ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ກາ​ຕ້າ ​​ຕໍ່ກຳໜົດ ການ​ຫ້າມ​ເດີນທາງ ຂອງ​ຜູ້ນຳ​ອາວຸ​ໂສ ຕາ​ລີ​ບານ 5 ຄົນ


ກາ​ຕ້າ ​ຍືດອອກໄປ ການ​ຫ້າມ​ເດີນທາງຂອງ​ຜູ້ນຳ​ອາວຸ​ໂສ
ຕາ​ລີ​ບານ 5 ຄົນ​ ທີ່ຖືກແລກປ່ຽນ​ກັບ​ທະຫານ​ ສະຫະລັດ​ ຜູ້​ຖືກ​ຈັບນັ້ນ
ກາ​ຕ້າ ​ຍືດອອກໄປ ການ​ຫ້າມ​ເດີນທາງຂອງ​ຜູ້ນຳ​ອາວຸ​ໂສ ຕາ​ລີ​ບານ 5 ຄົນ​ ທີ່ຖືກແລກປ່ຽນ​ກັບ​ທະຫານ​ ສະຫະລັດ​ ຜູ້​ຖືກ​ຈັບນັ້ນ

ກາ​ຕ້າ ​ໄດ້​ເຫັນ​ດີ​ທີ່​ຈະ​ຍືດການ​ຫ້າມ​ເດີນທາງຂອງ​ຜູ້ນຳ​ອາວຸ​ໂສ
ຕາ​ລີ​ບານ 5 ຄົນ​ອອກ​ໄປ​ຊົ່ວຄາວ​ ເຊິ່ງ​ພວກ​ດັ່ງກ່າວ​ໄດ້​ອາ​ໄສ​ຢູ່​ທີ່​ນັ້ນ​ມາ ຕັ້ງ​ແຕ່​ໄດ້​ຖືກ​ປ່ອຍ​ໂຕ​ຈາກ​ຄຸກອ່າວ ກວນ​ທາ​ນາ​ໂມ, ປະເທດ ຄິວ​ບາ ເພື່ອ​ເປັນ​ການ​ແລກປ່ຽນ​ກັບ​ທະຫານ​ສະຫະລັດ​ທີ່​ຖືກ​ຈັບ ຄືສິບ​ເອກ Bowe Bergdahl ນັ້ນ.

​ເຈົ້າ​ໜ້າ​ທີ່​ສະຫະລັດ​ໄດ້​ກ່າວ​ວ່າ ການສັ່ງ​ຫ້າມ​ຈະ​ຍັງ​ຄົງ​ມີຢູ່​ຄື​ເກົ່າ​ ​ເວລາ​ສະຫະລັດ, ກາ​ຕ້າ ​ແລະ ອັຟກາ​ນິສຖານ ສືບຕໍ່ການ​ປະຊຸມຫາ​ຂໍ້​ແກ້​ໄຂໄລ​ຍະ​ຍາວ. ສະມາຊິກ ຕາ​ລີ​ບານ ​ແມ່ນ​ຍັງ​ຈະ​ບໍ່​ສາມາດ ເດີນທາງ​ໄດ້ ​ແລະ ​ຍັງໃຫ້​ມີ​ການຕິດຕາມ​ສິ້ງ​ຊອມ​ຕໍ່​ໄປ.

ສິບ​ເອກ Bergdahl ​ໄດ້​ຖືກ​ຈັບໂຕ ​ແລະ ກັກ​ຂັງ​ໂດຍ​ພວກ​ຕາ​ລີ​ບານ​ໄດ້ເປັນ​ເວລາ​ 5 ປີ​, ຫຼັງ​ຈາກ​ທີ່​ໄດ້​ຍ່າງໜີ​ຈາກ​ຖານ​ທັບ​ຂ​ອງລາວ​ໃນ

ອັ​ຟກາ​ນິສຖານ. ລາວ​ໄດ້​ຖືກ​ຕັ້ງ​ຂໍ້​ຫາ​ການໜີ​ທະຫານ​ໃນ​ເດືອນ​ມີນາ ​ແລະ ອາດ​ຈະ​ຖືກ​ຕັດສິນ​ຈຳ​ຄຸ​ກຕະຫຼອດ​ຊີວິດ.

ສະມາຊິກ​ຕາ​ລີ​ບານ​ 5 ຄົນ​ທີ່​ໄດ້​ຖືກ​ປ່ອຍ​ໂຕ​ຈາກ​ການ​ຄຸມ​ຂັງ​ຂອງ​ສະຫະລັດ​ແມ່ນ Mullah khairullah Khairkhaw, Mullah Noorullah Noori, Mullah Abdul Hag Wasig, Mullah Fazil Mazloom ​ແລ​ະ Mohammad Nabi Omari.

ພວກເຂົາ​ແມ່ນ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ໃນ​ກຸຸ່ມຕາ​ລີ​ບານເຊິ່ງ​ໄດ້ຄວບ​ຄຸມ ​ອັ​ຟກາ​ນິສຖານ ​ແລະ ເຮັດ​ໜ້າ​ທີ່​ເປັນ​ຖານ​ທີ່​ໝັ້ນ​ໃຫ້​ກັບ​ພວກ​ເຄືອຂ່າ​ຍກໍ່​ການ​ຮ້າຍ Al Qaida ​ແຕ່​ປີ 1996 ຫາສັບປະດາ​ສຸດທ້າຍ​ຂອງ​ປີ 2001. ສະຫະລັດ ​ແລະ ຝ່​າຍພັນທະ​ມິດ​ອື່ນ​ໆ​ໄດ້​ຂັບ​ໄລ່ ​ແລະ ​ທັບ​ມ້າງ​ພວກ
ຕາ​ລີ​ບັນ ​ເຊິ່ງຕິດ​ຕາມ​ມາ​ດ້ວຍ​ການ​ໂຈມ​ຕີ​ຂອງພວກ Al Qaida ​ໃນ ສະຫະ​ລັດ ​ໃນ​ວັນທີ 11 ​ເດືອນກັນຍາ ປີ 2001.

ສະມາຊິກ​ ສະພາສັນຕິພາບ​ຂັ້ນສູງ​ຂອງ ອັຟກາ​ນິສຖານ ທ່ານ Ismail Qasimyar ​ໄດ້​ຢືນຢັດ​ວ່າ​ຜູ້​ນຳ​ຕາ​ລີ​ບານ​ທັງ 5 ຄວນຢູ່​ໃນ​ ກາ​ຕ້າ​ຕໍ່​ໄປໂດຍ​ບໍ່​ມີ​ກຳນົດ ​ຫຼື​ບໍ່​ ກໍຄວນມອບ​ໂຕ​ໃຫ້​ລັດຖະບານ ອັຟກາ​ນິສຖານ​ໄປ.

US Qatar Taliban
please wait
Embed

No media source currently available

0:00 0:00:27 0:00

XS
SM
MD
LG