ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທ່ານ ໂອບາມາ ກ່າວຄຳປາໄສ ຕໍ່ສະພາ ແລະ ປະເທດຊາດ ຄັ້ງສຸດທ້າຍ


President Obama Delivers His Final State of the Union Address
please wait

No media source currently available

0:00 0:02:26 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ໃນການຫາທາງປະມູນເຊື້ອຂອງທ່ານໄວ້ນັ້ນ ປະທານາທິບໍດີ ບາຣັກ ໂອບາມາ ໄດ້ກ່າວຄຳປາໄສ ກ່ຽວກັບສະພາບການຂອງ ປະເທດຊາດຄັ້ງທີ 7 ແລະ ຄັ້ງສຸດ ທ້າຍຂອງທ່ານ ໂດຍບອກລັດ ຖະສະພາທັງສອງໃນຄໍ່າຄືນວັນອັງຄານວານນີ້ວ່າ ໃຫ້ເບິ່ງໄປຂ້າງ ໜ້າ ບໍ່ແມ່ນແຕ່ສະເພາະປີໜ້ານີ້ເທົ່ານັ້ນ ແຕ່ໃຫ້ເບິ່ງ ໄປອີກ 5 ປີ ແລະ ໄກກວ່ານັ້ນ. ນັກຂ່າວ ວີໂອເອ Carolyn Presutti ມີລາຍ ງານເລື້ອງນີ້ ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດມາສະເໜີ ທ່ານ.

ໃນການກ່າວຄຳປາໄສຕໍ່ສະພາ ແລະ ປະເທດຊາດເປັນຄັ້ງສຸດທ້າຍຂອງທ່ານ, ຜູ້ຊາຍທີ່ໄດ້ ໃຫ້ຄຳສັນຍາກັບຄວາມຫວັງ, ໄດ້ກ່າວຕໍ່ປະເທດຊາດວ່າ “ແວວຕາ ທີ່ສົດໄສ, ຫົວໃຈທີ່ຍິ່ງ ໃຫຍ່ ແລະ ການມອງໂລກໃນແງ່ດີ.” ຊຶ່ງຢ່າງໃດກໍຕາມ, ຕອນນີ້ກໍຍັງບໍ່ຫວັ່ນໄຫວຕໍ່ລັດທິກໍ່ ການຮ້າຍຢູ່.

ທ່ານ ໂອບາມາ ກ່າວວ່າ “ເມື່ອພວກເຈົ້າຕາມລ່າຄົນ ອາເມຣິກັນ, ພວກເຮົາກໍ ຈະຕາມລ່າ ຫາພວກເຈົ້າເຊັ່ນກັນ.”

ເຖິງແມ່ນວ່າຈະມີການໂຈມຕີໃນນະຄອນຫຼວງ ປາຣີ ແລະ ລັດຄາລີຟໍເນຍ ກໍຕາມ, ທ່ານ ໂອ ບາມາ ກໍກ່າວວ່າ ພວກກໍ່ການຮ້າຍຢູ່ຕ່າງປະເທດ ແລະ ເກີດຂຶ້ນ ພາຍໃນປະເທດແມ່ນເປັນ ໄພຮ້າຍແຮງ ແຕ່ວ່າມັນບໍ່ໄດ້ເປັນໄພຂົ່ມຂູ່ຕໍ່ການດຳ ລົງຊີວິດຢູ່ໃນປະເທດ. ເຖິງຢ່າງໃດກໍ ຕາມ ທ່ານໄດ້ຮຽກຮ້ອງໃຫ້ສະພາຕ່ຳ ຂອງ ພັກຣີພັບບລີກັນ ທຳການເຄື່ອນໄຫວບາງຢ່າງ.

ທ່ານ ໂອບາມາ ກ່າວວ່າ “ຖ້າລັດຖະສະພານີ້ມີຄວາມຈິງຈັງ ກ່ຽວກັບ ການເອົາ ຊະນະສົງ ຄາມໃນຄັ້ງນີ້ ແລະ ຢາກຈະສົ່ງຂໍ້ຄວາມໃຫ້ກັບທະຫານຂອງພວກ ເຮົາ ແລະ ໂລກ, ຈົ່ງ ອະນຸມັດການໃຊ້ກຳລັງທະຫານ ຕໍ່ສູ້ກັບພວກ ISIS ແລະ ຈົ່ງລົງ ຄະແນນສຽງເອົາ.”

ນອກນັ້ນທ່ານປະທານາທິບໍດີ ຍັງໄດ້ຂໍໃຫ້ລັດຖະສະພາດຳເນີນການຕໍ່ໄປ ກ່ຽວ ກັບ ຄິວບາ ເຊັ່ນ ຍົກເລີກການປິດລ້ອມທາງເສດຖະກິດຕໍ່ພວກເຂົາເຈົ້າ.

ແລະຢູ່ໃນມະຫາສະໝຸດ ປາຊີຟິກ, ທ່ານໄດ້ຂໍໃຫ້ມີການຮອງຮັບເອົາຂໍ້ຕົກລົງ ພາຄີມະຫາ ສະໜຸດ ປາຊີຟິກ.

ໃນເວລາບໍ່ດົນກ່ອນໜ້າການໃຫ້ຄຳປາໄສ, ທະຫານເຮືອ ອາເມຣິກາ 10 ຄົນຢູ່ ເທິງເຮືອລາດ ຕະເວນ 2 ລຳ ໄດ້ຖືກຄວບຄຸມຕົວໄວ້ໂດຍ ອີຣ່ານ. ທ່ານປະທານາ ທິບໍດີ ບໍ່ໄດ້ກ່າວເຖິງເຫດ ການດັ່ງກ່າວ, ແມ່ນກະທັ່ງໃນເວລາທີ່ທ່ານກ່າວ ເຖິງຂໍ້ ຕົກລົງ ນິວເຄລຍ ກັບອີຣ່ານຕໍ່ໜ້າຜູ້ທີ່ ມີຄວາມສົງໄສທັງຫຼາຍໃນລັດຖະສະພາ.

ທ່ານ ໂອບາມາ ກ່າວວ່າ “ດັ່ງທີ່ພວກເຮົາເວົ້າຫັ້ນແລ້ວ, ອີຣ່ານ ໄດ້ຫຼຸດຜ່ອນ ໂຄງການນິວ ເຄລຍຂອງພວກເຂົາເຈົ້າລົງ, ໄດ້ຢຸດການສະສົມທາດຢູເຣນຽມ ຂອງພວກເຂົາເຈົ້າ ແລະ ໂລກຂອງພວກເຮົາກໍໄດ້ຫຼີກເວັ້ນສົງຄາມອີກຄັ້ງໜຶ່ງ.”

ເຈົ້າຄອງລັດ South Carolina ທ່ານນາງ Nikki Haley ໄດ້ກ່າວຄຳຕອບຂອງ ພັກຣີພັບ ບລີກັນ, ແລະ ວາດພາບ ທຳນຽບຂາວພາຍໃຕ້ການບໍລິຫານທີ່ແຕກ ຕ່າງໄປ.

ທ່ານນາງ Nikki Haley ກ່າວວ່າ “ພວກເຮົາຈະບໍ່ເຮັດໃຫ້ຂໍ້ຕົກລົງສາກົນ ທີ່ໄດ້ ຖືກສະເຫຼີມ ສະຫຼອງໃນອິສຣາແອລ ແລະ ໄດ້ຖືກປະທ້ວງໃນ ອີຣ່ານ ເປັນໄປ ໃນທາງກົງກັນຂ້າມ.”

ຕາມຄຳຂໍຮ້ອງຂອງທ່ານປະທານາທິບໍດີນັ້ນ ທ່ານ Matt Gammon ນັກສຳ ຫຼວດຄວາມຄິດ ເຫັນພັກ ຣີພັບບລີກັນກ່າວວ່າ “ຂ້າພະເຈົ້າຄິດວ່າ ທ່ານປະທາ ນາທິບໍດີ ບໍ່ໄດ້ຄາດຫວັງ ເອົາການປະຕິບັດການທີ່ຈິງຈັງໂດຍສະເພາະເຈາະຈົງ ກ່ຽວກັບ ລາຍການທີ່ທ່ານໄດ້ກ່າວ ອອກມາໃນລັດຖະສະພາຄັ້ງນີ້, ແຕ່ຂ້າພະ ເຈົ້າຄິດວ່າ ທ່ານຢາກກ່າວໃຫ້ຮູ້ວ່າ ທ່ານເປັນ ຫ່ວງກ່ຽວກັບສິ່ງດັ່ງກ່າວນີ້ຕໍ່ຄົນ ທີ່ຈະເປັນຜູ້ຂຽນກ່ຽວກັບມູນເຊື້ອຂອງທ່ານຕໍ່ໄປ ໃນອະ ນາຄົດ.”

ທ່ານປະທານາທິບໍດີໄດ້ກ່າວວ່າ ທ່ານເສຍໃຈທີ່ການເມືອງຂອງປະເທດ ຍັງສືບ ຕໍ່ແບ່ງແຍກ ກັນຢູ່, ແຕ່ໄດ້ກ່າວວິຈານຕໍ່ຄຳເຫັນໃນແງ່ລົບຂອງພັກຣີພັບບລີກັນ.

ທ່ານ ໂອບາມາ ກ່າວວ່າ “ທຸກໆເລື່ອງກ່ຽວກັບການຫຼຸດລົງຂອງເສດຖະກິດ ອາເມຣິກາ ແມ່ນ ການເວົ້າທາງການເມືອງທີ່ເກີນຄວາມຈິງ."

ໃນເວລາດຽວກັນ, ທ່ານ Donald Trump ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາ ທິບໍດີຂອງ ພັກ ຣີພັບບລີກັນ ໄດ້ກ່າວຜ່ານທາງສື່ສັງຄົມ Twitter ວ່າຄຳປາໄສ ຂອງທ່ານ ໂອບາມາ ບໍມີ ຊີວິດຊີວາ, ທ່ານ Ted Cruz ໄດ້ຕັ້ງຊື່ໃຫ້ການປາໄສ ນີ້ວ່າເປັນ “ຄຳປາໄສທີ່ບໍ່ຍອມຮັບຕົນ ເອງ” ບໍ່ແມ່ນຄຳປາໄສກ່ຽວກັບສະພາບ ການຂອງປະເທດຊາດ.

ຂໍ້ຄວາມທາງດ້ານການເມືອງຂອງ ທຳນຽບຂາວ ທີ່ຫວັງຈະສະເໜີຕໍ່ປະຊາຊົນ ອາເມຣິກາ ກໍ ແມ່ນໃຫ້ເບິ່ງຄືນໃນການໃຊ້ສຳນວນການເວົ້າ ໃຫ້ໄປໄກກວ່າ ຂອງພັກ ຣີພັບບລີກັນ ແລະ ໃຫ້ເພັ່ງເລັງໃສ່ບັນຫາທີ່ຈະສົ່ງຜົນກະທົບຕໍ່ຄົນລຸ້ນ ຕໍ່ໄປໃນອະນາຄົດ. ປະຊາຊົນ ອາເມຣິກັນ ຈະເລືອກເອົາປະທານາທິບໍດີຄົນໃໝ່ ໃນອີກ 10 ເດືອນຂ້າງໜ້ານີ້.

XS
SM
MD
LG