ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ຣັດເຊຍ ບໍ່ຄັດຄ້ານ ທີ່ສະມາຊິກ CIS ຈະມີ ສາຍພົວພັນເສດຖະກິດ ​ກັບຝ່າຍຕາ​ເວັນ​ຕົກ


ປະທານາທິບໍດີ ​ຣັດ​ເຊຍ ທ່ານ Vladimir Putin ກຳລັງກ່າວຢູ່ທີ່ ກອງປະຊຸມສຸດຍອດ ຂອງເຄືອຈັກກະພົບລັດເອກະລາດ ທີ່ນະຄອນ Minsk, ວັນທີ 10 ຕຸລາ 2014.
ປະທານາທິບໍດີ ​ຣັດ​ເຊຍ ທ່ານ Vladimir Putin ກຳລັງກ່າວຢູ່ທີ່ ກອງປະຊຸມສຸດຍອດ ຂອງເຄືອຈັກກະພົບລັດເອກະລາດ ທີ່ນະຄອນ Minsk, ວັນທີ 10 ຕຸລາ 2014.

ປະທານາທິບໍດີ ​ຣັດ​ເຊຍ ທ່ານ Vladimir Putin ທີ່​ປະສົບ​ກັບ
​ບັນຫາ ຍ້ອນ ການ​ປະ​ເຊີນ​ໜ້າ​ກັນ​ຢ່າງ​ຂົມຂື່ນ ກັບບັນດາ​ລັດ
ຖະບານ​ຕາ​ເວັນ​ຕົກ ກ່ຽວ​ກັບ ຢູ​ເຄຣນນັ້ນ ກ່າວ​ວ່າ ປະ​ເທດ​
ຂອງ​ທ່ານ ບໍ່​ຄັດ​ຄ້ານ​ການ​ເຄື່ອນ​ໄຫວຂອງພວກ ​ສາ​ທາ​ລະ
ນະ​ລັດ​ເກົ່າ ຂອງ​ອະດີດສະຫະພາບໂຊ​ຫວຽດ ທີ່ຈະ​ຈັດ​ຕັ້ງ
​ສາຍ​ພົວ ພັນ​ທາງ​ເສດຖະກິດ ​ທີ່​ໃກ້ຊິດ​ກ່ວາ​ເກົ່າ ​ກັບຝ່າຍ
ຕາ​ເວັນ​ຕົກນັ້ນ.

​ແຕ່ທ່ານ​ໄດ້​ບອກ ບັນດາ​ຜູ້ນຳຂອງ 11 ​ປະ​ເທດ​ ໃນເຄືອ​
ຈັກກະ​ພົບ​ລັດ​ເອກ​ກະລາດ ​ໃນ​ວັນ​ສຸກ​ວານ​ນີ້ວ່າ ທ່ານ​ຕ້ອງ​ຕິ
​ບັນດາ​ປະ​ເທດສະມາຊິກທີ່​ບໍ່​ພິຈາ ລະນາ ຄວາມສ່ຽງຈາກການ
​ເຄື່ອນ​ໄຫວດັ່ງກ່າວຕໍ່​ເສດຖະກິດຂອງຣັດ​ເຊຍ​.

ຢູ​ເຄຣນ ທີ່ສະ​ແຫວງ​ຫາ ຄວາມຈະ​ເລີ​ນຮຸ່ງ​ເຮື​ອງແລະ​ສະຖຽນ​ລະ​ພາບທາງ​ເສດຖະກິດ
ຫລາຍ​ຂຶ້ນ ​ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າຄັ້ງປະຫ​ວັດ​ສາດກັບ ສະ​ຫະພາບ​ຢູ​ໂຣບ ​ໃນ
​ເດືອນ​ມິຖຸນາ ຫລັງ​ຈາກ​ໄດ້​ປະຕິ​ເສດ ການ​ທາ​ບທາ​ມ​ຂອງ ວັງ Kremlin ​ໃຫ້​ເຂົ້າ​ຮ່ວມ​
ຈັດ​ຕັ້ງ​ກັນ ​ເປັນສະຫະພັນທາງ​ພາສີ ກັບຣັດ​ເຊຍ ​ ເບ​ລາຣຸສ ​ແລະ ກາ​ຊັກ​ສະຖານ.

ກ່ອນ​ໜ້າການເຊັນ​ສັນຍາ​ການ​ຄ້າ​ ກັບສະຫະພາບຢູ​ໂຣບນັ້ນ ພວກ​ສະໜັບ ສະໜູນຕາ​
ເວັນ​ຕົກ ໄດ້ພາກັນປະ​ທ້ວງຢ່າງ​ໃຫຍ່ ຢູ່ໃນ​ນະຄອນຫລວງ Kyiv ແລະ​ໄດ້​ຂັບ​ໄລ່ ​ປະທາ
ນາທິບໍດີຢູ​ເຄຣນ ອອກ​ຈາກ​ຕຳ​ແໜ່​ງ ຫລັງ​ຈາກຜູ້ນຳ​ທີ່​ສະໜັບສະໜູນມົສກູ ​ປະຕິ​ເສດບໍ່
​ຮັບ​ເອົາຂໍ້ສະ​ເໜີ​ແລກປ່ຽນ​ການ​ຄ້າ​ກັບ ອີ​ຢູ ເພື່ອ​ເລືອກ​ເອົາ​ຂໍ້​ຕົກລົງ​ກັບ ເຄືອ​ຈັກກະ​ພົບ
​ລັດ​ເອກ​ກະລາດ ທີ່ຣັດ​ເຊຍ ​ຄອບ​ງຳນັ້ນ.

​ໃນ​ເດືອນເມສາ ຫລາຍ​ອາທິດ​ຫລັງ​ຈາກ​ປະທານາທິບໍດີ Viktor Yanukovych ຖືກ​ຂັບ
​ໄລ່​ອອກ​ຈາກ​ອຳນາດ ພວກ​ຢາກ​ແບ່ງ​ແຍກ​ດິນ​ແດນ​ທີ່​ປາກ​ພາສາຣັດ​ເຊຍ ​ໃນ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູ​ເຄຣນ ກໍ​ໄດ້​ກໍ່​ການ​ກະບົດ​ຂຶ້ນ ທີ່​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ ຫລາຍ​ກ່ວາ
3500 ຄົນ.

RUSSIA CIS SUMMIT VO
please wait
Embed

No media source currently available

0:00 0:00:41 0:00

XS
SM
MD
LG