ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ລາຍງານທ້າຍປີ: ອົງການ NATO ຂະຫາຍໂຕອອກ ໃນປີ 2023, ແຕ່ເວລາການເປັນສະມາຊິກຂອງ ຢູເຄຣນ ຊໍ້າພັດພົບກັບບັນຫາ


ກໍາມາທິການໃຫຍ່ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ, ຂວາ, ແລະປະທານາທິບໍດີຢູເຄຣນ ທ່າໂວໂລດີເມຍ ເຊເລັນສກີ ກ່າວປາໄສຢູ່ທີ່ການຖະແຫຼງຂ່າວ ໃນລະຫວ່າງກອງປະຊຸມສຸດຍອດອົງການ NATO ໃນນະຄອນຫຼວງວີລນຽສ, ປະເທດລີທົວເນຍ, ວັນທີ 12 ກໍລະກົດ 2023.
ກໍາມາທິການໃຫຍ່ຂອງອົງການ NATO ທ່ານເຈັນ ສໂຕລເຕັນເບີກ, ຂວາ, ແລະປະທານາທິບໍດີຢູເຄຣນ ທ່າໂວໂລດີເມຍ ເຊເລັນສກີ ກ່າວປາໄສຢູ່ທີ່ການຖະແຫຼງຂ່າວ ໃນລະຫວ່າງກອງປະຊຸມສຸດຍອດອົງການ NATO ໃນນະຄອນຫຼວງວີລນຽສ, ປະເທດລີທົວເນຍ, ວັນທີ 12 ກໍລະກົດ 2023.

ອົງການ NATO ໄດ້​ຕ້ອນຮັບ​ການ​ເຂົ້າ​ເປັນ​ສະມາຊິກ​ທີ 31 ຂອງ​ຕົນ​ໃນ​ປີ 2023, ໃນ​ຂະນະ​ທີ່ ຟິນ​ແລນ ໄດ້​ເຂົ້າ​ຮ່ວມ​ກຸ່ມ​ພັນທະ​ມິດ​ທາງ​ທະຫານ​ຂອງ​ປະ​ເທດ​ຕາ​ເວັນ​ຕົກໃນ​ເວລາ​ທີ່ຣັດ​ເຊຍ​ບຸກ​ໂຈມ​ຕີ​ຢູ​ເຄຣນແບບ​ເຕັມ​ອັດຕາ. ດັ່ງທີ່ ເຮັນຣີ ຣິຈແວລ ມີລາຍງານທ້າຍປີ ກ່ຽວກັບຄໍາຮ້ອງຂໍສະຫມັກເຂົ້າເປັນສະມາຊິກ ຂອງສວີເດັນ ທີ່ຍັງຄົງໂຈະໄວ້ຢູ່, ແລະຍັງມີສິ່ງທ້າທາຍອັນຍິ່ງໃຫຍ່ລໍຖ້າຢູ່ຂ້າງຫນ້າ ສໍາລັບ ກີຢິບ, ທິບສຸດາ ມີລາຍລະອຽດກ່ຽວ​ກັບ​ເລື້ອງນີ້.

ອົງການ NATO ໄດ້ມີການ​ຫັນປ່ຽນ​ເນື່ອງຈາກ​ການ​ບຸກ​ໂຈມ​ຕີ​ ຢູເຄຣນ ແບບເຕັມ​ອັດຕາ​ໂດຍ ຣັດ​ເຊຍ​.

ພຽງ​ແຕ່​ບໍ່​ເທົ່າ​ໃດ​ອາ​ທິດ​ຫຼັງ​ຈາກ​ລົດ​ຖັງ​ຂອງ​ມົສ​ກູ​ໄດ້​ແລ່ນ​ຂ້າມ​ຊາຍ​ແດນເຂົ້າໄປ​ໃນ​ເດືອນ​ກຸມ​ພາ ປີ 2022, ຟິນ​ແລນ ແລະ ​ສະ​ວີ​ເດັນ ກໍໄດ້​ສະ​ໝັກ​ເຂົ້າ​ຮ່ວມພັນ​ທະ​ມິດ​ທາງ​ທະ​ຫານ ກັບ​ປະ​ເທດ​ຕາ​ເວັນ​ຕົກ.

ໃນ​ເດືອນ​ເມສາ​ທີ່ຜ່ານ​ມາ, ຟິນ​ແລນ​ໄດ້​ກາຍ​ເປັນ​ສະມາຊິກ​ທີ 31 ຢ່າງເປັນ​ທາງ​ການຂອງ​ອົງການ​ NATO.

ປະທານາທິບໍດີຟິນແລນ ທ່ານຊາວລີ ນິນິສໂຕ (Sauli Niinistö) ກ່າວວ່າ: ຍຸກ​ໃໝ່​ເລີ່ມ​ຕົ້ນຂຶ້ນ. ແຕ່​ລະ​ປະ​ເທດ​ເພີ້ມ​ຄວາມ​ປອດ​ໄພ​ຂອງ​ຕົນສູງຂຶ້ນ​. ຟິນແລນກໍຄືກັນ. ການ​ເປັນ​ສະ​ມາ​ຊິກ​ຂອງ​ອົງການ NATO ແມ່ນເສີມ​ຂະ​ຫຍາຍ​ທ່າ​ທີ​ສາ​ກົນ​ຂອງ​ພວກ​ເຮົາ ແລະໂອກາດສຳ​ລັບ​ການ​ຊ້ອມລົບ.”

ສະວີເດັນ ຍັງຄົງລໍຖ້າຢູ່, ເທີກີ ເຊິ່ງເປັນສະມາຊິກອົງການ NATO ຢູ່ແລ້ວ ໄດ້ເລື່ອນເວລາການອະນຸມັດຂອງຕົນ ໂດຍກ່າວຫາສະວີເດັນວ່າ ເຊື່ອງຊ້ອນປະຊາຊົນທີ່ພວກເຂົາຖືວ່າ ເປັນຜູ້ກໍ່ການຮ້າຍ.

ບັນດາສະມາຊິກສະພາຂອງ ເທີກີ ຍັງຄົງຫາລືກ່ຽວກັບການສະເໜີຂອງສະວີເດັນ.

ເລ​ຂາ​ທິ​ການໃຫຍ່ອົງການ NATO ທ່ານເຈັນ ສໂຕລເຕັນເບີກ (Jens Stoltenberg​) ກ່າວວ່າ:

"ຂ້າ​ພະ​ເຈົ້າ​ຫວັງ​ວ່າ ສະມັດຊາ​ແຫ່ງ​ຊາດ​ສາ​ມາດ​ສໍາ​ເລັດ​ການ​ປຶກ​ສາ​ຫາ​ລື​ເຫຼົ່າ​ນີ້​ໂດຍ​ໄວ​ທີ່ສຸດ ດັ່ງ​ນັ້ນ​ພວກເຮົາ​ຈຶ່ງເຮົາ​ສາ​ມາດ​ສໍາ​ເລັດ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ແກ່​ສະວີເດັນ ​ໄດ້​.”

ອົງການ NATO ໄດ້​ເພີ່ມບາດກ້າວ​ການ​ສະໜັບສະໜຸນໃຫ້ແກ່ ​ຢູເຄຣນ ​ໃນ​ປີ 2023 ​ໂດຍ​ປະສານ​ງານ​ການ​ສົ່ງ​ອາວຸດ ​ແລະ ​ການ​ຝຶກຊ້ອມ​ຂອງບັນດາ​ປະ​ເທດ​ສະມາຊິກໄປໃຫ້.

ໃນ​ກອງ​ປະຊຸມ​ສຸດ​ຍອດ ເມື່ອເດືອນ​ກໍລະກົດ​ຂອງ​ຕົນ​ຢູ່ທີ່​ນະ​ຄອນ​ຫລວງວີລນຽສ (Vilnius), ບັນດາປະເທດພັນທະ​ມິດ ​ໄດ້ພາກັນ​ຢືນຢັນທ່າ​ທີຂອງຕົນຄືນໃໝ່​ວ່າ ຢູ​ເຄຣນ ຈະ​ກາຍ​ມາເປັນ​ສະມາຊິກ​ຂອງອົງການ NATO ​ແລະປັບປຸງ​ເສັ້ນທາງ ​ໃຫ້ງ່າຍຂຶ້ນ ເພື່ອກ້າວ​ເຂົ້າ​ສູ່​ການ​ເຂົ້າ​ເປັນ​ສະມາຊິກ ຂອງພວກເຂົາເຈົ້າ.

ລັດຖະມົນຕີກະຊວງການຕ່າງປະເທດຂອງຢູເຄຣນ ທ່ານດີມິໂທຣ ກູເລບາ (Dmytro Kuleba) ກ່າວວ່າ:

"ພວກເຮົາໄດ້ກາຍມາເປັນກອງທັບ NATO ຢ່າງແທ້ຈິງໃນດ້ານຄວາມສາມາດທາງເຕັກນິກວິຊາການຂອງພວກເຮົາ, ວິທີການເຂົ້າເຖິງການຄຸ້ມຄອງ ແລະຫຼັກການກ່ຽວກັບການດໍາເນີນງານຂອງກອງທັບພວກເຮົາ."

ທ່ານຟາບຣິກ ໂພເທຍ (Fabrice Pothier), ອະດີດ​ຫົວ​ໜ້າ​ດ້ານ​ການ​ວາງ​ແຜນ​ນະ​ໂຍບາຍ​ຂອງ​ພັນທະ​ມິດ ກ່າວ​ວ່າ ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ຢູ​ເຄຣນ ​ເປັນ​ການ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ສໍາລັບບັນດາ​ຜູ້ນຳ​ອົງການ NATO, ເຊິ່ງ ທ່ານກ່າວຜ່ານຊູມວ່າ:

ຂ້າ​ພະ​ເຈົ້າ​ຄິດ​ວ່າ ຢູເຄຣນ ອາດ​ຈະ​ເປັນ​ຫນຶ່ງ​ໃນ​ບັນ​ດາ​ພັນ​ທະ​ມິດ​ທີ່​ມີ​ຄວາມ​ສາ​ມາດ​ທີ່​ສຸດ​ທີ່ທ່ານມີ, ຄວາມສາມາດທີ່ມີປະສິດທິພາບ ດັ່ງບັນດາປະເທດພັນທະມິດທີ່ທ່ານມີ, ພວກເຂົາເຈົ້າມີດີ ດັ່ງທີ່ພວກເຂົາເຈົ້າມີ. ແຕ່ໂດຍພື້ນຖານແລ້ວ ມັນເປັນຄໍາຖາມທາງດ້ານການເມືອງກ່ຽວກັບວ່າ ມີຄວາມສ່ຽງຫຼາຍກວ່າ ຫຼື ມີຜົນປະໂຫຍດຫຼາຍກວ່າ ທີ່ຈະເອົາຢູເຄລນເຂົ້າມາດຽວນີ້ເລີຍ ດີກ່ວາລໍຖ້າ."

ຢູ​ເຄ​ຣນ ພວມ​ດຳ​ເນີນ​ການ​ເຈ​ລະ​ຈາ​ເຂົ້າ​ເປັນ​ສະ​ມາ​ຊິກ​ກັບອົງການ NATO ແລະ ​ສະ​ຫະ​ພາບ​ຢູໂຣບ (EU) ໃນ​ຂະ​ນະ​ທີ່​ດໍາເນີນການຕໍ່​ສູ້​ ຕ້ານ​ບຸກ​ລຸກ​ຂອງ​ກອງກຳ​ລັງ​ ຣັດ​ເຊຍ.

ສະມາຊິກອົງການ NATO ຈໍານວນນຶ່ງ​ໂຕ້​ຖຽງ​ວ່າ ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ຢູ​ເຄຣນ ຕ້ອງ​ລໍຖ້າ​ຈົນ​ກວ່າ​ສົງຄາມ​ຈະ​ສິ້ນ​ສຸດ​ລົງ. ແຕ່ນັ້ນ ສາມາດຍືດເວລາຂອງການຕໍ່ສູ້ອອກໄປອີກ, ເຊິ່ງ ທ່ານ ໂພເທຍ ໄດ້ກ່າວຕອບໂຕ້.

ທ່ານ ໂພເທຍ ກ່າວຜ່ານຊູມວ່າ:

"ຖ້າທ່ານເວົ້າແນວນັ້ນ, ປະທານາທິບໍດີຣັດເຊຍ ທ່ານວະລາດີເມຍ ປູຕິນ ຈະມີແຮງຈູງໃຈອີກອັນນຶ່ງທີ່ຈະຍັງດໍາເນີນການຕໍ່ໄປແລະຍັງຄົງຮັກສາລະດັບຂອງສົງຄາມໃຫ້ສູງພຽງພໍ ສະນັ້ນຈຶ່ງບໍ່ມີຈຸດເລີ້ມຕົ້ນ ຂອງການຂ້າມຜ່ານໄປຫາອົງ ການ NATO ໂດຍ ຢູເຄຣນ."

ນັ້ນ ​ແມ່ນ​ສະຖານະການທີ່​ຫຍຸ້ງຍາກ​ສໍາລັບອົງການ NATO ເນື່ອງຈາກວ່າ​ເສັ້ນທາງທີ່​ກ້າວ​ໄປ​ສູ່​ການ​ເຂົ້າ​ເປັນ​ສະມາຊິກ​ຂອງ​ຢູ​ເຄຣນນັ້ນ ຍັງ​ຄົງ​ບໍ່ມີຄວາມ​ແນ່ນອນສູງ.

NATO welcomed its 31st member in 2023, as Finland joined the Western military alliance in the wake of Russia’s full-scale invasion of Ukraine. As Henry Ridgwell reports, Sweden’s application is still on hold, and there are still big challenges ahead for Kyiv.

NATO has been transformed by Russia’s full-scale invasion of Ukraine.

Just weeks after Moscow’s tanks rolled across the border in February 2022, Finland and Sweden applied to join the Western military alliance.

In April, Finland officially became the 31st member of NATO.

Finnish President Sauli Niinistö.

“A new era begins. Each country maximizes its own security. So does Finland. NATO membership strengthens our international position and room for maneuver.”

Sweden is still waiting. Turkey – an existing NATO member – has delayed its approval, accusing Sweden of harboring people it considers terrorists.

Turkish lawmakers are still discussing Sweden’s bid.

NATO Secretary-General Jens Stoltenberg.

“I hope that the National Assembly can finalize these discussions as soon as possible so we can finalize the ratification of Sweden.”

NATO has stepped up its support for Ukraine in 2023 — coordinating the delivery of member states’ weapons and training.

At its July annual summit in Vilnius, the alliance reaffirmed its position that Ukraine will become a member of NATO and simplified the path to its accession.

Ukraine is ready, said the country’s foreign minister, Dmytro Kuleba.

“We are pretty much becoming a de facto NATO army in terms of our technical capacity, management approaches and principles of running an army.”

Ukraine’s accession is a political decision for NATO leaders, says the alliance’s former head of policy planning, Fabrice Pothier.

Fabrice Pothier, Former NATO Head of Policy Planning, male, IN ENGLISH, Zoom.

“I think Ukraine is probably one of the most capable, able potential allies you have out there. It’s as good as it gets. But it’s fundamentally a political question about whether there is more risk or benefit to get Ukraine in now than to wait.”

Ukraine is navigating accession talks with NATO and the European Union – while fighting invading Russian forces.

Some NATO members argue Ukraine’s accession must wait until the war ends. But that could prolong the fighting, argues Pothier.

Fabrice Pothier, Former NATO Head of Policy Planning, male, IN ENGLISH, Zoom.

“If you say that, [Russian President] Vladimir Putin will have yet another incentive to keep on going and to keep the level of hostilities sufficiently high so that there won’t be that threshold crossed by Ukraine into NATO.”

Such is the predicament for NATO – as the path toward Ukraine’s membership remains highly uncertain.

XS
SM
MD
LG