ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫຼາຍພັນຄົນ ລະນຶກເຖິງ "ວັນອາທິດ ທີ່ນອງເລືອດ" ຢູ່ເມືອງແຊລມາ ເປັນມື້ທີສອງ


ປ. ໂອບາມາ (ກາງ) ຈັບມືກັບ ແມ່ຕູ້ Amelia Boynton Robinson ທີ່ຖືກທຸບຕີ ໃນວັນອາທິດທີ່ນອງເລືອດນັ້ນ ຍ່າງຂ້າມຂົວ Edmund Pettus Bridge ທີ່ Selma, ລັດ ອາລາບາມາ ເມື່ອວັນທີ 7 ມີນາ 2015.
ປ. ໂອບາມາ (ກາງ) ຈັບມືກັບ ແມ່ຕູ້ Amelia Boynton Robinson ທີ່ຖືກທຸບຕີ ໃນວັນອາທິດທີ່ນອງເລືອດນັ້ນ ຍ່າງຂ້າມຂົວ Edmund Pettus Bridge ທີ່ Selma, ລັດ ອາລາບາມາ ເມື່ອວັນທີ 7 ມີນາ 2015.

ປະຊາຊົນ​ຫຼາຍ​ພັນ​ຄົນ ​ໄດ້​ໄປ​ເຕົ້າ​ໂຮມ​ກັນ ຢູ່​ຂົວ​ແຫ່ງ​ໜຶ່ງ​ໃນ
​ເມືອງ Selma ລັດ Alabama ທາງ​ພາກ​ໃຕ້​ຂອງ​ສະຫະລັດ
​ເປັນ​ມື້​ທີ​ສອງໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອຈື່​ຈຳ​ແລະລະນຶກ​ເຖິງ​
ການ​ເສຍ​ສະຫລະ​ຕ່າງໆຂອງ​ຝູງ​ຊົນ​ອີກ​ກຸ່ມ​ໜຶ່ງ ທີ່​ໄດ້ໄປ​ເຕົ້າ​
ໂຮມ​ກັນ​ຢູ່ຂົວ​ແຫ່ງ​ດຽວ​ກັນ ເມື່ອ​ເຄິ່ງສັດຕະວັດ​ຜ່ານ​ມາ ​ໃນ​ມື້ທີ່​
ເອີ້ນ​ກັນ​ວ່າວັນ​ອາທິດ​ທີ່​ນອງ​ເລືອດ” ຫຼື ”Bloody Sunday.”

ປະຊາຊົນ​ຫຼາຍ​ຄົນ ທີ່ໄປຮ່ວມ​ໃນ​ການ​ໂຮມ​ຊຸມນຸມ ​ໃນ​ວັນ​ອາທິດ​
ວານ​ນີ້ ​ແມ່ນ​ໄປຈາກທົ່ວ​ປະ​ເທດ ​ເພື່ອເຂົ້າ​ຮ່ວມ​ໃນ​ຫຼາຍ​ພິທີ​ທີ່​ຈັດ
​ຂຶ້ນ​ເພື່ອ​ເປັນ​ຂີດ​ໝາຍເຫດການ​ດັ່ງກ່າວ.

​ເມື່ອ​ວັນ​ທີ 7 ມີນາ 1965 ນັ້ນ ຕຳຫຼວດ​ໄດ້​ທຸບ​ຕີ ​ແລະ​ຂວ່າງ​ລະ​ເບີດ​ ນ້ຳຕາ​ໃສ່​ພວກ​ເດີນຂະ​ບວນຂ້າມ​ຂົວ​ແຫ່ງ​ນັ້ນ​ ​ເວລາ​ພວກ​ເຂົາ​ເຈົ້າ ພະຍາຍາມຈະ​ຍ່າງ​ຈາກ​ເມືອງ Selma ໄປ​ຫາ​ເມືອງ Montgomery ​ເພື່ອ​ສະໜັບສະໜຸນ​ສິດທິ​ໃນ​ປ່ອນ​ບັດ​ເລືອກ​ຕັ້ງ ສຳຫລັບ​ທຸກ​ຊົນ​ຊາດ​ ຜິວ​ພັນ​ນັ້ນ.

ສອງ​ອາທິດ​ຫຼັງ​ຈາກ​ມື້​ນັ້ນ ມື້​ລາງ​ທ່ານ Martin Luther King,Jr. ຜູ້ນຳ​ດ້ານ​ສິດທິ​ພົນລະ​ເມືອງ ​ໄດ້​ນຳພາ​ປະຊາຊົນ​ ຍ່າງຈາກ​ເມືອງ Selma ​ໄປ​ຫາ Montgomery ຢ່າງ​ສຳ​ເລັດ​ຜົນ. ການ​ເດີນ​ຂະ​ບວນປະ​ທ້ວງ​ດັ່ງກ່າວ ​ໄດ້​ຊ່ອຍ​ກະ​ຕຸ້ນ​ໃຫ້​ມີກາ​ນອອກ​ກົດໝາຍ​ວ່າ​ດ້ວຍ​ສິດທິ​ໃນ​ການ​ປ່ອນ​ບັດ​ ໃນ​ປີ 1965 ທີ່​ຫ້າມ​ການຈຳ​ແນ​ກກີດ​ກັນ ຍ້ອນ​ເຊື້ອ​ຊາດຜິວ​ພັນ​ນັ້ນ.

Selma
please wait
Embed

No media source currently available

0:00 0:02:18 0:00

ທ່ານ Eric Holder ລັດຖະມົນຕີ​ຍຸຕິ​ທຳ​ຂອງ​ສະຫະລັດ ​ໄດ້​ກ່າວ​ຍ້ອງຍໍ​ສັນລະ​ເສີນ​ພວກ​ນັກ​ເຄື່ອນ​ໄຫວ​ໃນ​ປີ 1965 ສຳຫລັບ​ຄວາມ​ອົງອາດ​ກ້າຫານ​ຂອງ​ເຂົາ​ເຈົ້າ ​ໃນ​ການ​ຕໍ່ສູ້ເພື່ອສິດທິ​
ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ​ນັ້ນ.

ກ່ອນ​ໜ້າ​ນັ້ນ ປະທານາທິບໍດີ ບາຣັກ ​ໂອບາ​ມາ ​ໄດ້​ຮ່ວມ​ໃນ​ພິທີ​ຂີດ ໝາຍ​ວັນ​ຄົບຮອບ​ປີ​ດັ່ງ
ກ່າວ ແລະຮຽກຮ້ອງ​ໃຫ້​ຊາວ​ອາ​ເມຣິກັນ​ທຸກ​ຄົນ​ດຳ​ເນີນ​ງານ​ຮ່ວມ​ກັນ ​ເພື່ອ​ເຮັດ​ໃຫ້​ປະ​ເທດ
ຊາດ ດີ​ຂຶ້ນ.

XS
SM
MD
LG