ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ປ. ໂອບາມາ ກ່າວສະດຸດີ ແກ່ຜູ້ນຳ ສາສະໜາ ທີ່ເສຍຊີວິດ ຢູ່ ເມືອງ Charleston


ທ່ານ Al Sharpton (ຂວາ) ແນມເບິ່ງ ຂະນະທີ່ຫີບສົບ ທ່ານນາງ Ethel Lance ຖືກຫາມໄປຂຶ້ນລົດສົບ ໃນພິທີ ສົ່ງສະການແກ່ທ່ານນາງ (25 ມິຖຸນາ 2015)
ທ່ານ Al Sharpton (ຂວາ) ແນມເບິ່ງ ຂະນະທີ່ຫີບສົບ ທ່ານນາງ Ethel Lance ຖືກຫາມໄປຂຶ້ນລົດສົບ ໃນພິທີ ສົ່ງສະການແກ່ທ່ານນາງ (25 ມິຖຸນາ 2015)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຈະກ່າວສະດຸດີ
ໃນວັນສຸກມື້ນີ້ ທີ່ພິທີສົ່ງສະການ ໃຫ້ແກ່ສະມາຊິກສະພາສູງ Cle-
menta Pinckney ຂອງລັດ South Carolina ຊຶ່ງເປັນນຶ່ງໃນ
ຈຳນວນ 9 ຄົນທີ່ຖືກສັງຫານໂດຍມີປືນຜິວຂາວທີ່ໂບດປະຫວັດ
ສາດຂອງຊາວຜິວດຳ ໃນອາທິດແລ້ວນີ້.

ສົບຂອງພະອາຈານ Pinckney ໄດ້ຖືກສົ່ງໄປທີ່ໂບດ Emanuel
AME ຂອງທ່ານ ໃນເມືອງ Charleston ເມື່ອຕອນແລງວັນພະ
ຫັດວານນີ້ ບ່ອນທີ່ທ່ານໄດ້ເປັນພະປະຈຳໂບດໃນຮອບຫ້າປີຜ່ານ
ມາ. ພິທີເຝົ້າສົບໄດ້ຈັດຂຶ້ນທີ່ໂບດດັ່ງກ່າວ ເພື່ອໃຫ້ສະມາຊິກຂອງ
ໂບດ ໄດ້ສະແດງການຄາລະວະເປັນຄັ້ງສຸດທ້າຍ.

ມີຫລາຍໆພັນຄົນໄດ້ໄປສະແດງຄວາມເຄົາລົບຕໍ່ສົບຂອງພະອາຈານ Pinckney ທີ່ເປີດ ໂລງໃຫ້ເບິ່ງ ຢູ່ທີ່ຕຶກສະພາລັດ South Carolina ທີ່ເມືອງ Columbia ໃນມື້ວັນພຸດແລ້ວ ບ່ອນທີ່ທ່ານໄດ້ຮັບໜ້າທີ່ ເປັນສະມາຊິກສະພາສູງ ນັບແຕ່ປີ 2000 ເປັນຕົ້ນມາ. ທ່ານ Pinckney ອາຍຸ 41 ປີ ແມ່ນເປັນຄົນອາເມຣິກັນ ເຊື້ອສາຍອາຟຣິກາ ທີ່ໜຸ່ມທີ່ສຸດທີ່ໄດ້ ຖືກເລືອກເຂົ້າໄປນັ່ງຢູ່ໃນສະພາສູງຂອງ ລັດ.

ປະທານາທິບໍດີໂອບາມາ ຊຶ່ງເປັນເພື່ອນ ກັບທ່ານ Pinckney ຈະເປັນຜູ້ກ່າວຄຳສະດຸດີ ຕໍ່ທ່ານ. ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ຮອງປະທານາທິບໍດີ Joe Biden ແລະພັນລະຍາຂອງທ່ານ ທ່ານນາງ Jill Biden ກໍຈະ ໄປຮ່ວມພິທີດັ່ງກ່າວຄືກັນ. ພິທີຊຶ່ງຈັດຂຶ້ນຢູ່ເດີ່ນກິລາທ້ອງຖິ່ນ ແມ່ນເປີດກວ້າງ ໃຫ້ທຸກໆຄົນເຂົ້າຮ່ວມໄດ້.

ພວກໄວ້ທຸກຫລາຍຮ້ອຍຄົນໄດ້ພາກັນໄປຮ່ວມພິທີສົ່ງສະການ ທີ່ເຕັມໄປດ້ວຍດົນຕີ ໃຫ້ ແກ່ທ່ານນາງ Ethel Lance ຜູ້ດູແລໂບດອາຍຸ 70 ປີ ຊຶ່ງເປັນຜູ້ເຄາະຮ້າຍຄົນທຳອິດ ໃນ ການຍິງສັງຫານຢູ່ໂບດ Emanuel AME ທີ່ໄດ້ຖືກຝັງ ໃນວັນພະຫັດວານນີ້. ພິທີສົ່ງສະ ການໃຫ້ທ່ານນາງ ໄດ້ຖືກຕິດຕາມໃນທັນທີໂດຍພິທີສົ່ງສະການໃຫ້ແກ່ນາງ Sharonda
Coleman-Singleton ອາຍຸ 45 ປີທີ່ເປັນຜູ້ຊ່ອຍອາຈານປະຈຳໂບດ.

ຕຳຫຼວດໄດ້ໄປມີໜ້າຢູ່ໃນທັງສອງພິທີສົ່ງສະການ ເພື່ອກວດເບິ່ງຖົງຕ່າງໆແລະຄ້ຳປະກັນ ໃນເລື້ອງຄວາມປອດໄພ.

ສ່ວນພິທີສົ່ງສະການໃຫ້ແກ່ບຸກຄົນອື່ນໆນັ້ນ ຄາດວ່າຈະມີຂຶ້ນໃນອາທິດໜ້ານີ້.

Church Shooting Funeral
please wait

No media source currently available

0:00 0:01:52 0:00

XS
SM
MD
LG