ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ທົດລອງຍິງ ລູກສອນໄຟ ຂີປະນາວຸດ ອີກຄັ້ງໜຶ່ງ


 ລູກສອນໄຟຂີປະນາວຸດ ຖືກທົດລອງຍິງຈາກສະຖານທີ່
ແຫ່ງໜຶ່ງໃນ ເກົາຫຼີເໜືອ.
ລູກສອນໄຟຂີປະນາວຸດ ຖືກທົດລອງຍິງຈາກສະຖານທີ່ ແຫ່ງໜຶ່ງໃນ ເກົາຫຼີເໜືອ.

ເກົາຫຼີເໜືອ ໄດ້ທົດລອງຍິງລູກສອນໄຟຂີປະນາວຸດໄລຍະສັ້ນອີກຄັ້ງໜຶ່ງ ໃນຕອນເຊົ້າ ຂອງວັນຈັນມື້ນີ້, ພຽງບໍ່ເທົ່າໃດວັນຫຼັງຈາກກຸ່ມ G-7 ໄດ້ຮຽກຮ້ອງໃຫ້ ພຽງຢາງ ຍົກເລີກ ໂຄງການນິວເຄລຍຂອງພວກເຂົາ.

ກອງບັນຊາການເຂດມະຫາສະໝຸດ ປາຊີຟິກ ສະຫະລັດ ກ່າວວ່າ ການທົດລອງນີ້ ໄດ້ ມີຂຶ້ນຢູ່ໃກ້ໆກັບເມືອງ Wonsan ຕັ້ງຢູ່ຊາຍຝັ່ງພາກ ຕາເວັນອອກຂອງ ເກົາຫຼີເໜືອ. ກອງບັນຊາການດັ່ງກ່າວ ໄດ້ຕິດຕາມເບິ່ງລູກສອນໄຟນັ້ນ ເປັນເວລາ 6 ນາທີ ກ່ອນມັນ ຈະຕົກລົງສູ່ທະເລຂອງ ຍີ່ປຸ່ນ, ເຊິ່ງ ຮູ້ຈັກກັນວ່າເປັນເຂດເສດຖະກິດພິເສດຂອງ ຍີ່ປຸ່ນ.

ກອງບັນຊາການກ່າວວ່າ ລູກສອນໄຟດັ່ງກ່າວບໍ່ໄດ້ສ້າງໄພຂົ່ມຂູ່ຕໍ່ທະວີບ ອາເມຣິກາ
ເໜືອ. ແຕ່ນາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ Zhinzo Abe ທີ່ມີຄວາມໂມໂຫ ໄດ້ປະຕິຍານ
ວ່າຈະໂຕ້ຕອບ.

ທ່ານ Abe ໄດ້ກ່າວໃນໂທລະພາບ ຍີ່ປຸ່ນ ວ່າ “ຍີ່ປຸ່ນ ກຳລັງເຮັດວຽກ ກັບ ສະຫະລັດ, ພວກເຮົາຈະທຳການປະຕິບັດການໂດຍສະເພາະ ເຈາະຈົງເພື່ອຢັບຢັ້ງ ເກົາຫຼີເໜືອ.”

ລັດຖະບານທ່ານ ທຣຳ, ໃນຂະນະທີ່ໄດ້ຕ້ອງຕິຢ່າງແຮງຕໍ່ ເກົາຫຼີເໜືອ ແລະ ຜູ້ນຳຂອງ ພວກເຂົາເຈົ້າ ທ່ານ ຄິມ ຈອງ ອຶນ ນັ້ນ, ຕອນນີ້ຍັງບໍ່ທັນມີນະໂຍບາຍທີ່ແນ່ນອນ ກ່ຽວກັບ ວິທີທີ່ຈະຕອບໂຕ້ຕໍ່ ພຽງຢາງ ແນວໃດເທື່ອ.

ແນວໃດກໍຕາມ ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ James Mattis ກໍໄດ້
ເຕືອນໃນຕອນເຊົ້າວັນອາທິດວານນີ້ ທາງລາຍການຂ່າວໂທລະພາບວ່າ ຖ້າບໍ່ມີການ
ຄົ້ນພົບວິທີແກ້ໄຂບັນຫາສຳລັບສະຖານະການກັບ ເກົາຫຼີເໜືອ ແລ້ວ “ມັນກໍຈະເປັນ ສົງຄາມທີ່ມີຄວາມ ຫາຍານະ ຖ້າບັນຫານີ້ກາຍເປັນການຕໍ່ສູ້ກັນ.”

ທ່ານ Mattis ໄດ້ກ່າວໃນລາຍການ Face the Nation ວ່າ “ລະ ບອບການປົກຄອງ ເກົາຫຼີເໜືອ ມີປືນໃຫຍ່ ແລະ ເຄື່ອງຍິງຈະຫຼວດຫຼາຍຮ້ອຍເຄື່ອງທີ່ສາມາດຍິງໃສ່
ເມືອງຕ່າງໆ ທີ່ມີປະຊາກອນອາໄສຢູ່ຢ່າງໜາແໜ້ນໃນໂລກ, ເຊິ່ງນັ້ນກໍແມ່ນນະຄອນ ຫຼວງຂອງປະເທດ ເກົາຫຼີໃຕ້.” “ລະບອບການປົກຄອງນີ້ ແມ່ນໄພຂົ່ມຂູ່ຕໍ່ພາກພື້ນ, ຕໍ່
ຍີ່ປຸ່ນ, ເກົາຫຼີໃຕ້, ແລະ ໃນກໍລະນີສົງຄາມນັ້ນ, ພາກເຂົາກໍຈະນຳເອົາອັນຕະລາຍ
ໄປສູ່ ຈີນ ແລະ ຣັດເຊຍ ເຊັ່ນກັນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG