ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໐ ພຶດສະພາ ໒໐໒໔

ຣັດ​ເຊຍ ປະ​ກາດ​ພາ​ວະ​ສຸກ​ເສີ​ນ ລະດັບ​ລັດ​ຖະ​ບານ​ກາງ ໃນ​ພາກ​ພາກ​ພື້ນ ໂອ​ເຣັນ​ເບີກ ທີ່​ຖືກ​ນ້ຳ​ຖ້ວມ ແລະ ບ່ອນ​ອື່ນໆ​


ປະ​ຊາ​ຊົນ​ໃຊ້​ເຮືອ​ຢາງ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ໃນ​ເມືອງ ອອ​ສ​ຄ໌, ພາ​ກ​ພື້ນ ໂອ​ເຣັນ​ເບີກ, ຣັດ​ເຊຍ, 7 ເມ​ສາ 2024 (Anatoly Zhdanov/Kommersant Publishing House via AP)
ປະ​ຊາ​ຊົນ​ໃຊ້​ເຮືອ​ຢາງ​ໃນ​ຖະ​ໜົນ​ທີ່​ຖືກ​ນ້ຳ​ຖ້ວມ​ໃນ​ເມືອງ ອອ​ສ​ຄ໌, ພາ​ກ​ພື້ນ ໂອ​ເຣັນ​ເບີກ, ຣັດ​ເຊຍ, 7 ເມ​ສາ 2024 (Anatoly Zhdanov/Kommersant Publishing House via AP)

ລັດ​ຖະ​ບານ​ຂອງ ຣັດ​ເຊຍ ໄດ້​ປະ​ກາດ​ສະ​ຖາ​ນະ​ການ​ໃນ​ເຂດ​ທີ່​ຖືກ​ກະ​ທົບ​ໂດຍ​ໄພ​ນ້ຳ​ຖ້ວມ​ໃນ​ພາກ​ພື້ນ ໂອ​ເຣັນ​ເບີກ ເປັນ​ໄພ​ສຸກ​ເສີນ​ຂອງລັດ​ຖະ​ບານ​ກາງ ​ໃນ​ວັນ​ອາ​ທິດ​ວານນີ້, ດ້ວຍ​ການ​ກະ​ກຽມ​ສຳ​ລັບ​ໄພ​ນ້ຳ​ຖ້ວມ​ທີ່​ອາດ​ເປັນ​ໄປ​ໄດ້​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່​ໃນ​ອີກ​ສາມ​ພາກ​ພື້ນ​ອື່ນໆ, ອີງ​ຕາມ​ລາຍ​ງານ​ຂອງ​ສື່ມວນ​ຊົນຂອງ​ລັດ​ຖະ​ບານ.

ນ້ຳ​ຖ້ວມ, ທີ່​ມີ​ສາ​ເຫດ​ມາ​ຈາກ​ລະ​ດັບ​ນ້ຳ​ທີ່​ສູງ​ຂຶ້ນ​ໃນ​ແມ່​ນ້ຳ ອູ​ຣາ​ລ໌, ໄດ້​ບັງ​ຄັບ​ປະ​ຊາ​ຊົນ 4,000 ຄົນ​ລວມ​ທັງ​ເດັກ​ນ້ອຍ 885 ຄົນ, ໃຫ້​ອົບ​ພະ​ຍົບ​ອອກ​ຈາກພື້ນ​ທີ່ໃນ​ພາກ​ພື້ນ ໂອ​ເຣັນ​ເບີກ, ອີງ​ຕາມ​ການ​ກ່າວ​ຂອງ​ລັດ​ຖະ​ບານ ​ໃນ​ພາກ​ພື້ນ. ອົງ​ການ​ຂ່າວ Tass ຂອງ​ລັດ​ຖະ​ບານ ​ໄດ້​ກ່າວ​ວ່າ ​ເຮືອນ 2,000 ຫຼັງ​ໄດ້​ຖືກ​ນ້ຳ​ຖ້ວມ, ລວມ​ທັງ​ໝົດເກືອບ 6,300 ຫຼັງ ​ຢູ່​ໃນ​ພາກ​ພື້ນ​ດັ່ງ​ກ່າວ.

ຄວາມ​ເສຍ​ຫາຍ​ທັງ​ໝົດ​ຈາກ​ນ້ຳ​ຖ້ວມ​ໃນ​ພາກ​ພື້ນ ໂອ​ເຣັນ​ເບີກ ແມ່ນ​ຄາດ​ວ່າ ​ຈະ​ສູງ​ເຖິງ 227 ລ້ານ​ໂດ​ລາ, ລັດ​ຖະ​ບານ​ໃນ​ພາກ​ພື້ນ​ ໄດ້​ກ່າວ​ໃນ​ວັນ​ອ​າ​ທິດ​ວານນີ້.

ລັດ​ຖະ​ມົນ​ຕີ​ສະ​ຖາ​ນະ​ການ​ສຸກ​ເສີນ​ຂອງ ຣັດ​ເຊຍ ທ່ານ ອາ​ເລັກ​ແຊນ​ເດີ ຄູ​ເຣັນ​ຄອ​ຟ ໄດ້​ເດີນ​ທາງ​ໄປ​ຮອດ​ເມືອງ ອ​ອ​ສ​ຄ໌ (Orsk), ເຊິ່ງ​ແມ່ນ​ນຶ່ງ​ໃນ​ເມືອງ​ທີ່​ຖືກ​ກະ​ທົບ​ໜັກ​ທີ່​ສຸດ, ໃນ​ວັນ​ອາ​ທິດ​ວານນີ້ ​ເພື່ອ​ຊີ້​ນຳ​ການ​ປະ​ຕິ​ບັດ​ການ​ກູ້​ໄພ.

​ທ່ານລັດ​ຖະ​ມົນ​ຕີ​ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ລະ​ບຸ​ສະ​ຖາ​ນະ​ການ​ໃນ​ພາກ​ພື້ນ ໂອ​ເຣັນ​ເບີກ ເປັນເຂດ​ໄພ​ສຸກ​ເສີນຂອງ​ລັດ​ຖະ​ບານ​ກາງ ແລະ ຕັ້ງ​ການ​ຕອບ​ສະ​ໜອງ​ລະ​ດັບ​ລັດ​ຖະ​ບານ​ກາງ, ອີງ​ຕາມ​ອົງ​ການ​ຂ່າວ RIA Novosti. ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ໝາຍ​ຄວາມ​ວ່າ​ ການ​ຊ່ວຍ​ເຫຼືອ​ ແລະ ການ​ປະ​ສານ​ງານ​ຂອງ​ລັດ​ຖະ​ບານ​ກາງ​ ຈະ​ສາ​ມາດ​ຊ່ວຍ​ເສີມ​ການ​ປະ​ຕິ​ບັດ​ການ​ໃນຂັ້ນ ​ລັດ ແລະ ​ທ້ອງ​ຖິ່ນ.

ເມືອງ ອອ​ສ​ຄ໌, ເຊິ່ງ​ຕັ້ງ​ຢູ່ບໍ່​ເຖິງ 20 ກິ​ໂລ​ແມັດທາງ​ພາກ​ເໜືອ​ຂອງ​ເຂດ​ຊາຍ​ແດນ​ຕິດ​ກັບ​ປະ​ເທດ ກາ​ຊັກ​ສ​ຖານ, ໄດ້​ປະ​ສົບ​ກັບ​ນ້ຳ​ຖ້ວມ​ທີ່​ຮຸນ​ແຮງ​ທີ່​ໄດ້​ເຮັດ​ໃຫ້​ເຂື່ອນ​ແຕກ​ເມື່ອ​ວັນ​ສຸກ​ທີ່​ຜ່ານ​ມາ, ອີງ​ຕາມ​ເຈົ້າ​ເມືອງ ອອ​ສ​ຄ໌ ທ່ານ ວາ​ຊິ​ລີ ໂຄ​ຊູ​ປິດ​ຊາ.

ຮອດ​ວັນ​ອາ​ທິດ​ວານນີ້, ຜູ້​ອາ​ໄສ​ຢູ່​ໃນ​ຕຶກ​ຕ່າງໆ 4,500 ຄົນ​ໃນ​ເມືອງ​ທີ່​ມີ​ປະ​ຊາ​ຊົນ 200,000 ຄົນ​ນັ້ນ ແມ່ນ​ຖືກ​ນ້ຳ​ຖ້ວມ ແລະ ການ​ປະ​ຕິ​ບັດ​ການ​ອົບ​ພະ​ຍົບ​ແມ່ນ​ກຳ​ລັງ​ດຳ​ເນີນ​ຢູ່, ອີງ​ຕາມ​ອົງ​ການ​ຂ່າວ Tass.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG