ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ວິ​ກິດ​ການ ມະ​ນຸດ​ສະ​ທຳ ທີ່​ເມືອງ Zamboanga​ ​​ໃນພາກ​ໃຕ້ ​ຟີ​ລິບ​ປິນ


ສະໜາມກິລາ​ ເມືອງ Zamboanga ທີ່ໃຊ້ເປັນບ່ອນລີ້ໄພ
ສະໜາມກິລາ​ ເມືອງ Zamboanga ທີ່ໃຊ້ເປັນບ່ອນລີ້ໄພ
ອົງການ​ສະຫະ​ປະຊາ​ຊາດ​ເຕືອນ​ກ່ຽວ​ກັບ​ວິ​ກິດ​ການ​ທາງ​ດ້ານ
​ມະ​ນຸດ​ສະ​ທຳ​ຢູ່​ທີ່​ຫົວ​ເມືອງ​ແຫ່ງ​ນຶ່ງ ​ໃນພາກ​ໃຕ້​ຟີ​ລິບ​ປິນ ທີ່​ໄດ້
​ເກີດ​ການ​ສູ້​ລົບ​ກັນ​ເປັນ​ເວລາ 2 ອາທິດ ລະຫວ່າງ​ພວກ​ກະບົດ
​ມຸສລິ​ມ​ແລະ​ກອງທັບ​ແຫ່ງ​ຊາດ​ຂອງ​ຟີ​ລິບ​ປິນ.

ຜູ້ຕາງໜ້າພ້ອມ​ທັງ​ເປັນຜູ້ປະສານ​ງານ​ດ້ານ​ມະນຸດ​ສະ​ທຳຂອງ
​ອົງການ​ສະຫະ​ປະຊາ​ຊາດ ປະຈຳ​ຟີ​ລິບ​ປິນ ທ່ານນາງ Luiza
Carvalho ກ່າວ​ໃນ​ວັນ​ພຸດ​ວານ​ນີ້ວ່າ ມີ​ຫລາຍ​ກວ່າ 109,000 ຄົນ
ຍັງ​ອົບ​ພະຍົບຫລົບ​ໄພ​ທີ່​ເມືອງ Zamboanga ຊຶ່ງ​ຈຳນວນນີ້ ​
ແມ່ນ​ເທົ່າ​ກັນ​ກັບ​ນຶ່ງ​ສ່ວນ​ສິບຂອງ​ປະຊາຊົນ​ໃນ​ຫົວ​ເມືອງ​ສຳຄັນ​
ທີ່​ຕັ້ງຢູ່​ແຄມ​ຝັ່ງ​ທະ​ເລ​ດັ່ງກ່າວ.

ປະຊາຊົນ​ສ່ວ​ນ​ໃຫຍ່​ແມ່ນໄດ້​ພາກັນ​ໄປ​ຫລົບ​ໄພ​ຢູ່​ທີ່​ສະໜາມກິລາ​ໃຫຍ່ ທີ່​ທ່ານນາງ
Carvalho ​ເວົ້າວ່າ ​ແອ​ອັດ​ຫລາຍ​ເກີນ​ໄປ​ນັ້ນ. ທ່ານ​ນາງ​ກ່າວ​ຕື່ມ​ວ່າ ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​
ການລະບາດ​ຂອງ​ພະຍາດ ​ພ້ອມ​ທັງ​ຂາດ​ແຄນ​ອາຫານ ນໍ້າ ດື່ມ ​ແລະ​ປັດ​ໄຈ​ອື່ນໆ​ອີກ​ທີ່​
ສະໜາມກິລາ​ແຫ່ງ​ນີ້.

ມີ​ຢ່າງ​ໜ້ອຍ 132 ຄົນ​ໄດ້​ເສຍ​ຊີວິດ​ໃນ​ບັນຫາ​ຂັດ​ແຍ້​ງ ທີ່​ເລີ້ມຂຶ້ນ​ເວລາ​ພວກ​ກະບົດ​ທີ່​ເປັນ
​ເຄືອ​ຂ່າຍ​ຂອງ​ກຸ່ມ​ແນວ​ໂຮມ​ປົດ​ປ່ອຍ​ຊາດ​ໂມ​ໂຣ ​ບຸກ​ໂຈມ​ຕີ​ເມືອງ Zamboanga ​ແລ້ວ​ກໍ
​ຈັບ​ເອົາ​ພົນລະ​ເຮືອນ​ຈຳນວນ​ນຶ່ງ​ໄວ້​ເປັນ​ໂຕ​ປະກັນ.

​ເຈົ້າໜ້າ​ທີ່​ຟີ​ລິບ​ປິນ ​ໄດ້​ກ່າວ​ຢໍ້າວ່າ ຕົນ​ໃກ້​ຈະສຳ​ເລັດ​ເສັດ​ສິ້ນການ​ປະ​ເຊີນ​ໜ້າ​ກັບ​ພວກ​
ກະບົດ​ທີ່​ຍັງ​ເຫລືອ​ຢູ່​ຊຶ່ງ​ພາກັນ​ຫລົບ​ລີ້ຢູ່​ຕາມ​ບ້ານ​ເຮືອນຂອງ​ຄຸ້ມ​ຕ່າງໆ​ທີ່​ໄດ້​ຮັບ​ຜົນ
​ກະທົບ​ນັ້ນ.
XS
SM
MD
LG