ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກຊາວໜຸ່ມລາວ ມີໂອກາດ ທີ່ບໍ່ເຄີຍມີ ມາກ່ອນ ແຕ່ຈະຕ້ອງ 'ລົງເຮັດວຽກຕົວຈິງ'

ບັນດາຜູ້ເຂົາຮ່ວມ ນັ່ງຟັງ ໃນຂະນະທີ່ ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ຈັດການປະຊຸມ ແບບຕອບຄຳຖາມ ກັບກຸ່ມໂຄງການລິເລີ້ມ ຂອງຜູ້ນຳຊາວໜຸ່ມ ເຂດເອເຊຍຕາເວັນອອກສຽງໃຕ້ ຫຼື (YSEALI) ຄຽງຄູ່ໄປກັບ ກອງປະຊຸມສຸດຍອດ ASEAN Summit, ຢູ່ທີ່ມະຫາວິທະຍາໄລ ສຸພານຸວົງ ໃນແຂວງຫຼວງພະບາງ ຂອງລາວ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໃນວັນພຸດມື້ນີ້ ໄດ້ກ່າວຕໍ່ບັນດາພວກ ຊາວໜຸ່ມ ທີ່ໄດ້​ໄປເຕົ້າໂຮມກັນ ຢູ່ລາວ ຈາກທົ່ວ​ເຂດເອເຊຍຕາເວັນອອກສຽງໃຕ້ ວ່າ ມັນບໍ່ພຽງພໍ ທີ່ຈະໄຝ່ຝັນເທົ່ານັ້ນ ກ່ຽວກັບແຜນການຂອງພວກເຂົາ ສຳລັບອະນາຄົດ ແຕ່ວ່າ ພວກເຂົາ​ເຈົ້າຈະຕ້ອງ “ໄດ້ລົງເຮັດວຽກຕົວຈິງ.”

ໃນການຕອບຄຳຖາມ ພວກຄົນທີ່​ເຂົ້າຮ່ວມ ແບບມ່ວນຊື່ນ ຂອງໂຄງ ການລິເລີ້ມຜູ້ນຳ ຊາວໜຸ່ມ​ເຂດເອເຊຍຕາເວັນອອກສຽງໃຕ້ຫຼື YSEALI ທີ່ອຸປະຖຳໂດຍສະຫະລັດ ທ່ານ ປະທານາທິບໍດີ ໂອບາມາ ໄດ້ກ່າວວ່າ ພວກຄົນໜຸ່ມນ້ອຍ ໄດ້ເປັນກະແຈແຫ່ງຄວາມ ກ້າວໜ້າ ແລະ ການພັດທະນາ ອີງຕາມປະຫວັດສາດ. ທ່ານໄດ້ເນັ້ນຢ້ຳ ເຖິງຄວາມ ຈຳເປັນໃຫ້ປະເທດທັງຫຼາຍ ປັບປຸງມາດຕະຖານການສຶກສາ ແລະ ເຮັດໃຫ້ແນ່ໃຈ ວ່າ ຄວາມກ້າວໜ້າເຫຼົ່ານັ້ນ ທີ່ໄດ້ມາ ແມ່ນປະກອບດ້ວຍພວກ​ແມ່ຍິງ ແລະ ບໍ່ພຽງແຕ່ຜູ້ຊາຍ.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ກ່ຽວກັບສາຍສຳພັນ ລະຫວາງ ສະຫະລັດ ແລະ ລາວ ຢູ່ທີ່ຫໍວັດທະນະທຳແຫ່ງຊາດລາວ ໃນນະຄອນຫຼວງວຽງຈັນ ເມືອວັນທີ 6 ກັນຍາ 2016.
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວຖະແຫລງ ກ່ຽວກັບສາຍສຳພັນ ລະຫວາງ ສະຫະລັດ ແລະ ລາວ ຢູ່ທີ່ຫໍວັດທະນະທຳແຫ່ງຊາດລາວ ໃນນະຄອນຫຼວງວຽງຈັນ ເມືອວັນທີ 6 ກັນຍາ 2016.

ທ່ານໄດ້ກ່າວວ່າ “ທ່ານບໍ່ຄວນທໍ້ແທ້ໃຈເລີຍ ເພາະວ່າ ທ່ານມີໂອກາດຫຼາຍ ໃນປັດຈຸບັນ ນີ້ ເພື່ອທີ່ຈະສ້າງຜົນງານໃນໂລກໄດ້ ຫຼາຍກວ່າພວກຄົນລຸ້ນກ່ອນໆ. ແລະຄວາມຫວັງ ຂອງຂ້າພະເຈົ້າ ແມ່ນຢາກໃຫ້ເຈົ້າ ຍາດເອົາໂອກາດອັນນັ້ນ.”

ໃນການຕອບຄຳຖາມຕ່າງໆ ຈາກພວກຜູ້ຊົມ ທ່ານປະທານາທິບໍດີ ໂອບາມາ ໄດ້ກ່າວວ່າ ທ່ານຫວັງວ່າ ຜູ້ນຳສະຫະລັດຄົນຕໍ່ໄປ ຈະສືບຕໍ່ ການພົວພັນທີ່ເພີ່ມຂຶ້ນຂອງທ່ານ ກັບຂົງ ເຂດເອເຊຍປາຊີຟິກ ແລະ ວ່າ ທ່ານເຊື່ອວ່າ ລັດຖະສະພາ ຈະຮັບຜ່ານຂໍ້ຕົກລົງການຄ້າ ພາຄີຂ້າມມະຫາສະໝຸດປາຊີຟິກ.

ທ່ານຍັງໄດ້ ພະຍາຍາມຊັກຊວນ ໃຫ້ມອງເຫັນເຖິງຜົນປະໂຫຍດຂອງການມີປະຕິສຳພັນ ກັບຄົນທີ່ມີວັດທະທຳທີ່ແຕກຕ່າງກັນ ອັນເປັນທາງໜຶ່ງ ເພື່ອທີ່ຈະສືບຕໍ່ຮຽນຮູ້ ແລະ ເນັ້ນ ໃຫ້ເຫັນ ເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ເຄົາລົບນັບຖືຜູ້ຄົນ ຜູ້ທີ່ມີຄວາມເຊື່ອຖື ແລະ ຖານະພື້ນຖານ ທີ່ແຕກຕ່າງກັນ.

ປະທານາທິບໍດີ ໂອບາມາ ໄດ້ກ່າວອີກວ່າ “ຂ້າພະເຈົ້າຄິດວ່າ ໃນໄລຍະຍາວ ພຽງທາງ ດຽວທີ່ມວນມະນຸດ ຈະສາມາດ​ເຮັດ​ວຽກຮ່ວມກັນໄດ້ ແລະ ປະຕິສຳພັນກັນ ແລະ ຄວາມຈະເລີນຮຸ່ງເຮືອງ ແລະ ຮັບມືກັບບັນຫາອັນໃຫຍ່ໄດ້ ກໍແມ່ນວ່າ ຖ້າພວກເຮົາ ສາມາດມອງເຫັນ ອັນທີ່ພວກເຮົາມີສິ່ງທີ່ຄ້າຍກັນແລະກັນ ແລະ ປະຕິບັດດ້ວຍ ກຽດສັກສີ ແລະຄວາມເຄົາລົບນັບຖືຕໍ່ກັນແລະກັນ.”

ປະທານາທິບໍດີ​ກ່າວ​ຕໍ່​ພວກ​ຜູ້​ຊົມ​ວ່າ ທ່ານ​ມີ​ແຜນ​ທີ່​ຈະ​ສືບ​ຕໍ່​ເຮັດ​ວຽກ​ກັບພວກ​ຊາວ​ໜຸ່ມ​ຫລັງ​ຈາກ​ທ່ານ​ອອກ​ບຳນານ​ແລ້ວ.

ປະທານາທິບໍດີ​ໂອ​ບາ​ມາ ​ເດີນທາງ​ມາລາ​ວ ​ເພື່ອ​ພົບ​ປະ​ກັບ​ບັນ​ດາ​ຜູ້ນຳ​ຂອງ​ສະມາຄົມ​ ອາ​ຊຽນ ​ແລະ​ໃຫ້ການ​ຄ້ຳປະກັນ​ວ່າ ຍຸດ​ທະ​ສາດ ການ​ສ້າງ​ຄວາ​ມກ້ຳ​ເກິ່ງ​ຄືນ​ໃໝ່​ຂອງ ສະຫະລັດ​ໄປ​ສູ່​ເຂດ​ເອ​ເຊຍ​ນັ້ນ ​ແມ່ນ​ຍຸດ​ທະ​ສາດ​ໄລຍະ​ຍາວ.

ປະທານາທິບໍດີ ສະຫະລັດ ທັກທາຍພວກພະນັກງານ ແບບຄົນລາວ ໃນການທ່ຽວຊົມ ເຄື່ອງມືຕ່າງໆ ທີ່ໄດ້ນຳໃຊ້ເພື່ອເກັມກູ້ລະເບີດທີ່ຍັງບໍ່ທັນແຕກ ທີ່ສູນຟື້ນຟູອົງຄະທຽມ ຫຼື COPE ໃນນະຄອນຫຼວງວຽງຈັນ ຂອງລາວ, ເມື່ອວັນພຸດ ທີ 7 ກັນຍາ 2016.

​ໃນ​ຕອນ​ເຊົ້າວັນ​ພຸດ​ມື້ນີ້​ ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ສະຫະລັດ​ມີ​ພັນທະ​ທາງ​ດ້ານ​ສິນ​ທຳ​ແລະ​ມະນຸດສະທຳ ທີ່​ຈະ​ຕ້ອງ​ໃຫ້ການ​ສະໜັບສະໜຸນ​ຕໍ່​ການ​ເກັບ​ກູ້​ລະ​ເບີດ ທີ່​ກຳລັງ​ສະຫະລັດ​ໄດ້​ຖິ້ມລົງ​ໃສ່​ປະ​ເທດລາວ​ໃນ​ສະ​ໄໝ​ສົງ​ຄາມຫວຽດນາມ.

ມີ​ລະ​ເບີດ​ລູກ​ຫວ່ານ​ຫຼາຍ​ເຖິງ 80 ລ້ານ​ລູກ ບໍ່​ໄດ້​ລະ​ເບີດ ຊຶ່ງ​ໄດ້​ຢັ່ງຢາຍ​ຢູ່​ຕາມ​ທົ່ງ​ໄຮ່​ທົ່ງ​ນາ ​ແລະ​ຕາມ​ໝູ່​ບ້ານ​ຕ່າງໆ ​ແລະ​ ​ແຕກ​ຂຶ້ນ​ໃນ​ເວລາ​ຕໍ່​ມາ ທີ່​ໄດ້​ສັງຫານ​ຫຼື​ເຮັດ​ໃຫ້​ມີ​ຜູ້​ບາດ​ເຈັບຫຼາຍ​ເຖິງ 20 ພັນ​ຄົນ.

ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ເຖິງ​ຜົນ​ກະທົບ​ຂອງ​ລະ​ເບີດ​ດັ່ງກ່າວ ​ໃນ​ຂະນະ​ທີ່​ທ່ານ​ໄປ​ຢ້ຽມ​ສູນ​ຟື້ນຟູອົງຄະ​ທຽມ ທີ່​ນະຄອນ​ວຽງ​ຈັນ ບ່ອນ​ທີ່ ​ໄດ້​ໃຫ້ການ​ປິ່ນປົວ ແລະ ​ຟື້ນຟູ​ພວກ ທີ່​ລອດ​ຊີວິດ​ມາ​ໄດ້​ຈາກ​ລະ​ເບີດທີ່​ບໍ່ທັນ​ແຕກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG