ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຜູ້ນຳ ທະຫານໄທ ຂົ່ມຂູ່ ຈະຈັບ ພວກຄຳນັບ ໃຊ້ມື 3 ນີ້ວ ແບບຮູບເງົາ 'Hunger Games' (ວີດີໂອ)


ຜູ້ຄົນພາກັນຖ່າຍຮູບ ຢືນຢຽບປ້າຍຂອງຜູ້ບັນຊາການຂອງໄທ
ຜູ້ຄົນພາກັນຖ່າຍຮູບ ຢືນຢຽບປ້າຍຂອງຜູ້ບັນຊາການຂອງໄທ
ກອງທັບໄທ ຂົ່ມຂູ່ ຈະຈັບກຸມພວກທີ່ສະແດງການຄຳນັບ ໂດຍ
ໃຊ້ນິ້ວມື 3 ນິ້ວ ຈາກຮູບ ເງົາເລື່ອງ “The Hunger Games” ເພື່ອສະແດງອອກເຖິງການຄັດຄ້ານ ຕໍ່ການກໍ່ລັດຖະປະຫານ
ໃນເດືອນແລ້ວນີ້.

ພວກຜູ້ນຳໃນການກໍ່ລັດຖະປະຫານ ໄດ້ຈຳກັດຮັດແຄບ ຕໍ່ສິດ
ເສລີພາບ ໃນການສະແດງ ຄວາມຄິດຄວາມເຫັນແລະຈັດຕັ້ງ
ປະຕິບັດການຫ້າມບໍ່ໃຫ້ມີການໂຮມຊຸມນຸມກັນ ທີ່ມີຫຼາຍກວ່າ
5 ຄົນຂຶ້ນໄປ ຫຼັງຈາກພວກທະຫານເຂົ້າຍຶດອຳນາດ ໃນວັນທີ
22 ພຶດສະພາຜ່ານມາ.

ໃນຖານະທີ່ເປັນສັນຍາລັກຂອງການຕໍ່ຕ້ານແບບງຽບໆພວກຕໍ່ຕ້ານການກໍ່ລັດຖະປະຫານ
ໄດ້ເລີ່ມໃຊ້ການຄຳນັບດ້ວຍນີ້ວມື້ 3 ນີ້ວ ຊຶ່ງໃນຮູບເງົາເລື່ອງ “The Hunger Games”
ນັ້ນ ແມ່ນເປັນສັນຍາລັກ ໃນການຕໍ່ຕ້ານພວກຜະເດັດການນັ້ນ.

ໂຄສົກຂອງກອງທັບໄດ້ກ່າວວ່າພວກເຈົ້າໜ້າທີ່ພວມຕິດຕາມເບິ່ງການປຸກລະດົມດັ່ງກ່າວ
ໂດຍເຕືອນພວກທີ່ໃຊ້ສັນຍານດັ່ງກ່າວວ່າ ອາດຈະປະເຊີນກັບການຖືກຈັບ ຖ້າຫາກພວກ ເຂົາສະແດງການຄຳນັບດ້ວຍນິ້ວມື້ 3 ນິ້ວ ໃນບ່ອນທີ່ມີຫຼາຍກວ່າ 5 ຄົນຂຶ້ນໄປ.

ການປະທ້ວງແບບນ້ອຍໆ ຍັງດຳເນີນຢູ່ຕໍ່ມາ ໃນນະຄອນຫຼວງ​ຂອງໄທ ນັບຕັ້ງແຕ່ຜູ້ບັນ ຊາກອງທັບບົກ ນາຍພົນ Prayuth Chan-ocha ຍຶດອຳນາດ ແລະກໍໄດ້ມີການປະທະ ກັນແບບນ້ອຍໆເກີດຂຶ້ນ.

ໃນວັນອາທິດຜ່ານມານີ້ ໄທໄດ້ສົ່ງກອງກຳລັງເກືອບ 6 ພັນຄົນ ເຂົ້າປະຈຳການຢູ່ຕາມຈຸດ ຕ່າງໆໃນບາງກອກ ເພື່ອສະແດງກຳລັງ ໃຫ້ພວກປະທ້ວງທີ່ໄດ້ວາງແຜນຈະຈັດການໂຮມ ຊຸມຂະໜາດໃຫຍ່ຂຶ້ນນັ້ນ ໄດ້ເຫັນກັນ.
Crackdown on Protests Continues in Thailand
please wait

No media source currently available

0:00 0:02:42 0:00
XS
SM
MD
LG