ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ໂອບາມາ ປູທາງສຳລັບ ສະຫະລັດ ເພື່ອສ້າງຄວາມ ດຸ່ນດ່ຽງ ໃນພາກພື້ນ ເອເຊຍ ປາຊີຟິກ


ປະທານາທິບໍດີ ບາຣັກ ໂອບາມາ ຂຶ້ນເຮືອບິນ Air Force One ທີ່ສະໜາມບິນສາກົນ Los Angeles. ວັນທີ 12 ກຸມພາ, 2016, ໃນນະຄອນ Los Angeles.
ປະທານາທິບໍດີ ບາຣັກ ໂອບາມາ ຂຶ້ນເຮືອບິນ Air Force One ທີ່ສະໜາມບິນສາກົນ Los Angeles. ວັນທີ 12 ກຸມພາ, 2016, ໃນນະຄອນ Los Angeles.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ຈະຫາທາງ
ສ້າງ ບົດບາດຂອງຕົນໃນການນຳພາຂອງ ອາເມຣິກາ ໃນພາກ
ພື້ນ ເອເຊຍ ປາຊິຟິກ ໃຫ້ເປັນກ້ອນເປັນໜ່ວຍຂຶ້ນຕຶ່ມ ສຳລັບ
ອີກຫຼາຍໆປີ ຂ້າງໜ້ານີ້ ເມື່ອທ່ານເປັນເຈົ້າພາບ ຕ້ອນຮັບແຂກ
ທັງໝົດຈາກສະມາຄົມປະເທດ ເອເຊຍຕາເວັນອອກສຽງໃຕ້ ຫຼື
ASEAN ໃນຣີສອດປະຫັວດສາດ Rancho Mirage ທີ່
Sunnyland, ລັດ ຄາລີຟໍເນຍ ໃນວັນຈັນ ແລະ ວັນອັງຄານມື້ນີ້. ນັກຂ່າວປະຈຳທຳນຽບ
ຂາວ Mary Alice Salinas ມີລາຍງານ ຈາກສະຖານທີ່ຈັດກອງປະຊຸມສຸດຍອດດັ່ງກ່າວ
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ວາລະຂອງກອງປະຊຸມໃນສະຖານທີ່ທີ່ມີທີວທັດສວຍງາມແຫ່ງນີ້ ຈະບໍ່ເປັນທາງການ
ເທົ່າກັບ ກອງປະຊຸມສຸດຍອດຄັ້ງໃດໆ, ແຕ່ວ່າ ບັນດາຜູ້ນຳຈະຈັດການແກ້ໄຂ ບັນຫາ
ທີ່ສຸກເສີນ ແລະ ຫຍຸ້ງຍາກ ເຊິ່ງມີຄວາມສຳຄັນສຸດ ຕໍ່ແຜນຍຸດທະສາດ ຂອງສະຫະລັດ
ເພື່ອເຮັດໃຫ້ພາກ ພື້ນເອເຊຍ ປາຊີຟິກ ມີຄວາມດຸ່ນດ່ຽງຄືນ.

ສະຫະລັດ ເຫັນການດຳເນີນງານກັບບັນດາປະເທດ ອາຊຽນ ເປັນຄວາມສຳຄັນຍິ່ງ ຕໍ່
ຄວາມໝັ້ນຄົງ ແລະ ຈະເລີນຮຸ່ງເຮືອງໃນອະນາຄົດຂອງພວກເຂົາເຈົ້າ.

ພາກພື້ນເອເຊຍ ຕາເວັນອອກສຽງໃຕ້ແມ່ນກຳລັງ ປະສົບກັບການເຕີບໂຕຢ່າງວ່ອງໄວ
ແລະ ຄວາມເຄັ່ງຕຶງທີ່ເພີ່ມຂຶ້ນ. ຍ້ອນແນວນັ້ນທ່ານ ໂອບາມາ ຈະຮຽກຮ້ອງໃຫ້ບັນດາ
ຜູ້ນຳ ທັງຫຼາຍ ໃຫ້ຮອງຮັບເອົາກົດລະບຽບ ແລະ ຂໍ້ປະຕິບັດ ທີ່ຈະຮັບປະກັນ ໃຫ້ແຕ່ລະ
ປະເທດ ສາມາດປະຕິບັດຕາມຄວາມສົນໃຈ ຂອງພວກເຂົາເຈົ້າຢ່າງຖືກກົດໝາຍ ແລະ
ຢ່າງສັນຕິ.

ພະນັກງານຄົນໜຶ່ງກຳລັງຈັດກຽມຫ້ອງປະຊຸມ ສຳລັບກອງປະຊຸມສຸດຍອດ ອາຊຽນ ຈັດໂດຍປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ Sunnylands, ລັດ ຄາລີຟໍເນຍ. 15 ກຸມພາ 2015.
ພະນັກງານຄົນໜຶ່ງກຳລັງຈັດກຽມຫ້ອງປະຊຸມ ສຳລັບກອງປະຊຸມສຸດຍອດ ອາຊຽນ ຈັດໂດຍປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ Sunnylands, ລັດ ຄາລີຟໍເນຍ. 15 ກຸມພາ 2015.

​ທ່ານ Daniel Russel ແມ່ນຜູ້ຊ່ວຍຂອງລັດຖະມົນຕີການຕ່າງປະເທດ ສະຫະລັດ
ສຳລັບ ພາກພື້ນເອເຊຍຕາເວັນອອກ ແລະ ປາຊີຟິກ ກ່າວວ່າ “ບັນດາປະເທດ ອາຊຽນ
ເຊິ່ງຢູ່ຕິດກັນ ຈະຊ່ວຍໃຫ້ມີຄວາມໝັ້ນຄົງ ແລະ ການເຕີບໂຕ ທີ່ໄດ້ຖືກສ້າງຂຶ້ນ ອ້ອມ
ຂ້າງຄຳໝັ້ນສັນຍາ ທົ່ວໄປຕໍ່ກັບກົດລະບຽບ ແລະ ຕໍ່ຄວາມຍຸດຕິທຳ. ມັນອະນຸຍາດ
ໃຫ້ບັນດາປະເທດ ທີ່ສຳຄັນ ເຊັ່ນ ສະຫະລັດ, ປະເທດມະຫາອຳນາດອື່ນໆ, ເພື່ອຜູກ
ມັດເປັນຄູ່ຮ່ວມ ຢ່າງມີຜົນປະໂຫຍດຫຼວງຫຼາຍ. ມັນປ້ອງກັນ ເອເຊຍຕາເວັນອອກ
ສຽງໃຕ້ ຈາກການກາຍເປັນວົງອິດທິພົນ ຫຼື ກາຍເປັນສະໜາມຮົບ.”

ທຳນຽບຂາວ ໄດ້ອະທິບາຍວ່າ ພາກພື້ນນີ້ ເປັນດັ່ງກັບ “ໝາກຫົວໃຈ” ຂອງພາກພື້ນ
ເອເຊຍ ປາຊີຟິກ ແລະ ອາຊຽນ ເປັນດັ່ງກັບເວທີ ທີ່ດີເພື່ອສ້າງສາໂຄງລ່າງພື້ນຖານ
ເພື່ອຮັບມືກັບການແກ້ໄຂ ບັນຫາຕ່າງໆ.

ມີບັນຫາໜຶ່ງທີ່ກຳລັງສ້າງຄວາມເຄັ່ງຕຶງບາງຢ່າງທີ່ໃຫຍ່ທີ່ສຸດ ເຊິ່ງມັນແມ່ນບັນຫາຄວາມ
ຂັດແຍ້ງ ໃນທະເລ ຈີນໃຕ້, ມັນເປັນໜຶ່ງໃນເສັ້ນທາງ ທາງນ້ຳທີ່ມີການສັນຈອນ ຢ່າງໜາ
ແໜ້ນທີ່ສຸດໃນໂລກ.

The South China Sea Dispute
please wait

No media source currently available

0:00 0:00:59 0:00

ທ່ານ Ben Rhodes ຮອງຜູ້ຊີ້ນຳດ້ານຄວາມໝັ້ນຄົງແຫ່ງຊາດໄດ້ກ່າວວ່າ “ມັນຈະມີຜູ້ ກ່າວອ້າງເອົາເຂດແດນທີ່ແຕກຕ່າງຫຼາກຫຼາຍ. ພວກເຮົາບໍ່ມີຂໍ້ອ້າງອີງ, ດັ່ງນັ້ນ ຜົນ
ປະໂຫຍດແຫ່ງຊາດ ກໍແມ່ນເຫັນການແກ້ໄຂ ຄຳອ້າງອີກດັ່ງກ່າວນັ້ນ ໂດຍສອດຄ່ອງ
ກັບກົດໝາຍສາກົນ ທີ່ໄດ້ຖືກສ້າງຂຶ້ນມາ, ພວກວ່າ ຖ້າບໍ່ດັ່ງນັ້ນ ມັນກໍຈະເປັນກົດໝາຍ
ແຫ່ງປ່າດົງ. ມັນແມ່ນປະເທດໃຫຍ່ປະເທດໜຶ່ງ ຂົ່ມເຫັງປະເທດທີ່ນ້ອຍກວ່າ, ແລະນັ້ນ
ກໍແມ່ນວິທີ ທີ່ເຈົ້ານຳໄປສູ່ວົງຈອນຂອງຄວາມຂັດແຍ້ງ, ເຊິ່ງບໍ່ມີ ໃຜສົນໃຈກັບມັນ.”

ທຳນຽບຂາວກ່ຽວກັບ ຕົນຈະເຮັດໃຫ້ກະຈ່າງແຈ້ງວ່າ ຕົນຕໍ່ຕ້ານໃນສິ່ງທີ່ພວກເຂົາເຈົ້າເວົ້າ
ວ່າ “ການເຮັດສົງຄາມ” ຂອງຈີນ ໃນເຂດແດນທີ່ມີການຂັດແຍ້ງນັ້ນ ແລະ ວ່າ ສະຫະລັດ
ຈະສືບຕໍ່ປະຕິບັດການ “ເສລີພາບໃນການເດີນເຮືອ” ຢູ່ທີ່ນັ້ນ.

ສະຫະລັດ ຫວັງວ່າ ຈະສ້າງສາຍພົວພັນອັດເລິກເຊິ່ງທາງດ້ານການຄ້າ, ຫວັງທີ່ຈະໃຊ້
ການເຕີບໂຕທາງດ້ານເສດຖະກິດ ຂອງພາກພື້ນໃຫ້ເປັນປະໂຫຍດ.

ລູກສອນໄຟຂີປະນາວຸດ ໄລຍະໄກຂອງ ເກົາຫຼີເໜືອ ຖືກຍິງຂຶ້ນສູ່ອາກາດ ທີ່ສະຖານທີ່ປ້ອຍຈະຫຼວດ Sohae, ເກົາຫຼີໃຕ້. ພາບນີ້ໄດ້ມາຈາກ ອົງການຂ່າວ Kyodo. 5 ກຸມພາ 2016.
ລູກສອນໄຟຂີປະນາວຸດ ໄລຍະໄກຂອງ ເກົາຫຼີເໜືອ ຖືກຍິງຂຶ້ນສູ່ອາກາດ ທີ່ສະຖານທີ່ປ້ອຍຈະຫຼວດ Sohae, ເກົາຫຼີໃຕ້. ພາບນີ້ໄດ້ມາຈາກ ອົງການຂ່າວ Kyodo. 5 ກຸມພາ 2016.

ທ່ານ Ben Rhodes ກ່າວວ່າ “ທ່ານເຫັນບໍ່ ປະເທດຕ່າງໆທີ່ໄດ້ຈະເລີນຂຶ້ນ ຈາກເສດ
ຖະກິດ ທີ່ຂັບເຄື່ອນໂດຍພາກສ່ວນການບໍລິການ ທີ່ໄດ້ຖືກຂັບເຄື່ອນໂດຍ ການປະ
ກອບກິດຈະການ. ແລະ ຄວາມຮູ້ ແລະ ເທັກໂນໂລຈີ. ແລະ ສະຖານທີ່ພວກນີ້ ເປັນ
ບ່ອນທີ່ ສະຫະລັດ ສາມາດເພີ່ມຄຸນຄ່າໃຫ້ມັນໄດ້ ແທ້ໆ.”

ກອງປະຊຸມສຸດຍອດ ກໍຍັງຈະລວມມີການເຈລະຈາ ກ່ຽວກັບບັນຫາຕ່າງໆ ເຊັ່ນ ລັດທິຫົວ
ຮຸນແຮງ, ຄວາມປອດໄພທາງຄອມພິວເຕີ ແລະ ສະພາບອາກາດປ່ຽນແປງ.

ເຈົ້າໜ້າທີ່ຂອງລັດຖະບານ ກ່າວວ່າ ໂດຍການຈັດກອງປະຊຸມສຸດຍອດ ອາຊຽນ ຄັ້ງນີ້,
ທ່ານໂອບາມາ ຫວັງວ່າຈະໄດ້ພັດທະນາ ແຜນວຽກງານອັນໜຶ່ງ ສຳລັບ ປີສຸດທ້າຍ ໃນ
ການດຳລົງຕຳແໜ່ງຂອງທ່ານ ເພື່ອສືບຕໍ່ພະຍາຍາມ ສ້າງຄວາມດຸ່ນດ່ຽງ.

ແລະ ທ່ານກໍຫວັງວ່າ ມັນຈະສົ່ງຂໍ້ຄວາມ ໃຫ້ກັບລັດຖະບານ ທີ່ຈະມາ ຮັບໜ້າທີ່ ໃນອະ
ນາຄົດ ວ່າ ວຽກງານທີ່ມີລະດັບສູງແບບດຽວກັນນີ້ ແມ່ນເປັນທີ່ຕ້ອງການ ສຳລັບ ສະຫະ
ລັດ ເພື່ອຮັບປະກັນ ແລະ ຮັກສາບົດບາດການເປັນຜູ້ນຳ ຂອງພວກເຂົາເຈົ້າ.

Obama Seeks to Solidify America as Leader in SE Asia
please wait

No media source currently available

0:00 0:00:43 0:00

U.S. President Barack Obama will seek to solidify America's leadership role in the Asia Pacific region for many years to come when he hosts all 10 Association of Southeast Asian Nations (ASEAN) at the historic Rancho Mirage retreat in Sunnylands, California, on Monday and Tuesday. White House correspondent Mary Alice Salinas is there and has this report.

The agenda at the picturesque site will be less formal, but leaders will tackle a range of critical and thorny issues central to the strategic U.S. rebalance to the Asia Pacific.

The U.S. sees its engagement with ASEAN countries as critical to its future security and prosperity.

Southeast Asia is experiencing explosive growth and rising tensions. That's why Obama will urge leaders to adopt a set of rules and principles that will ensure each country can pursue its interests legally and peacefully.

Daniel Russel is the Assistant U.S. Secretary of State for East Asian and Pacific Affairs says "a cohesive ASEAN helps secure stability and growth that is built around a common commitment to rules and to fairness. It allows major countries like the United States, other powers, to engage constructively as partners. It prevents Southeast Asia from becoming a sphere of influence or becoming a battlefield."

The White House describes the region as "the heart" of the Asia Pacific and ASEAN as a good forum to build an infrastructure to handle a range of issues.

One issue creating some of the greatest tensions -- territorial disputes in the South China Sea, one of the world's busiest maritime waterways.

Deputy national security advisor Ben Rhodes says "there are going to be different claimants. We don't have a claim, so our national interest is in seeing claims resolved consistent with established international law, because otherwise it's the law of the jungle. It's one big nation bullying a smaller nation, and that's how you lead to a cycle of conflict, which is in nobody's interest."

The White House says it will make clear it opposes what it says is China's "militarization" of disputed territories and that the U.S. will keep conducting "freedom of navigation" exercises there.

The U.S. hopes to deepen trade and commercial ties, hoping to tap into the region's robust economic growth.

Again, Ben Rhodes says "you see countries evolving into economies that are more service-sector driven, that are driven more by entrepreneurship, and intellectual capital and technology. And these are places where the United States can really add value."

The summit will also include talks about problems like violent extremism, cybersecurity and climate change.

Administration officials say by hosting the ASEAN summit, Obama hopes to develop a work plan for his final year in office to further the rebalance effort.

And he hopes it will also send a message to future administrations that the same high level of engagement is needed for the U.S. to secure and maintain its leadership role for decades to come.

XS
SM
MD
LG