ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໒ ພຶດສະພາ ໒໐໒໔

ນາຍົກລັດຖະມົນຕີຂອງໝູ່ເກາະ ໂຊໂລມອນ ທ່ານ ໂຊໂກແວ ຈະບໍ່ເຂົ້າແຂ່ງຂັນເປັນນາຍົກອີກຄັ້ງ ໃນອາທິດໜ້ານີ້


ແຟ້ມຮູບ-ນາຍົກລັດຖະມົນຕີໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊໂກແວ ປາກົດໂຕໃນນະຄອນຫຼວງປັກກິ່ງ, ວັນທີ 18 ກໍລະກົດ 2023.
ແຟ້ມຮູບ-ນາຍົກລັດຖະມົນຕີໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊໂກແວ ປາກົດໂຕໃນນະຄອນຫຼວງປັກກິ່ງ, ວັນທີ 18 ກໍລະກົດ 2023.

ຜູ້ດໍາລົງຕໍາແໜ່ງນາຍົກລັດຖະມົນຕີຂອງໝູ່ເກາະໂຊໂລມອນ ທ່ານມານາສເຊ ໂຊກາແວ ກ່າວວ່າທ່ານຈະບໍ່ລົງແຂ່ງຂັນ ເມື່ອບັນດາສະມາຊິກລັດຖະສະພາ ລົງຄະແນນສຽງເລືອກຕັ້ງເອົານາຍົກລັດຖະມົນຕີຄົນໃໝ່ໃນອາທິດໜ້ານີ້, ແລະ ພັກການເມືອງຂອງທ່ານ ຈະສະໜັບສະໜູນອະດີດລັດຖະມົນຕີການຕ່າງປະ ເທດ ທ່ານ ເຈເຣມາຍອາ ມາເນເລ (Jeremiah Manele), ອີງຕາມລາຍ ງານຂອງອົງການຂ່າວ Reuters.

ສອງພັກພັກຝ່າຍຄ້ານໃຫຍ່ໃນໝູ່ເກາະໂຊໂລມອນ ໄດ້ຕົກລົງຮ່ວມກັນໃນວັນ ເສົາແລ້ວນີ້ ໃນຂະນະທີ່ພວກເຂົາເຈົ້າແຂ່ງຂັນກັບພັກຂອງ ທ່ານ ໂຊກາແວ ເພື່ອສ້າງຕັ້ງລັດຖະບານ ຫຼັງຈາກການເລືອກຕັ້ງທີ່ຍັງບໍ່ມີຜູ້ຊະນະຢ່າງແຈ່ມແຈ້ງ ເທື່ອນັ້ນ.

ການ​ເລືອກ​ຕັ້ງ​ໃນ​ອາ​ທິດ​ຜ່ານ​ມາ​ ແມ່ນ​ຄັ້ງ​ທຳ​ອິດ​ນັບ​ແຕ່ທ່ານ ໂຊກາແວ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຄວາມ​ໝັ້ນ​ຄົງ​ກັບ​ຈີນ​ເມື່ອ​ປີ 2022, ໂດຍ​ໄດ້​ເຊື້ອ​ເຊີນບັນດາ ເຈົ້າໜ້າທີ່​ຕຳຫຼວດ​ຈີນ​ເຂົ້າ​ໄປ​ໃນ​ໝູ່​ເກາະ​ປາ​ຊີ​ຟິກ ແລະ​ໄດ້ເຮັດໃຫ້​ປະ​ເທດແຫ່ງ ນີ້​ໃກ້ຊິດກັບ ​ປັກ​ກິ່ງ ຫຼາຍຂຶ້ນ.

ການ​ເລືອກ​ຕັ້ງດັ່ງກ່າວ ​ແມ່ນ​ຖືກຕິດຕາມ​ເບິ່ງ​ຈາກ ​ຈີນ, ສະຫະລັດ ​ແລະ ປະເທດເພື່ອນບ້ານ ອອສເຕຣເລຍ ​ເນື່ອງ​ຈາກຄວາມເປັນໄປໄດ້ກ່ຽວກັບຜົນ​ກະທົບ​ຕໍ່​ຄວາມ​ໝັ້ນຄົງຢູ່​ໃນ​ພາກ​ພື້ນ.

ທ່ານ ໂຊກາແວ ໄດ້ປະກາດວ່າ ທ່ານຈະບໍ່ເປັນຜູ້ລົງແຂ່ງຂັນເປັນນາຍົກລັດຖະ ມົນຕີໃນລະຫວ່າງຖະແຫຼງຂ່າວຜ່ານທາງໂທລະພາບໃນຕອນແລງຂອງວັນຈັນ ວານນີ້.

ທ່ານ ໂຊກາແວ ກ່າວວ່າ ລັດຖະບານຂອງທ່ານ ໄດ້ຮັບ “ຄວາມກົດດັນຈາກ ສະຫະລັດ ແລະບັນດາປະເທດພັນທະມິດຕາເວັນຕົກ” ແລະທ່ານກໍໄດ້ຖືກກ່າວ ຫາ “ຫຼາຍສິ່ງຫຼາຍຢ່າງ.”

ທ່ານກ່າວວ່າ “ພູມສາດການເມືອງແມ່ນການສະແດງອອກໃຫ້ເຫັນ, ລຸນຫຼັງ ພວກເຮົາໄດ້ດໍາເນີນການຕັດສິນໃຈທີ່ສໍາຄັນໃນປີ 2019,” ໂດຍອ້າງອີງຈາກ ການຕັດສິນໃຈຂອງລັດຖະບານທ່ານ ທີ່ຈະປ່ຽນການຮັບຮູ້ທາງການທູດຈາກ ໄຕ້ຫວັນ ໄປເປັນ ປັກກິ່ງ.

ທ່ານ ມາເລເນ ກ່າວ​ວ່າ ຖ້າ​ທ່ານ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ນາຍົກລັດຖະມົນຕີ ທ່ານ​ຈະ​ມີ “ພື້ນຖານ​ທາງດ້ານນະ​ໂຍບາຍ​ການ​ຕ່າງປະ​ເທດອັນດຽວກັນ, ເປັນເພື່ອນ​ກັບໝົດ​ທຸກ​ຄົນ ​ແລະບໍ່​ເປັນ​ສັດຕູກັບໃຜ.”

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG