ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອົງການບໍ່ຂຶ້ນ ກັບລັດຖະບານ ຍື່ນຈົດໝາຍ ຕໍ່ນາຍົກໄທ ເລື້ອງທ່ານສົມບັດ


ປ້າຍການປຸກລະດົມຮຽກຮ້ອງ ໃຫ້ຊອກຫາທ່ານສົມບັດ ສົມພອນ ຄັ້ງທີ 2 ທີ່ຈັດຂຶ້ນໃນໄທ
ປ້າຍການປຸກລະດົມຮຽກຮ້ອງ ໃຫ້ຊອກຫາທ່ານສົມບັດ ສົມພອນ ຄັ້ງທີ 2 ທີ່ຈັດຂຶ້ນໃນໄທ
ບັນດາຜູ້ແທນຂອງ 125 ອົງການທີ່ບໍ່ຂຶ້ນກັບລັດຖະບານໃນໄທ
ຍື່ນຈົດໝາຍເຖິງ ນາຍົກລັດຖະມົນຕີໄທ ເພື່ອຂໍໃຫ້ເຂົ້າຮ່ວມ
ການກົດດັນຕໍ່ລັດຖະບານລາວໃນກໍລ ນີການຫາຍຕົວໄປຂອງ
ທ່ານສົມບັດ ສົມພອນ.

ບັນດາຜູ້ແທນຂອງ 125 ອົງການທີ່ບໍ່ຂຶ້ນກັບລັດຖະບານໃນ
ປະເທດໄທໄດ້ຮ່ວມ ກັນຍື່ນຈົດໝາຍເຖິງທ່ານນາງຍິ່ງລັກ ຊິນ
ນະວັດ ນາຍົກລັດຖະມົນຕີໄທ ຢ່າງເປັນທາງການໃນວັນທີ 25
ມີນາທີ່ຜ່ານມາ ເພື່ອຮຽກຮ້ອງໃຫ້ລັດຖະບານໄທ ປະກອບສ່ວນ
ເຂົ້າໃນການກົດດັນຕໍ່ລັດຖະບານລາວ ກ່ຽວກັບກໍລະນີການ
ຫາຍຕົວໄປຂອງທ່ານສົມບັດ ສົມພອນ ນັກພັດທະນາທາງສັງ
ຄົມທີ່ດີເດັ່ນຂອງລາວ ແລະເອເຊຍ ຊຶ່ງໄດ້ຖືກລັກພາຕົວໄປ
ໂດຍກຸ່ມຄົນບໍ່ຊາບວ່າແມ່ນຝ່າຍໃດ ນັບເປັນເວລາ 100 ວັນ
ພໍດີ ໃນມື້ທີ່ໄດ້ຍື່ນຈົດໝາຍສະບັບດັ່ງກ່າວ.

ທ່ານນາງ ຍິ່ງລັກ ຊິນນະວັດ ກ່າວຄໍາປາໄສທີ່ກອງປະຊຸມສຸດ ຍອດຄັ້ງທີ 5 ຂອງການຮ່ວມມືທາງເສດຖະກິດໃນລຸ່ມແມ່ນໍ້າ ອິຣະວະດີ ແມ່ນໍ້າເຈົ້າພະຍາ ແລະແມ່ນໍ້າຂອງ ຫຼື ACMECS ຄັ້ງທີ 5
ທ່ານນາງ ຍິ່ງລັກ ຊິນນະວັດ ກ່າວຄໍາປາໄສທີ່ກອງປະຊຸມສຸດ ຍອດຄັ້ງທີ 5 ຂອງການຮ່ວມມືທາງເສດຖະກິດໃນລຸ່ມແມ່ນໍ້າ ອິຣະວະດີ ແມ່ນໍ້າເຈົ້າພະຍາ ແລະແມ່ນໍ້າຂອງ ຫຼື ACMECS ຄັ້ງທີ 5
ເນື້ອໃນສໍາຄັນຂອງຈົດໝາຍທີ່ບັນດາຜູ້ແທນຂອງ 125 ອົງ
ການທີ່ບໍ່ຂຶ້ນກັບ ລັດຖະບານໄດ້ຍື່ນເຖິງນາຍົກລັດຖະມົນຕີ ໄທຄັ້ງນີ້ໄດ້ລະບຸວ່າການຮ່ວມມືລະຫວ່າງລັດຖະບານໄທກັບ
ລາວ ໃນໄລຍະຜ່ານມາໄດ້ເນັ້ນໜັກສະເພາະໃນດ້ານການ
ຄ້າ ແລະການລົງທຶນຈົນລະເລີຍຄວາມສໍາຄັນໃນການຄຸ້ມ
ຄອງສິດທິຂັ້ນພື້ນຖານຂອງປະຊາຊົນ ຊຶ່ງເຫັນໄດ້ຢ່າງຊັດ
ເຈນ ກໍລະນີການຫາຍຕົວໄປຂອງທ່ານສົມບັດ ທີ່ສັງຄົມນາໆ
ຊາດເຊື່ອວ່າ ເປັນການກະທໍາຂອງເຈົ້າໜ້າທີ່ລັດຖະບານລາວ
ໂດຍມີພາບທີ່ບັນທຶກໄວ້ ດ້ວຍກ້ອງວົງຈອນປິດຂອງທາງການ
ລາວເອງ ເປັນພະຍານຫຼັກຖານ ຫາກແຕ່ທາງການຕໍາຫຼວດ
ລາວ ກັບບໍ່ໄດ້ໃຊ້ພະຍານຫຼັກຖານດັ່ງກ່າວ ໃຫ້ເປັນປະໂຫຍດ
ຕໍ່ການສືບສວນ-ສອບສວນ ຫາຄວາມຈິງແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ທາງການລາວຍັງໄດ້ປະຕິເສດຕໍ່ການສະເໜີຂອງທາງການສະຫະລັດ
ອາເມຣິກາ ແລະສະຫະພາບຢູໂຣບທີ່ຈະໃຫ້ການຊ່ວຍເຫຼືອໃນດ້ານເທັກນິກສະໄໝໃໝ່
ສໍາລັບການກວດສອບພາບທີ່ບັນທຶກໄວ້ ດ້ວຍກ້ອງວົງຈອນປິດດັ່ງກ່າວອີກດ້ວຍ ໂດຍ
ໃຫ້ເຫດຜົນກ່ຽວກັບຄວາມໝັ້ນຄົງຂອງຊາດເປັນສໍາຄັນ ຊຶ່ງດ້ວຍທ່າທີດັ່ງກ່າວ ຈຶ່ງເຮັດ
ໃຫ້ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານໃນໄທເຫັນວ່າເປັນຄວາມບໍ່ເອົາຈິງເອົາຈັງຂອງ
ລັດຖະບານລາວໃນການຄົ້ນຫາຄວາມຈິງ ເພື່ອທີ່ວ່າຈະໄດ້ໃຫ້ການເຫຼືອແກ່ທ່ານສົມບັດ
ຢ່າງທັນການ ແລະໃນຖານະທີ່ໄທກັບລາວ ຕ່າງກໍເປັນສະມາຊິກຂອງກຸ່ມອາຊ່ຽນດ້ວຍກັນ
ຈຶ່ງມີຄວາມຈໍາເປັນຢ່າງຍິ່ງທີ່ລັດຖະບານໄທຈະຕ້ອງສະແດງການກົດດັນຕໍ່ລັດຖະບານ
ລາວ ໃນກໍລະນີດັ່ງກ່າວນີ້ ເພື່ອສະແດງເຖິງການເຄົາລົບຕໍ່ສິດທິຂັ້ນພື້ນຖານຂອງ
ປະຊາຊົນ ຢ່າງແທ້ຈິງ.

ທ່ານນາງອັງຄະນາ ນີລະໄພຈິດ
ທ່ານນາງອັງຄະນາ ນີລະໄພຈິດ

ທາງດ້ານທ່ານນາງອັງຄະນາ ນີລະໄພຈິດ ພັນລະຍາຂອງທ່ານ
ສົມຊາຍ ນີລະໄພຈິດ ທະນາຍຄວາມທີ່ມີຊື່ສຽງທີ່ໃຫ້ການຊ່ວຍ ເຫຼືອດ້ານກົດໝາຍແກ່ຊາວໄທມູສລິມ ທີ່ຖືກອໍານາດລັດຄຸກ
ຄາມ ຈົນຕ້ອງຖືກລັກພາຕົວໄປເມື່ອ 8 ປີກ່ອນ ແລະຍັງຫາຍສາບ
ສູນຈົນເຖິງທຸກມື້ນີ້ ກໍໄດ້ໃຫ້ທັດສະນະວ່າກໍລະນີຂອງທ່ານສົມບັດ
ກັບກໍລະນີ ຂອງທ່ານສົມຊາຍ ເກີດຂຶ້ນໃນຂະນະດຽວກັນ ດັ່ງທີ່
ທ່ານນາງໄດ້ໃຫ້ການອະທິບາຍວ່າ:


ທັງສົມບັດ-ສົມຊາຍນີ້ ກໍຖືກທໍາໃຫ້ຫາຍໄປໂດຍເຈົ້າໜ້າທີ່ລັດເຊັ່ນກັນ ກໍລະນີ
ສົມບັດນີ້ ມີພາບທີ່ອອກມາແລ້ວເຫັນຊັດເຈນວ່າເກີດຫຍັງຂຶ້ນ ຂະໜາດມີຫຼັກ
ຖານແບບນີ້ ສປປ.ລາວກໍຍັງໃຫ້ຄໍາຕອບວ່າເຈົ້າໜ້າທີ່ຕໍາຫຼວດບໍ່ມີສ່ວນກ່ຽວ
ຂ້ອງ ໃນຂະນະດຽວກັນກັບກໍລະນີ ສົມຊາຍ ນີລະໄພຈິດ ກໍມີຫຼັກຖານການ
ໃຫ້ໂທລະສັບ ມີຄົນບອກວ່າເປັນເຈົ້າໜ້າທີ່ຕໍາຫຼວດ ແຕ່ສຸດທ້າຍຂໍ້ມູນຕ່າງໆ
ກໍຖືກລຶບຖິ້ມໄປໃນເວລາອັນວ່ອງໄວຫຼາຍ.”


ກ່ອນໜ້ານີ້ ພັນເອກເພັງສະຫວັນ ທິບພະວົງໄຊ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ ກະຊວງ
ປ້ອງກັນຄວາມສະຫງົບ ກໍໄດ້ໃຫ້ການຢືນຢັນວ່າໄດ້ປະສານງານກັບຫ້ອງການປ້ອງກັນ
ຄວາມສະຫງົບ ທັງຂັ້ນເມືອງແລະແຂວງໃນທົ່ວປະເທດ ແຕ່ກໍ ຍັງບໍ່ພົບຕົວທ່ານສົມບັດ ແລະຍັງບໍ່ມີພາກສ່ວນໃດພົບເຫັນລົດ Jeep ທີ່ເປັນລົດຍົນສ່ວນຕົວຂອງທ່ານສົມບັດ ອີກດ້ວຍ ແລະການສອບປາກຄໍາເຈົ້າໜ້າທີ່ຕໍາຫຼວດ ທີ່ປະຕິບັດໜ້າທີ່ໃນມື້ດັ່ງກ່າວກໍໄດ້
ຮັບການຢືນຢັນວ່າບໍ່ສາມາດຈົດຈໍາເຫດການໄດ້ ແຕ່ຢ່າງໃດ.

ນອກຈາກນີ້ ເມື່ອໄດ້ທໍາການກວດສອບດ້ານເທັກນິກ ກໍຄືກ່ຽວກັບພາບທີ່ຖືກກ້ອງວົງ
ຈອນປິດບັນທຶກໄວ້ນັ້ນ ກໍຍັງບໍ່ສາມາດລະບຸໄດ້ວ່າລົດຈັກທີ່ຈອດຢູ່ໃກ້ໆກັບປ້ອມຕໍາ
ຫຼວດ ແລະລົດກະບະທີ່ແລ່ນມາຈອດຮັບຄົນຢູ່ທີ່ປ້ອມຕໍາຫຼວດນັ້ນແມ່ນມີໝາຍເລກທະ
ບຽນໃດເນື່ອງຈາກພາບບໍ່ຊັດເຈນ ແລະເມື່ອໄດ້ທໍາການກວດສອບເບິ່ງພາບຈາກກ້ອງ
ວົງຈອນປິດໃນຈຸດອື່ນໆກໍບໍ່ພົບຫຼັກຖານໃດອີກດ້ວຍ.
XS
SM
MD
LG