ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບົດສຶກສາຄົ້ນຄວ້າ ພົບວ່າ ມົນລະພິດໃນອາກາດ ມີຜົນກະທົບຕໍ່ ສຸຂະພາບຂອງເດັກນ້ອຍ (ວີດີໂອພາສາລາວ)


Research Links Cleaner Air, Improved Children's Health
please wait

No media source currently available

0:00 0:02:34 0:00

ເບິ່ງວີດີໂອ ລາຍງານນີ້

ເປັນ​ທີ່​ຮູ້​ກັນ​ວ່າ ມົນ​ລະ​ພິດ​ອາກາດ​ນັ້ນ ​ເປັນ​ອັນຕະລາຍ​ຕໍ່​
ເດັກນ້ອຍ ແລະ ບັນດາ​ນັກ​ຄົ້ນຄວ້າ ທີ່​ໄດ້​ຕິດຕາມ​ເບິ່ງ​ຜົນ​
ກະທົບ​ຂອງ​ອາກາດ ທີ່​ແປດ​ເປື້ອນ​ໄປ​ດ້ວຍ​ມົນ​ລະ​ພິດ ຢູ່​
ອ້ອມ​ແອ້ມ​ນະຄອນ Los Angeles ກ່າ​ວວ່າ ການ​ປັບປຸງ
​ໃຫ້​ດີ​ຂຶ້ນ​ໃນ​ຄຸນ​ນະພາ​ບຂອງ​ອາກາດ ​ໄດ້ນຳ​ໄປ​ສູ່ສຸຂະພາບ
​ທີ່​ດີ​ຂຶ້ນ ​ໃນບັນດາ​ຊາວ​ໜຸ່ມ. ບົດ​ລາຍ​ງານຜົນ​ການ​ຄົ້ນ​ຄ້ວາ​
ໄດ້​ຖືກ​ພິມ​ລົງ ​ໃນ​ວາລະສານ​ການ​ແພດ​ຂອງ New England
​ເມື່ອ​ຕົ້ນ​ເດືອນ​ມີນາ​ນີ້. ອິງ​ຕາມຜູ້​ສື່​ຂ່າວ​ວີ​ໂອ​ເອ Mike
O'Sullivan ນັ້ນ ພວກ​ຂຽນ​ບົດ​ລາຍ​ງານກ່າວ​ວ່າ ຜົນການຄົ້ນ
​ຄ້ວາ​ແມ່ນ​ໃຫ້​ຄວາມ​ຫວັງ ​ແກ່​ບັນດາ​ຫົວ​ເມືອງ ​ທີ່​ມີ​ມົນ​ລະ​ພິດ
ຢູ່​ໃນ​ເຂດ​ອື່ນໆ​ຂອງ​ໂລກ. ໄຊ​ຈະ​ເລີ​ນສຸກ ມີ​ລາຍ​ລະອຽດ ​
ມາສະ​ເໜີ​ທ່ານ​.

ເບິ່ງວີດີໂອພາສາລາວ ກ່ຽວກັບລາຍງານນີ້:

ບັນດາ​ນັກຄົ້ນຄວ້າ ຈາກ​ມະຫາວິທະຍາ​ໄລ​ແຫ່ງພາກ​ໃຕ້ລັດແຄລີ​ຟໍ​ເນຍ ກ່າວ​ວ່າ ຄຸນ​ນະ
ພາ​ບອາກາດ ຢູ່​ໃນ​ນະຄອນ​ ລອສ​ ແອນ​ຈີ​ແລັສ ​ໄດ້​ ​ດີ​ຂຶ້ນຢ່າງ​ຫລວງຫລາຍ ​ເຊັ່ນ​ດຽວ​ກັນ
​ກັບສຸຂະພາບ​ຂອງ​ພວກ​ເດັກນ້ອຍ ຢູ່​ໃນ 5 ​ຊຸມຊົນ ທີ່​ເປັນ​ເປົ້າໝາຍ​ຂອງ​ການ​ສຶກສາຄົ້ນ
ຄວ້າ​ ທີ່​ໄດ້​ດຳ​ເນີນ​ໄປ​ເປັນ​ເວລາ 20 ປີ.

ບັນດາ​ນັກຄົ້ນຄວ້າ ກ່າວ​ວ່າ ລະດັບ​ຂອງລະອອງ​ຝຸ່ນ ​ແມ່ນ​ໄດ້​ຫລຸດ​ລົງ 50 ​ເປີ​ເຊັນ ຢູ່​ໃນ
​ຊຸມ​ຊົນ​ເຫລົ່າ​ນັ້ນ ​ແລະ ລະດັບ ໄນ​ໂຕຣ​ເຈັນ ໄດອອ໊ກ​ໄຊ​ດ໌ ກໍຫລຸດ​ລົງ​ໃນ​ອັດ​ຕາ 1 ສ່ວນ 3.

ຫົວໜ້າ​ຄະນະ​ຂຽນ​ບົດລາຍງານ ທ່ານ James Gauderman ກ່າວ​ວ່າ ສະພາບອາກາດ
ທີ່​ສະອາດ​ຂຶ້ນ ຢູ່​ໃນ​ນະຄອນ ລອສ​ ແອນ​ຈີ​ແລັສ ໄດ້ເຮັດ​ໃຫ້ປອດຂອງ​ພວກ​ເດັກນ້ອຍ​ແຂງ
​ແຮງ​ຂຶ້ນ.


ທ່ານ Gauderman ​ເວົ້າວ່າ “ອັນ​ນີ້ ມັນ​ເປັນ​ເລື້ອ​ງຂອງ​ຄວາມ​ສຳ​ເລັດ​ ທີ່​ບໍ່​ໜ້າ​ເຊື່ອ​
ເລີຍ ​ເພາະວ່າ ​ເຖິງແມ່ນ​ໄດ້​ມີ​ການ​ສັນຈອນ​ ​ແລະ ກິດຈະກຳ​ຕ່າງໆ​ທາງ​ເສດຖະ
ກິດເພີ້​ມຂຶ້ນກໍ​ຕາມ ຄຸນ​ນະພາ​ບຂອງ​ອາກາດ ຢູ່​ໃນຂົງ​ເຂດ ລອສ​ ແອນ​ຈີ​ແລັສ ​ແທ້​
ຈິງ​ແລ້ວ ​ແມ່ນ​ດີ​ຂຶ້ນ ກ່ວາ​ເກົ່າ. ​ແລະ​ການ​ສຶກສາຄົ້ນຄວ້າ​ນີ້ ສະ​ແດງ​ໃຫ້​ເຫັນ​ວ່າ ​ຍ້ອນອາກາດ​ທີ່​ດີ​ຂຶ້ນນັ້ນ ການ​ເຕີບ​ໂຕ​ຂອງ​ປອດ ​ແລະ ຄວາມ​ສາມາດ​ຂອງ​ປອດ​
ໃນ​ພວກ​ເດັກ​ນ້ອຍຂອງ​ພວກ​ເຮົາ ຈຶ່ງ​ດີ​ຫຼາຍຂຶ້ນກ່ວາ​ເກົ່າ.”

ນັ້ນ​ແມ່ນຈະ​ເປັນ​ຜົນເຮັດໃຫ້​ ບັນຫາ​ທາງການ​ຫາຍ​ໃຈ ​ແລະ ບັນຫາ​ໂຣກຫົວ​ໃຈຕ່າງໆ
​ມີໜ້ອຍ​ລົງ ​ໃນເວລາ​ເຕີບ​ໃຫຍ່ຂຶ້ນ​ ​ແລະ ປອດ​ທີ່​ດີ​ຂຶ້ນນັ້ນ ກໍອາດຈະ​ຕໍ່ອັດຕາຄວາມ​ຢູ່​ຢືນ​
ໂດຍ​ສະ​ເລ່ຍ ຂອງພວກ​ເດັກນ້ອຍ ອອກ​ໄປໄດ້ຕື່ມ​ອີກ​.

ນັກຄົ້ນຄວ້າ Frank Gilliland ກ່າວ​ວ່າ ການ​ປ່ຽນ​ແປງ​ຕ່າງໆນັ້ນ ​ເກີດ​ຂຶ້ນມາ​ຈາກການ​
ເຄື່ອນ​ໄຫວຂອງ​ບັນດາເຈົ້າ​ໜ້າ​ທີ່ ​ວາງ​ລະບຽບ​ການ​ຄວບ​ຄຸມ ​ໃນ​ຂັ້ນທ້ອງ​ຖິ່ນ ​ຂັ້ນ​ລັດ ​ແລະ
ຂັ້ນລັດຖະບານກາງ ທີ່​ໄດ້​ຄວບ​ຄຸມ​ຢ່າງ​ເຂັ້ມ​ງວດ ຕໍ່​ການ​ປ່ອຍ​ມົນ​ລະ​ພິດ​ຈາກ​ລົດ​ລາ​ຕ່າງໆ
​ແລະ ​ແຫ​ລ່ງອື່ນໆ ​ໃຫ້​ຫລຸດ​ລົງ.

ທ່ານ Gilliland ​ເວົ້າວ່າ “ມັນ​ເປັນຄວາມ​ພະຍາ​ຍາມ ທີ່ມີ​ການ​ປະສານ ສົບ​ທົບກັນ ​
ເພື່ອຄວບ​ຄຸມ​ແຫ​ລ່ງມົນ​ລະ​ພິດຕ່າງໆ ທີ່​ໃຊ້​ເວລາອັນ​ຍາວ​ນານ. ​ເຈົ້າຕ້ອງ​ມີ​ວິ​ໄສ​
ທັດ​ອັນ​ກວ້າງ​ໄກ. ມັນ​ເປັນ​ການ​ປັບປຸງ​ພວກ​ລົດ​ຍົນ ປັບປຸງ​ແຫ​ລ່ງ​ເຊື້ອ​ໄຟຕ່າງໆ
ຫລຸດຜ່ອນ​ທາດໂຊລເຟີ້ ຫລື​ ມາດ ຢູ່ໃນນ້ຳມັນ​ກາ​ຊວນລົງ​ ສ້າງເຄື່ອງ​ຈັກກາ​ຊວນ​
ທີ່​ດີ​ຂຶ້ນສຳຫລັບພວກລົດ ກະບະຂະໜາດ​ໜັກ ແລະ ມີກົດລະບຽບບັງຄັບຕ່າງໆ
ສຳຫລັບທ່າເຮືອ. ​ໄດ້​ມີ​ການ​ເຮັດທຸກຢ່າງ​ທັງໝົດ ທີ່ກ່າວມານັ້ນ ​ເພື່ອ​ຫລຸດຜ່ອນ​
ການ​ປ່ອຍ​ແກັ​ສ​ເຮືອນ​ແກ້ວ ກໍ​ຄືມົນລະພິດລົງ ແລະ ທັງ​ໝົດ​ນັ້ນໂຮມເຂົ້ານຳກັນ
ກໍເປັນຜົນເຮັດໃຫ້ອາກາດດີຂຶ້ນກວ່າເກົ່າ.”

ນັກເຄື່ອນໄຫວປົກປ້ອງສິ່ງແວດລ້ອມ Mark Lopez ກ່າວວ່າ ຄວາມ ພະຍາຍາມຕ່າງໆ
ເພື່ອຫລຸດຜ່ອນລະດັບຂອງມົນລະພິດ ໃນອາກາດລົງ ຢູ່ທີ່ທ່າເຮືອນັ້ນ ກໍໄດ້ຮັບຜົນດີ ແຕ່
ທ່ານ Lopez ​ມີ​ຄວາມກັງວົນ ກ່ຽວກັບອະນາຄົດ.

ທ່ານ Lopez ເວົ້າວ່າ “ຄຸນນະພາບອາກາດທີ່​ເພີ້​ມຂຶ້ນ ກໍເທົ່າກັນກັບ ສຸຂະພາບທີ່
ດີຂຶ້ນ ແລະສະນັ້ນ ຖ້າພວກເຮົາຫາກຫັນ​ເຫ​ອອກນອກເລື້ອງ ຖ້າພວກເຮົາຫາກ
ເລີ້ມຖອຍຫລັງ ໃນເລື້ອງຂອງຄຸນນະພາບອາກາດແລ້ວ ພວກເຮົາກໍຮູ້ດີ ມັນຈະ
ໝາຍ​ເຖິງ ສຸຂະພາບທີ່ຂີ້ຮ້າຍ ລົງຫຼາຍກວ່າເກົ່າ ສຳຫລັບພວກເດັກນ້ອຍຂອງເຮົາ.”

ຫຼາຍໆເມືອງ ຢູ່ໃນປະເທດຈີນ ແລະ ອິນເດຍ ປະເຊີນກັບສະພາບ ອາກາດທີ່ມີມົນລະພິດ
ຮ້າຍແຮງຫຼາຍກວ່າຢູ່ ລອສ​ ແອນ​ຈີ​ແລັສ ອີກ ແລະນັກຄົ້ນຄວ້າ Edward Avol ກ່າວວ່າ
ການສຶກສານີ້​ ແມ່ນມີສານ ​ຫລື​ ຂໍ້ຄວາມ ​ສຳ​ຫລັບພວກ​ຫົວເມືອງເຫຼົ່ານັ້ນ.

ທ່ານ Avol ເວົ້າວ່າ “ລະອອງຝຸ່ນ ແລະ ແກັສຕ່າງໆ ຢູ່​ໃນອາກາດ ​ໃນພາກໃຕ້ລັດ​
ແຄລີຟໍເນຍ ທີ່ພວກເຮົາໄດ້ຕິດຕາມ ທີ່​ວ່າ​ສຳຄັນ​ໃນ​ແງ່​ຂອງສຸຂະພາບນັ້ນ ແມ່ນ
ຄ້າຍຄືກັນຫຼາຍ ກັບມົນ​ລະ​ພິດ​ແລະ​ຄວາມ ເປື້ອນ​ເປິະຕ່າງໆ​ໃນ​ອາກາ​ດ ທີ່ມີຢູ່​ໃນ​
ທຸກ​ຫົນແຫ່ງຂອງໂລກ. ແລະ ​ເພາະສະນັ້ນ ທ່ານ​ກໍ​ສາມາດ​ຄາດໝາຍ​ໄດ້​ຢ່າງ​ສົມ
ເຫດສົມຜົນ​ເລີຍ​ວ່າ ການປັບປຸງອາກາດ​ໃຫ້​ດີ​ຂຶ້ນ ໃນ​ເຂດອື່ນໆຂອງໂລກນັ້ນ ກໍ​
ແມ່ນ​ຈະ​ພາ​ໃຫ້ທ່ານໄດ້ຮັບຜົນປະ​ໂຫຍ​ດ ທາງດ້ານສຸຂະພາບ​ແບບດຽວກັນ ສຳ​
ຫລັບ ພວກເດັກນ້ອຍທີ່ອາໄສຢູ່ທີ່ນັ້ນ.”

ບັນດານັກຄົ້ນຄວ້າ ກ່າວວ່າ ການຄວບຄຸມມົນລະພິດ ໄດ້ຢັ້ງຢືນວ່າ ມີຜົນປະໂຫຍດ ສຳຫລັບພວກເດັກນ້ອຍ.

ການທ້າທາຍ ກໍແມ່ນວ່າ ຕ້ອງຮັກສາລະດັບມົນລະພິດໃຫ້ຕ່ຳ​ໄວ້.

XS
SM
MD
LG