ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໂອບາມາ ມອບຫຼຽນໄຊ ອິດສະຫຼະພາບ ເປັນຄັ້ງສຸດທ້າຍ ຂອງທ່ານ


Homeless people sleep under a bridge in front of a mural depicting US President Donald Trump as a puppeteer manipulating Brazil's President Jair Bolsonaro, in downtown Sao Paulo, Brazil.
Homeless people sleep under a bridge in front of a mural depicting US President Donald Trump as a puppeteer manipulating Brazil's President Jair Bolsonaro, in downtown Sao Paulo, Brazil.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ມອບລາງວັນກຽດຕິດຍົດພົນລະ ເຮືອນທີ່ສູງສຸດຂອງປະເທດ ເປັນຄັ້ງສຸດທ້າຍ ໃນຖານະປະທານາທິບໍດີ, ເຊິ່ງເນັ້ນຢ້ຳເຖິງ ວຽກງານຂອງປະຊາຊົນ ອາເມຣິກັນ ນັບຈາກຜູ້ມີໃຈບຸນ ທ່ານ Bill ແລະ ທ່ານນາງ Melinda Gates ເຖິງບັນດານັກກິລາ, ນັກສິລະປະ, ນັກເຄື່ອນໄຫວ, ນັກວິທະ ຍາສາດ ແລະ ອື່ນໆ.

ທ່ານ ໂອບາມາ ໄດ້ມອບຫຼຽນ​ໄຊອິດສະຫຼະພາບປະທານາທິບໍດີິໃຫ້ກັບ 21 ຄົນ ໃນພິທີທີ່ ຈັດ​ຂຶ້ນຢູ່ທຳນຽບຂາວ. ທ່ານ ໂອບາມາ ໄດ້ກ່າວວ່າ, ແຕ່ລະຄົນໄດ້ເຮັດໃຫ້ທ່ານປະທັບ​ໃຈໃນທາງສ່ວນຕົວ ແລະ ຄວາມມະຫັດສະຈັນຂອງພວກເຂົາເຈົ້າ.

ທ່ານ ໂອບາມາ ໄດ້ກ່າວວ່າ “ມື້ນີ້ພວກເຮົາຂໍຍົກຍ້ອງຄົນ ອາເມຣິກັນ ທີ່ມີຄວາມພິເສດ, ຜູ້ທີ່ໄດ້ຍົກ​ສູງ​ຈິດ​ໃຈ​ຂອງພວກເຮົາ, ສ້າງຄວາມສາ ມັກຄີຂອງພວກເຮົາໃຫ້ເຂັ້ມແຂງ ກວ່າເກົ່າ, ຜັກດັນພວກເຮົາ ສູ່ຄວາມກ້າວໜ້າ.”

ອີງຕາມທຳນຽບຂາວ​ແລ້ວ ຫຼຽນດັ່ງກ່າວແມ່ນໄດ້ຖືກມອບໃຫ້ຜູ້ທີ່ໄດ້ ປະກອບສ່ວນເຂົ້າ ໃນຜົນປະໂຫຍດແລະຄວາມປອດໄພຂອງປະເທດ, ສັນຕິພາບໃນໂລກ, ວັດທະນະທຳ ຫຼື ວຽກງານສ່ວນລວມ ແລະສ່ວນຕົວທີ່ສຳຄັນອື່ນໆ.

ທ່ານ Bill Gates ຈາກບໍລິສັດ Microsoft ແລະ ພັນລະຍາຂອງ ທ່ານ ​ໄດ້​ຮັບກຽດຍ້ອນ ການຊ່ວຍເຫຼືອ ເພື່ອປັບປຸງ ແລະຊ່ວຍຊີວິດຂອງປະຊາຊົນຈຳນວນນັບ​ບໍ່​ຖ້ວນໃນປະເທດ ແລະ​ໃນທົ່ວໂລກຜ່ານມູນນິທິ Bill and Melinda Gates. ມູນນິທິດັ່ງກ່າວເພັ່ງເລັງໃສ່ ການປັບປຸງດ້ານສຸຂະພາບ ແລະ ຕໍ່ສູ້ກັບຄວາມອຶດຫິວ ແລະຄວາມ ທຸກຍາກ.

ທ່ານ ໂອບາມາ ໄດ້ກ່າວວ່າ “ມີສອງສາມຄົນໃນປະຫວັດສາດມະນຸດ ທີ່ໄດ້ປະສົບ ຄວາມສຳເລັດ​ໄປຫຼາຍກວ່າ ຜູ້ມອງໂລກໃນແງ່ບວກທີ່ມີ ຄວາມກະຕືລືລົ້ນສອງຄົນນີ້.”

ທ່ານປະທານາທິບໍດີກໍຍັງໄດ້ມອບຫຼຽນດັ່ງກ່າວໃຫ້ກັບດາລານັກບາສແກັດບອລທີ່ເປັນ ຕຳນານທ່ານ Kareem Abdul-Jabbar ແລະ ທ່ານ Michael Jordan.

ທຳນຽບຂາວໄດ້ກ່າວວ່າ ທ່ານ Abdul-Jabbar ບໍ່ພຽງແຕ່ຖືກຍົກ ຍ້ອງສຳລັບອາຊີບນັກ ກິລາບາສແກັດບອລຂອງລາວເທົ່ານັ້ນ, ແຕ່ຍັງຖືກຍົກຍ້ອງ​ໃນການກ່າວສະໜັບສະໜູນ ຢ່າງອິດສະຫຼະ ເພື່ອ ຄວາມຍຸຕິທຳທາງສັງຄົມ.

ທ່ານ ໂອບາມາ ໄດ້ກ່າວວ່າ “ໃນທາງຮ່າງກາຍ, ທາງສະຕິປັນຍາ ແລະ ທາງຈິດໃຈ ແລ້ວ, ທ່ານ Kareem ແມ່ນຄົນດຽວທີ່ມີລັກສະນະພິເສດນີ້. ເປັນຄົນ ອາເມຣິກັນ ຜູ້ ໜຶ່ງທີ່ເຂົ້າໃຈດີ ໃນພື້ນຖານ ຂອງເສລີພາບທີ່ມີຄວາສຳຄັນທີ່ສຸດຂອງພວກເຮົາ ແລະ ຄວາມປາຖະໜາ ສູງສຸດຂອງພວກເຮົາ.”

ບັນດານັກສະແດງ ແລະ ນັກຮ້ອງທີ່ມີຊື່ສຽງຄົນອື່ນໆກໍໄດ້ຮັບຫຼຽນ​ໄຊ ອິດສະຫຼະພາບ ເຊັ່ນກັນ, ລວມມີ ທ່ານນາງ Cicely Tyson, ທ່ານ Tom Hanks, ທ່ານ Rober De Niro, ທ່ານ Robert Redford, ທ່ານ Bruce Springsteen ແລະ ທ່ານນາງ Diana Ross.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Obama: 'Today We Celebrate Extraordinary Americans'
please wait

No media source currently available

0:00 0:00:25 0:00
XS
SM
MD
LG