ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ບໍລິສັດ ກ່າວວ່າ ຍານລົງຈອດເທິງດວງເດືອນ Odysseus ອາດຈະມີອາຍຸການໃຊ້ງານຂອງແບັດເຕີຣີ ເຫຼືອ 10 ຫາ 20 ຊົ່ວໂມງ 


ຮູບພາບນີ້ ທີ່ສະໜອງໃຫ້ໂດຍ Intuitive Machines ໃນວັນທີ 27 ກຸມພາ 2024 ສະແດງໃຫ້ເຖິງ ຍານລົງຈອດ ເທິງດວງເດືອນ Odysseus ຢູ່ເໜືອບໍລິເວນ ຂົ້ວໂລກໃຕ້ຂອງດວງເດືອນ. (ບໍລິສັດ Intuitive Machines ຜ່ານທາງອົງການຂ່າວ ເອພີ)
ຮູບພາບນີ້ ທີ່ສະໜອງໃຫ້ໂດຍ Intuitive Machines ໃນວັນທີ 27 ກຸມພາ 2024 ສະແດງໃຫ້ເຖິງ ຍານລົງຈອດ ເທິງດວງເດືອນ Odysseus ຢູ່ເໜືອບໍລິເວນ ຂົ້ວໂລກໃຕ້ຂອງດວງເດືອນ. (ບໍລິສັດ Intuitive Machines ຜ່ານທາງອົງການຂ່າວ ເອພີ)

ໂອດີຊີອັສ (Odysseus), ຍານອະວະກາດລຳທຳອິດຂອງສະຫະລັດ ທີ່ລົງຈອດເທິງດວງເດືອນ ນັບຕັ້ງແຕ່ປີ 1972, ມີອາຍຸການໃຊ້ງານຂອງແບັດເຕີລີປະມານ 10 ຫາ 20 ຊົ່ວໂມງ, ອີງຕາມຂໍ້ມູນຈາກຜູ້ຄວບຄຸມການບິນທີ່ຍັງຕິດຕໍ່ກັບຍານອະວະກາດຫຸ່ນຍົນດັ່ງກ່າວ.

ບໍລິສັດ Intuitive Machines ທີ່ຕັ້ງຢູ່ໃນລັດເທັກຊັສ ກ່າວໃນວັນອັງຄານວານນີ້ວ່າ ຜູ້ຄວບຄຸມການບິນຂອງຕົນ ໄດ້ຕິດຕໍ່ກັບຍານອະວະກາດທີ່ລົງຈອດເທິງດວງເດືອນ ຊື່ວ່າ ໂອດີຊີອັສ (Odysseus) ແລະຍານອະວະກາດລຳນີ້ ໄດ້ສົ່ງຂໍ້ມູນທາງວິທະຍາສາດ ແລະຮູບພາບທີ່ມັນບັນທຶກໄວ້ ຕັ້ແຕ່ຕອນເຊົ້າ. ອົງການ NASA ຈ່າຍເງິນໃຫ້ບໍລິສັດ Intuitive 118 ລ້ານໂດລາ ເພື່ອສ້າງ ແລະ ສົ່ງຍານອະວະກາດດັ່ງກ່າວ ຂຶ້ນສູ່ດວງເດືອນ, ໂດຍຂົນສົ່ງເຄື່ອງມືທາງວິທະຍາສາດໃຫ້ແກ່ອົງການອະວະກາດສະຫະລັດ ແລະລູກຄ້າທາງພານິດຈຳນວນນຶ່ງ.

ຍານຍົນ​ລຳ​ນີ້ ​ໄດ້​ລົງ​ຈອດ​ໃນ​ວັນ​ສຸກ​ທີ່ຜ່ານມາ, ​ແຕ່​ກຳນົດ​ເວລາ​ຂອງ​ການ​ປະຕິບັດ​ງານ ​ເປັນ​ເວລາ 7 ຫາ 10 ມື້ ຄາດ​ວ່າ​ ຈະ​ຖືກ​ຕັດໃຫ້​ສັ້ນ​ລົງ​ຫລັງ​ຈາກ​ມີ​ການ​ລົງ​ຈອດທາງດ້ານ​ຂ້າງ. ບໍລິສັດຍັງດຳເນີນການ ເພື່ອຫາກຳນົດອາຍຸການໃຊ້ງານຂັ້ນສຸດທ້າຍຂອງແບັດເຕີຣີຂອງຍານລົງຈອດ, ບໍລິສັດ Intuitive ກ່າວ.

ຮຸ້ນຂອງບໍລິສັດໄດ້ຫຼຸດລົງ 16% ໃນວັນອັງຄານ, ໂດຍເຮັດໃຫ້ຍັງມີການຂາດທຶນໃນບາງສ່ວນຢູ່ ຫຼັງຈາກ Intuitive ກ່າວວ່າ ຕົນຍັງຕິດຕໍ່ກັບຍານລົງຈອດຢູ່. ເຖິງຢ່າງໃດກໍຕາມ, ຮຸ້ນດັ່ງກ່າວ ໄດ້ສູນເສຍຜົນກຳໄລໂດຍສ່ວນໃຫຍ່ຂອງບໍລິສັດ ນັບຕັ້ງແຕ່ທ້າຍອາທິດທີ່ຜ່ານມາ.

ຍັງຕ້ອງໄດ້ຖ້າເບິ່ງວ່າ ຂໍ້ມູນທາງວິທະຍາສາດ ແລະຮູບພາບທີ່ຍານອາວະກາດບັນທຶກໄວ້ຕ່າງໆ ຈະບໍ່ໄດ້ຖືກລວບລວມຫຼາຍນ້ອຍເທົ່າໃດ ເນື່ອງຈາກອາຍຸຂອງ ໂອດີຊີອັສ (Odysseus) ຢູ່ເທິງດວງເດືອນສັ້ນລົງ.

ຍານອາວະກາດລົງຈອດ Nova-C-class ໄດ້ຖືກສົ່ງຂຶ້ນໃນວັນທີ 15 ກຸມພານີ້ ຈາກສູນອາວະກາດ Kennedy ຂອງອົງການ NASA ໃນລັດ ຟລໍຣີດາ ດ້ວຍຈະຫຼວດ Falcon 9 ທີ່ສະໜອງໃຫ້ໂດຍ SpaceX ຂອງ ອີລອນ ມັສກ໌ (Elon Musk). ຍານ​ພາ​ຫະ​ນະ​ຫົກ​ຂາ​ໄດ້​ໄປ​ເຖິງ​ວົງ​ໂຄ​ຈອນ​ຂອງ​ດວງ​ເດືອນ ໃນ​ອີກ​ຫົກ​ມື້​ຕໍ່​ມາ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG