ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາລີເໜືອ ແລະ ເກົາຫລີໃຕ້ ຕຽມເຈລະຈາ ລະດັບສູງ (ວີດີໂອ)


ທ່ານນາງ Park Geun-hye, ປະທານາທິບໍດີເກົາຫລີໃຕ້, ປະຊຸມກັບຄະນະເຈົ້າໜ້າທີ່ຄວາມໝັ້ນຄົງ ເພື່ອຫາລືກັນ ເລື້ອງກອງປະຊຸມລະຫວ່າງເໜືອແລະໃຕ້, ວັນທີ 10 ມິຖຸນາ 2013ມ ທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງໂຊລ.
ທ່ານນາງ Park Geun-hye, ປະທານາທິບໍດີເກົາຫລີໃຕ້, ປະຊຸມກັບຄະນະເຈົ້າໜ້າທີ່ຄວາມໝັ້ນຄົງ ເພື່ອຫາລືກັນ ເລື້ອງກອງປະຊຸມລະຫວ່າງເໜືອແລະໃຕ້, ວັນທີ 10 ມິຖຸນາ 2013ມ ທີ່ທໍານຽບປະທານາທິບໍດີ ໃນນະຄອນຫລວງໂຊລ.
ເກົາຫລີ​ເໜືອ ​ແລະ​ເກົາຫລີ​ໃຕ້ ກໍາລັງ​ຕຽມ​ການ​ຂັ້ນສຸດ​ທ້າຍ
ເພື່ອການເຈລະຈາໃນ​ລະດັບ​ສູງຂອງ​ລັດຖະບານ​ເປັນ​ເວລາ
ສອງ​ວັນ ​ແບບ​ທີ່​ບໍ່​ຄ່ອຍ​ໄດ້​ເຫັນ​ກັນ ​ທີ່​ ຈະເລີ້​ມໃນ​ວັນ​ພຸດ​ມື້​
ອຶ່ນນີ້.

ຍັງ​ບໍ່​ທັນ​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ລັດຖະບານ​ຂອງ​ປະ​ເທດ​ທັງ​
ສອງ ຈະ​ສົ່ງຜູ້ຕາງ ໜ້າໃນ​ລະດັບ​ໃດ​ ​ໄປຮ່ວມການ​ເຈລະຈາ
ດັ່ງກ່າວ ຊຶ່ງ​ຖືວ່າ ​ເປັນ​ການ​ເຈລະຈາ​ທີ່ ສໍາຄັນ​ສຸດ ລ​ະຫວ່າງ
ສ​ອງ​ເກົາຫລີ ​ໃນ​ຮອບ​ຫຼາຍໆ​ປີ.

​ເກົາຫລີ​ເໜືອ ​ໄດ້​ປ່ຽນ​ທ່າ​ທີ ຈາກ​ການ​ຕົກລົງ​ກັນ​ໃນ​ຂັ້ນ​ຕົ້ນ ທີ່​ຈະ​ກ່າວ​ອ້າງ​ເຖິງ​ການ​ເຈລະ​ຈານີ້ວ່າ ​ເປັນ​ການ​ເຈລະຈາ “ລະ​ດັບ​ລັດຖະມົນຕີ.” ບັດ​ນີ້ ທັງ​ສອງ​ຝ່າຍກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ສົ່ງເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລັດຖະບານທີ່​ຍັງ​ບໍ່​ທັນ​ໄດ້​ລະ ບຸ​ເທື່ອ​ວ່າ​ແມ່ນ​ໃຜ ​ໄປ​ຮ່ວມ. ປະ​ເທດທັງ​ສອງ​ຊຶ່ງ​ເປັນຄູ່​ປໍ​ລະ​ປັກ ບໍ່​ໄດ້​ມີ​ການ​ເຈ ລະຈາໃນ​ລະດັບ​ລັດຖະ
ມົນຕີ ​ມາຕັ້ງ​ແຕ່​ປີ 2007.

ປະ​ທາ​ນາ​ທິບໍດີເກົາຫລີ​ໃຕ້ ທ່ານ​ນາງ Park Geun-hye ກ່າວໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທ່ານ​ນາງຫວັງ​ວ່າ ການ​ເຈ​ລະ​ຈາທີ່​ວ່າ​ນີ້ຈະ​ນຳ​ເອົາສັນຕິ​ພາບ​ອັນ​ຍາວ​ນານມາສູ່ແຫລມ​ເກົາຫລີ. ທ່ານ​ນາງ ກ່າວ​ວ່າ:

“​ໃນ​ໂອກາດ​ການ​ເຈລະ​ຈາກັນ​ນີ້ ຂ້າ​ພະ​ເຈົ້າ​ຫວັງ​ວ່າ ​ເກົາຫລີ​ທັງ​ສອງ​ຝ່າຍ ຈະ​ເອົາ​ບາດກ້າວ​ທໍາ​ອິດ ​ໄປ​ສູ່​ການ​ສ້າງສັນ​ຕິ​ພາບ​ຢ່າງ​ຖາວອນ ​ແລະ​ສ້າງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຊຶ່ງ​ກັນ​ແລະ​ກັນ. ຂ້າພ​ະ​ເຈົ້ ຍັງ​ມີ​ຄວາມ​ຫວັງ​ວ່າ ​ເກົາຫລີໃຕ້ແລະ​ ເກົາຫລີ​ເໜືອ ຈະ​ສ້າງ​ຜົນ​ປະ​ໂຫຍ​ດທີ່​ປະຊາຊົນ​ຕ້ອງການ ​ໂດຍ​ຜ່ານການ​ຮ່ວມ​ມື​ຢ່າງ​ເຕັມທີ່ ກ່ຽວ​ກັບ​ບັນຫາຕ່າງໆ​ທີ່ແກ້​ໄຂ​ໄດ້ຍາກ.”

ກະຊວງ​ການ​ຕ່າງປະ​ເທດສະຫະລັດ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ສະ​ແດງ​ຄວາ​ມຍິນ​ດີ ​ໃນ​ການທີ່​ສອງ​ເກົາຫຼີ​ຕົກລົງຈະ​ເປີດ​ການ​ເຈ​ລະ​ຈາ​ກັນ. ​ໂຄສົກກະຊວງ​ການ​ຕ່າງ ປະ​ເທດ​ສະຫະລັດ ທ່ານນາງ Jen Psaki ກ່າວ​ວ່າ ວໍ​ຊິງ​ຕັນໃຫ້ການ​ສະໜັບ ສະ​ໜຸນ​ສະ​ເໝີ ໃນ​ການປັບ​ປຸງຄວາມສໍາພັນ​ລະຫວ່າງ​ເກົາຫຼີທັງ​ສອງ. ​ແຕ່​ທ່ານ​ນາງກໍ​ກ່າວ​ເຕືອນວ່າ ສະຫະລັດຍັງ​ຈະ​ເປີດ ​ການເຈລະຈາໂດຍ​ກົງກັບພຽງ​ຢາງ​ເທື່ອ ນອກຈາກ​ວ່າ​ເກົາຫລີ​ເໜືອ ຈະ​ໃຫ້​ຄວາ​ມໝາຍ​ໝັ້ນ​ເພື່ອ​ເອົາ​ບາດກ້າວ​ໄປ​ສູ່​ການ​ເປັນ​ປະ​ເທດ​ປອດ​ອາວຸດ​ນິວ​ເຄລຍ.

koreas talks
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG