ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປະທານາທິບໍດີ ໂອບາມາ ພົບປະກັບ ພວກຫົວໜ້າ ບໍລິສັດໃຫຍ່ໆ (ວີໂອເອ ພາສາລາວ/ອັງກິດ)


Obama Secures Commitments on Hiring Long-Term Unemployed
please wait

No media source currently available

0:00 0:02:59 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບເລື້ອງນີ້

ປະທານ​າ​ທິບໍດີ ບາຣັກ ​ໂອ​ບາ​ມາ ​ໄດ້​ພົບປະ​ກັບ​ບັນດາ​ຫົວໜ້າ
ບໍລິ​ຫານ​ ​ບໍລິສັດ​ອາ​ເມຣິກັນຊັ້ນ​ນຳໜ້າ​ຈຳນວນ​ນຶ່ງ ​ໃນ​ວັນ​ສຸກ
​ສັບປະດາ​ແລ້ວ​ນີ້ ທີ່​ທຳນຽບຂາວ ​ເພື່ອ​ໂອ້​ລົມ​ສົນທະນາ​ກັນ​
ເລື້ອງ​ຄຳ​ໝັ້ນ​ໝາຍ​ທີ່ພວກ​ບໍລິສັດ​ຂອງພວກ​ເຂົາ​ເຈົ້າໄດ້ໃຫ້​ໄວ້ ​
ເພື່ອ​ຊ່ອຍ​ພວກ​ຄົນທີ່​ຫວ່າງ​ງານມາ​ເປັນ​ເວລາ​ດົນ​ນານ ​ໃຫ້​ໄດ້​
ມີວຽກ​ມີ​ການ​ເຮັດນັ້ນ. ອີງ​ຕາມລາຍ​ງານຂອງຜູ້​ສື່​ຂ່າວ​ວີ​ໂອ​ເອ
ປະຈຳ​ທຳນຽບຂາວ ນາຍ Dan Robinson ນັ້ນ ທຳນຽບຂາວ
​ກ່າວ​ວ່າ 300 ບໍລິສັດໄດ້​ຮັບປາກ​ທີ່​ຈະເຮັດພາກສ່ວນ​ຂອງ​
ພວກ​ຕົນ. ສິງມີ​ລາຍລະອຽດມາສະ​ເໜີ​ທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:


ໃນ​ລາຍ​ງານ​ປະຈຳ​ປີ​ຕໍ່​ລັດຖະສະພາ​ ກ່ຽວ​ກັບສະພາບ​ການ​ຂອງ​ປະ​ເທດ​ຊາດ ​ເມື່ອເດືອນ
​ແລ້ວ​ນີ້ ປະທາ​ນາ​ທິບໍດີ ​ໂອ​ບາ​ມາ​ ໄດ້​ເວົ້າ​ເຖິງ​ຄວາມຈຳເປັນ ທີ່​ຈະ​ຕ້ອງ​ຊ່ອຍ​ເຫຼືອພວກຜູ້
​ຄົນ​ທີ່​ຫວ່າງ​ງານ​ມາ​ເປັນ​ເວລາ​ດົນ​ນານ ​ໃຫ້​ມີ​ອັນ​ທີ່​ທ່ານ​ເອີ້ນ​ວ່າ ​ໂອກາດອັນ​ດີ​ສົມຄວນ ​
ໃນ​ການ​ທີ່​ຈະ​ຫາ​ວຽກ​ເຮັດ​ໄດ້.

ທ່ານ​ໂອ​ບາ​ມາ ກ່າວ​ວ່າ: “​ໃນ​ແລງ​ມື້​ນີ້ ຂ້າພະ​ເຈົ້າ​ຂໍ​ຮ້ອງ​ໃຫ້​ຜູ້ນຳ​ທຸລະ​ກິດ​ໃນ
​ອາ​ເມຣິກາທຸກໆ​ຄົນ ຈົ່ງ​ມາຮ່ວມກັບ​ພວກເຮົາ​ແລະ​ເຮັດແບບ​ດຽວ​ກັນ ​ເພາະວ່າ
​ພວກ​ເຮົາ​ແຂງ​ແຮງ​ຂຶ້ນ ​ເວລາ​ທີ່ອາ​ເມຣິກາ​ມີ​ຄົນ​ເຮັດ​ວຽກ​ນຳ​ກັນ​ເຕັມ​ຄະນະ.”


ເມື່ອ​ວັນ​ສຸກອາທິດ​ແລ້ວ​ນີ້ ທ່ານ​ໂອ​ບາ​ມາ​ ໄດ້​ພົບ​ປະ​ກັບ​ພວກ​ຫົວໜ້າ​ບໍລິຫານ ຫລື CEO
ຂອງປະມານ 300 ບໍລິສັດ ຮວມທັງ​ບໍລິສັດ McDonald’s, Boeing ແລະທະນາເອກະຊົນ
Bank of America ທີ່​ທຳນຽບຂາວ​ກ່າວ​ວ່າ ໄດ້ໃຫ້​ຄຳ​ໝັ້ນ​ໝາຍທີ່​ຈະ​ປະຕິບັດ​ການຢ່າງ​ດີ
​ທີ່​ສຸດ ໃນ​ການ​ວ່າ​ຈ້າງ​ພວກ​ຄົນ​ຫວ່າງ​ງານ​ເຫຼົ່າ​ນັ້ນ. ​ເວົ້າ​ໃນ​ອີກ​ໄນ​ນຶ່ງ​ກໍ​ແມ່ນວ່າ ພວກເຂົາ
​ເຈົ້າ​ໄດ້​ຮັບ​ປາກ​ວ່າ ຈະ​ແກ້​ໄຂ​ໃໝ່​ວິທີ​ການ​ວ່າ​ຈ້າງ​ແຮງ​ງານ​ຂອງ​ຕົນ ​ເພື່ອ​ຮັບປະກັນ​ວ່າ
ພວກ​ທີ່​ບໍ່​ມີ​ວຽກເຮັດ​ມາ​ເປັນ​ເວລາ​ດົນ​ນານ ຈະ​ໄດ້​ຮັບ​ໂອກາດ​ມີ​ວຽກ​ການ​ເຮັດ​ຄືນໃໝ່ອີກ.

ພວກ​ທີ່​ຫວ່າງ​ງານ​ມາ​ເປັນ​ເວລາ​ດົນ​ນານ ​ແມ່ນ​ພວກ​ທີ່​ບໍ່​ມີວຽກ​ເຮັດ​ມາ​ໄດ້ 27 ອາທິດຫຼື​ດົນ
​ກວ່ານັ້ນ ຊຶ່ງລັດຖະບານ​ກ່າ​ວວ່າ ໃນປັດຈຸບັນ​ນີ້ແມ່ນ​ມີ​ຈຳນວນຢູ່ 3 ລ້ານ 9 ​ແສນ​ຄົນ ຊຶ່ງ​
ເປັນ​ຈຳນວນ​ເກືອບ​ເທົ່າ​ກັບ 40 ​ເປີ​ເຊັນ​ຂອງ​ພວກຄົນ​ຫວ່າງ​ງານ​ທັງ​ໝົດ ​ໃນ​ສະຫະລັດ.

ອະດີດ​ທະຫານ​ລາບ Erik Varela ​ທີ່​ເປັນ​ຜູ້​ກ່າວ​ສະ​ເໜີ​ທ່ານ​ໂອ​ບາ​ມາ ​ໃນ​ງານ​ນຶ່ງທີ່
ກ່ຽວຂ້ອງ​ກັນ ຢູ່​ທໍານຽບຂາວ ​ເມື່ອວັນ​ສຸກ​ຜ່ານ​ມານັ້ນ ​ໄດ້​ກ່າວ​ເຖິງ ປະສົບ​ການກ່ຽວ​ກັບ​
ການ​ຫວ່າງ​ງານ​ມາ​ເປັນ​ເວລາ​ດົນ​ນານ​ຂອງ​ລາວ ວ່າ:

ນາຍ Varela ​ເວົ້າ​ວ່າ: “ຂ້າພະ​ເຈົ້າໂຊກ​ບໍ່ດີ ​ແຕ່​ຂ້າພະ​ເຈົ້າ​ກໍມີ​ແຮງ​ດົນ​ໃຈຢາກ​
ຈະ​ເຮັດ​ວຽກ ​ແລະ​ຕ້ອງການ​ເຮັດວຽກ ແລະຂ້າພະ​ເຈົ້າ​ຮູ້ວ່າ ຂ້າພະ​ເຈົ້າ​ສາມາດ
​ຊ່ອຍ​ສັງຄົມ​ໄດ້ ຄື​ກັນ​ກັບ​ທີ່​ຂ້າພະ​ເຈົ້າ​ໄດ້​ເຮັດ​ມາ​ເວລາ​ຂ້າພະ​ເຈົ້າ​ຮັບ​ໃຊ້​ໃນ​
ກອງທັບ.​ ແຕ່​ຂ້າພະ​ເຈົ້າ​ຮູ້ສຶກວ່າ ​ໂຕ​ເອງ​ເຮັດ​ຫຍັງບໍ່​ໄດ້ເລີຍ ຄື​ກັນ​ກັບ​ຄົນ​ຫລົງ​
ທາງ ​ແລະ​ທີ່ສຳຄັນ​ກວ່າ​ນັ້ນ ​ກໍ​ແມ່ນ​ຂ້າພະ​ເຈົ້າເປັນ​ຄວາມ​ຜິດ​ຫວັງ ແລະ​ຄວາມ
​ລົ້ມ​ແຫຼວ ສຳລັບ​ຄອບຄົວ​ຂອງ​ຂ້າພະ​ເຈົ້າ.”


ນາຍ Varela ​ໄດ້​ຮັບ​ການ​ຝຶກ​ງານ​ຄືນ​ໃໝ່ ​ແລະ​ເວລາ​ນີ້ ​ກໍ​ມີ​ວຽກ​ເຮັດ​ແລ້ວ​.

ປະທານາທິບໍດີ​ໂອ​ບາ​ມາ ​ເອີ້ນ​ເລື້ອງ​ລາວ​ຂອງ ນາຍ Varela ​ວ່າ ເປັນ​ເລື້ອງ​ຂອງ​ຄວາມ
​ສຳ​ເລັດ ​ແ​ແຕ່​ກໍ​ເປັນ​ເລື້ອງ​ທີ່​ສະ​ແດງ​ໃຫ້​ເຫັນ​ການ​ທ້າ​ທາຍ​ເຊັ່ນ​ກັນ.

​ທ່ານ​ໂອ​ບາ​ມາ ກ່າວ​ວ່າ: “ພວກຄົນ​ທີ່​ຫວ່າງ​ງານ​ມາ​ເປັນ​ເວລາ​ດົນ​ທີ່​ສຸດນັ້ນ ມັກ​ຈະ​
ປະ​ເຊີນ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ທີ່​ສຸດ​ ​ໃນ​ການກັບ​ຄືນ​ມາ​ເຮັດ​ວຽກອີກ. ຍິ່ງ​ເຮົາ
​ຫວ່າງ​ງານ​ດົນ​ໄປ​ເທົ່າ​ໃດ ກໍເບິ່ງ​ຄື​ວ່າ ​ເຮົາຈະຍິ່ງ​ຫວ່າງ​ງານ​ດົນ​ໄປ​ຕື່ມ​ອີກ. ​ເບິ່ງ​
ຄື​ວ່າ ມັນ​ເປັນ​ເລື້ອງ​ຫຼອກ​ລວງ ​ແຕ່ກໍ​ໜ້າເສຍ​ໃຈ​ທີ່ມັນ​ເປັນ​ສິ່ງ​ນຶ່ງ​ທີ່​ພວກ​ເຮົາ​ຮູ້
​ວ່າ ມັນ​ກຳລັງເກີດ​ຂຶ້ນ ​ແລະ​ກໍ​ມີສະຖິຕິ​ຢັ້ງຢືນ.”


ທ່ານ Tom Perez ລັດຖະມົນຕີ​ແຮງ​ງານສະຫະລັດ ​ກ່າວ​ວ່າ ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​
ຫົວໜ້າ​ບໍລິຫານ​ບໍລິສັດ​ເຫຼົ່າ​ນີ້ ແມ່ນເປັນ​ເງິນ​ມັດ​ຈຳ​ສຳລັບ​ຄວາມ​ກ້າວໜ້າ​ໃນອະນາຄົດ.

ທ່ານ Perez ກ່າວວ່າ: “ເວລາ​ພວກ​ເຮົາ​ເວົ້າ​ເລື້ອງພວກບໍລິສັດ​ Fortune 100 ​
ຄືພວກ 100 ບໍລິສັດອັນ​ດັບ​ສູງ​ສຸດ​ຂອງ​ສະຫະລັດ​ນັ້ນ ແມ່ນ​ພວກ​ເຮົາ​ເວົ້າເຖິງ
ໂຕທະວີຄູນ​ຂອງ​ກຳລັງ ກໍ​ຄື​ວ່າພວກ​ເຮົາ​ເວົ້າ​ເລື້ອງ​ການ​ຊ່ອຍ​ຜູ້​ຄົນຈຳນວນ ​
ຫຼາຍໆ​ພັນ​ຄົນ​.”


ປະທານາທິບໍດີ ​ໂອ​ບາ​ມາ ​ໄດ້​ລົງ​ນາມ​ໃນ​ຄຳ​ສັ່ງ​ສະບັບ​ນຶ່ງ​ ເພື່ອ​ຮັບປະກັນ​ວ່າ ພວກ​ອົງ
ກອນ​ຕ່າງໆ​ຂອງ​ລັດຖະບານ ຈະ​ຕ້ອງ​ພິຈາລະນາ​ພວກ​ຄົນ​ທີ່​ຫວ່າງ​ງານ​ເປັນ​ເວລາ​ດົນ​
ນານນັ້ນ ​ເວລາ​ເຂົາ​ເຈົ້າ​ທຳ​ການ​ຕັດສິນ​ໃຈ​ວ່າ​ຈ້າງພະນັກງານ. ​ແລະທ່ານ​ໂອ​ບາມາ​ໄດ້
ຕຳ​ໜິຕິຕຽນ​ລັດຖະສະພາ​ ທີ່ປະປ່ອຍ​ໃຫ້​ເງິນ​ຊ່ອຍ​ເຫຼືອ​ແກ່​ພວກ​ຫວ່າງ​ງານເປັນ​ເວລາ​
ດົນ​ນານ​ນັ້ນໝົດ​ໄປ ​ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ:

“ໃນ​ແຕ່​ລະອາ​ທິດ​ທີ່​ລັດຖະສະພາ​ບໍ່​ຮື້​ຟື້ນ​ເງິນ​ຄ້ຳປະກັນ​ນັ້ນ​ຄືນ​ ກໍ​ຈະ​ມີ​ຊາວອາ
​ເມຣິກັນ​ ປະມານ 72 ພັນ​ຄົນ​ເຂົ້າໄປ​ຮ່ວ​ມຢູ່ໃນ​ຖັນ​ແຖວ​ຂອງພວກ​ຫວ່າງ​ງານ​
ມາ​ເປັນ​ເວລາ​ດົນ​ນານ ທີ່​ໄດ້​ສູນ​ເສຍ​ເສັ້ນ​ຊີວິດ​ດ້ານ​ເສດຖະກິດ​ຂອງ​ເຂົາ​ເຈົ້າ
ໄປ​ຄື​ກັນ​ນັ້ນ.”


ພວກ​ສະມາຊິກ​ພັກ Republican ​ໃນ​ສະພາ​ໄດ້​ໂຕ້​ແຍ້​ງວ່າ ການ​ໃຫ້​ເງິນ​ຫວ່າງ​ງານຕໍ່​ໄປ
​ອີກ​ນັ້ນ ​ແມ່ນ​ເປັນ​ການ​ສ້າງ​ສິນ​ນ້ຳໃຈ ທີ່​ພາ​ໃຫ້​ຜູ້​ຄົນ​ບໍ່​ຢາກໄປ​ຊອກ​ຫາ​ວຽກ​ຫາການ​ເຮັດ.

ທຳນຽບຂາວ​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ ຈະມີ​ຄົນ​ຫວ່າງ​ງານ​ອາ​ເມຣິກັນໜ້ອຍ​ຫລາຍ​ປານ​ໃດທີ່ຈະ
​ໄດ້​ຮັບ​ຜົນປະ​ໂຫຍ​ດຈາກ​ການ​ເດ່​ມື​ເຂົ້າ​ຫາ​ພວກ​ບໍລິສັດ​ຕ່າງໆ​ເຫຼົ່າ​ນີ້​ຂອງ​ທ່ານ​ໂອ​ບາມາ​ ​
ແຕ່​ທ່ານ​ໂອ​ບາ​ມາ​ຫວັງ​ວ່າ ຈະ​ມີ​ຫຼາຍ​ບໍລິ​ສັດ​ຕື່ມ​ອີກ​ເຂົ້າ​ມາ​ຮ່ວມ​ໂຄງການ​ນໍາ.

XS
SM
MD
LG