ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ເມື່ອສົງຄາມຍ່າງເຂົ້າປີທີສາມ, ອົບພະຍົບຢູເຄຣນລວມທັງຜູ້ທີ່ມີເຊື້ອສາຍລາວ ຍິ່ງຄິດຮອດບ້ານຫຼາຍ


ພະນັກງານສຸກເສີນບໍລິການດ້ານສະພາບຈິດໃຈ, ເບື້ອງຊ້າຍ, ປອບໃຈແມ່ຍິງຄົນນຶ່ງ ຢູ່ສະຖານທີ່ຖືກໂຈມຕີທາງອາກາດໂດຍຣັດເຣຍ ໃນເມືອງຊາໂປຣີສເຊຍ ຂອງຢູເຄຣນ, ເມື່ອວັນສຸກ ທີ 22 ມີນາ 2024. (AP Photo/Andriy Andriyenko)
ພະນັກງານສຸກເສີນບໍລິການດ້ານສະພາບຈິດໃຈ, ເບື້ອງຊ້າຍ, ປອບໃຈແມ່ຍິງຄົນນຶ່ງ ຢູ່ສະຖານທີ່ຖືກໂຈມຕີທາງອາກາດໂດຍຣັດເຣຍ ໃນເມືອງຊາໂປຣີສເຊຍ ຂອງຢູເຄຣນ, ເມື່ອວັນສຸກ ທີ 22 ມີນາ 2024. (AP Photo/Andriy Andriyenko)

ຊາວອົບພະຍົບຢູເຄຣນທີ່ອາໄສຢູ່ຕ່າງປະເທດ ລວມທັງເຊື້ອສາຍລາວ ມີຄວາມເປັນຫ່ວງ ແລະມີຄວາມຫວັງໜ້ອຍຫລາຍທີ່ຈະໄດ້ກັບໄປປະເທດ ເມື່ອສົງຄາມກ້າວເຂົ້າປີທີສາມ ແລ້ວ ພາຍຫລັງທີ່ຣັດເຊຍ ບຸກລຸກເຂົ້າໄປໃນປະເທດຂອງເຂົາເຈົ້າ. ນັກຂ່າວຂອງພວກເຮົາມີລາຍລະອຽດເລື້ອງນີ້ຈາກການສໍາພາດ ຊາວອົບພະຍົບຢູເຄຣນເຊື້ອສາຍລາວ ມາສະເໜີທ່ານໃນອັນດັບຕໍ່ໄປ.

ຂະນະການບຸກລຸກຂອງຣັດເຊຍເຂົ້າໄປຢູເຄຣນຍ່າງເຂົ້າປີທີ 3 ນີ້ ໄດ້ເຮັດໃຫ້ພວກຊາວອົບພະຍົບຢູເຄຣນຢູ່ຫລາຍແຫ່ງ ແລະຫລາຍທະວີບ ລວມທັງຄົນຢູເຄຣນເຊື້ອສາຍລາວຜູ້ນຶ່ງ ມີຄວາມເປັນຫ່ວງບ້ານເຮືອນ ແລະກໍຢາກກັບຄືນໄປປະເທດຂອງຕົນຫລາຍ ເຖິງແມ່ນຈະໄດ້ຮັບການຊ່ວຍເຫລືອຈາກນາໆຊາດຢູ່ກໍຕາມ. ທ້າວ ວີລະສອນ (ນາມແຝງ) ທີ່ມາຢ້ຽມຢາມພໍ່ແມ່ພີ່ນ້ອງຢູ່ໃນພາກໃຕ້ຂອງລາວ ຫລັງຈາກໄດ້ພາຄອບຄົວອົບພະຍົບຫລົບໜີຈາກສົງຄາມຣັດເຊຍ-ຢູເຄຣນ ມາອາໄສຢູ່ໃນເຢຍຣະມັນ ແລະຜູ້ກ່ຽວກໍໄດ້ໄປອາໄສຢູ່ນໍາພໍ່ແມ່ໃນພາກໃຕ້ຂອງລາວ ມາໄດ້ເກືອບສອງປີແລ້ວ ກ່າວຕໍ່ພວກເຮົາວ່າ:
“ເຮົາຢາກເມືອມື້ນີ້ມື້ອື່ນ ເມືອຫາລູກຫາເມຍເຮົາ ກະພົວພັນກັນຕະຫລອດ ເຂົາແຮງຢາກໃຫ້ເມືອ ຢາກໃຫ້ແລ້ວສົງຄາມໄວໆ ແລ້ວກັບເມືອໄວໆເມຍກະບອກ ແຕ່ວ່າ ເລື້ອງສົງຄາມອີກສອງປີບໍ່ຫລຸດແຫລະ ເຮົາຍັງຊິບໍ່ໄດ້ເມືອດອກອີກສອງປີຫັ້ນ. ເຮົາເບິ່ງຂ່າວຕະຫລອດ.”

ເມື່ອຖາມເຖິງຊີວິດການເປັນຢູ່ຂອງລູກຊາຍ ແລະພັນລະຍາຂອງຜູ້ກ່ຽວ ທີ່ອາໄສຢູ່ໃນເຢຍຣະມັນ ໃນນາມເປັນອົບພະຍົບນັ້ນ ຜູ້ກ່ຽວບອກວ່າ:
“ເອີອັນນັ້ນລະບົບອົບພະຍົບຫັ້ນແຫລະ ດຽວນີ້ເຂົາກະມີກິນບໍ່ອຶດບໍ່ຢາກດອກ ບໍ່ໄດ້ຈ່າຍເງິນຕົວເອງ ຢູ່ໂຮງແຮມຄືເກົ່າ ເອີເຂົາກະເມືອບໍ່ໄດ້ຄືກັນ ກະເມືອໄດ້ຢູ່ດອກຄັນເຈົ້າບໍ່ຢ້ານ.”

ເມື່ອສົງຄາມດໍາເນີນມາໄດ້ສອງປີກວ່າແລ້ວ ລູກຊາຍຂອງລາວ ກໍຄົບກະສຽນ 18 ປີ ພໍດີ ແລະຜູ້ກ່ຽວ ທ້າວ ກີຕອຟ (ນາມແຝງ) ເວົ້າວ່າ ເຖິງແມ່ນວ່າ ຜູ້ກ່ຽວຈະເລີ້ມໄດ້ເຂົ້າໂຮງຮຽນວິຊາຊີບທາງອອນໄລນ໌ແລ້ວກໍຕາມ ແຕ່ກໍມີຄວາມເສຍໃຈຢູ່ ທີ່ໄດ້ພັດພາກຈາກບ້ານເມືອງ. ລາວບອກວ່າ ຄິດຮອດບ້ານເກີດເມືອງນອນຂອງຕົນເອງ ລວມທັງພໍ່ ທີ່ກັບໄປບ້ານເກີດຢູ່ປະເທດລາວ ແລະບໍ່ຮູ້ຊາຕາກໍາວ່າ ຈະໄດ້ກັບຄືນປະເທດ ແລະໃຊ້ຊີວິດຮ່ວມກັບຄອບຄົວ ແລະພົບຍາດພີ່ນ້ອງ, ໝູ່ເພື່ອນ ໄດ້ຕອນໃດ ຊຶ່ງລາວສະແດງຄວາມຄິດເຫັນຂອງຕົນ ເປັນພາສາຢູເຄຣນ ແລະຜ່ານການແປເປັນພາສາລາວ ໂດຍທ້າວວີລະສອນ ຜູ້ເປັນພໍ່ວ່າ:
“ການອອກຈາກບ້ານ ຈາກເຮືອນແມ່ນວ່າ ຄິດຮອດບ້ານຫລາຍ ແລະກະບໍ່ຮູ້ຈະໄດ້ກັບຄືນບ້ານຕອນໃດ ຕອນນີ້ສ່ວນຕົວ ກໍພະຍາຍາມສຶກສາຮຽນຮູ້ຫລາຍຢ່າງ ຈາກປະເທດເຂົາ ເພື່ອອະນາຄົດຂອງຂ້ອຍຢູ່. ສ່ວນສົງຄາມກະຍັງບໍ່ຮູ້ວ່າ ມັນຈະສິ້ນສຸດຕອນໃດ ແລະມັນເປັນຍ້ອນຫຍັງ ຕອນນີ້ກະຄິດຮອດພໍ່ ຄິດຮອດບ້ານເກີດເມືອງນອນແຮງຫລາຍ ຢາກກັບບ້ານ.”

ສ່ວນທ້າວວີລະສອນນັ້ນ ກໍໃຫ້ຄໍາເຫັນກ່ຽວກັບລູກຊາຍເພີ້ມອີກວ່າ:
ລູກຊາຍແມ່ນສິບແປດປີລະເດ ວັນເກີດເພິ່ນວັນທີ 28 ເດືອນ 2 ຫວ່າງເດືອນແລ້ວນີ້ ແຕ່ເຮົາກະໂທໄປອ່ວຍພອນເພິ່ນຫັ້ນແຫລະ ເພິ່ນກະຊິເຮັດປາສະປອດ ເພິ່ນກະເຕັມກະສຽນລະເດ ວິຊາຊີບ ເວົ້າເລື່ອງຄອມພິວເຕີອີ່ຫຍັງຫັ້ນນະ ກະຮຽນມາໄດ້ປີນຶ່ງລະເດ ເພິ່ນກະຮຽນ ຮຽນນໍາອອນໄລນ໌ ໝໍກະດາຍ.

ສ່ວນທາງຣັດເຊຍນັ້ນ ກໍໄດ້ເປີດສາກການໂຈມຕີຕໍ່ໂຮງຜະລິດໄຟຟ້າຫລາຍແຫ່ງຂອງຢູເຄຣນ ໃນວັນສຸກຜ່ານມານີ້ ຊຶ່ງ ກີຢິບພັນລະນາວ່າ ເປັນການໂຈມຕີທາງອາກາດທີ່ໃຫຍ່ທີ່ສຸດ ຕໍ່ໂຄງລ່າງພື້ນຖານ ດ້ານພະລັງງານຂອງຕົນໃນຮອບສອງປີ ຂອງສົງຄາມ, ແຕ່ທາງມົສກູເວົ້າວ່າ ການໂຈມຕີເຊັ່ນນັ້ນ ເປັນການແກ້ແຄ້ນຄືນຕໍ່ການໂຈມຕີ ຂອງຢູເຄຣນໃນລະຫວ່າງ ການເລືອກຕັ້ງປະທານາທິບໍດີຂອງຣັດເຊຍ.

ການໂຈມຕີດ້ວຍລູກສອນໄຟ ແລະເຮືອບິນບໍ່ມີຄົນຂັບ ໄດ້ແນເປົ້າໃສ່ເຂື່ອນຂະໜາດໃຫຍ່ຂ້າມແມ່ນ້ຳດນິໂປຣ (Dnipro) ຊຶ່ງເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 5 ຄົນ ແລະອີກຫຼາຍລ້ານຄົນບໍ່ມີໄຟຟ້າໃຊ້ ແລະ ບັງຄັບໃຫ້ກີຢິບຕ້ອງຊອກຂໍການສະໜອງໃຊ້ໄຟຟ້າສຸກເສີນຈາກປະເທດໂປແລນ, ໂຣມາເນຍ ແລະສະໂລວາເກຍ, ອີງຕາມເຈົ້າໜ້າທີ່ຢູເຄຣນກ່າວ, ຕາມທີ່ອົງການຂ່າວ ຣອຍເຕີສລາຍງານ.

ການ​ບຸກ​ໂຈມ​ຕີ​ຢ່າງ​ເຕັມ​ສ່ວນ​ຂອງ​ຢູ​ເຄຣນ​ໃນ​ເດືອນ​ກຸມພາ​ປີ 2022 ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ​ເສຍ​ຊີວິດ​ຢ່າງ​ໃຫຍ່​ຫຼວງ ​ແລະ​ທຳລາຍ​ພື້ນຖານ​ໂຄງ​ລ່າງ​ຂອງ​ພົນລະ​ເຮືອນ, ບັງຄັບ​ໃຫ້​ປະຊາຊົນ​ຫລົບ​ໜີ​ຈາກ​ບ້ານ​ເກີດ​ເມືອງ​ນອນໄປຫາບ່ອນທີ່ປອດໄພ, ທີ່ໃຫ້ການປ້ອງກັນ ແລະການຊ່ວຍເຫລືອ. ນັບແຕ່ວັນທີ 24 ກຸມພາ ຈົນຮອດ ວັນທີ 14 ມີນາ ປີນີ້ ມີອົບພະຍົບຫລົບໜີ ສົງຄາມໄປອາໄສ ຢູ່ປະເທດອື່ນ 6,486,000 ຄົນ ຊຶ່ງໃນນັ້ນໄປຢູ່ທະວີບຢູໂຣບຫລາຍກວ່າໝູ່ ຊຶ່ງກໍຄື ເກືອບຮອດ 6 ລ້ານຄົນ, ສ່ວນທີ່ເຫລືອ 5 ແສນກກວ່າຄົນແມ່ນຢາຍກັນໄປຢູ່ໃນທົ່ວທະວີບ ລວມທັງ ໃນທະວີບອາເມຣິກາເໜືອ ເຊັ່ນ ການາດາ ແລະສະຫະລັັດອີກດ້ວຍ, ອີງຕາມເວັບໄຊທ໌ຂອງອົງການຂ້າຫລວງໃຫຍ່ ອົງການສະຫະປະຊາຊາດ ຫລື UNHCR.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG