ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຣັດ​ເຊຍ​ ສົ່ງ​ຍານ ໄປສະຖານີ ອະວະກາດ ຫຼັງຈາກ ການສົ່ງຍານ ສຫລ ລະເບີດ


NASA Rocket Explosion VOSOT
please wait

No media source currently available

0:00 0:01:40 0:00

ຣັດ​ເຊຍ ​ໄດ້ປະສົບຄວາມສຳເລັດ ໃນການ​ສົ່ງ​ຍານ​ອາ​ວະ​
ກາດ​ທີ່ບໍ່ມີຄົນຂັບ ແລະ​ບັນທຸກ​ສຳພາລະຕ່າງໆ​ໄປ​ຍັງ​ສະ
ຖານນີອາ​ວະ​ກາດນາໆ​ຊາດ​ ຈາກ Kazakhstan ​ໃນ​ວັນ​
ພຸດມື້​ນີ້ ບໍ່​ເທົ່າໃດຊົ່ວ​ໂມງຫຼັງ​ຈາກ​ການລະເບີດໄດ້ທຳລາຍ
ການສົ່ງ​ຍານ​ອາ​ວະ​ກາດ​ ທີ່ມີຈຸດປະສົງ​ຄ້າຍຄືກັນນີ້ ທີ່ສະ
ຫະລັດ.

ຈະຫຼວດ Soyuz ​ແລະຍານລຳລຽງ Progress 57 ​ໄດ້​ທະ
ຍານຂຶ້ນສູ່ທ້ອງຟ້າຈາກສູນ ກາງສົ່ງ Baikonur ​ແລະ​ຄາດ
​ວ່າ​ຈະເຊື່ອມຕໍ່ກັບສະຖານນີອາ​ວະ​ກາດນາໆ​ຊາດໃນມື້ນີ້.

​ໃນ​ວັນ​ອັງຄານ​ວານ​ນີ້ ຍານ​ອາ​ວະ​ກາດ​ທີ່ບໍ່ມີຄົນຂັບ
ຂອງເອກກະຊົນ ທີ່ບັນທຸກສຳພາລະ ແລະອຸບປະກອນຕ່າງໆ ​ເພື່ອຈະ​ນຳໄປ​ຍັງ​ສະຖານນີ
ອາ​ວະ​ກາດນາໆ​ຊາດ​ໄດ້​ລະ​ເບີ​ດລຸກ​ເປັນໄຟ ພຽງ​ແຕ່​ບໍ່​ເທົ່າ​ໃດ​ວິນາທີ ລຸນຫຼັງ ທີ່​ໄດ້​ບິນຂຶ້ນ ຈາກ​ເກາະ Wallops ​ໃນ​ລັດ​ເວີ​ຈີ ນອກແຄມຝັ່ງມະຫາສະມຸດ​ອັດ​ແລນ​ຕິກ​.

ບໍລິ​ສັດ​ Orbital Sciences Corporation ທີ່​ຖືກ​ຮັບ​ເໝົາຈາກລັດຖະບານສະຫະລັດເພື່ອ
​ຈະ​ລຳລຽງສຳພາ​ລະ​ຕ່າງໆ​ໄປ​ຍັງສະຖານນີອາ​ວະ​ກາດນາໆ​ຊາດ ກ່າວ​ວ່າ ຕົນ​ຈະ​ບໍ່​ສົ່ງຈະ
ຫຼວດ Antares ຕື່ມ​ອີກ ຈົນ​ກວ່າ​ວ່າຈະ​ຫາ​ສາ​ເຫດ​ ຂອງ​ການລະ​ເບີດ​ໃນ​ວັນ​ອັງ ຄານ​ວານ​ນີ້ໄດ້ກ່ອນ.

ທ່ານ Frank Culbertson ຮອງ​ປະທານ​ແລະ​ຜູ້ອຳນວຍການ​ໃຫຍ່ຂອງ​ໂຄງການ Advan-
ced Programs Group ທີ່ບໍລິສັດ Orbital Sciences ກ່າວ​ວ່າ​ “ຂັ້ນ​ຕອນ​ຕໍ່​ໄປ ສຳລັບ
ຈະຫຼວດ Antares ນັ້ນ ພວກ​ເຮົາ​ຈະ​ບໍ່ນຳໃຊ້ຕື່ມອີກ ​ຈົນ​ກວ່າ​ວ່າ ພວກ​ເຮົາ​ຈະ​ສາມາດ​ເຂົ້າ​ໃຈ​ເຖິງ​ຕົ້ນ​ຕໍຂອງ​ເຫດ​ລະ​ເບີດ​ຄັ້ງນີ້ ​ແລະ​ສາມາດ​ທຳການແກ້ໄຂທີ່ຈຳເປັນ ເພື່ອ​ຄ້ຳປະກັນວ່າ ບໍ່​ໃຫ້​ເຫດການ​ແບບ​ນີ້​ເກີດ​ຂຶ້ນ​ອີກ.”

ບໍ່​ມີ​ຜູ້​ໃດ​ທາງພາກພື້ນດິນໄດ້​ຮັບ​ບາດ​ເຈັບ. ອົງການອະວະກາດຫຼື​ NASA ຂອງ​ສະຫະລັດ​ກ່າວ​ວ່າ ພວກນັກບິນອະວະກາດທີ່ຢູ່ເທິງສະຖານະອະວະກາດນາໆຊາດ ​ຈະ​ບໍ່​ມີ​ອັນຕະລາຍ
ໃດໆ ທີ່​ຈະ​ຂາດ​ແຄນ​ອາຫານ ຫຼືສຳພາ​ລະທີ່ຈຳເປັນ​ຕ່າງໆ​.

XS
SM
MD
LG