ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວໄຕ້ຫວັນ​ໄປປ່ອນບັດ ໃນການເລືອກຕັ້ງ ຄັ້ງປະຫວັດສາດ


ທ່ານນາງ Tsai Ing-wen ຜູ້ນຳພັກຝ່າຍຄ້ານ ຂອງໄຕ້ຫວັນ ໄປປ່ອນບັດ. (15 ມັງກອນ 2016)
ທ່ານນາງ Tsai Ing-wen ຜູ້ນຳພັກຝ່າຍຄ້ານ ຂອງໄຕ້ຫວັນ ໄປປ່ອນບັດ. (15 ມັງກອນ 2016)

ການ​ປ່ອນ​ບັດ​ໄດ້​ອັດ​ລົງ​ແລ້ວ​ທີ່​ໄຕ້​ຫວັນ ບ່ອນ​ທີ່​ຜູ້​ມີ​ສິດ​ປ່ອນ​ບັດ
​ໄດ້​ພາກັນ​ໄປ​ລົງຄະ​ແນນ​ສຽງ​ໃນ​ວັນ​ເສົາ​ມື້ນີ້​ໃນ​ການ​ເລືອກ​ຕັ້ງທີ່​
ອາດ​ຈະ​ພາ​ໃຫ້​ມີ​ການ​ປ່ຽນ​ແປງ ​ຄັ້ງປະຫວັດສາດ ຢູ່ໃນໄຕ້​ຫວັນ​
ຊຶ່ງ​ເປັນ​ນຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ມີ​ປະຊາທິປະ​ໄຕ​ໂດດ​ເດັ່ນທີ່​ສຸດ
​ໃນ​ເອ​ເຊຍ.

ມີ​ການ​ຄາດໝາຍກັນ​ເປັນ​ຢ່າງ​ສູງວ່າ ທ່ານນາງ Tsai Ing-wen
ຜູ້​ສະໝັກ​ທີ່​ມີ​ຄະ​ແນນ​ສຽງນຳ​ໜ້າ​ພ້ອມ​ທັງ​ເປັນ​ຜູ້ນຳ​ພັກ​ປະຊາທິ
ປະ​ໄຕ​ກ້າວໜ້າຫຼື DPP ທີ່​ເປັນ​ພັກຝ່າຍ​ຄ້ານນັ້ນອາດ​ຈະ​ໄດ້​ເປັນ
ປະທານາທິບໍດີ​ແມ່ຍິງ​ຄົນ​ທຳ​ອິດຂອງ​ປະ​ເທດ​ເກາະ​ດັ່ງກ່າວ.

ການ​ຮັບ​ມື​ກັບ​ຄູ່​ການ​ຄ້າທີ່​ໃຫຍ່​ທີ່​ສຸດ​ຂອງ​ໄຕ້​ຫວັນ​ຄື​ຈີນ​ແຜ່ນດິນໃຫຍ່ແລະ​ຊ່ອຍ​ເສີມ​ຂະ
ຫຍາຍຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເສດຖະກິດ​ທີ່​ດຳ​ເນີນ​ໄປ​ຢ່າງ​ຜິດພາດ​ ແລະເງິນ​ເດືອນ​ທີ່​ບໍ່​ຂຶ້ນ​ເລີຍ​ນັ້ນ ໂດຍ​ສະ​ເພາະ​ສຳລັບ​ພວກ​ຄົນ​ງານ​ທີ່​ຍັງ​ໜຸ່ມ​ນ້ອຍ​ແມ່ນສ່ວນ​ນຶ່ງ​ຂອງ​ບັນຫາ​
ທ້າ​ທາຍ ທີ່​ຜູ້​ນຳ​ຄົນ​ຕໍ່​ໄປ​ຂອງ​ໄຕ້​ຫວັນ​ຈະ​ປະ​ເຊີນ.

ທ່ານ Tsai ​ໄດ້​ໄປ​ປ່ອນ​ບັດ ​ໃນ​ຕອນ​ເຊົ້າຂອງ​ວັນ​ເສົາ​ມື້ນີ້ ທີ່​ໂຮງຮຽນປະຖົມ Hsiu Lang
ທີ່​ຕັ້ງຢູ່​ນອກ​ອອກ​ໄປ​ຈາກ​ນະຄອນຫຼວງໜ້ອຍ​ນຶ່ງ.

ທ່ານ​ນາງ​ກ່າວ​ວ່າ ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ຢ່າງ​ດີ​ທີ່ສຸດ​ແລ້ວ ບັດ​ນີ້ ຜົນ​ຂອງການ​ເລືອກ
​ຕັ້ງ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ປະຊາຊົນ​ໄຕ້​ຫວັນ ຂ້າພະ​ເຈົ້າມີ​ຄວາມ​ເຊື່ອໝັ້ນ ຄະນະ​ຂອງ​ພວກ
​ເຮົາ​ທັງ​ໝົດ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ​ຂ້າພະ​ເຈົ້າ​ເຊື່ອ​ວ່າ ພວກ​ສະໜັບສະໜຸນ​ເຮົາ​ທັງ​ໝົດ​
ຕ່າງ​ກໍ​ມີ​ຄວາມ​ເຊື່ອ​ໝັ້ນ​ເຊັ່ນ​ດຽວ​ກັນ.

​ໃນ​ຂະນະ​ທີ່​ທ່ານ​ນາງ Tsai ອອກ​ໄປ​ຈາກ​ໂຮງຮຽນ​ແຫ່ງ​ນັ້ນ ພວກ​ສະ​ໜັບສະ​ໜຸນ​ໄດ້ພາ
ກັນ​ຕົບມື​ແລະ​ຮ້ອງ​ໂຮ​ຂຶ້ນວ່າ ສະບາຍດີ​ປະທານາທິບໍດີ.

ອີງ​ຕາມ​ການ​ຢັ່ງ​ຫາງ​ສຽງ​ຫລ້າ​ສຸດ ​ເມື່ອໄວໆ​ມານີ້​ແລ້ວ ທ່ານ​ນາງ Tsai ​ແມ່ນ​ມີຄະ​ແນນ​
ສຽງ​ນຳ​ໜ້າ​ຫລາຍ​ກວ່າ 10 ​ເປີ​ເຊັນ​ຕໍ່​ທ່ານ Eric Chu ຜູ້ສະໝັກ​ຂອງ​ພັກ​ຈີນ​ຄະນະ​ຊາດ​
ຫຼືກົວ​ມິນ​ຕັງ​.

​ພໍ່ຕູ້ Lin Hsitsai ຜູ້​ປ່ອນ​ບັດ​ທີ່ຊະລາກ່າວ​ວ່າມັນ​ເປັນ​ທີ່​ແນ່ນອນ 100 ​ເປີ​ເຊັນ ພວກ​ເຮົາ​
ຈະ​ມີ​ປະທານາທິບໍດີ​ເປັນ​ແມ່ຍິງ.​ ພໍ່​ຕູ້​ຄົນ​ນີ້​ ເວົ້າຕື່ມ​ວ່າ ທ່ານ​ນາງ Tsai ອາດ​ຈະສາມາດ
​ຊ່ອຍຕ່າວປີ້ນ​ໃຫ້ເສດຖະກິດ​ໄຕ້ຫວັນ​ດີ​ຂຶ້ນ​ໄດ້.

Taiwan Elecltion
please wait
Embed

No media source currently available

0:00 0:00:40 0:00

XS
SM
MD
LG