ໜາດຕ້ອງຕັດສິນດ້ວຍກໍາລັງອາວຸດມາແລ້ວນັ້ນ ຈຶ່ງ​ເຮັດ​ໃຫ້ການ​ປັກ​ປັນ​ເຂດແດນລະຫວ່າງ
ລາວ​ກັບໄທ​ຕ້ອງ​ປະສົບ​ກັບ​ບັນຫາ​ຊັກ​ຊ້າ​ເລື້ອຍມາ.

XS
SM
MD
LG