ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ອົງການທີ່ບໍ່ຂື້ນກັບ ລັດຖະບານ ໃນກຳປູເຈຍ ເຕືອນເຖິງຜົນສະທ້ອນ ຂອງຮ່າງກົດໝາຍ LANGO


ພວກສະໜັບສະໜູນພາກັນຢືນ ຢູ່ຕໍ່ໜ້າປ້າຍ ທີ່ອ່ານວ່າ "ກະລຸນາໃຫ້ຄວາມທ່ຽງທຳແກ່ ນັກເຄື່ອນໄຫວປ້ອງກັນທີ່ດິນ Boeung Kak."
ພວກສະໜັບສະໜູນພາກັນຢືນ ຢູ່ຕໍ່ໜ້າປ້າຍ ທີ່ອ່ານວ່າ "ກະລຸນາໃຫ້ຄວາມທ່ຽງທຳແກ່ ນັກເຄື່ອນໄຫວປ້ອງກັນທີ່ດິນ Boeung Kak."

ບັນດາ​ກຸ່ມ​ສັງຄົມ​ພົນລະ​ເຮືອນ ຂອງທ້ອງ​ຖິ່ນ ແລະ​ນາໆ​ຊາດ
ຢູ່​ໃນ​ປະ​ເທດ​ກຳປູ​ເຈຍ ພາກັນ​ເຕືອນ​ວ່າ ກົດໝາຍ​ໃໝ່ທີ່​ແນ່​
ໃສ່ພວກອົງການຈັດ​ຕັ້ງ ບໍ່​ຂື້ນ​ກັບລັດຖະບານນັ້ນ ​ອາດ​ສາ
ມາດ​ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ເສດຖະກິດ​ຂອງ​ປະ​ເທດ
​ແລະເຮັດ​ໃຫ້ການ​ພັດ​ທະນາ ສ້າງສາ​ປະ​ເທດ ຊັກ​ຊ້າ​ລົງ.
Neou Vannarin ນັກ​ຂ່າວ​ວີ​ໂອ​ເອ ພາສາ​ຂະ​ແມ ມີ​ລາຍ​
ງານ ຊຶ່ງ​ກິ່ງ​ສະຫວັນ​ຈະ​ນຳ​ມາສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ໃນ​ການຖະ​ແຫລງ​ຕໍ່ສື່​ມວນ​ຊົນ​ ຢູ່ນະຄອນ​ຫລວງ​ພະນົມ​ເປັນ
ເມື່ອວັນ​ຈັນແລ້ວນີ້ ​ບັນດາ​ຜູ້ຕາງໜ້າ ເກືອບ 270 ຄົນ ຂອງ
ກຸ່ມ​ສັງຄົມ​ພົນລະ​ເຮືອນ ຂອງ ທ້ອງ​ຖິ່ນ ແລະ​ນາໆ​ຊາດທີ່​ເຮັດ
​ວຽກ​ຢູ່​ໃນກຳປູ​ເຈຍ ພາກັນ​ອ້າງ​ວ່າ ຮ່າງ​ກົດໝາຍ ທີ່​ຮ້ອງ​ວ່າ “ຢຸດ ​ແລະ ​ປຶກ​ສາ​ກ່ອນ” ຈະ​ສົ່ງຜົນ​ກະທົບຕໍ່ຫລາຍ ກວ່າ 4,000 ​ໂຄງການ​ພັດທະນາ ຖ້າ​ຫາກ​ວ່າມີ​ການ​ຮັບ​ຜ່ານ​ເອົາ
ໂດຍ​ບໍ່​ມີການ​ປືກສາ​ຫາລືກັນ​ຢ່າງ​ຖືກຕ້ອງ.

​ເຂົາ​ເຈົ້າ​ເຕືອນ​ວ່າ ຊາວ​ກຳປູ​ເຈຍ ຫລາຍ​ກວ່ານຶ່ງ​ລ້ານ​ຄົນ​ ອາດ​ຖືກ​ໃຫ້​ອອກ​ການ ​ເພາະ
ວ່າ​ຮ່າງ​ກົດໝາຍດັ່ງກ່າວ ວາງຄວາມ​ກົດ​ດັນຕໍ່​ພວກອົງການ​ທີ່​ບໍ່​ຂື້ນ​ກັບລັດຖະບານ ຫລື NGO ​ແລະ​ບີບບັງຄັບ​ໃຫ້​ ຈຳນວນ​ນຶ່ງ​ຕ້ອງ​ໄດ້ອັດ​ລົງ.

ທ່ານ Soeung Saroeun ຫົວໜ້າ​ບໍລິຫານອົງການ​ທີ່​ຊື່ວ່າ ຄະນະ​ກຳມະການ​ຮ່ວມ​ມື​ເພື່ອກຳ​ປູ​ເຈຍ ກ່າວວ່າ ຜົນສະທ້ອນ​ທາງສັງຄົມ ​ແມ່ນຈະ​ຮ້າ​ຍ​ແຮງ. ຂ້າພະ​ເຈົ້າ
ຢາກ​ຖາມ
ວ່າ ​ແມ່ນ​ໃຜ​ເປັນ​ຜູ້​ທີ່ໄດ້​ຊ່ວຍ​ເຫລືອ​ພວກ​ເດັກນ້ອຍ​ກຳ​ພ້າ ​ເດັກນ້ອຍ
ພິການ ​ແລະ​ພວກ​ເດັກນ້ອຍ​ທີ່ຕິ​ດ​ເຊື້ອ HIV/AIDS ມາ​ກ່ອນ?
​ແມ່ນ​ໃຜໄດ້​ຊ່ວຍ​
ເຮັດ​ໃຫ້
ກຳ​ປູ​ເຈຍກ້າວຂື້ນ​ມາສູ່ຖານະ​ປະ​ເທດອັນ​ດັບ​ໜຶ່ງ ​ໃນ​ການ​ຕໍ່ສູ້​ກັບເຊື້ອ
HIV/AIDS? ມັນ​ແມ່ນ​
ພວກ​ສັງຄົມພົນລະ​ເຮືອນ.

ທ່ານ​ນາງ Sara Sitts ​ຫົວໜ້າ​ປະຈຳກຳປູ​ເຈຍ ຂອງອົງການ Pact Cambodia ກ່າວ​
ວ່າ ກຳປູ​ເຈຍ​ຈະ​ສູນ​ເສຍ​ໂຄງການ​ພັດທະນາຕ່າງໆ​ໄປ ​ໃນ​ມູນ​ຄ່າ 600 ຫາ 700 ລ້ານ​
ໂດ​ລາ ຕໍ່​ປີ ​ເວລາ​ໃດ​ ກົດໝາຍ​ຖືກ​ຮັບຜ່ານ​ເອົາ ທີ່ອາດ​ຈະ​ຂົ່ມຂູ່ຕໍ່ ອົງການ​ນາໆ​ຊາດ​ທີ່
​ບໍ່​ຂື້ນ​ກັບ​ລັດຖະບານ ​ເຖິງປະສິດຕິ​ພາບ ທີ່​ຈະ​ບໍ​ລິ​ຫານ​ໃຫ້​ໂຄງການ​ຕ່າງໆ​ໄດ້ຜົນ” ທ່ານ​
ນາງ​ກ່າວອີກວ່່າ ​“ພວກ​ເຮົາຄາດ​ວ່າ ປະຊາກອນ​ກຳປູ​ເຈຍ ຫລາຍ​ລ້ານ​ຄົນ​ຈະ​ຮູ້ສຶກຕໍ່​ຜົນ
​ກະທົບ​ຢູ່​ທົ່ວ​ໂຄງການ ຈາກ​ສຸຂະ​ພາບ ​ແລະ​ການ​ສຶກສາ ຈົນ​ເຖິງ​ຊີວິດ​ການ​ເປັນ​ຢູ່ ສິ່ງ​ແວດ
​ລ້ອມ ​ແລະ​ການ​ປົກຄອງ​ຕົນ​ເອງ​ທີ່​ດີ​ນັ້ນ.”

ທ່ານ​ນາງ​ກ່າວ​ວ່າ “ຮ່າງ​ກົດໝາຍ​ຕ້ານ NGO ສະບັບ​ຫລ້າ​ສຸດ ທີ່​ມີ​ໃຫ້​ເບິ່ງ​ຢ່າງ​
ເປີດ​ເຜີຍ​ນັ້ນ ​ແມ່ນ
ຈະ​ຈຳກັດ​ງົບປະມານ ຊຶ່ງ​ຈະ​ຂົ່ມຂູ່ຕໍ່ຄວາມ​ສາມາດ​ຂອງ​ພວກ
NGO ​ໃນ​ການຈັດ​ຕັ້ງ​ປະຕິ​ບັດ​ໂຄງການ​ຂອງ​ພວກ​ຕົນ​ ຢ່າງບໍ່​ສິ້ນ​ເປືອງ​ຄ່າ​ໃຊ້​ຈ່າຍຫລາຍ. ​ພວກ​ເຮົາຄາດ​ວ່າ ປະຊາກອນ​ກຳປູ​ເຈຍ ຫລາຍ​ລ້ານ​ຄົນ​ ຈະ​ຮູ້ສຶກ
ເຖິງຜົນ​ກະທົບ​ຢູ່​ໃນ​ທົ່ວທຸກດ້ານ ຈາກ​ສຸຂະ​ພາບ ​ແລະ​ການ​ສຶກສາ ​ໄປ​ຫາ​ຊີວິດ​
ການ​ເປັນ​ຢູ່ ສິ່ງ​ແວດ​ລ້ອມ ​ແລະ​ການ​ປົກຄອງທີ່​ດີ​.”

ທາງທ່ານ Am Sam Ath ຫົວໜ້າ​ຝ່າຍ​ຕິດຕາມ​ເບິ່ງໂຄງການ​ຂອງ ອົງການ Licadho
ກ່າວ​ວ່າ ກົດໝາຍ​ໃໝ່​ແມ່ນ​ບໍ່​ຈຳເປັນ​ ເພາະວ່າ ​ມີກົດໝາຍແພ່ງຄວບ​ຄຸມການ​ລົງທະບຽນ
​ຂອງພວກ NGO ຢູ່​ແລ້ວ. ທ່ານ​ກ່າວ​ວ່າ ກົດໝາຍ​ໃໝ່​ແມ່ນ​ມີ​ເປົ້າໝາຍ​ ​ເພື່ອ​ຢຸດການ
​ປະ​ທ້ວງ​ຮຽກຮ້ອງເອົາກຳມະສິດທີ່ດິນ.

ທ່ານກ່າວຕໍ່​ໄປ​ວ່າ “ຖ້າ​ຫາກ​ວ່າ ​ກົດໝາຍຖືກ​ຮັບ​ຜ່ານ​ເອົາ ບັນດາ​ສະມາຄົມ​ທ້ອງ​ຖິ່ນ​
ກໍຈະກາຍເປັນ​ສະມາຄົມທີ່ຜິດ​ກົດໝາຍ ​ເພາະວ່າ​ ​ເຂົາ​ເຈົ້າ​ລົງທະບຽນ​ບໍ່​ໄດ້. ພວກ​ນັກ​
ເຄື່ອນ​ໄຫວກໍ​ຈະ​ຖືກ​ລົງ​ໂທດ​ ພາຍ​ໃຕ້ກົດໝາ​ຍ​ນັ້ນ ຍ້ອນໄດ້​ເຂົ້າຮ່ວມກັບສະມາຄົມ​ທີ່
ຜິດ​ກົດໝາຍ.”

ແຕ່​ວ່າ ທ່ານ Phay Siphan ​ໂຄ​ສົກ​ປະຈຳສະພາ​ລັດຖະມົນຕີ ປະຕິ​ເສດ​ຕໍ່ຄຳ​ກ່າວອ້າງ
|ນັ້ນ ໂດຍກ່າວ​ວ່າ ກົດໝາຍ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ປະຕິບັດຢ່າງໂປ່​ງ​ໃສ ​ເພື່ອ​ປັບປຸງ​ຂັ້ນ
​ຕອນການ​ດຳ​ເນີນ​ງານ​ຂອງພວກ ອົງການ NGO ​ເຫລົ່າ​ນັ້ນ. ທ່ານ​ກ່າວ​ຕື່ມ​ອີກ​ວ່າ ກຸ່ມ
ສັງຄົມ​ພົນ​ລະ​ເຮືອນ ​ມີ​ລາຍການ​ທີ່ຊຸກເຊື່ອ​ງ​ໄວ້. ຄຳ​ກ່າວ​ອ້າງ​ເຫລົ່ານັ້ນແມ່ນອີງ​ຕາມ
​ຈີນ​ຕະນາ​ການ​ຂອງ​ເຂົາ​ເຈົ້າ. ພວກ​ທີ່ຄັດຄ້ານຕໍ່​ ກົດໝາຍ ພາກັນ​ຊຸກ​ເຊື່ອ​ງ​ວຽກລັບ​
ຂອງ​ເຂົາ​ເຈົ້າ. ກົດໝາຍນີ້​ຈະ​ບໍ່ຂັດ ຂວາງຕໍ່ ​ກິດຈະກຳ​ພັດທະນາສ້າງສາ ຂອງກຳປູເຈຍ
​ແຕ່​ຢ່າງ​|ໃດ​ເລີຍ."

ທ່ານ​ກ່າວ​ຕື່ມວ່າ ພວກ NGO ຄວນ​ຈະລໍຖ້າ ​ຈົນ​ກວ່າກົດໝາຍ​ໄດ້​ຖືກສົ່ງ​ໄປ​ຍັງສະພາ
​ແຫ່ງ​ຊາດ ບ່ອນ​ທີ່​ເຂົາ​ເຈົ້າ​ຈະ​ສາມາດ​ປະກອບ​ຄວາມ​ເຫັນ ​ແລະ​ຄຳ​ສະ​ເໜີ​ຕ່າງໆ​ໄດ້.
​ແຕ່​ຝ່າຍ​ກຸ່ມ​ສັງ​ຄົມພົນລະ​ເຮືອນ ຕ້ອງການໃຫ້​ມີ​ການປຶກສາ​ຫາລື​ເສຍກ່ອນ​ ກ່ອນ​ທີ່
ລັດຖະບານ​ຈະ​ຮັບຮອງ​ເອົາຮ່າງ​ກົດໝາຍ​ນີ້ ​ແລະ​ສົ່ງ​ໄປ​ສະພາ.

ລັດຖະບານ​ກຳປູ​ເຈຍ ​ໄດ້ຮ່າງ​ມາດ​ຕະການນີ້ ມາ​ຕັ້ງ​ແຕ່​ປີ 2010 ​ແຕ່​ບໍ່ເຄີຍໄດ້ຈັດ​ໃຫ້
ມີ​ການ​ປຶກສາ​ຫາລື ​ກັບສາທາລະນະຊົນ. ​ເດືອນ​ແລ້ວ​ນີ້ ນາຍົກລັດຖະມົນຕີ Hun Sen
ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ຮັບ​ຮອງເອົາຮ່າງ​ກົດໝາຍ​ສະບັບ​ນີ້ ພາຍໃນ​ເດືອນ
​ພຶ​ດ ສະພາ ກ່ອນ​ຈະສົ່ງ​ໄປ​ຫາ​ສະພາ​ແຫ່ງ​ຊາດ ​ເພື່ອອະພິປາຍ​ແລະ​ໃຫ້​ສັດຕະຍາບັນ.

​ອີງ​ຕາມຮ່າງ​ກົດໝາຍ ທີ່ ວີ​ໂອ​ເອ ​ໄດ້​ຮັບ​ມາ​ນັ້ນ ຖ້າ​ຫາກໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ
​ສະພາ ກົດໝາຍ​ສະບັບ​ນີ້​ກໍ​ແມ່ນຈະບັງຄັບ​ໃຫ້ ພວກສະມາຄົມ ​ແລະ ພວກ NGO ທ້ອງ​
ຖິ່ນທັງ​ໝົດ​ໄປ​ລົງທະບຽນ​ຢູ່​ກະຊວງ​ພາຍ​ໃນ ​ແລະ​ໃຫ້​ພວກ NGO ຕ່າງປະ​ເທດ ໄປ​ລົງ
ທະບຽນຢູ່ ກະຊວງ​ຕ່າງປະ​ເທດ. ​ນອກ​ເໜືອ​ໄປ​ຈາກນັ້ນ​ແລ້ວ ພວກອົງການ​ຈັດ​ຕັ້ງ​ທັງ​
ໝົດ ຈະ​ຕ້ອງໄດ້ລາຍ​ງານ ​ຄວາມ​ຄືບ​ໜ້າ​ໃນການ​ປະ​ຕິ​ບັດ​ງານ​ຂອງ​ເຂົາ​ເຈົ້າ ​ແລະ​ລາຍ​
ງານ​ເລື້ອງ​ການ​ເງິນ​ເປັນ​ປະຈຳ.

ມາດຕາ 25 ​ແລະ 30 ຂອງ​ຮ່າງກົດໝາຍນີ້ ລະບຸວ່າ ອົງການຈັດ​ຕັ້ງ​ຈະ​ຖືກ​ລືບ​ລ້າງອອກ
ຈາກທະບຽນ ຖ້າ​ຫາກ​ບໍ່​ລາຍ​ງານ​ຕໍ່​ກະຊວງເຫລົ່າ​ນັ້ນ.

ຜູ້​ປະສານ​ງານ ອົງການປະຊາ​ຄົມ​ຊາວ​ໄຮ່​ຊາວ​ນາກຳປູ​ເຈຍ ທ່ານ Theng Savoeun
ກ່າວ​ ​ໃນ​ລະຫວ່າງ​ກອງ​ປະຊຸມຖະ​ແຫລ​ງ​ຂ່າວ ​ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ວ່າ ກົດໝາຍໃໝ່​ນີ້
ຈະ​ສົ່ງ​ຜົນກະທົບ​ຕໍ່ ບັນດາ​ສະມາ​ຄົມ​ນ້ອຍໆ ​ເຊັ່ນ​ ສະມາຄົມ​ຂອງທ່ານ​ເອງ ​ເພາະວ່າ​
ເຂົາ​ເຈົ້າບໍ່​ສາມາດ​ລົງທະບຽນ ​ແລະ​ນຳ​ສະ​ເໜີ​ລາຍ​ງານ​ຕໍ່​ລັດຖະບານ ​ເປັນ​ປະຈຳ​ໄດ້.

ທ່ານໄດ້​ກ່າວວ່າ “​ເວ​ລາ​ໃດ​ກົດໝາຍ​ຖືກ​ຮັບ​ຜ່າ​ນ​ເອົາ ມັນກໍ​ຈະ​ບັງຄັບ​ໃຫ້​ພວກ​ຊາວ​ໄຮ່​
ຊາວນາ ​ໄປລົງທະບຽນສະມາຄົມ​ຂອງ​ເຂົາ​ເຈົ້າ​ ຢູ່​ກະຊວງ​ພາຍ​ໃນ ແລະ​ທີ່​ດິນ​ຂອງ​ເຂົາ​
ເຈົ້າ ທີ່ມີ​ບັນຫາ​ຢູ່​ນັ້ນ ກໍຈະ​ຖືກ​ຍຶດ​ເອົາ. ອີກ​ຈຸດ​ນຶ່ງກໍ​ຄືວ່າ ມາດຕາ 25 ຂອງ​ກົດໝາຍ
ບັງຄັບ​ໃຫ້​ເຂົາ​ເຈົ້າ ນຳ​ສະ​ເໜີລາຍ​ງານ​ການ​ເຮັດ​ວຽກ ​ແລະ​ການ​ເງິນຂອງ​ເຂົາ​ເຈົ້າ ຕໍ່
​ທາງ​ກະຊວງ ຊຶ່ງ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ສາມາດ​ພຽງພໍ​ທີ່​ຈະ​ເຮັດ​ໄດ້. ​ເພາະສະ​ນັ້ນ ຮ່າງກົດ
ໝາຍ​ນີ້ ກໍ​ແມ່ນ​ເປັນ​ການກົດ​ດັນ ຕໍ່​ສິດທິ​ຂອງ​ພວກ​ເຮົາ."

XS
SM
MD
LG