ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວັນພັກ Presidents’ Day ຂອງສະຫະລັດ


ປະທານາທິບໍດີບາຣັກ ໂອບາມາ ຢືນຍິ້ມຢູ່ຕໍ່ໜ້າຮູບ ທ່ານ George Washington ປະທານາທິບໍດີຄົນທໍາອິດ ຂອງສະຫະລັດ ທີ່ຫ້ອງການ ຮູບໄຂ່ ຫລື Oval Officeຂອງທໍານຽບຂາວ.
ປະທານາທິບໍດີບາຣັກ ໂອບາມາ ຢືນຍິ້ມຢູ່ຕໍ່ໜ້າຮູບ ທ່ານ George Washington ປະທານາທິບໍດີຄົນທໍາອິດ ຂອງສະຫະລັດ ທີ່ຫ້ອງການ ຮູບໄຂ່ ຫລື Oval Officeຂອງທໍານຽບຂາວ.
ກໍາມະກອນຫລາຍໆລ້ານຄົນ ໃນທົ່ວສະຫະລັດ ໄດ້ພັກລ້າ
ພັກການ ໃນວັນຈັນ ມື້ນີ້ ໂດຍເປັນສ່ວນນຶ່ງຂອງການສະ
ຫລອງ ວັນພັກປະທານາທິບໍດີແຫ່ງຊາດ ປະຈໍາປີ.

ວັນພັກ Presidents’ Day ໄດ້ກາຍມາເປັນວັນພັກລັດຖະການ
ໃນປີ 1879 ເພື່ອສະຫລອງວັນເກີດ ທີ 22 ກຸມພາຂອງທ່ານ
George Washington ປະທານາທິບໍດີຄົນທໍາອິດຂອງສະຫະ
ລັດ. ເກືອບ 100 ປີຕໍ່ມາ ກໍຄືໃນປີ 1968 ລັດຖະສະພາໄດ້ຮັບ
ຜ່ານກົດໝາຍສະບັບນຶ່ງ ທີ່ໄດ້ປ່ຽນການສະຫລອງ ວັນພັກທາງ
ການຫລາຍວັນ ຈາກວັນສະເພາະໃດນຶ່ງ ໄປໃສ່ວັນຈັນ ທີ່ໄດ້ກໍາ
ນົດ ໄວ້ກ່ອນ ເພື່ອຈະເຮັດໃຫ້ຜູ້ໄປເຮັດວຽກເຮັດການໄດ້ມີວັນ
ພັກສາມວັນຕິດຕໍ່ກັນ.

ພວກຂາຍເຄື່ອງກໍໄດ້ສວາຍໂອກາດ ເອົາວັນພັກໃຫ້ກຽດແກ່ປະທານາທິບໍດີທີ່ຕົກໃສ່ວັນ
ຈັນ ອາທິດທີສາມຂອງເດືອນກຸມພານີ້ ໂຄສະນາຂາຍເຄື່ອງ ແລະຫລຸດລາຄາສິນຄ້າຂອງ
ພວກເຂົາເຈົ້າ.

ເຖິງແມ່ນວ່າ ວັນພັກດັ່ງກ່າວນີ້ ຍັງຮູ້ກັນຢ່າງເປັນທາງການວ່າ ແມ່ນວັນຄ້າຍວັນເກີດ ຂອງທ່ານວໍຊິງຕັນ ແຕ່ກໍໄດ້ປ່ຽນໄປເປັນວັນແຫ່ງປະທານາທິບໍດີ ຫລື Presidents’ Day
ເພື່ອສະເຫລີມສະຫລອງທັງວັນຄ້າຍວັນເກີດຂອງທ່ານວໍຊິງຕັນ ແລະທ່ານລິງຄອນ ຊຶ່ງເປັນ
ປະທານາທິບໍດີຄົນທີ 16 ຂອງສະຫະລັດ ທີ່ຕົກໃສ່ວັນທີ 12 ກຸມພາ. ວັນເກີດຂອງທ່ານລິງ
ຄອນ ບໍ່ໄດ້ເປັນວັນພັກແຫ່ງຊາດຈັກເທື່ອ ເຖິງແມ່ນວ່າ ມີຫລາຍໆລັດສະຫລີມສະຫລອງ
ວັນດັ່ງກ່າວກໍຕາມ. ວັນແຫ່ງປະທານາທິບໍດີ ດຽວນີ້ຖືກັນວ່າເປັນວັນທີ່ສະເຫລີມສະຫລອງ
ໃຫ້ກຽດແກ່ປະທານາທິບໍດີທັງໝົດຂອງສະຫະລັດ ທັງໃນອະດີດແລະປັດຈຸບັນ.
XS
SM
MD
LG