ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ສະພາຄວາມໝັ້ນຄົງ UN ກ່າວປະນາມ ເກົາຫຼີເໜືອ


ທະຫານເກົາຫລີໃຕ້ຄົນນຶ່ງ ເບິ່ງໂທລະພາບ ທີ່ກ່າວເຖິງຂ່າວ Rodong Sinmun ຂອງເກົາຫລີເໜືອ ກ່ຽວກັບລູກສອນ ໄຟຂີປະມາວຸດ.
ທະຫານເກົາຫລີໃຕ້ຄົນນຶ່ງ ເບິ່ງໂທລະພາບ ທີ່ກ່າວເຖິງຂ່າວ Rodong Sinmun ຂອງເກົາຫລີເໜືອ ກ່ຽວກັບລູກສອນ ໄຟຂີປະມາວຸດ.

ສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ ໄດ້ເຫັນດີຢ່າງເປັນເອກະສັນກ່າວປະ ນາມ ການຍິງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງ ເກົາຫຼີເໜືອ, ໂດຍເອີ້ນມັນວ່າ “ການ ລ່ວງລະເມີດຢ່າງຮ້າຍແຮງ” ຕໍ່ພັນທະສາກົນຂອງ ເກົາຫຼີເໜືອ. ການກ່າວປະ ນາມຢ່າງ ແຮງນີ້ແມ່ນໄດ້ຮັບການໜູນຫຼັງໂດຍ ຈີນ ທີ່ເປັນພັນທະມິດຜູ້ສຳຄັນຂອງ ເກົາຫຼີເໜືອ ອີກ ດ້ວຍ.

ສະມາຊິກ 15 ປະເທດຂອງສະພາດັ່ງກ່າວໄດ້ອອກຖະແຫຼງການສະບັບໜຶ່ງທີ່ຖືກຮ່າງ ໂດຍ ສະຫະລັດ ຕອນແລງຂອງວັນສຸກທີ່ຜ່ານມາວ່າ ພວກເຂົາເຈົ້າຈະ “ສືບຕໍ່ຕິດຕາມ ສະຖານະການຢ່າງໃກ້ຊິດ ແລະ ເອົາມາດຕະການທີ່ໜັກໜ່ວງຂຶ້ນກວ່າເກົ່າອີກ.” ຖະ ແຫຼງການດັ່ງກ່າວບໍ່ໄດ້ເວົ້າວ່າ ມາດຕະການນັ້ນຈະມີຫຍັງແດ່.

ຖະແຫຼງການນັ້ນໄດ້ເຮັດໃຫ້ ເກົາຫຼີເໜືອ ໄດ້ຮັບຄວາມເສຍຫາຍ ສຳລັບການຫັນປ່ຽນ ແຫຼ່ງຊັບພະຍາກອນຂອງພວກເຂົາ “ເພື່ອສະແຫວງຫາລູກສອນໄຟຂີປະນາວຸດ” ໃນຂະ ນະທີ່ປະຊາຊົນຂອງ ເກົາຫຼີເໜືອ ກໍ “ໄດ້ປະສົບກັບຄວາມຂາດແຄນອັນໃຫຍ່ຫຼວງ.”

ຖະແຫຼງການດັ່ງກ່າວ ໄດ້ຖືກອະນຸມັດ ຫຼັງຈາກການເຈລະຈາຫຼາຍຮອບກັບ ຈີນ, ເຊິ່ງບໍ່ໄດ້ ມີຄວາມເຫັນດີຕໍ່ຮ່າງຖະແຫຼງການສະບັບທີ່ຜ່ານມາ, ໂດຍສະແດງຄວາມເປັນຫ່ວງ ກ່ຽວ ກັບ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນຢູ່ໃນພາກພື້ນ.

ການຍິງລູກສອນໄຟຂີປະນາວຸດຄັ້ງຫຼ້າສຸດຂອງ ເກົາຫຼີໜືອ ໃນວັນອັງຄານທີ່ຜ່ານມາແມ່ນ ໄດ້ຖືກຍິງຂຶ້ນຈາກເຮືອດຳນ້ຳ. ລູກສອນໄຟໄດ້ບິນເຂົ້າໄປຫາ ຍີ່ປຸ່ນ. ມັນເປັນຄວາມສຳ ເລັດຄັ້ງທຳອິດສຳລັບການຍິງຈາກເຮືອດຳນ້ຳຂອງ ເກົາຫຼີເໜືອ ແລະ ເປັນການທົດລອງ ຄັ້ງໃໝ່ສຸດ ຂອງການທົດລອງຍິງຫຼາຍຄັ້ງ ແລະ ເປັນການຍິງໃນເວລາສອງສາມເດືອນທີ່ ຜ່ານມາ ເພື່ອທ້າທາຍຕໍ່ມະຕິຂອງອົງການ ສະຫະປະຊາຊາດ.

ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Shinzo Abe ກ່່າວວ່າ ການຍິງລູກສອນໄຟນັ້ນແມ່ນ “ບໍ່ສາມາດໃຫ້ອະໄພໄດ້, ເປັນການກະທຳທີ່ໝິ່ນປະໝາດ” ທີ່ເປັນໄພຂົ່ມຂູ່ຕໍ່ຄວາມ ປອດໄພຂອງ ຍີ່ປຸ່ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG