ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ເກົາຫຼີເໜືອ ປະກາດ ພາວະຄ້າຍສົງຄາມ ກັບ ເກົາຫຼີໃຕ້


ດ່ານກວດ​ທະ​ຫານ​ເກົາ​ຫຼີ​ໃຕ້ ທີ່​ຂົວ​ແຫ່ງ​ນຶ່ງ ໄປ​ສູ່​ບ້ານ​ປັນ​ມູນ​ຈອມ (21 ສິງ​ຫາ 2015)
ດ່ານກວດ​ທະ​ຫານ​ເກົາ​ຫຼີ​ໃຕ້ ທີ່​ຂົວ​ແຫ່ງ​ນຶ່ງ ໄປ​ສູ່​ບ້ານ​ປັນ​ມູນ​ຈອມ (21 ສິງ​ຫາ 2015)

ທ່ານ Kim Jong Un ຜູ້ນຳຂອງເກົາຫຼີເໜືອ ໄດ້ມີຄຳສັ່ງໃຫ້ກອງ
ທັບຂອງທ່ານກຽມພ້ອມໃນລະດັບສູງແລະໄດ້ປະກາດ “ສະພາບ
ທີ່ຄ້າຍຄືກັນກັບສົງຄາມ” ຢູ່ໃນເຂດແນວໜ້າໃນວັນສຸກມື້ນີ້ ຫລັງ
ຈາກເກົາຫລີເໜືອ ແລະເກົາຫລີໃຕ້ໄດ້ຍິງປືນໃຫຍ່ໂຈມຕີກັນໃນ
ບໍລິເວນໃກ້ໆກັບຊາຍແດນ.

ລຸນຫລັງກອງປະຊຸມສຸກເສີນ ໂດຍ​ກຳມາທິການກອງທັບ ຂອງ
ເກົາຫລີເໜືອແລ້ວ ທ່ານ Kim ກ່າວວ່າ ກົມກອງຕ່າງໆ ທີ່ຢູ່ໃນ ເຂດແນວໜ້າຈະກ້າວເຂົ້າສູ່ສະພາບສົງຄາມ ເລີ້ມແຕ່ເວລາ 5
ໂມງແລງ ຕາມເວລາທ້ອງຖິ່ນ ໃນວັນສຸກມື້ນີ້ ອີງຕາມ ອົງການ
ຂ່າວສູນກາງຂອງເກົາຫຼີເໜືອ.

Koreas Tension
please wait
Embed

No media source currently available

0:00 0:01:13 0:00

ພຽງຢາງເຄີຍປະກາດແບບນີ້ມາກ່ອນໃນອະດີດຜ່ານມາ ຮວມທັງໃນໄລຍະທີ່ມີຄວາມເຄັ່ງ ຕຶງສູງ ໃນປີ 2010 ແລະ 2013. ໃນທາງເທັກນິກແລ້ວປະເທດທັງສອງຍັງຢູ່ໃນພາວະສົງ ຄາມໃນເມື່ອວ່າການສະຫງົບເສິກຊົ່ວຄາວທີ່ຍຸດຕິບັນຫາຂັດແຍ້ງເກົາຫຼີບໍ່ໄດ້ກາຍເປັນສົນ ທິສັນຍາສັນຕິພາບ.

ຄວາມຮຸນແຮງໃນວັນພະຫັດວານນີ້ ເລີ້ມຂຶ້ນເວລາເກົາຫລີເໜືອ ຍິງປືນໃຫຍ່ໂຈມຕີ ທີ່ຕັ້ງ ທາງທະຫານຂອງເກົາຫຼີໃຕ້ເລາະຕາມຊາຍແດນທາງກ້ຳຕາເວັນຕົກຂອງປະເທດ. ເກົາຫຼີ ໃຕ້ໄດ້ຕອບໂຕ້ຄືນດ້ວຍການຍິງປືນໃຫຍ່ 155 ມິລລີແມັດຫຼາຍສິບລູກໃສ່ເກົາຫລີເໜືອ.

ທັງສອງຝ່າຍຕ່າງກໍບໍ່ໄດ້ລາຍງານກ່ຽວກັບຄວາມເສຍຫາຍຫຼືການບາດເຈັບລົ້ມຕາຍໃດໆ ຈາກການຍິງປືນໃຫຍ່ໂຈມຕີກັນ ຊຶ່ງສ່ວນໃຫຍ່ແມ່ນປາກົດວ່າ ໄດ້ຕົກໃສ່ ເລາະຕາມເຂດ ປອດທະຫານ ກວ້າງ 4 ຫລັກກິໂລແມັດ ທີ່ແບ່ງປະເທດທັງສອງອອກຈາກກັນນັ້ນ.

ຄວາມສຳພັນລະຫວ່າງເກົາຫລີເໜືອແລະເກົາຫລີໃຕ້ໄດ້ຊຸດໂຊມລົງຢ່າງຮ້າຍແຮງເປັນພິ ເສດຫລັງຈາກໂຊລ ໄດ້ກ່າວຫາພຽງຢາງວ່າ ຫ້າງລະເບີດຝັງດິນ ທີ່ໄດ້ແຕກຂຶ້ນໃນເດືອນ ນີ້ໃກ້ໆບໍລິເວນຊາຍແດນ ທີ່ເຮັດໃຫ້ທະຫານເກົາຫລີໃຕ້ 2 ຄົນບາດເຈັບ. ເກົາຫລີໃຕ້ໄດ້ ຕອບໂຕ້ຄືນ ໂດຍເລີ້ມການໂຈມຕີເກົາຫລີເໜືອ ຜ່ານທາງໂທລະໂຄ່ງ ໃກ້ໆບໍລິເວນຊາຍ
ແດນ.

ເກົາຫຼີເໜືອໄດ້ເຕືອນໃນວັນພະຫັດວານນີ້ວ່າ ຕົນຈະເອົາມາດຕະການທາງທະຫານເພີ້ມ
ຕື່ມ ຖ້າເກົາຫລີໃຕ້ບໍ່ຢຸດເຊົາການໂຈມຕີທາງໂທລະໂຄ່ງພາຍໃນ48 ຊົ່ວໂມງ. ເກົາຫລີໃຕ້ ຢືນຢັດວ່າ ການໂຈມຕີດັ່ງກ່າວຈະດຳເນີນຕໍ່ໄປ.

ຊາວ​ເກົາ​ຫລີ​ໃຕ້ ປະ​ທ້ວງ​ຜູ້​ນຳ​ເກົາ​ຫຼີ​ເໜືອ
ຊາວ​ເກົາ​ຫລີ​ໃຕ້ ປະ​ທ້ວງ​ຜູ້​ນຳ​ເກົາ​ຫຼີ​ເໜືອ
XS
SM
MD
LG