ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ການໂຈມຕີດ້ວຍລູກສອນໄຟ ຂອງຣັດເຊຍ ໄດ້ສ້າງຄວາມເສຍຫາຍ ຕໍ່ສະຖານທີ່ດ້ານພະລັງງານຂອງຢູເຄຣນ ຫຼາຍແຫ່ງ


ໃນພາບນີ້ ສະໜອງໂດຍ ໜ່ວຍງານຮັບມືໄພສຸກເສີນຂອງຢູເຄຣນ, ໃຫ້ເຫັນພວກພະນັກງານກູ້ໄພ ຢູ່ທີ່ຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ພາຍຫຼັງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນຂົງເຂດນະອຄນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 8 ພຶດສະພາ 2024.
ໃນພາບນີ້ ສະໜອງໂດຍ ໜ່ວຍງານຮັບມືໄພສຸກເສີນຂອງຢູເຄຣນ, ໃຫ້ເຫັນພວກພະນັກງານກູ້ໄພ ຢູ່ທີ່ຕຶກແຫ່ງນຶ່ງທີ່ໄດ້ຖືກທຳລາຍ ພາຍຫຼັງການໂຈມຕີດ້ວຍລູກສອນໄຟຂອງຣັດເຊຍ ໃນຂົງເຂດນະອຄນຫຼວງ ກີຢິບ ຂອງຢູເຄຣນ, ວັນທີ 8 ພຶດສະພາ 2024.

ບັນດາເຈົ້າໜ້າທີ່ຢູເຄຣນກ່າວໃນວັນພຸດມື້ນີ້ວ່າ ຣັດເຊຍ ໄດ້ທໍາການໂຈມຕີທາງອາກາດຂະໜາດໃຫຍ່ ທີ່ປະກອບດ້ວຍລູກສອນໄຟ 55 ລູກ ແລະໂດຣນ ຫຼື ເຮືອບິນບໍ່ມີຄົນຂັບອີກ 21 ລຳ, ເຊິ່ງໄດ້ສ້າງຄວາມເສຍຫາຍຕໍ່ໂຮງຜະລິດໄຟຟ້າໃນເມືອງລະວີບ (Lviv) ທີ່ຕັ້ງຢູ່ທາງພາກຕາເວັນຕົກຂອງຢູເຄຣນ.

DTEK, ເຊິ່ງເປັນບໍລິສັດໄຟຟ້າເອກະຊົນທີ່ໃຫຍ່ທີ່ສຸດຂອງຢູເຄຣນກ່າວວ່າ ລູກສອນໄຟຫຼາຍລູກຂອງ ຣັດເຊຍ ໄດ້ “ສ້າງຄວາມເສຍຫາຍຢ່າງໜັກໜ່ວງ” ຕໍ່ສາມໃນຫົກໂຮງໄຟຟ້າພະລັງຄວາມຮ້ອນ ຢູ່ໃນຢູເຄຣນ.

ທ່ານ ມາກຊິມ ໂຄຊີຕສ໌ກີ, ຜູ້ປົກຄອງຂົງເຂດລະວີບກ່າວໃນສື່ສັງຄົມເທເລີແກຣມ (Telegram) ວ່າ ລູກສອນໄຟນຳວິຖີ ໄດ້ໂຈມຕີໃສ່ໂຮງຜະລິດໄຟຟ້າໃນເມືອງ ເຊີຣໂວໂນຣາດ (Chervonohrad) ພ້ອມທັງສະຖານທີ່ທີ່ເປັນພື້ນຖານໂຄງລ່າງພະລັງງານທີ່ສຳຄັນ ໃນເມືອງ ສະຕຣີ (Stryi).

ເຊິ່ງບໍ່ມີລາຍງານຂອງການເສຍຊີວິດຫຼືບາດເຈັບໃດໆ.

ທ່ານອານດຣີ ຣາໂຄວິຈ, ຜູ້ປົກຄອງຂົງເຂດ ໂຄໂຣໂວຣາດ ທາງພາກກາງຂອງຢູເຄຣນລາຍງານວ່າ ມີຜູ້ບາດເຈັບ 1 ຄົນ ແລະ ເຮືອນ 13 ຫຼັງຖືກທຳລາຍຈາກການໂຈມຕີດ້ວຍລູກສອນໄຟຂອງ ຣັດເຊຍ.

ບັນດາເຈົ້າໜ້າທີ່ໃນເມືອງ ວິນນິຕເຊຍ (Vinnytsia) ຍັງໄດ້ລາຍງານອີກວ່າ ການໂຈມຕີຂອງ ຣັດເຊຍ ແມ່ນແນເປົ້າໝາຍໃສ່ສະຖານທີ່ທີ່ເປັນພື້ນຖານໂຄງລ່າງອັນສຳຄັນຫຼາຍແຫ່ງ.

ສ່ວນກອງທັບອາກາດຂອງຢູເຄຣນກ່າວວ່າ ລະບົບປ້ອງກັນໄພທາງອາກາດຂອງປະເທດ ໄດ້ຍິງລູກສອນໄຟ 39 ໃນ 55 ລູກຕົກ ແລະ ໂດຣນ 20 ໃນ 21 ລຳ ຕົກເຊັ່ນກັນ.

ການໂຈມຕີດັ່ງກ່າວ ເກີດຂຶ້ນນຶ່ງວັນຫຼັງຈາກທີ່ບັນດານັກສືບສວນຕໍ່ຕ້ານການສືບລັບຂອງຢູເຄຣນກ່າວວ່າ ພວກເຂົາໄດ້ຂັດຂວາງແຜນການລອບສັງຫານປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສ໌ກີ ແລະບັນດາເຈົ້າໜ້າທີ່ຂັ້ນສູງຄົນອື່ນໆ ໂດຍພວກສາຍລັບຂອງ ຣັດເຊຍ.

ໜ່ວຍງານດ້ານຄວາມໝັ້ນຄົງຂອງຢູເຄຣນກ່າວວ່າ ພັນເອກສອງຄົນໃນກອງກຳລັງພິທັກຊາດຂອງຢູເຄຣນ ເຊິ່ງປົກປ້ອງບັນດາເຈົ້າໜ້າທີ່ຂັ້ນສູງ, ໄດ້ຖືກຈັບກຸມໃນຂໍ້ສົງໄສວ່າ ອອກຄຳສັ່ງຕໍ່ແຜນການດັ່ງກ່າວ. ຖະແຫລງການຂອງໜ່ວຍງານນີ້ກ່າວວ່າ ແຜນການນັ້ນ ໄດ້ຖືກວາງອອກມາໂດຍໜ່ວຍງານດ້ານຄວາມໝັ້ນຄົງຂອງ ຣັດເຊຍ.

ຣັດເຊຍ, ບໍ່ໄດ້ໃຫ້ຄຳເຫັນໃນທັນທີຕໍ່ບົດລາຍງານຕ່າງໆ, ເຊິ່ງບົງ່ບອກວ່າ ພັນເອກທັງສອງໄດ້ຖືກເກນມາເປັນຝ່າຍຕົນ ກ່ອນໜ້າການບຸກລຸກຢູເຄຣນຂອງ ຣັດເຊຍ ໃນເດືອນ ກຸມພາ ປີ 2022.

Ukrainian officials said Wednesday a massive Russian aerial attack that included 55 missiles and 21 drones damaged a power generation facility in the Lviv region of western Ukraine.

DTEK, Ukraine's largest private electricity company, said Russian missiles inflicted “serious damage” on three of the company’s six thermal power plants in Ukraine.

Maksym Kozytskyi, the regional governor of Lviv, said on Telegram that Russian cruise missiles struck the generation facility in the Chervonohrad district as well as a critical energy infrastructure site in the Stryi district.

There were no reports of casualties.

Andriy Rakovych, the regional governor of central Ukraine’s Korovohrad region, reported one person injured and 13 homes destroyed in a Russian missile attack.

Officials in Vinnytsia also reported a Russian strike in attacks targeting critical infrastructure facilities.

Ukraine’s air force said the country’s air defenses shot down 39 of the 55 missiles and 20 of the 21 drones.

The attack came a day after Ukrainian counterintelligence investigators said they thwarted a plan by Russian agents to assassinate Ukrainian President Volodymyr Zelenskyy and other high-level officials.

Ukraine’s state security service said two colonels in the State Guard of Ukraine, which protects top officials, were arrested on suspicion of treason for enacting the plan. A state security service statement said the plot was drawn up by Russia’s Federal Security Service.

Russia did not immediately comment on the reports, which indicate that the colonels were recruited prior to Russia’s full-scale invasion of Ukraine in February 2022.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG