ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ປ. ຝຣັ່ງ ຮຽກຮ້ອງໃຫ້ ດຳເນີນການຮ່ວມກັນ ເພື່ອຕໍ່ສູ້ກັບ ກຸ່ມຫົວຮຸນແຮງ ໂບໂກ ຮາຣຳ (ວີດີໂອ)


nigeriabokoharam18may14
please wait

No media source currently available

0:00 0:02:14 0:00

ເບິ່ງວີດີໂອເລື້ອງນີ້

ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ກ່າວ​ວ່າ
ກຸ່ມ​ຫົວ​ຮຸນ​ແຮງ Boko Haram ທີ່​ມີ​ຖານ​ປະຕິບັດ​ງານ​ທີ່​
ໄນ​ຈີ​ເຣຍ ​ໄດ້​ກາຍ​ມາ​ເປັນ​ໄພ​ຂົ່ມຂູ່ ​ຕໍ່​ໝົດ​ທຸກ​ປະ​ເທດ​ ໃນ​ເຂດອາຟຣິກາຕາເວັນຕົກແລະ ອາ​ຟຣິກາ​ກາງ ແລະ​ຈະ​ຕ້ອງ​
ຈັດ​ຕັ້ງ “​ແຜນການ​ທີ່​ກວ້າງຂວາງ” ຂຶ້ນ​ເພື່ອ​ຕໍ່ສູ້​ກັບ​ກຸມ​ດັ່ງ
ກ່າວ.

ທ່ານ Hollande ໃຫ້ຄວາມ​ເຫັນ​ດັ່ງກ່າວ​ ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​
ໃນ​ວັນ ເສົາ​ວານ​ນີ້​ທີ່​ນະຄອນ​ປາຣີ ຫຼັງ​ຈາກໄດ້​ທຳ​ການ​ພົບ​ປະ
ກັບ​ບັນດາຄູ່​ຕຳ​ແໜ່ງຈາກ​ໄນ​ຈີ​ເຣຍ ​ແລະພວກ​ປະ​ເທດ​ເພື່ອນ​
ບ້ານ​ຂອງ​ໄນ​ຈີ​ເຣຍ.

ການ​ພົບ​ປະກັນ​ດັ່ງກ່າວ ​ໄດ້​ມີ​ຂຶ້ນ​ຫຼັງ​ຈາກ​ການ​ລັກພາ​ໂຕ​ພວກ​ນັກຮຽນ​ຍິງໄນ​ຈີ​ເຣຍ
ຈຳນວນ​ຫຼາຍ​ກວ່າ 300 ຄົນ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ Boko Haram ໃນ​ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ໄນ​ຈີ​ເຣຍ ກ່າວ​ວ່າ ນັກ ຮຽນ​ຍິງ 276 ຄົນ ​ຍັງ​ຫາຍ​ສາຍ​ສູນ​ໄປຢູ່ ​
ໃນ​ເວລາ​ນີ້.

ປະທານາທິບໍດີ​ຝຣັ່ງ ກ່າວ​ຕື່ມ​ວ່າ ກຸ່ມ Boko Haram ​ເປັນ​ກຸ່ມ​ທີ່​ມີ​ສາຍພົວພັນ​ກັບ​
ເຄືອ​ຂ່າຍ al-Qaida. ທ່ານ Hollande ກ່າວ​ຕໍ່​ບັນດາຜູ້ນຳ​ໃນ​ພາກ​ພື້ນ​ອາ​ຟຣິກາ
ວ່າ ​ຈະຕ້ອງມີການຈັດຕັ້ງແຜນການທີ່ກວ້າງ ຂວາງຂຶ້ນ ​ເພື່ອ​ແລກ​ປ່ຽນຂ່າວສານ​ຂໍ້
​ມູນ ​ແລະ​ປະສານ​ງານ​ການ​ເຄື່ອນ​ໄຫວຕ່າງໆ​ຮ່ວມ​ກັນ.

ປະທານາທິບໍດີ Goodluck Jonathan ​ແຫ່ງ​ໄນ​ຈີ​ເຣຍ​ເຫັນ​ດີ​ນຳ​ຂໍ້ສະເໜີດັ່ງກ່າວ
ໂດຍ​ກ່າວ​ວ່າ “ກຸ່ມ Boko Haram ບໍ່​ໄດ້​ເປັນ​ກຸ່ມ​ກໍ່​ການ​ຮ້າຍ​ໃນ​ທ້ອງ​ຖິ່ນ​
ອີກ​ແລ້ວ”
ຊຶ່ງ​ທ່ານ​ກ່າວ​ຕໍ່​ໄປ​ວ່າ ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ​ໄດ້​ປະຕິບັດ​ງານ​ໃນ​
ນາມ “​ເຄືອ​ຂ່າຍ al-Qaida ​ໃນ​ອາ​ຟຣິກາ​ຕາ​ເວັນ​ຕົກ.”

ທ່ານ Jonathan ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ໄດ້​ໃຫ້​ຄຳ​ໝັ້ນ​ໝາຍ ທີ່​ຈະ​ຕ້ອງ​
ຊອກຫາໃຫ້ພົບພວກ​ນັກຮຽນ​ຍິງ ​ທີ່​ຍັງ​ຫາຍ​ສາບ​ສູນ​ໄປ​ນີ້ ​ແລະ​ກ່າວ​ຕໍ່​ໄປ​ວ່າ ພວກ​ທະຫານ​ໄນ​ຈີ​ເຣຍ 20 ພັນ​ຄົນ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ພາກ​ເໜືອ​ຂອງ​ປະເທດ ບ່ອນ​ທີ່​ການ​ລັກພາ​ໂຕ​ພວກ​ນັກ​ຮຽນ​ຍິງ​ເກີດ​ຂຶ້ນ​ນັ້ນ.

ພຽງ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ ກ່ອນ​ພວກ​ຜູ້ນຳ​ເຫຼົ່າ​ນີ້​ພົບ​ປະກັນ​ຢູ່​ໃນ​ປາຣີ ພວກ​ນັກ​ຕໍ່ສູ້​ຫົວ​
ຮຸນ​ແຮງ​ທີ່​ສົງ​ໄສ​ວ່າ​ເປັນ​ກຸ່ມ Boko Haram ​ໄດ້​ເປີດ​ສາກ​ໂຈມ​ຕີ​ໃນ​ຂົງ​ເຂດ​ຊາຍ​
ແດນ​ຂອງ Cameroon ທີ່​ເປັນ​ປະ​ເທດ​ເພື່ອ​ນບ້ານ​ນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ໄດ້​ບຸກ​ເຂົ້າ​ກວດ​ຄົ້ນ​ໃນ​ຄ້າຍ
​ແຮງ​ງານ​ຈີນ​ແຫ່ງ​ນຶ່ງ​ໃນ​ເມືອງ Waza ​ເຮັດ​ໃຫ້​ຄົນ​ນຶ່ງ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ພວກ​ຄົນ​ງານ​ຈີນ 10 ຄົນ​ກຳລັງ​ຫາຍ​ສາບ​ສູນ​ໄປ ​ແລະ​ເຊື່ອ​ກັນ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ລັກພາໂຕ​ໄປ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ກຸ່ມ​ນີ້.
XS
SM
MD
LG