ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ພວກ​ກະບົດ 30 ຄົນ ຖືກສັງຫານ ໃນການ​ບຸກໂຈມຕີ ຂອງ ທະຫານ ຢູເຄຣນ (ສະໄລດ໌/ວີດີໂອ)


Ukraine CNPK
please wait
Embed

No media source currently available

0:00 0:02:11 0:00
ລັດຖະມົນຕີພາຍ​ໃນຢູ​ເຄຣນ ກ່າວ​ວ່າ ​ໄດ້​ມີ​ພວກ​ກະບົດ ນິຍົມ
ຣັດ​ເຊຍ 30 ຄົນ​ຖືກ​ສັງ ຫານ ​ໃນລະຫວ່າງ​ການ​ບຸກໂຈມຕີຂອງ
ທະຫານ ເພື່ອກຳຈັດກຳລັງຕໍ່ຕ້ານລັດຖະບານ ໃນ​ວັນ​ຈັນ​ວານ​ນີ້
ທີ່​ເມືອງ Slovyansk ທາງພາກຕາເວັນອອກຂອງປະເທດນັ້ນ.

ທ່ານ Arsen Avakov ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ທະຫານ
ລັດຖະບານ 4 ຄົນກໍ ໄດ້ເສຍຊີວິດ ແລະມີອີກ 20 ຄົນບາດເຈັບ ໃນລະຫວ່າງການຍິງຕໍ່ສູ້ກັນ. ໃນວັນຈັນວານນີ້ VOA ໄດ້ຢືນຢັນ
ວ່າມີພວກກະບົດທີ່ນິຍົມຣັດເຊຍຢ່າງນ້ອຍ 20 ຄົນ ໄດ້ຖືກ​ສັງຫານ.

ໃນອີກດ້ານນຶ່ງນັ້ນ ໃນວັນອັງຄານມື້ນີ້ ເຈົ້າໜ້າທີ່ໄດ້ຍົກເລີກຖ້ຽວບິນຕ່າງໆ​ ທັງເຂົ້າ ແລະອອກຈາກເມືອງ Denetsk ຊຶ່ງເປັນສູນກາງອຸດສາຫະກຳໃນພາກຕາເວັນອອກ ຂອງຢູເຄຣນ. ຍັງບໍ່ທັນເປັນທີ່ແຈ້ງຂາວເທື່ອວ່າ ແມ່ນຫຍັງຄືສາເຫດທີ່ພາໃຫ້ມີການ ຍົກເລີກຖ້ຽວບິນເຫຼົ່ານີ້ ຫຼືຍັງອີກດົນປານໃດ ຂໍ້ກົດຫ້າມດັ່ງກ່າວນີ້ຍັງຈະມີຜົນບັງຄັບ ໃຊ້ຢູ່.
Ukraine Donet SK VO
please wait
Embed

No media source currently available

0:00 0:00:52 0:00

ໃນຂະນະທີ່ຄວາມຮຸນແຮງພວມທະວີຂຶ້ນນັບມື້ໃນຢູເຄຣນນີ້ ເລຂາທິການໃຫຍ່ອົງການ
ສະຫະປະຊາຊາດ ທ່ານ Ban Ki-moon ໄດ້ບອກອົງການຂ່າວຝຣັ່ງວ່າ​ ທ່ານຈະຂໍສະເໜີ ໃຊ້ຕົວທ່ານເອງເປັນຜູ້ໄກ່ເກ່ຍ ກ່ອນທີ່ເຫດການຈະຮຸນແຮງຍິ່ງໄປກວ່ານີ້ ຊຶ່ງຈະເຮັດໃຫ້
ບໍ່ມີຜູ້ໃດສາມາດຄວບຄຸມໄດ້ນັ້ນ.
CN-Fierce Fighting in East Ukraine Tests Leadership in Kyiv
please wait

No media source currently available

0:00 0:02:33 0:00

​ຢູ​ເຄຣນ ກຳລັງປະເຊີນໜ້າກັບວິກິດການທີ່ຮ້າຍແຮງທີ່ສຸດໃນຮອບຫລາຍໆທົດສະວັດ
ໃນຂະນະທີ່ປະຊາຊົນພວມທຳການຕໍ່ສູ້ກ່ຽວກັບວ່າຈະມອງໄປຫາຢູໂຣບຫຼືຈະປັບປຸງ
ຄວາມສຳພັນກັບຣັດເຊຍ. ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍ ໄດ້ຄວບຄຸມຫົວ
ເມືອງໃຫຍ່ນ້ອຍປະມານສິບກວ່າຫົວເມືອງທາງພາກຕາເວັນອອກຂອງປະເທດໂດຍ
ຮຽກຮ້ອງເອົາ ສິດ ໃນການລົງປະຊາມະຕິກ່ຽວກັບວ່າ ຈະແຍກອອກຈາກຢູເຄຣນ
ເພື່ອໄປເຂົ້າກັບຣັດ ເຊຍຫລືບໍ່.

ການລົງປະຊາມະຕິທີ່ຄ້າຍຄືກັນນີ້ ໃນເຂດໄຄຣເມຍ ເມື່ອເດືອນມີນາຜ່ານມາ ໄດ້ພາ
ໃຫ້ຣັດເຊຍປະກາດຮວມເຂດດັ່ງກ່າວຂອງຢູເຄຣນເຂົ້າເປັນຂອງຕົນແລະກໍ່ໃຫ້ເກີດ
ວິກິດການ ໃນປະຈຸບັນນີ້.
XS
SM
MD
LG