ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໗ ພຶດສະພາ ໒໐໒໔

ປ. ໂອບາມາ ກ່າວຄຳປາໄສ ຕໍ່ລັດຖະສະພາ ແລະ ປະເທດຊາດ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ລັດຖະສະພາ ຄົບຄະນະ ແລະປະເທດຊາດ (12 ກຸມພາ 2012)
ປະທານາທິບໍດີບາຣັກ ໂອບາມາ ກ່າວຄຳປາໄສ ຕໍ່ລັດຖະສະພາ ຄົບຄະນະ ແລະປະເທດຊາດ (12 ກຸມພາ 2012)
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ປະ
ມານເຄິ່ງນຶ່ງ ຂອງກຳລັງທະຫານອາເມຣິກັນ ທີ່ຍັງເຫຼືອ ຢູ່ໃນ
ອັຟການິສຖານ ຈະຖອນອອກຈາກປະເທດດັ່ງກ່າວພາຍ ໃນ
ໄລຍະດຽວກັນນີ້ຂອງປີໜ້າ. ທ່ານປະທານາທິບໍດີໄດ້ທໍາການ ປະກາດດັ່ງກ່າວໃນລະຫວ່າງການກ່າວຄຳປາໄສປະຈຳປີເພື່ອ
ລາຍງານສະພາບການ ຂອງປະເທດຊາດ ຕໍ່ລັດຖະສະພາຄົບ
ຄະນະ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນໄດ້ເພັ່ງເລັງໃສ່ເລື່ອງເສດຖະ
ກິດ.

ປະທານາທິບໍດີໂອບາມາກ່າວວ່າ ທະຫານອາເມຣິກັນ 34,000
ຄົນຈະເດີນທາງອອກຈາກອັຟການິສຖານກັບຄືນປະເທດພາຍ
ໃນໄລຍະນຶ່ງປີຂ້າງໜ້າ ຊຶ່ງຈະເຮັດໃຫ້ ສະຫະລັດ ຢູ່ໃນໄລຍະ
ກ້າວໄປສູ່ການຖອນກຳລັງສູ້ລົບຂອງຕົນທັງໝົດອອກຈາກປະເທດດັ່ງກ່າວພາຍໃນທ້າຍ
ປີ 2014 ດັ່ງທີ່ໄດ້ວາງແຜນໄວ້.

ປະທານາທິບໍດີໂອບາມາ ເວົ້າວ່າ “ການຖອນກຳລັງ ຈະດຳເນີນຕໍ່ໄປ ແລະພາຍໃນ ທ້າຍປີໜ້າການເຮັດສົງຄາມຂອງພວກເຮົາຢູ່ໃນອັຟການິສຖານກໍຈະສິ້ນສຸດລົງ.”

ປະທານາທິບໍດີຮຽກຮ້ອງໃຫ້ສະຫະລັດ ສືບຕໍ່ການຝຶກແອບໃຫ້ແກ່ກຳລັງທະຫານອັຟກາ ນິສຖານ ທີ່ກຳລັງດຳເນີນຢູ່ໃນເວລານີ້ແລະສືບຕໍ່ການດຳເນີນຄວາມພະຍາຍາມຕໍ່ຕ້ານ ການກໍ່ການຮ້າຍຢູ່ໃນທົ່ວໂລກຮວມທັງໃຫ້ຈັດຕັ້ງຂອບກົດໝາຍເພື່ອເປັນທິດທາງນຳພາ ໃນການປະຕິບັດງານເຫຼົ່ານີ້.

ໃນຄຳປາໄສປະຈຳປີຄັ້ງທີ 5 ຕໍ່ລັດຖະສະພາຄົບຄະນະ ແລະເທື່ອທຳອິດໃນສະໄໝທີ 2 ຂອງທ່ານນັ້ນ ທ່ານໂອບາມາໄດ້ເຜີຍໃຫ້ເຫັນກ່ຽວກັບແຜນການຂອງທ່ານໃນຊຸມປີຕໍ່ໜ້າ.

ຫຼັງຈາກຄຳປາໄສ ໃນພິທີສາບານໂຕເຂົ້າຮັບຕຳແໜ່ງຂອງທ່ານໃນເດືອນແລ້ວ ໄດ້ເນັ້ນ ໜັກເຖິງບັນຫາຕ່າງໆທາງດ້ານສັງຄົມ ປະທານາທິບໍດີໂອບາມາໄດ້ໃຊ້ຄຳປາໄສຕໍ່ລັດຖະ ສະພາແລະປະເທດຊາດເພັ່ງເລັງຄວາມສົນໃຈຄັ້ງໃໝ່ ໃສ່ແຜນການຂອງທ່ານທີ່ຈະເສີມ ຂະຫຍາຍເສດຖະກິດຂອງສະຫະລັດ.

ທ່ານໄດ້ຮຽກຮ້ອງໃຫ້ທັງສອງພັກການເມືອງຢູ່ໃນລັດຖະສະພາຈົ່ງໃຫ້ການສະໜັບສະໜຸນ ຕໍ່ຂໍ້ສະເໜີຂອງທ່ານເພື່ອຊ່ອຍພວກຊົນຊັ້ນກາງ ສ້າງວຽກເຮັດງານທຳແລະຫຼຸດການຂາດ ດຸນງົບປະມານລົງ.

ທ່ານໂອບາມາ ເວົ້າວ່າ “ບໍ່ມີຫຍັງທີ່ຂ້າພະເຈົ້າສະເໜີໃນແລງມື້ນີ້ ທີ່ຈະເຮັດໃຫ້ການ ຂາດດຸນງົບປະມານ ຂອງພວກເຮົາເພີ້ມຂຶ້ນ ແມ່ນແຕ່ເຊັນດຽວ. ພວກເຮົາບໍ່ໄດ້ ຕ້ອງການລັດຖະບານທີ່ໃຫຍ່ຂຶ້ນກວ່າເກົ່າແຕ່ເປັນລັດຖະບານທີ່ສະຫຼາດສ່ອງໃສ ກວ່າເກົ່າ ທີ່ກຳນົດບູລິມະສິດຕ່າງໆ ແລະລົງທຶນໃນຂອບເຂດທີ່ກວ້າງຂວາງເພື່ອ ໃຫ້ມີການເຕີບໃຫຍ່ຂະຫຍາຍໂຕ.”

ໃນການຖະແຫລງຕອບ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາສູງ Marco Rubio ຈາກລັດ Florida ທີ່ມີການກ່າວກັນວ່າ ອາດຈະເປັນຜູ້ສະໝັກປະທານາທິບໍດີຂອງພັກ ໃນປີ 2016 ນັ້ນ ກ່າວວ່າ ແຜນການເສດຖະກິດ ຂອງທ່ານໂອບາມາ ແມ່ນກາງຕໍ່ຫຼາຍ ເກີນໄປ ນຳການໃຊ້ຈ່າຍຂອງລັດຖະບານ.

ສະມາຊິກສະພາສູງ Rubio ເວົ້າວ່າ “ແລະເພາະສະນັ້ນ ດັ່ງທີ່ພວກທ່ານໄດ້ຍິນ ໃນ ຄໍ່າຄືນນີ້ ການແກ້ໄຂຂອງທ່ານໂອບາມາຕໍ່ເກືອບວ່າທຸກໆບັນຫາທີ່ພວກເຮົາປະ ເຊີນ ກໍຄື ໃຫ້ວໍຊິງຕັນເກັບພາສີຕື່ມ ກູ້ຢືມເງິນຕື່ມ ແລະໃຊ້ຈ່າຍເພີ້ມຕື່ມ.”

ການສຳຫຼວດຄວາມເຫັນຂອງປະຊາຊົນໂດຍສູນກາງຄົ້ນຄວ້າ Pew ເມື່ອໄວໆມານີ້ແຈ້ງ ໃຫ້ຊາບວ່າ ເສດຖະກິດ ວຽກເຮັດງານທຳ ແລະ ການຂາດດຸນງົບປະມານ ເປັນເລື່ອງທີ່ ສ້າງຄວາມວິຕົກກັງວົນໃຫ້ແກ່ພວກເຂົາເຈົ້າຫຼາຍທີ່ສຸດ.



ກ່ຽວກັບນະໂຍບາຍການຕ່າງປະເທດນັ້ນ ປະທານາທິບໍດີໂອບາມາໄດ້ເຕືອນເກົາຫຼີເໜືອ ທີ່ໄດ້ທຳການທົດລອງອາວຸດນິວເຄລຍ ໃນຕອນເຊົ້າຂອງວັນອັງຄານວານນີ້.

ປະທານາທິບໍດີໂອບາມາເວົ້າວ່າ “ການເກາະຜິດໃນທຳນອງທີ່ພວກເຮົາໄດ້ເຫັນໃນ ຄືນແລ້ວນີ້ ມີແຕ່ຈະໂດດດ່ຽວພວກເຂົາເພີ້ມຕື່ມ ໃນຂະນະທີ່ພວກເຮົາ ສືບຕໍ່ໃຫ້ ການສະໜັບສະໜຸນ ພັນທະມິດຂອງພວກເຮົາ ເສີມຂະຫຍາຍລະບົບຕໍ່ຕ້ານລູກ ສອນໄຟຂອງພວກເຮົາແລະນຳພາໂລກໃນການເອົາມາດຕະການອັນໜັກແໜ້ນ ເພື່ອຮັບມືກັບໄພຂົ່ມຂູ່ເຫຼົ່ານີ້.”

ນອກນັ້ນແລ້ວ ທ່ານໂອບາມາຍັງເວົ້າວ່າ ສະຫະລັດ ແລະບັນດາປະເທດພັນທະມິດ ຈະ ເຮັດໃນສິ່ງທີ່ເຫັນວ່າຈຳເປັນ ເພື່ອປ້ອງກັນບໍ່ໃຫ້ອີຣ່ານມີອາວຸດນິວເຄລຍ ຢູ່ໃນຄວາມ ຄອບຄອງ.

ກ່ຽວກັບເລື່ອງຊີເຣຍນັ້ນ ປະທານາທິບໍດີໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ທຳການກົດດັນ ລັດຖະບານຂອງປະເທດດັ່ງກ່າວ ແຕ່ຈະບໍ່ນຳໃຊ້ກຳລັງທະຫານ.

ພ້ອມດຽວກັນນີ້ ທ່ານໂອບາມາ ຍັງປະກາດວ່າ ທ່ານຈະເດີນທາງ ໄປຢ້ຽມຢາມພາກຕາ ເວັນອອກກາງໃນເດືອນມີນາ ແລະໃຫ້ຄຳໝັ້ນສັນຍາ ທີ່ຈະສືບຕໍ່ສະໜັບສະໜຸນຄວາມ ປອດໄພຂອງອິສຣາແອລ ແລະສັນຕິພາບຢູ່ໃນພູມີພາກ.

ກ່ຽວກັບບັນຫາພາຍໃນປະເທດທີ່ສໍາຄັນບັນຫານຶ່ງນັ້ນ ທ່ານໂອບາມາໄດ້ຂໍຮ້ອງພວກຜູ້ ແທນສະພາໃຫ້ຮີບຮ້ອນ ຮັບຜ່ານຮ່າງກົດໝາຍ ເພື່ອປັບປຸງນະໂຍບາຍເຂົ້າເມືອງຂອງ ສະຫະລັດ.

ປະທານາທິບໍດີໂອບາມາເວົ້າວ່າ “ໃນຂະນະທີ່ພວກເຮົາເວົ້າຢູ່ນີ້ບັນດາກຸ່ມຂອງພັກ ການເມືອງທັງສອງ ຢູ່ໃນທັງສອງສະພາຂອງສະຫະລັດ ພວມດຳເນີນງານຢ່າງບໍ່ ຮູ້ອິດເມື່ອຍ ເພື່ອຮ່າງກົດໝາຍສະບັບນຶ່ງ ແລະຂ້າພະເຈົ້າ ຂໍຕົບມືຊົມເຊີຍ ໃນ ຄວາມພະຍາຍາມດັ່ງກ່າວ. ບັດນີ້ ຄວນຈະສຳເລັດເສັດສີ້ນໄດ້ແລ້ວ. ຈົ່ງສົ່ງຮ່າງ ກົດໝາຍການປະຕິຮູບເລື່ອງຄົນເຂົ້າເມືອງໃນຂອບເຂດທີ່ກວ້າງຂວາງໄປໃຫ້ຂ້າ ພະເຈົ້າພາຍໃນສອງສາມເດືອນຂ້າງໜ້ານີ້ແລະຂ້າພະເຈົ້າກໍຈະລົງນາມໃນທັນທີ ແລະມັນຈະດີຂຶ້ນສຳລັບສະຫະລັດອາເມຣິກາ. ມາພາກັນເຮັດໃຫ້ເລື້ອງນີ້ສໍາເລັດ ເສັດສິ້ນລົງເຖາະ.”

ສະມາຊິກສະພາສູງ Rubio ເຫັນພ້ອມ ເຖິງຄວາມຈຳເປັນ ໃນການທີ່ຈະຕ້ອງປະຕິຮູບ ເລື່ອງຄົນເຂົ້າເມືອງ ແຕ່ທ່ານໄດ້ຮຽກຮ້ອງໃຫ້ມີຈັດຕັ້ງປະຕິບັດທີ່ເຂັ້ມງວດຂຶ້ນກວ່າເກົ່າ ກ່ຽວກັບກົດໝາຍຕ່າງໆທີ່ມີຢູ່ແລ້ວ.

ສະມາຊິກສະພາສູງ Rubio ເວົ້າວ່າ “ພວກເຮົາຕ້ອງການໆແກ້ໄຂແບບມີຄວາມຮັບ
ຜິດຊອບ ທີ່ຖາວອນ ຕໍ່ບັນຫາ ພວກທີ່ເຂົ້າມາຢູ່ໃນປະເທດນີ້ ຢ່າງຜິດກົດໝາຍ ແຕ່ກ່ອນອື່ນ ພວກເຮົາຕ້ອງປະຕິບັດຕາມຄຳໝັ້ນສັນຍາ ທີ່ບໍ່ໄດ້ມີການປະຕິບັດ ຕາມໃນອະດີດຜ່ານມາ ນັ້ນກໍຄືຄວບຄຸມຊາຍແດນຂອງພວກເຮົາແລະປະຕິບັດ ຕາມກົດໝາຍຂອງພວກເຮົາທີ່ມີຢູ່.”


ພ້ອມດຽວກັນນີ້ ປະທານາທິບໍດີຍັງຮຽກຮ້ອງໃຫ້ມີການຮັບຜ່ານຮ່າງກົດໝາຍຫຼືຂໍ້ລິເລີ້ມ ການຄວບຄຸມອາວຸດປືນຂອງທ່ານ. ທ່ານເວົ້າວ່າ ມີຫຼາຍກວ່າ 1,000 ຄົນໄດ້ເສຍຊີວິດ ຍ້ອນອາວຸດປືນຢູ່ໃນສະຫະລັດ ນັບແຕ່ໄດ້ມີການສັງຫານພວກເດັກນ້ອຍ 20 ຄົນແລະ ຜູ້ໃຫຍ່ອີກ 6 ຄົນທີ່ໂຮງຮຽນຢູ່ລັດ Connecticut ໃນ ເດືອນທັນວາປີກາຍ.

ໃນສັບປະດານີ້ ທ່ານໂອບາມາຈະເດີນທາງໄປຍັງລັດ North Carolina Georgia ແລະ Illinois ເພື່ອຊອກຫາການສະໜັບສະໜຸນຕໍ່ແຜນການຂອງທ່ານ.

ການກ່າວຄຳປາໄສຕໍ່ລັດຖະສະພາແລະປະເທດຊາດ ແມ່ນຂໍ້ບັງຄັບອັນນຶ່ງ ຢູ່ໃນລັດຖະ ທຳມະນູນຂອງສະຫະລັດທີ່ບົ່ງວ່າ ປະທານາທິບໍດີຕ້ອງລາຍງານຕໍ່ລັດຖະສະພາເປັນໄລ ຍະໆ ກ່ຽວກັບສະພາບຂອງປະເທດຊາດ.
XS
SM
MD
LG