ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີໃຕ້ຫ້າມນໍາເຂົ້າ ຜະລິດຕະພັນປາ ແລະ ອາຫານທະເລ ຈາກຍີ່ປຸ່ນ ຕື່ມອີກ


ໂຮງງານໄຟຟ້າພະລັງນີເຄຼຍ Fukushimaໃນຍີ່ປຸ່ນ ທີ່ເພພັງ ຍ້ອນ ຄື້ນ ຟອງ ສຸນາມິ ໃນປີ 2011 ທີ່ຍັງຜົນໃຫ້ ກໍາມັນຕະພາບລັງສີຮົ່ວ ໄຫຼລົງສູ່ທະເລ ທີ່ຢູ່ໃກ້ຄຽງ
ໂຮງງານໄຟຟ້າພະລັງນີເຄຼຍ Fukushimaໃນຍີ່ປຸ່ນ ທີ່ເພພັງ ຍ້ອນ ຄື້ນ ຟອງ ສຸນາມິ ໃນປີ 2011 ທີ່ຍັງຜົນໃຫ້ ກໍາມັນຕະພາບລັງສີຮົ່ວ ໄຫຼລົງສູ່ທະເລ ທີ່ຢູ່ໃກ້ຄຽງ
ເກົາຫຼີໃຕ້ ໄດ້ຂະຫຍາຍຂອບເຂດການສັ່ງຫ້າມນໍາເຂົ້າຜະລິດຕະ
ພັນປາ ຕ່າງໆຂອງຍີ່ປຸ່ນອອກໄປອີກ ຍ້ອນວ່າມີນໍ້າທີ່ເປີະເປື້ອນ
ດ້ວຍກໍາມັນຕະ ພາບລັງສີ ຮົ່ວໄຫຼລົງສູ່ນໍ້າທະເລ ຈາກໂຮງງານ ໄຟຟ້າພະລັງປະລະມະນູ Fukushima ທີ່ເພພັງຢູ່ນັ້ນ. ເຈົ້າໜ້າ
ທີ່ເກົາຫຼີໃຕ້ເວົ້າວ່າ ມັນມີຄວາມບໍ່ ແນ່ນອນຫຼາຍເກີນໄປ ​ເພາະ ວ່າທາງໂຕກຽວບໍ່ໄດ້ສະໜອງຂໍ້ມູນໃຫ້ຢ່າງ ພຽງພໍ ກ່ຽວກັບການ ຮົ່ວໄຫຼຂອງກໍາມັນຕະພາບລັງສີດັ່ງກ່າວ ຂະນະທີ່ເຈົ້າໜ້າທີ່ຍີ່ປຸ່ນ
ເວົ້າວ່າ ປາສົ່ງອອກຂອງຍີ່ປຸ່ນແມ່ນປອດໄພດີ ບໍ່ມີສິ່ງ​ເປັນ​ພິດ​
ໃດໆເຈືອປົນຢູ່. Daniel Schearf ຜູ້ສື່ຂ່າວວີໂອເອລາຍງານ
ເລຶ່ອງນີ້ ຈາກນະຄອນຫຼວງໂຊລ ເກົາຫຼີໃຕ້ ຊຶ່ງທອງປານ ຈະນໍາ
ເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ

ລິງໂດຍກົງ

ເກົາຫຼີໃຕ້ໄດ້ປະກາດການສັ່ງຫ້າມຜະລິດຕະພັນປາ ແລະອາຫານທະເລທັງໝົດທີ່ສົ່ງໄປ
ຈາກເຂດ Fukushima ພ້ອມກັບເຈັດເຂດ ທີ່ຢູ່ ໃກ້ຄຽງນັ້ນນໍາ.

ການເຄຶ່ອນໄຫວດັ່ງກ່າວຂອງເກົາຫຼີໃຕ້ມີຂຶ້ນ ໃນຂະນະທີ່ນໍ້າ​ທີ່ມີທາດກໍາມັນຕະພາບລັງສີ
ໃນປະລິມານຫຼາຍຮ້ອຍໂຕນ ຊຶມລົງໄປໃຕ້ດິນ ຈາກຖັງເກັບນໍ້າ ຢູ່ທີ່ເຂດໂຮງງານໄຟຟ້າ
ພະລັງປະລະມະນູ Fukushima Daiichi ທີ່ເພພັງໃຊ້ການບໍ່ໄດ້ນັ້ນ ແລ້ວໄຫຼລົງສູ່ທະເລ.

ນໍ້າດັ່ງກ່າວ​ແມ່ນໃຊ້ເພື່ອລະບາຍຄວາມເຢັນ ໃຫັທ່ອນປະຕິກອນນີວເຄຼຍ ຫຼັງຈາກທີ່​
ເຕົາ​ແຍກ​ໄດ້ເປື່ອຍລະລາຍລົງ ຍ້ອນໄພຄື້ນຟອງສຸນາມີ ທີ່ປະທະເຂດດັ່ງກ່າວຂອງ
ຍີ່ປຸ່ນເມື່ອເດືອນມີນາ ປີ 2011 ນັ້ນ.

ທາງ​ຝ່າຍຍີ່ປຸ່ນນັ້ນ ກໍ​ໄດ້ພະຍາຍາມດິ້ນຮົນເພື່ອໃຫ້ຄວາມໝັ້ນໃຈຕໍ່ສາທາລະນະຊົນວ່າ
ຕົນກໍາລັງປະຕິບັດງານແກ້ໄຂການຮົ່ວໄຫຼນັ້ນ​ຢູ່ ແຕ່ເຈົ້າໜ້າທີ່ເກົາຫຼີໃຕ້ເວົ້າວ່າ ຍີ່ປຸ່ນບໍ່
ໄດ້ສະໜອງຂໍ້ມູນກ່ຽວກັບເລຶ່ອງນີ້ຢ່າງພຽງພໍ ເພື່ອລົດລະດັບຄວາມເປັນຫ່ວງຂອງພວກ
ເຂົາເຈົ້າ ດ້ານຄວາມປອດໄພນັ້ນ ໃຫ້ໜ້ອຍລົງ.

Son Jae-hak ​ເປັນຮອງລັດຖະມົນຕີກະຊວງມະຫາສະມຸດແລະປາຂອງ ເກົາຫຼີໃຕ້.

ທ່ານ Son ກ່າວຊີ້ແຈງວ່າ: “ທາງກະຊວງໄດ້ຂໍຮ້ອງໃຫ້ລັດຖະບານຍີ່ປຸ່ນສະໜອງ
ຂໍ້ມູນ ກ່ຽວກັບສະພາບການຂອງການຄຸ້ມຄອງໂຮງງານໄຟຟ້ານີວເຄຼຍ ພ້ອມທັງ
ການຄຸ້ມຄອງນໍ້າທີ່ເປີະເປື້ອນນັ້ນ ແລະຜົນກະທົບຕ່າງໆ ​ແລະພວກເຂົາ​ເຈົ້າກໍ
ໄດ້ຮັບແລ້ວ. ແຕ່ພວກເຂົາເຈົ້າໄດ້ສະຫຼູບວ່າ ຍັງມີປັດໄຈຫຼາຍຢ່າງທີ່ບໍ່ແນ່ນອນ
ແລະກໍບໍ່ພຽງພໍທີ່ຈະລົງ​ຄວາມເຫັນກ່ຽວ​ກັບສະພາບການທີ່ເປັນຢູ່ໃນປັດຈຸບັນນີ້
ໄດ້ຢ່າງຖືກຕ້ອງ ອີງຕາມຂໍ້ມູນທີ່ຍີ່ປຸ່ນສະເໜີໃຫ້ ນັ້ນ.”


ທ່ານຊອນເວົ້າຕໍ່ໄປວ່າ ຈໍານວນການນໍາເຂົ້າທັງໝົດທີ່ຈະຖືກກະທົບຍ້ອນ​ຄໍາ​ສັ່ງຫ້າມ​ນີ້
ຕົກ​ເປັນປະມານ 5,000 ໂຕນ ຄືປະມານ 15 ເປີເຊັນ ຂອງປະລິມານທັງໝົດ ທີ່ເກົາຫຼີ
ໃຕ້ ຊື້ຈາກຍີ່ປຸ່ນ.

ເກົາຫຼີໃຕ້ໄດ້ສັ່ງຫ້າມຜະລິດຕະພັນປາຕ່າງໆຈາກເຂດດັ່ງກ່າວ ເປັນບາງສ່ວນຢູ່ແລ້ວ
ເພື່ອເປັນການລະວັງໄວ້ກ່ອນ ​ແລະ​ໄດ້​ເພີ້​ມການກວດຫາກໍາມັນຕະພາບລັງສີໃສ່ມາດ
ຕະຖານທີ່​ເຄ່ງ​ຄັດ​ຢູ່ແລ້ວນັ້ນ.

ການກວດສອບ​ເບິ່ງຕົວຢ່າງຂອງພວກປາທີ່ເອົາມາຈາກເຂດນ່ານນໍ້າໃກ້ຄຽງ ພົບ​ວ່າ ມີ
ກໍາມັນຕະພາບລັງສີ​ໃນລະດັບສູງ ແຕ່ເຈົ້າໜ້າທີ່ເກົາຫຼີໃຕ້ກໍຮັບຮູ້ວ່າ ບໍ່ມີຫຼັກຖານໃດໆ
ທີ່​ສະ​ແດງ​ວ່າຜະລິດຕະພັນປາທີ່ສົ່ງອອກນັ້ນ ມີ​ກໍາ​ມັນ​ຕະພາບ​ລັງສີ​ເຈືອ​ປົນ​ຢູ່.

Shin Joong-don ໂຄສົກປະຈໍາຫ້ອງການນາຍົກລັດຖະມົນຕີເກົາຫຼີໃຕ້ ກ່າວຊີ້ແຈງວ່າ:

“ເທົ່າເຖິງປັດຈຸບັນນີ້ ລັດຖະບານໄດ້ສັ່ງຫ້າມປາ 50 ຊະນິດ ຈາກແປດເຂດ ທີ່ຢູ່ໃກ້ Fukushima ແຕ່ພາຍໃຕ້ມາດຕະການໃໝ່ ຜະລິດຕະພັນປາທັງໝົດຈາກເຂດດັ່ງກ່າວ
ຈະຖືກສັ່ງຫ້າມ ບໍ່ວ່າປາເຫຼົ່ານັ້ນຈະເປີະເປື້ອນດ້ວຍກໍາມັນຕະພາບລັງສືຫຼືບໍ່ກໍຕາມ.”

ທ່ານ Yoshihide Suga ໂຄສົກຫົວໜ້າຫ້ອງການລັດຖະບານຍີ່ປຸ່ນເວົ້າວ່າ ໂຕກຽວ
ແມ່ນ​ໄດ້ສະໜອງຂໍ້ມູນທີ່ຖືກຕ້ອ​ງ​ໃຫ້ເກົາຫຼີໃຕ້ ແລະວ່າ ກຸງໂຊລກໍຄວນຈະຈັດການ
ກັບບັນຫາດັ່ງກ່າວນີ້ ດ້ວຍເຫດຜົນທາງວິທະຍາສາດ.

ທ່ານ Suga ເວົ້າວ່າ: “ການຮົ່ວໄຫຼຂອງນໍ້າທີ່ເປື້ອນເປີະລົງສູ່ທະເລນັ້ນ ​ແມ່ນ​
ໄດ້​ຖືກຄວບຄຸມໄວ້​ໃຫ້​ຢູ່ພາຍໃນວົງລັດສະ ໝີ 0.3 ຕາລາງກິໂລແມັດ​ເທົ່າ​ນັ້ນ. ແລະພາຍໃນເຂດດັ່ງກ່າວນີ້ ລະດັບຂອງ​ກໍາ​ມັນ​ຕະພາບ​ລັງສີ ​ແມ່ນຕໍ່າກວ່າ
ຂີດ​ອັນຕະລາຍ​ຫລາຍ ສະນັ້ນ ແນ່ນອນທີ່ສຸດ ມັນຈະບໍ່ມີຜົນກະທົບໃດໆເລີຍ.”


ຜູ້ບໍລິຫານໂຮງງານໄຟຟ້ານີວເຄຼຍ Fukushima ກໍຄືບໍລິສັດ Tokyo Electric Power
Company ຫຼື TEPCO ຖືກໂຈມຕີຢ່າງໜັກ ຍ້ອນການທີ່ໂຮງງານໄຟຟ້າບໍ່ສາມາດທົນ
ທານຕໍ່ໄພແຜ່ນດິນໄຫວ ແລະຄື້ນ ຟອງສຸນາມິ ແລະວິທີທີ່ບໍລິສັດຮັບມືກັບວິກິດການດັ່ງ
ກ່າວ ນັ້ນນໍາ.

ບໍລິສັດ TEPCO ຍັງຖືກດ່າຢ່າງຮຸນແຮງ ທີ່ບໍ່ໄດ້ໃຫ້ຂໍ້ມູນທີ່ຖືກຕ້ອງກ່ຽວກັບການຮົ່ວ
ໄຫຼຂອງກໍາມັນຕະພາບລັງສືໄດ້ຢ່າງວ່ອງໄວພໍ ແລະໃຊ້ເວລາຫຼາຍເກີນໄປໃນການກ່າວ
ປ້ອງກັນຕົນເອງ.

ລັດຖະບານຍີ່ປຸ່ນ ໄດ້ປະກາດໃນເດືອນສິງຫາ ວ່າຕົນຈະເຂົ້າພົວພັນໂດຍກົງ ໃນຄວາມ
ພະຍາຍາມເພື່ອຢຸດການແຜ່ລາມຂອງກໍາມັນຕະພາບລັງສີ.

ແລະ​ເມື່ອຕົ້ນອາທິດ​ແລ້ວນີ້ ໂຕກຽວໄດ້ປະກາດລາຍລະອຽດຂອງແຜນການທີ່ຈະລົງ
ທຶນ ຫຼາຍຮ້ອຍລ້ານໂດລ່າ ທີ່ຈະສ້າງກໍາແພງກັ້ນນໍ້າໃຕ້ດິນ ທີ່ຢູ່ອ້ອມແອ້ມໂຮງງານໄຟ
ຟ້ານັ້ນ ແລະເຮັດໃຫ້ແຂງເປັນນໍ້າກ້ອນ ເພື່ອສະກັດກັ້ນບໍ່​ໃຫ້​ນໍ້າ​ທີ່​ມີ​ກໍາ​ມັນ​ຕະພາບ​ລັງສີ
ຮົ່ວຊຶມລົງ ສູ່ທະເລໄດ້.

ເຈົ້າໜ້າທີ່ເກົາຫຼີໃຕ້ເວົ້າວ່າ ການສັ່ງຫ້າມນໍາເຂົ້າຜະລິດຕະພັນປາຂອງຍີ່ປຸ່ນ ​ແມ່ນເປັນ
ການຊົ່ວຄາວເທົ່ານັ້ນ ແລະພວກ​ຕົນ​ກໍຈະສືບຕໍ່ວິເຄາະຂໍ້ມູນຂອງໂຕກຽວ ເພື່ອຈະຕັດ
ສິນວ່າເວລາໃດທີ່ພວກເຂົາເຈົ້າຮູ້ສຶກວ່າ ມັນປອດໄພພໍ ທີ່ຈະຍົກເລີກການສັ່ງຫ້າມນັ້ນ.
XS
SM
MD
LG