ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກ ຣີພັບບລີກັນ ຫວັງທຳຄະແນນ ໃຫ້ທັນ ທ່ານ Trump


ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວທີ່ການໂຄສະນາຫາສຽງ ທີ່ມະຫາວິທະຍາໄລ Valdosta ໃນເມືອງ Valdosta, ລັດ Georgia. 29 ກຸມພາ, 2016.
ຜູ້ລົງແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີ ຈາກພັກຣີພັບບລີກັນ ທ່ານ Donald Trump ກ່າວທີ່ການໂຄສະນາຫາສຽງ ທີ່ມະຫາວິທະຍາໄລ Valdosta ໃນເມືອງ Valdosta, ລັດ Georgia. 29 ກຸມພາ, 2016.

ໃນການແຂ່ງຂັນ ທີ່ຈະເປັນປະທານາທິບໍດີແຫ່ງ ສະຫະລັດ ຄົນຕໍ່ ໄປ ປະຈຸບັນນີ້ ໄດ້ມາເຖິງວັນທີ່ມີຄວາມສຳຄັນທີ່ສຸດ ເຊິ່ງເປັນວັນ ອັງຄານມື້ນີ້ ໃນຂະນະທີ່ບັນດາຜູ້ລົງສະໝັກທຳການແຂ່ງຂັນກັນ ໃນ 11 ລັດ. ບັນດາຜູ້ທີ່ຕາມຫຼັງໃນການຢັ່ງຫາງສຽງມີຄວາມຫວັງ ທີ່ຈະທຳການ ເຄື່ອນໄຫວຄັ້ງໃຫຍ່ເພື່ອໄລ່ໃຫ້ທັນຜູ້ມີ​ຄະ​ແນນນຳ ໜ້າຕົນຫລາຍ​ກວ່າ ສິບ​ເປີ​ເຊັນນັ້ນ.

ວັນອັງຄານມື້ນີ້ ແມ່ນວັນທີ່ມີຄວາມສຳຄັນຢ່າງຍິ່ງ ສຳລັບພັກ​ຣີພັບ​ບລີ ກັນ ​ໂດຍ​ທີ່ນັກທຸລະກິດອະສັງຫາລິມະ​ຊັບ ທ່ານ Donald Trump ຜູ້ທີ່ໄດ້ຮັບໄຊຊະນະໃນ 3​ ລັດລຽນຕິດ ແລະ ຕົວເກັງທີ່ ຈະໄດ້ຮັບໄຊຊະນະໃນ 10 ລັດ ໃນວັນທີ່ເອີ້ນວ່າ "Super Tuesday ຫຼື ວັນອັງຄານພິ​ເສດນັ້ນ.” ທ່ານ Trump ມີ​ຄະ​ແນນ​ນຳ​ຫຼັງ ພຽງ​ແຕ່ໃນລັດ Texas ທາງພາກ ໃຕ້ຂອງປະເທດ​ເທົ່າ​ນັ້ນ, ບ່ອນທີ່ສະມາຊິກ ສະພາສູງ ທ່ານ Ted Cruz ຫວັງທີ່ຈະໄດ້ຮັບໄຊ ຊະນະໃນບ້ານຂອງທ່ານເອງ.

ຈຸດສຳຄັນຈະບໍ່ແມ່ນວ່າທ່ານ Trump ຈະໄດ້ຮັບໄຊຊະນະໃນຈັກ ລັດ ແຕ່ຈະເປັນການທີ່
ທ່ານ Cruz ແລະ ເພື່ອນຮ່ວມຕຳແໜ່ງສະມາຊິກສະພາສູງທ່ານ Marco Rubio ຈະເຮັດ
ໄດ້ດີເທົ່າໃດໃນເມື່ອວ່າ​ຄະນະ​ຜູ້ຕາງໜ້າທີ່ສະມາຊິກ​ສະພາ​ສູງທັງສອງຄົນຕ້ອງການທີ່ຈະ
ຮັບໃນທີ່ສຸດ ​ເພື່ອຈະ​ໄດ້ຮັບ​ການສະເໜີຊື່​ແຕ່ງຕັ້ງ​ໂດຍພັກຣີ ພັບບລີກັນ ​ໃຫ້​ເປັນ​ຕົວ​ແທນ​
ຂອງ​ພັກ​ນັ້ນ ​ແມ່ນ​ຈະ​ໄດ້​ຖືກ​ແບ່ງ​ກັນ​ຢ່າງ​ສົມ​ສ່ວນ​ໃນການແຂ່ງຂັນ​ໃນວັນອັງຄານມື້ນີ້.

​ສຳລັບການແຂ່ງຂອງພັກ ເດໂມແຄຣັດ, ການຢັ່ງຫາງ ສຽງຂອງໂທ ລະພາບ CNN ແລະ ອົງການ ORC ທີ່ໄດ້ເປີດເຜີຍໃນວັນຈັນວານ ນີ້ ສະແດງໃຫ້ເຫັນວ່າ ອະດີດລັດຖະມົນຕີ
ການຕ່າງປະເທດ ທ່ານ ນາງ Hilary Clinton ໄດ້ຂະຫຍາຍ ການນຳໜ້າຕໍ່ການແຂ່ງຂັນ
ທົ່ວປະເທດຫ່າງຈາກສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ​ໂດຍ
​ຄະ​ແນນ​ສຽງ 55 ຕໍ່ 38 ເປີເຊັນ. ມາຮອດປະຈຸບັນນີ້ ທ່ານນາງ Clinton ກໍຍັງມີ​ຄະແນນ
ນຳໜ້າຢ່າງຫຼວງຫຼາຍ ​ໂດຍ​ໄດ້ຮັບບັນດາຜູ້ແທນພັກ ເດໂມແຄຣັດ ຫຼາຍສົມຄວນ​ແລ້ວ.

Trump and Clinton Lead Polls on Eve of Super Tuesday
please wait

No media source currently available

0:00 0:02:21 0:00

XS
SM
MD
LG