ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ຫຸ່ນ​ຍົນ​ຂຽນ​ຈົດ​ໝາຍ​ໃຫ້​ມະ​ນຸດ


LogOn: Robots Hand Write Letters for Humans
please wait

No media source currently available

0:00 0:02:00 0:00

ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ບໍ່ດົນມາຜ່ານ, ຄົນເຮົາ​ຈະຂຽນຈົດໝາຍຫາກັນດ້ວຍມື ແຕ່ວ່າຄື ຫຼາຍຢ່າງທີ່​ຖືກບົດບັງດ້ວຍເທັກໂນໂລຈີສະໄໝໃໝ່, ການຂຽນຈົດໝາຍຫາກັນ ດ້ວຍມືແມ່ນໄດ້ມີຄວາມນິຍົມໜ້ອຍລົງກວ່າທີ່​ມັນ​ເຄີຍ​ເປັນ. ປັດຈຸບັນນີ້, ເຕັກໂນ ໂລຈີນັ້ນ​ແມ່ນໄດ້ເລີ່ມຂຽນຈົດໝ​າຍທີ່​ວ່ານັ້ນຄືນ.

ການຂຽນຈົດໝາຍແບບເກົ່າແມ່ນ​ກຳ​ລັງກັບມາຄື​ນ!

ໃນ​ຂະ​ນະ​ທີ່ການຂຽນຈົດໝາຍດ້ວຍມື ຄັ້ງ​ນຶ່ງ​ເຄີຍເປັນກິດຈະວັດປະຈຳວັນ ໃນເມື່ອກ່ອນນັ້ນ, ຄອມພິວເຕີ້ໄດ້ເຮັດໃຫ້ວຽກດັ່ງ​ກ່າວງ່າຍຂຶ້ນ ແລະ ໄວຂື້ນ ສົ່ງຜົນໃຫ້ສິ່​ງ​ທີ່​ເຮັດ​ໃຫ້​ມີ​ຄວາມ​ຮູ້​ສຶກ​ພິ​ເສດ​ນັ້ນ ​ສູນ​ຫາຍ​ໄປ.

ແຕ່ປັດຈຸບັນນີ້, ບໍລິສັດທີ່​ມີ​ຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ ຟີ​ນິກ​ສ໌ ລັດ​ ອາ​ຣິ​ໂຊ​ນາ ໄດ້ຮື້ຟື້ນທຳ​ນຽມ​ທີ່​ວ່າ​ນັ້ນ​ຄືນ​ມາ ​ດ້ວ​ຍ​ຫຸ່ນ​ຍົນ ທີ່​ໃຊ້​ປາກ​ກາ​ແທ້​ເພື່ອ​ຂຽນ​ໃນ​ລັກ​ສະ​ນະ​ທີ່​ຜູ້​ໃຊ້​ເລືອກເອົາ.

ທ່ານ ເດວິດ ແວັກສ໌ ຜູ້ບໍລິຫານ ແລະ ຜູ້ກໍ່ຕັ້ງບໍລິສັດ Handwrytten ເວົ້າກັບ ວິໂອເອ ຜ່ານທາງຊູມວ່າ:

“ຂ້ອຍຄິດວ່າສິ່ງທີ່ເປັນ​ຂອງເກົ່າ ໄດ້ກາຍເປັນອັນໃໝ່ອີກຄັ້ງ, ການໄດ້​ຮັບ​ຈົດ​ໝາຍ​ທີ່​ຖືກ​ຂຽນ​ດ້ວຍມື ແມ່ນບໍ່​ພຽງ​ແຕ່​ດຶງ​ດູດ​ສາຍ​ຕາ​ຂອງ​ທ່ານ​ເທົ່າ​ນັ້ນ ແຕ່​ຈະ​ດຶງ​ດູດ​ຄວາມ​ຮູ້​ສຶກ​ເຊັ່ນ​ກັນ, ແລະ ນັ້ນ​ແມ່ນມີ​ຄວາມ​ໝາຍຫຼາຍ.”

ລູກຄ້າຫຼັກ​ຂອງ​ເຂົາ​ເຈົ້າແມ່ນທຸລະກິດຕ່າງໆ ທີ່ໃຊ້ການຂຽນຈົດໝາຍ ແລະ ຈົດ​ໝາຍສັ້ນກ່າວຂອບໃຈ ເພື່ອສ້າງສາຍພົວພັນທີ່​ແຂງ​ແກ່ນກວ່າ​ເກົ່າກັບພວກລູກຄ້າຂອງເຂົາເຈົ້າ.

ທ່ານ ເດວີດ ແວັກສ໌ ເວົ້າຕື່ມວ່າ:

“ຄົນ​ທີ່​ພວກ​ເຮົາ​ແນ​ເປົ້າ​ໃສ່​ແທ້ໆ ​ແມ່ນອົງການທີ່ບໍ່ຫວັງຜົນກຳໄລທັງຫຼາຍ, ການຊ່ວຍເຫຼືອອົງການທີ່ບໍ່​ຫວັງ​ຜົນ​ກຳ​ໄລນຶ່ງ ກໍໄດ້ຮັບການບໍລິຈາກຄືນອີກ.”

​“ນຶ່ງ​ໃນບັນຫາທີ່ໃຫຍ່ທີ່ສຸດຕ່າງໆ ທີ່ອົງການບໍ່ຫວັງຜົນກຳໄລ ປະເຊີນກໍຄື​ອັດ​ຕາ​ການກັບມາບໍລິຈາກອີກຄັ້ງຂອງ​ເຂົາ​ເຈົ້າ​ນັ້ນ ແມ່ນ​ຕ່ຳກວ່າ 50 ເປີ​ເຊັນ.

ສາເຫດອັນດັບ​ນຶ່ງທີ່ຄົນບໍ່ກັບມາບໍລິຈາກອີກ ກໍ​ແມ່ນພວກເຂົາບໍ່ຮູ້ສືກວ່າ ຖືກຂອບໃຈ.”

“ດັ່ງນັ້ນ, ພວກເຮົາຊ່ວຍອົງການບໍ່​ຫວັງ​ຜົນ​ກຳ​ໄລເຫຼົ່ານີ້, ສື່​ສານ​ໃນ​ວິ​ທີ​ທີ່​ມີ​ຄວາມ​ໝາຍຫຼາຍກວ່າ​ ໂດຍຜ່ານການຂຽນຈົດໝາຍດ້ວຍມື.”

ການຂຽນຈົດໝາຍແບບອັດ​ຕະ​ໂນ​ມັດ ບໍ່ແມ່ນສິ່ງໃໝ່. ປະ​ທາ​ນາ​ທິ​ບໍ​ດີ ທອມມັສ ແຈັຟເຟີສັນ ໂດຍໃຊ້ອຸປະກອນທຳ​ສຳ​ເນົາ​ພາບນີ້​ ໃນ​ຕົ້ນ​ຊຸມ​ປີ 1800 ສະ​ນັ້ນ​ທ່ານ​ຈຶ່ງ​ສາ​ມາດ​ເກັບ​ຮັກ​ສາ​ສຳ​ເນົາ​ຂອງ​ຈົດ​ໝາຍ​ຕອບ​ຂອງ​ທ່ານໄດ້.

ທ່ານ ແຈັບເຟີສັນ ໄດ້​ພິ​ຈາ​ລະ​ນາ​ເຄື່ອງ​ຈັກ​ນັ້ນ​ ດັ່ງ​ກັບ​ຄວາມ​ມະ​ຫັດ​ສະ​ຈັນ​ຂອງ ເທັກ​ໂນ​ໂລ​ຈີ. ໃນ​ຖາ​ນະ​ທີ່ທ່ານເປັນ​ຜູ້​ປະ​ດິດຄິດ​ສ້າງ​ເອງ, ທ່ານ​ໄດ້​ແນະ​ນຳ​ການ​ປັບ​ປຸງຫຼາຍ​ຢ່າງ​ຕໍ່ພວກ​ຜູ້​ຜະ​ລິດ​ໃນອັງ​ກິດ.

200 ປີຕໍ່​ມາ, ຂະບວນການດັ່ງ​ກ່າວ ​ລວມ​ມີການ​ຮຽນ​ຮູ້ເຄື່ອງຈັກ ແລະ ການ​ຜະ​ລິດ​ດ້ວຍ​ເທັກ​ໂນ​ໂລ​ຈີ​ລະ​ດັບ​ສູງ.

ທ່ານ ເດວິດ ແວັກສ໌ ເວົ້າຕື່ມວ່າ:

“ເທັກໂນໂລຈີທີ່​ກ່ຽວ​ຂ້ອງ​ແມ່ນເຄື່ອງພີມ 3 ມິຕີ, ເຄື່ຶງຕັດເລ່ເຊີ້, ແລະ ແຜ່ນວົງຈອນໄຟຟ້າທີ່​ຖືກອອກແບບສຳລັບຫຸ່ນຍົນເອງ.

ແລະ ຖ້າຜູ້ຊົມໃຊ້ຕ້ອງການຄວາມຊ່ວຍເຫຼືອໃນ​ການ​ຄິດ ກ່ຽວ​ກັບສິ່ງ​ທີ່​ຈະຂ​ຽນ​ຢູ່​ໃນ​ຈົດ​ໝາຍ​ຂອງ​ເຂົາ​ເຈົ້າ​ນັ້ນ, ພວກເຂົາ​ສາ​ມາດ​ເລືອກ​ປຸ່​ມ​ຊ່ວຍ​ເຫຼືອ AI ເພື່ອ​ຊ່ວຍ​ຂຽນ​ຂໍ້​ຄວາມ​ທີ່​ດີກວ່າ​ຜ່ານ​ລະ​ບົບ ChatGPT”.

​ໃນ​ຂະ​ນະ​ທີ່ຫຸ່ນຍົນອ​າດບໍ່​ມີ​ວັນທົດແທນການ​ຂຽນ​ຈົດ​ໝາຍ​ທີ່​ໃຊ້​ຄວາມ​ເອົາ​ໃຈ​ໃສ່​ເ​ປັນ​ພິ​ເສດ​ ຄືມະນຸດໄດ້ຢ່າງ​ເຕັມ​ທີ່​ນັ້ນ, ທີມ​ທີ່​ຢູ່ບໍ​ລິ​ສັດ Handwrytten ເຊື່ອວ່າ ມັນ​ໃກ້​ເຂົ້າມາແລ້ວ.

ອ່ານ​ລາຍ​ງານນີ້​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG